ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານກອງທັບບົກ 6 ຄົນ ຖືກຂ້າຕາຍ ໃນເຫດລະເບີດແຕກ ຢູ່ພາກໃຕ້ ຂອງໄທ


ພວກທະຫານກອງທັບບົກຂອງໄທ ຊອກຫາຫລັກຖານ ຢູ່ບໍລິເວນ ຂອງການວາງລະເບີດ ຢູ່ແຄມຖະໜົນ ໃນຈັງວັດປັດຕະນີ ທາງພາກໃຕ້ຂອງປະເທດ, ວັນທີ 19 ມິຖຸນາ 2017.
ພວກທະຫານກອງທັບບົກຂອງໄທ ຊອກຫາຫລັກຖານ ຢູ່ບໍລິເວນ ຂອງການວາງລະເບີດ ຢູ່ແຄມຖະໜົນ ໃນຈັງວັດປັດຕະນີ ທາງພາກໃຕ້ຂອງປະເທດ, ວັນທີ 19 ມິຖຸນາ 2017.

ເກີດເຫດລະເບີດແຕກ ຢູ່ແຄມທາງແຫ່ງນຶ່ງ ທີ່ໄດ້ສັງຫານ ທະຫານ 6 ຄົນ ແລະ ອີກ
4 ຄົນ ໄດ້ຮັບບາດເຈັບ ຢູ່ໃນເຂດພາກໃຕ້ ຂອງປະເທດໄທ ບ່ອນທີ່ຂະບວນການ
ກະບົດ ລົບກວນຢູ່ເປັນປະຈຳ.

ເຈົ້າໜ້າທີ່ຕຳຫຼວດ ກ່າວວ່າ ລະເບີດໄດ້ຖືກລອບວາງໄວ້ ຢູ່ຖະໜົນທີ່ເປັນດິນຂີ້ຝຸ່ນ
ຢູ່ໃນຈັງວັດປັດຕະນີ ແລະ ໄດ້ລະເບີດຂຶ້ນ ເມື່ອວັນຈັນມື້ນີ້ ໃນຂະນະທີ່ພວກທະຫານ
ກຳລັງທຳການລາດຕະເວນຢູ່ ຕາມປົກກະຕິ.

ຂົງເຂດຊາຍແດນທີ່ມີຊາວມຸສລິມ ອາໄສຢູ່ເປັນສ່ວນໃຫຍ່ ໄດ້ທົນທໍລະມານກັບ
ຄວາມຮຸນແຮງ ມາໄດ້ຫຼາຍທົດສະວັດແລ້ວ ໃນຂະນະທີ່ພວກກະບົດຊົນເຜົ່າມາເລ
ສູ້ລົບກັບລັດຖະບານໄທ ທີ່ນັບຖືສາສະໜາພຸດ ເປັນສ່ວນໃຫຍ່ ເພື່ອຕ້ອງການປົກຄອງ
ດ້ວຍຕົນເອງຫຼາຍຂຶ້ນ.

ບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບເຫດລະເບີດແຕກດັ່ງກ່າວນັ້ນ.

A roadside bomb blast in Thailand has killed six soldiers and wounded four more in the insurgency-plagued south.

Police say the bomb was planted on a dirt road in Pattani province and exploded Monday as the soldiers were on a routine patrol.

The Muslim-majority border region has been racked by violence for over a decade as ethnic Malay insurgents battle the government of Buddhist-majority Thailand for more autonomy.

There has been no claim of responsibility for the blast.

XS
SM
MD
LG