ໂຄງການລິເລີ້ມດ້ານການທະຫານຂອງສະຫະລັດ ມູນຄ່າ 6,900 ລ້ານໂດລາ ທີ່ໄດ້ນຳສະເໜີຕໍ່ສະພາສູງນັ້ນ ຈະເປັນການຊ່ອຍເຫຼືອແກ່ໄຕ້ຫວັນແລະຫວຽດນາມ ທີ່ຕົກຢູ່ໃນຖານະລຳບາກ ເພື່ອຢັບຢັ້ງໄພຂົ່ມຂູ່ຮ້າຍແຮງຈາກຈີນທີ່ເປັນຄູ່ ປໍລະປັກຂອງພວກເຂົາເຈົ້າ ອີງຕາມຄຳເວົ້າຂອງບັນດານັກວິເຄາະ.
ບັນດາສະມາຊິກສະພາສູງກຳລັງພິຈາລະນາໂຄງການລິເລີ້ມເພື່ອສະກັດກັ້ນໃນເຂດປາຊີຟິກ ໂດຍຈັດສັນງົບປະມານ 1,400 ລ້ານໂດລາເຂົ້າໃນໂຄງການນີ້ໃນປີທຳອິດ ສຳລັບກິດຈະກຳດ້ານການທະຫານຂອງສະຫະລັດໃນເຂດເອເຊຍ ແລະອີກ 5,500 ລ້ານໂດລາ ໃນປີທີສອງ. ຮ່າງກົດມາຍນີ້ ແມ່ນເຫັນໄດ້ວ່າ ເປັນການເຕີບໃຫຍ່ຂອງກົດໝາຍໂຄງການລິເລີ້ມເພື່ອຮັບປະກັນຕໍ່ເອເຊຍ ປີ 2018 ແລະຄາດໝາຍວ່າ ຈະສ້າງຄວາມເຂັ້ມແຂງໃຫ້ກໍາລັງກອງທັບເຮືອຂອງສະຫະລັດ ຢູ່ໃນເຂດປາຊີຟິກຕາເວັນຕົກ.
ບັນດານັກວິເຄາະເຊື່ອວ່າ ການຈັດສັນງົບປະມານຂອງສະຫະລັດ ຍັງບໍ່ທັນແບ່ງສັນປັນສ່ວນເທື່ອ ແຕ່ຈະຊ່ອຍໄຕ້ຫວັນ. ຈີນໄດ້ນຳເອົາເຮືອບິນລົບຂອງຕົນ ບິນເຂົ້າໄປ ໃນເຂດປ້ອງກັນ ທາງອາກາດຂອງເກາະໄຕ້ຫວັນ 5 ເທື່ອ ນັບຕັ້ງແຕ່ ວັນທີ 9 ເດືອນມິຖຸນາ ເປັນຕົ້ນມາ ຫຼືມັນອາດຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ຫວຽດນາມ ຊຶ່ງຈີນໄດ້ສົ່ງກຳປັ່ນສຳຫຼວດ ເຂົ້າໄປໃນເຂດ ເສດຖະກິດສະເພາະຂອງຫວຽດນາມ ທີ່ຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ເມື່ອຕົ້ນປີນີ້.
ປັກກິ່ງກ່າວອ້າງວ່າ ໄຕ້ຫວັນທີ່ປົກຄອງຕົນເອງນັ້ນ ເປັນດິນແດນຂອງຕົນ ແລະມີຄວາມເຫັນຂັດແຍ້ງກັນກັບຫວຽດນາມ ກ່ຽວກັບອະທິປະໄຕ ໃນພື້ນທີ່ສ່ວນນຶ່ງທາງກ້ຳຕາເວັນຕົກຂອງທະເລຈີນໃຕ້. ບັນດາເຈົ້າໜ້າທີ່ສະຫະລັດ ເຫັນວ່າ ຈີນ ເປັນມະຫາອຳນາດທີ່ເປັນປໍລະປັກ ແລະບັນດາລັດຖະບານຂອງເອເຊຍທີ່ນ້ອຍກວ່າ ປະກອບດ້ວຍ ໄຕ້ຫວັນ ແລະຫວຽດນາມ ເປັນພັນທະມິດຂອງຕົນ ໃນການຄວບຄຸມການຂະຫຍາຍອິດທິພົນທາງທະເລຂອງຈີນນັ້ນ.
“ເຫັນໄດ້ຢ່າງແຈ່ມແຈ້ງ, ແນ່ນອນຈີນຈະມີທັດສະນະຄະຕິ ໃນດ້ານລົບແທ້ໆ ແລະມີທັດສະນະຄະຕິຕໍ່ການລວບລວມເພື່ອຮ່ວມມືກັນທາງດ້ານການທະຫານແບບນີ້ ຄືກັນກັບການເປັນສັດຕູກັນ” ນັ້ນຄືຄວາມເຫັນຂອງທ່ານແອນດຣູ ແຢງ ເລຂາທິການໃຫຍ່ ຂອງຄະນະກຳມະການສຶກສາຄົ້ນຄວ້າເພື່ອຄວາມກ້າວໜ້າດ້ານນະໂຍບາຍ ທີ່ເປັນອົງການວິເຄາະຢູ່ໃນໄຕ້ຫວັນ.
ໂຄງການລິເລີ້ມເພື່ອສະກັດກັ້ນໃນເຂດປາຊີຟິກ ສົ່ງ “ສັນຍານທີ່ໜັກແໜ້ນຕໍ່ພັກຄອມມິວນິສຈີນວ່າ ອາເມຣິກາໄດ້ໝັ້ນໝາຍຢ່າງເລິກເຊິ່ງຕໍ່ການປ້ອງກັນຜົນປະໂຫຍດຂອງພວກເຮົາ ໃນເຂດອິນໂດ-ປາຊີຟິກ” ນັ້ນແມ່ນຄຳເວົ້າຂອງຄະນະກຳມະການກອງທັບຂອງສະພາສູງ ໃນກົດໝາຍງົບປະມານ ປີ 2021.
ໂດຍສະເພາະເຈາະຈົງ ໂຄງການລິເລີມດັ່ງກ່າວ ຈະ “ເພັ່ງເລັງໃສ່ຊ່ອງຫວ່າງຂອງແຫລ່ງຊັບພະຍາກອນທີ່ສຳຄັນທາງຄວາມອາດສາມາດດ້ານການທະຫານ” ທີ່ຮັບປະກັນຕໍ່ບັນດາພັນທະມິດຂອງສະຫະລັດແລະປັບປຸງ “ຄວາມເຊື່ອຖື” ໃນການສະກັດກັ້ນຂອງອາເມຣິກາ ອີງຕາມຄຳເວົ້າຂອງຄະນະກຳມະການດັ່ງກ່າວ. ກອງກຳລັງຂອງສະຫະລັດ ຄວນເບິ່ງຊອກຫາທາງສ້າງເດີ່ນເຮືອບິນ ເພີ້ມໜ່ວຍປ້ອງກັນລູກສອນໄຟຕ່າງໆ ແລະປັບປຸງກອງບັນຊາການ ອີງຕາມບົດວິຈານທີ່ຂຽນໂດຍທ່ານ ແຣນດີ ຊຣີບເວີ ອະດີດລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ເມື່ອວັນທີ 10 ມີນາຜ່ານມາ.