ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການຊ່ວຍເຫລືອຊາວ​ໜຸ່ມ ນໍາເອົາ ກິລາແລ່ນແປ້ນສະເກັດ ໄປສອນ ທີ່ກໍາປູເຈຍ (ເບິ່ງວີດິໂອ)


Skateistan ກໍາລັງໃຊ້ກິລາແລ່ນແປ້ນສະເກັດເພື່ອຊ່ວຍຊາວໜຸ່ມ ທີ່ມີບັນຫາຫຍຸ້ງຍາກໃນຊີວິດ ຢູ່ກໍາປີເຈຍ
Skateistan ກໍາລັງໃຊ້ກິລາແລ່ນແປ້ນສະເກັດເພື່ອຊ່ວຍຊາວໜຸ່ມ ທີ່ມີບັນຫາຫຍຸ້ງຍາກໃນຊີວິດ ຢູ່ກໍາປີເຈຍ

ກຸ່ມ​ພັດທະນາ​ກຸ່ມ​ນື່ງ ທີ່​ເລີ່​ມໂຄງການແລ່ນຫລິ້ນແປ້ນສະເກັດ ຫລື Skateboarding ຂຶ້ນ​ຢູ່​ ໃນ​ປະ​ເທດ​ອັຟກາ​ນິສຖານ ກໍາລັງ​ສອນ​ຊາວ​ໜຸ່ມ​ກໍາປູ​ເຈຍ ຮຽນແລ່ນຫລິ້ນແປ້ນສະເກັດ. Fritzi Bodenheimer ຜູ້ສື່ຂ່າວວີ ໂອເອ ມີ​ລາຍລະອຽດກ່ຽວກັບເລື້ອງນີ້ ຈາກລາຍ​ງານການ ສຶກສາຂອງພະ​ແນ​ກພາສາ​ອັງກິດ​ພິ​ເສດ ຫລື Special English Education Report ຂອງ ວີໂອເອ ຊຶ່ງ​ບົວ​ສະຫວັນ ​ຈະນໍາ​ມາສະເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ຊາວໜຸ່ມກໍາປູເຈຍ ຈໍານວນນຶ່ງ ກໍາລັງຮຽນກິລາ​ໃໝ່​ປະ​ເພດ​ນຶ່ງ ຄື​ການຂີ່ ຫລືແລ່ນ
ແປ້ນສະເກດ ຢູ່​ບົນ​ພື້ນ​ຊີມັງ ຫລື Skateboarding. ສະໜາມກິລາແລ່ນແປ້ນສະເກັດ
ແຫ່ງທໍາອິດຂອງປະເທດນີ້ ແມ່ນຕັ້ງຢູ່ພື້ນ​ທີ່ຂອງກຸ່ມເພື່ອການກຸສົນ ໃນທ້ອງຖິ່ນກຸ່ມນຶ່ງ
ຢູ່ຊານນະຄອນຫລວງພະນົມເປັນ. ທ້າວ ເຈຍ ໂສພານິດ, ອາຍຸ 15 ປີ ໄດ້ຫລິ້ນກິລາ
ແລ່ນແປ້ນສະເກັດມາໄດ້ປະມານ 6 ເດືອນແລ້ວ. ທ້າວ ເຈຍ ໂສພານິດ ເວົ້າວ່າ:

“ເວລາຂ້ອຍເຫັນວິທີແລ່ນແປ້ນສະເກັດຫລາຍແບບຕ່າງກັນ ໂດຍສະເພາະແມ່ນ ຈາກຜູ້ທີ່ແລ່ນແປ້ນສະເກັດທີ່ເກັ່ງທີ່ສຸດນັ້ນ ຂ້ອຍກໍຢາກເປັນຄືເຂົາເຈົ້າໂລດ.”

ກິລາຫລາຍປະເພດເຊ່ັນ ມວຍຂະ​ເໝນ ແລະເຕະບານ ແມ່ນເປັນທີ່ນິຍົມກັນຢ່າງກວ້າງ
ຂວາງ ຢູ່ໃນກໍາປູເຈຍ. ແຕ່ ທ້າວເຈຍເວົ້າວ່າ ການແລ່ນແປ້ນສະເກັດ ໄດ້ກາຍມາເປັນ
ກິລາ ທີ່ລາວມັກສຸດຍອດແລ້ວ. ພວກແລ່ນແປ້ນສະເກັດ ກໍາລັງຮຽນເຄັດລັບຕ່າງໆ ເຊ່ນ
ການເຕັ້ນກະ​ໂດດຂຶ້ນ ທີ່ີ​ເອີ້ນ​ວ່າ half-pipe ແລະບິນຂຶ້ນເທິງອາກາດ ໂດຍການຂີ່ແຜ່ນ
ແປ້ນໄມ້ອັນນ້ອຍໆ ຂອງເຂົາເຈົ້າ ຫລື skateboards.

ອົງການບໍ່ຂຶ້ນກັບລັດຖະບານ ທີ່ມີຊື່ວ່າ Skateistan Cambodia ຈັດລາຍການສອນກິ
ລາ​ນີ້ຂຶ້ນ​ທຸກໆ ອາທິດ ຢູ່ສະໜາມແລ່ນແປ້ນສະເກັດ. ອົງການ Skateistan ໄດ້ເລີ້ມວຽກ
ງານດັ່ງກ່າວ ຢູ່ອັຟການິສຖານ. ຣໍຣີ ເບີກຄ໌ (Rory Burke) ເຮັດວຽກກັບກຸ່ມດັ່ງກ່າວ ທີ່
ແຜ່ຂະຫຍາຍມາຮອດກໍາປູເຈຍໃນປີກາຍນີ້.

ຣໍຣີ ເບີກຄ໌ເວົ້າວ່າ: “ແມ່ນ,
ແນ່ນອນວ່າ
ມັນບໍ່ແມ່ນກິລາ
ທີ່​ຊາວ​ກໍາປູ​ເຈຍ​ນິຍົມ​ຫລີ້ນ
​ກັນ​ທົ່ວໄປ​ໃນ​ຍາມ​ຫວ່າງ.
ແລະຂ້ອຍຄິດວ່າ ຄໍາ​ຕອບ
​ຕໍ່​ຄໍາ​ຖາມວ່າ
ເປັນຫຍັງ
ຈຶ່ງ​ຫລີ້ນ
ກິລາແລ່ນແປ້ນ
ສະເກັດນີ້ ກໍ​ຄື
ບໍ່ມີກິລາປະ
​ເພດ​ນີ້ມາ
ກ່ອນຢູ່ປະເທດນີ້.
ພວກເຮົາ
ຢາກ
ໃຊ້ກິລາແລ່ນ
ແປ້ນສະເກັດນີ້ໃຫ້ຄົນເວົ້າ
ວ່າ ເຮີຍ ນີ້ເປັນສິ່ງໃໝ່,
ເປັນສິ່ງທີ່ແປກໃໝ່
ຊຶ່ງ​ເທົ່າ
​ກັບ​ເປັນ​ການ​ດຶງ​ດູດ​ໃຈ​ຢ່າງ
​ນຶ່ງ. ພໍ​ຄົນເຫັນ
​ເຮົາ​ຫລີ້ນ​ກິ
ລາ​ນີ້ ​ເຂົາ​ເຈົ້າ​ກໍ​ຈະພາກັນຄິດ​ແລະ​ເວົ້າ​ວ່າ ໂຮ້
ມັນແມ່ນຫຍັງອັນນີ້? ແລະພວກເຂົາເຈົ້າ
ກໍຢາກເຂົ້າມາພົວພັນ ຫລືຫລິ້ນມັນ
.”

ອົງການ Skateistan ຮ່ວມງານກັບຫລາຍໆກຸ່ມໃນທ້ອງຖິ່ນ ທີ່ເຮັດວຽກກັບພວກຊາວໜຸ່ມ.
ສະໜາມຫລິ້ນແມ່ນຢູ່​ໃນ​ເຂດ​ພື້ນ​ທີ່ຂອງກຸ່ມທີ່ເອີ້ນວ່າ PSE ຊຶ່ງເປັນບ່ອນທີ່ເດັກນ້ອຍໄປ
ເຂົ້າໂຮງຮຽນ ແລະຮຽນວິຊາຊີບ​ໃດນຶ່ງ. ມີຜູ້ເຂົ້າ ຮ່ວມເກືອບຮອດ 120 ຄົນ. ຫລາຍຄົນກໍ ມາຈາກພື້ນຖານຊີວິດທີ່ທຸກຍາກລໍາ ບາກ.

ຣໍຣີ ເບີກຄ໌ (Rory Burke) ເວົ້າວ່າ ສໍາລັບບາງຄົນ Skateboarding ແມ່ນເປັນໂອກາດ
ອັນນຶ່ງ ທີ່ຈະໄດ້ແຕ່ເຮັດຫລິ້ນ​ຄື​ກັນ​ກັບເດັກນ້ອຍ ໃນເວລາພຽງສອງ, ສາມຊົ່ວໂມງຕໍ່ອາທິດ
ເທົ່ານັ້ນ. ລາວຫວັງວ່າ ໂຄງການນີ້ຈະຊ່ວຍໃຫ້ພວກເດັກນ້ອຍເຫລົ່ານີ້ ພັດທະນາທັກສະ
ຫລືຄວາມຮູ້ ຄວາມ​ສາມາດໃນການດໍາລົງຊີວິດ ຜ່ານການຫລິ້ນກິລາ.

ທ້າວ ສັງ ໂຣທາ (Sang Rotha), ອາຍຸ 17 ປີ ເປັນນັກຮຽນຜູ້ນຶ່ງ ໃນກຸ່ມ PSE. ທ້າວ ສັງ
ໂຣທາເວົ້າວ່າ “ບາງຄັ້ງຂ້ອຍກໍຮຽນບໍ່ເກັ່ງໃນວິຊາ ເຊັ່ນວ່າ ເລກ, ຂ້ອຍຮູ້ສຶກອຸກໃຈເມື່ອຮຽນ
ບົດຮຽນບໍ່ທັນໝູ່ໃນຫ້ອງ. ສະນັ້ນແລ້ວ
ຂ້ອຍຈຶ່ງມາ ແລ່ນແປ້ນສະເກັດ ເພື່ອເຮັດໃຫ້ຄວາມ
ຮູ້ສຶກອຸກອັ່ງຜ່ອນຄາຍໄປ.”

ທ້າວ ສັງ ບອກວ່າ ລາວໄດ້ເລີ້ມຫລິ້ນກິລາແລ່ນແປ້ນສະເກັດມາ​ໄດ້​ປີ​ກ່ວາ​ແລ້ວ. ກ່ອນ
ເລີ້ມຝຶກຫລິ້ນກິລານີ້ ລາວເບິ່ງມັນ ຄືວ່າມັນງ່າຍຫລາຍ. ແຕ່ວ່າ ມັນຍາກຫລາຍທີ່ຈະ
ຮຽນເຄັດລັບຕ່າງໆ ແລະລາວກໍເຈັບຕັ້ງຫລາຍຄັ້ງ ຍ້ອນຕົກລົງຈາກແຜ່ນແປ້ນ.

ເບິ່ງວີດີໂອກ່ຽວກັບໂຄງການສອນການຫລິ້ນແລ່ນແປ້ນສະເກັດ

ຣໍຣີ ເບີກຄ ເວົ້າວ່າ ການຮຽນຮັບມືກັບຄວາມຍາກລໍາບາກແມ່ນສ່ວນນຶ່ງຂອງບົດຮຽນ ສໍາລັບພວກແລ່ນແປ້ນສະເກັດໜຸ່ມ​ເຫລົ່າ​ນີ້. ຣໍຣີ ອະທິບາຍວ່າ: “ເຈົ້າຮູ້ບໍ່ວ່າ ມັນຍາກ
ຫລາຍສົມຄວນທີ່ຈະ
ຂຶ້ນຂີ່ແປ້ນສະເກັດ ຄັ້ງທໍາອິດໄດ້. ແລະຈາກນັ້ນ ເມື່ອພວກເຂົາ
ເຂົ້າ​ມາ​ລອງເທື່ອທໍາອິດ ແລະຂີ່ມັນໄປທາງລາດໝື່ນ ກໍເປັນຕາໜ້າຢ້ານພໍ​ສົມຄວນ.
ມັນ​ແບບ.
.ເປັນການ ສອນພວກເຂົາວ່າ ‘​ແນ່ນອນ ເຈົ້າຈະລົ້ມຫລາຍຄັ້ງຫລາຍ​ຫົນ ແຕ່
ວ່າເຈົ້າກໍ
ຕ້ອງລຸກ​ຂຶ້ນ​ຄືນມາຂີ່ມັນອີກ’”.

ອົງການ Skateistan Cambodia ມີແຜນການທີ່ຈະເປີດ ສະໜາມກິລາແລ່ນແປ້ນສະ
ເກັດແຫ່ງທໍາອິດໃນປະເທດກໍາປູເຈຍ ຢູ່ນະຄອນຫລວງພະນົມເປັນ ໃນທ້າຍປີນີ້.

ແລະນັ້ນກໍຄືລາຍງານ Special English Education ຂອງວີໂອເອ, ທ່ານ ສາມາດອ່ານ
ເລື້ອງນີ້ ເປັນພາສາອັງກິດໄດ້ໃນອິນເຕແນັດທີ່ voaspecialenglish.com

XS
SM
MD
LG