ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມກ້າວໜ້າ ໃນການ ປົກປ້ອງປ່າໄມ້ ທົ່ວໂລກ ຍັງຊ້າຢູ່ (ວີດີໂອ)


ນັກເຄຶ່ອນໄຫວສະພາບແວດລ້ອມ ຮຽກຮ້ອງໃຫ້ປະເທດທີ່ເຂົ້າຮ່ວມ ໃນກອງປະຊຸມສຸດຍອດດ້ານດິນຟ້າອາກາດທີ່ DOHA ຈົ່ງພາກັນຄິດໃຫຍ່ໆເຖິງວິທີການຄວບຄຸມການຕັດໄມ້ທໍາລາຍປ່າ.

ທີ່ກອງປະຊຸມສຸດຍອດ ກ່ຽວກັບການປ່ຽນແປງຂອງດິນຟ້າອາ
ກາດ ຂອງອົງການສະຫະປະຊາຊາດ ທີ່ນະຄອນໂດຮາ ເມືອງ
ຫຼວງຂອງປະເທດ Qatar ນັ້ນ ບັນດານັກເຄຶ່ອນໄຫວສະພາບ ແວດລ້ອມຮຽກຮ້ອງໃຫ້ປະເທດທີ່ເຂົ້າຮ່ວມໃນກອງປະຊຸມດັ່ງ
ກ່າວ ນີ້ຈົ່ງພາກັນຄິດໃຫຍ່ໆເຖິງວິທີການຄວບຄຸມການຕັດໄມ້ ທໍາລາຍປ່າຢູ່ໃນບັນດາປະເທດທີ່ພວມພັດທະນາຊຶ່ງປະກອບ ເປັນ 16 ເປີເຊັນ ຂອງການ ປ່ອຍແກັສເຮືອນແກ້ວ ທີ່ພາໃຫ້ອາກາດຮ້ອນເອົ້າຂອງໂລກ. Brian Padden ຜູ້ສື່ຂ່າວ ວີໂອເອລາຍງານວ່າ ສະຫະລັດ ຢູໂຣບ ແລະປະເທດທີ່ຈະເຣີນ ເຕີບໂຕທາງເສດຖະກິດ ອື່ນໆໄດ້ຕົກລົງທີ່ຈະຈ່າຍເງິນໃຫ້ແກ່ບັນດາປະເທດພວມພັດທະ ນາເພື່ອປົກປ້ອງຄຸ້ມຄອງ ປ່າໄມ້ຂອງພວກເຂົາເຈົ້າ ແຕ່ຄວາມກ້າວໜ້າໃນເລຶ່ອງນີ້ກໍຍັງ ຊັກຊ້າຢູ່ຕໍ່ມາ ຊຶ່ງທອງ ປານມີລາຍລະອຽດເພີ່ມຕື່ມກ່ຽວກັບເລື່ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ

ໃນປະເທດອິນໂດເນເຊຍ ການປະກາດຢຸດຊົ່ວຄາວກ່ຽວກັບການພັດທະນາ ປ່າໄມ້ແຫ່ງ ໃໝ່ນັ້ນ ປະກົດວ່າໄດ້ຜົນແຕ່ພຽງເລັກນ້ອຍ ຍ້ອນວ່າພວກຊາວໄຮ່ຊາວສວນ ແລະບໍລິສັດ ໃຫຍ່ໆທັງຫຼາຍຍັງພາກັນສືບຕໍ່ຕັດຕົ້ນໄມ້ ເພື່ອອຸດສາຫະກໍາໄມ້ທ່ອນແລະກໍຈູດເຜົາພື້ນທີ່ ເພື່ອໃຊ້ເຮັດໄຮ່ປູກຕົ້ນພາມສຳລັບຜະລິດນໍ້າມັນພາມ.

ການປະກາດຢຸດເຊົາຊົ່ວຄາວຢູ່ອິນໂດເນເຊດັ່ງກ່າວນີ້ ເປັນພາກສ່ວນນຶ່ງຂໍ້ຕົກລົງມູນຄ່າ 1 ພັນລ້ານໂດລາກັບປະເທດ Norway ເພື່ອປົກປ້ອງປ່າໄມ້ທັງຫຼາຍທີ່ເກັບສະສົມໃນ ປະລິ ມານມະຫາສານທາດຄາບອນໄດອ໊ອກໄຊ້ ຫຼື CO2 ນຶ່ງໃນບັນດາແກັສເຮືອນແກ້ວ ທີ່ບັນດາ ນັກວິທະຍາສາດກ່າວວ່າ ເປັນຕົວການພາໃຫ້ເກີດສະພາບອາກາດຮ້ອນເອົ້າ ຂອງໂລກ. ໂຄງການດັ່ງ ກ່າວນີ້ເປັນນຶ່ງໃນຈຳນວນ 300 ກວ່າໂຄງການ ໃນ 52 ປະເທດ ເຊັ່ນປະເທດ ໂບລິເວຍ ແລະແທນຊາເນຍ ພາຍໃຕ້ໂຄງການລິເລີ່ມຂອງອົງການສະຫະ ປະຊາຊາດ ທີ່ ເອີ້ນຫຍໍ້ວ່າ REDD ຊຶ່ງໝາຍເຖິງການລົດຜ່ອນອາຍແກັສເຮືອນແກ້ວທີ່ ເກີດຈາກການ ຕັດໄມ້ທໍາລາຍປ່າ ແລະການສ້າງຄວາມເຊື່ອມໂຊມແກ່ປ່າໄມ້ (Reducing Emission from Deforestration and Forest Degradation) ຊຶ່ງມາເຖິງປັດຈຸບັນນີ້ໂຄງການດັ່ງກ່າວກໍ ສາມາດຫຼຸດຜ່ອນປະລິມານການປ່ອຍອາຍແກັສ ເຮືອນແກ້ວໄດ້ພໍໆປານກາງເທົ່ານັ້ນ.

ທ່ານ Fred Boltz ຮອງປະທານອາວຸໂສຄົນນຶ່ງປະຈໍາອົງການອະນຸລັກທຳມະຊາດສາກົນ ຫຼື Conservation International ທີ່ມີສໍານັກງານຢູ່ໃນສະຫະລັດ ກ່າວວ່າຄວາມກ້າວ ໜ້າຂອງ ໂຄງການ REDD ນີ້ຍັງຊັກຊ້າຢູ່ ຍ້ອນມັນພົວພັນບໍ່ແມ່ນແຕ່ປ້ອງກັນບໍ່ໃຫ້ໄຟປ່າ ເກີດຂຶ້ນທໍ່ ນັ້ນ.

ທ່ານ Boltz ເວົ້າວ່າ: “ພວກເຮົາເວົ້າເຖິງເລຶ່ອງການປ່ຽນແປງເສດຖະກິດໂລກ ຄຶ ການເຮັດເປັນຕົວຢ່າງຂອງຄຸນຄ່າຂອງປ່າໄມ້ ຮັບຮູ້ເຖິງຄວາມສໍາ ຄັນຂອງປ່າໄມ້ ໃນການທີ່ຈະບັນລຸສິ່ງທ້າຍທາຍຕ່າງໆດ້ານດິນຟ້າອາກາດ ຂອງພວກເຮົາ. ແລະ ການ ປ່ຽນແປງດັ່ງກ່າວນີ້ ນັບວ່າມີຄວາມສະລັບຊັບ ຊ້ອນພໍສົມຄວນ ຄືຕ້ອງໃຊ້ ເວລາ ພ້ອມທັງການທຸ່ມເທງົບປະມານຢ່າງຫຼວງຫຼາຍ ແລະການລົງທຶນດ້ານສະຕິ ບັນຍາເປັນຕົ້ນ.”

ທ່ານ Boltz ກ່າວອີກວ່າ ເພື່ອທີ່ຈະບັນລຸຜົນສໍາເລັດໄດ້ນັ້ນ ໂຄງການ REDD ນີ້ ຕ້ອງມີ ການບັງຄັບດ້ວຍກົດໝາຍເຂັ້ມງວດຂຶ້ນກວ່າເກົ່າ ມີສິນ ຍ້ອມໃຈ ທີ່ຍິ່ງໃຫຍ່ກວ່າເກົ່າຕໍ່ ພວກວົງການທຸລະກິດທີ່ເຂົ້າປະກອບສ່ວນໃນເລຶ່ອງນີ້ແລະຕ້ອງມີງົບປະມານຫຼາຍກວ່າ 10 ພັນລ້ານໂດລາທີ່ໄດ້ໃຫ້ ສັນຍາໄວ້ແລ້ວ. ບັນດານັກອະນຸລັກສະພາບແວດລ້ອມ ເວົ້າ ວ່າ ທັງຝ່າຍ ບໍລິສັດໃຫຍ່ໆ ແລະພວກຊາວໄຮ່ຊາວນາທີ່ຍາກຈົນທັງຫຼາຍ ຕ່າງກໍຕ້ອງ ການຄວາມຊ່ວຍເຫຼືອ ເພື່ອໃຫ້ບັນລຸຄວາມຕ້ອງການດ້ານເຂົ້າປາອາຫານ ນໍ້າມັນເຊື້ອໄຟ ແລະແຮ່ທາດຕ່າງໆທີ່ເພີ່ມຂຶ້ນໄປນັບມື້ຂອງໂລກນັ້ນ ມີໄວ້ຢ່າງພຽງພໍ ໂດຍທີ່ບໍ່ຕ້ອງໄປ ແຕະຕ້ອງຫຼືທໍາລາຍປ່າໄມ້.

ແຕ່ທ່ານ Boltz ກ່າວຊີ້ແຈງຕື່ມວ່າ ເວລານີ້ກໍມີຄວາມເຫັນພ້ອມກັນລະດັບໂລກວ່າ ຕ້ອງ ໄດ້ວາງມາດຕະການທີ່ເຂັ້ມແຂງເພື່ອລົດຜ່ອນການຕັດໄມ້ທໍາ ລາຍປ່າ ຊຶ່ງເປັນຕົວການ ພາໃຫ້ເກີດແກັສເຮືອນແກ້ວ ໃນປະລິມານທີ່ຫຼາຍ ກວ່າລົດຍົນ ລົດບັນທຸກ ແລະເຮືອບິນ ທັງໝົດລວມກັນຢູ່ໃນໂລກ ທັງນີ້ກໍ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຫາຍະນະຈາກສະພາບ ອາກາດຮ້ອນເອົ້າຂອງໂລກຂຶ້ນໄດ້.

ທ່ານ Boltz ກ່າວອີກວ່າ: “ການຕັດໄມ້ທໍາລາຍປ່າ ຖືວ່າເປັນຕົວການສ້າງບັນຫາ ຮ້າຍແຮງອັນດັບທີ່ຫົກຂອງພວກເຮົາ ແລະຖ້າຫາກວ່າພວກເຮົາບໍ່ພາກັນແກ້ໄຂ ບັນຫານີ້ຢ່າງເດັດຂາດໄດ້ແລ້ວ ພວກເຮົາກໍໄດ້ຮັບຄວາມ ເດືອດຮ້ອນໄປຕາມໆ ກັນ. ສະນັ້ນຈະຕ້ອງມີຄວາມຕັ້ງໃຈອັນແນ່ວແນ່ໃນທາງການເມືອງ ພ້ອມກັບ ການຮັບຮູ້ເຖິງຄວາມຮີບດ່ວນ ແລະຄວາມຈໍາເປັນຂອງການແກ້ໄຂບັນຫາຂອງ ໂຄງການ REDD ນີ້.”

ທ່ານ Boltz ກ່າວຢູ່ທີ່ກອງປະຊຸມສຸດຍອດ ວ່າດ້ວຍການປ່ຽນແປງຂອງດິນ ຟ້າອາກາດ ທີ່ນະຄອນ Doha ວ່າ ທ່ານຫວັງວ່າ ຈະສາມາດສ້າງຄວາມ ກ້າວໜ້າເປັນຂັ້ນໆຕື່ມອີກ ໃຫ້ໄດ້ ເພື່ອເຊື່ອມໂຍງກົດເກນຢ່າງມີປະສິດທິພາບ ຕໍ່ງົບປະມານທີ່ໄດ້ເພີ່ມຂຶ້ນສໍາລັບ ໂຄງການສະຫງວນປ່າໄມ້ນັ້ນ.
XS
SM
MD
LG