ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ປະເທດ ຮ່ວມມືກັນ ເພື່ອສະກັດກັ້ນ ການລັກລອບຂົນສົ່ງ ສານເຄມີຜິດກົດໝາຍ


ພວກທະຫານນາວິກະໂຍທິນ ແລະຕຳຫຼວດລາດຕະເວນ ຂອງຈີນ ກຳລັງກຽມອອກປະຕິບັດການ ຢູ່ໃນແມ່ນ້ຳຂອງ
ພວກທະຫານນາວິກະໂຍທິນ ແລະຕຳຫຼວດລາດຕະເວນ ຂອງຈີນ ກຳລັງກຽມອອກປະຕິບັດການ ຢູ່ໃນແມ່ນ້ຳຂອງ

ຫົກປະເທດໃນລຸ່ມແມ່ນ້ຳຂອງ ຮ່ວມກັນດຳເນີນການກວດກາ ແລະລາດຕະເວນ ເພື່ອ
ສະກັດກັ້ນ ການລັກລອບຂົນສົ່ງສານເຄມີຕັ້ງຕົ້ນ ທີ່ເປັນສ່ວນປະກອບໃນການຜະລິດ
ຢາບ້າ ແລະຢາເສບຕິດ ທຸກຊະນິດ.

ທ່ານສິລິນຍາ ສິດທິໄຊ ເລຂາທິການຄະນະກຳມະການປ້ອງກັນ ແລະປາບປາມ ຢາ
ເສບຕິດແຫ່ງຊາດໄທ ຢືນຢັນວ່າ ຂະບວນການຄ້າຢາເສບຕິດຂ້າມຊາດ ສາມາດຜະລິດ
ຢາເສບຕິດໄດ້ ຫຼາຍຂຶ້ນນັບມື້ ໂດຍສະເພາະແມ່ນຢາບ້າ ແລະຢາໄອສ໌ ນັ້ນ ກໍເພາະວ່າ
ຂະບວນການດັ່ງກ່າວນີ້ ສາມາາດລັກລອບຂົນສົ່ງສານເຄມີຕັ້ງຕົນ ທີ່ເປັນສ່ວນປະກອບ
ໃນການຜະລິດຢາເສບຕິດຈາກຕ່າງປະເທດ ເຂົ້າມາໃນເຂດພື້ນທີ່ສາມຫຼ່ຽມຄຳ ໄດ້ຢ່າງ
ຫລວງຫລາຍ ໃນຂະນະທີ່ການກວດກກາ ແລະລາດຕະເວນເພື່ອສະກັດກັ້ນ ຍັງບໍ່ມີ
ປະສິດທິພາບ ຈຶ່ງເຮັດໃຫ້ທາງການຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ
ໄດ້ຕົກລົງທີ່ຈະຮ່ວມມືກວດກາການຂົນສົ່ງເຄມີຢ່າງເຂັ້ມງວດ ໂດຍສະເພາະແມ່ນການ
ກວດກາສານເຄມີຕັ້ງຕົ້ນເຂົ້າໄປໃນພະມ້າ ຫຼື ມຽນມາ ນັ້ນ ດັ່ງທີ່ ທ່ານສິລິນຍາ ໄດ້ໃຫ້
ການຢືນຢັນວ່າ:

“ເລື້ອງນຶ່ງ ທີ່ 6 ປະເທດໃຫ້ຄວາມຮ່ວມມືກັນນີ້ ກໍຄືການພັດທະນາຈຸດກວດ- ຈຸດ
ສະກັດຕາມເສັ້ນທາງສຳຄັນໆຫັ້ນ ບໍ່ວ່າຈະຢູ່ໃນປະເທດໃດກໍຈະການຕັ້ງດ່ານກວດ
ທີ່ຂົນຂອງເຂົ້າໄປໃນມຽນມາ ວ່າ ມີສານເຄມີໃດ ມີສານທີ່ໃຊ້ເປັນສານຕັ້ງຕົ້ນ ຫຼືບໍ່
ການເດີນທາງອອກມາມີຢາເສບຕິດອອກມາ ຫຼືບໍ່ ທຸກປະເທດ ກໍຈະຂຶ້ນແຜນທີ່ຈະ
ຕັ້ງດ່ານກວດໃນປະເທດຂອງຕົນ ນອກເໜືອຈາກເລື້ອງຂອງການຕັ້ງຈຸດກວດແລ້ວ
ນັ້ນ ກໍຈະມີການໃຫ້ການຝຶກອົບຮົມ ເຈົ້າໜ້າທີ່ທະຫານ ເຈົ້າໜ້າທີ່ຕຳຫຼວດ ທີ່ຢູ່ຕາມ
ດ່ານຂອງແຕ່ລະປະເທດ ໃຫ້ຮູ້ຈັກການກວດສານເຄມີ.”

ແຜນພາບ ອະທິບາຍເຖິງ ເສັ້ນທາງຂອງການລັກລອບຂົນຢາເສບຕິດເຂົ້າໄປໃນໄທ ຈາກແຫລ່ງຜະລິດ ຂອງພວກເຈົ້າພໍ່ຄ້າຢາເສບຕິດຂອງມຽນມາ ແລະ ລາວ. ແຫລ່ງຂໍ້ມູນມາຈາກສຳນັກປາບປາມຢາເສບຕິດຂອງໄທ.
ແຜນພາບ ອະທິບາຍເຖິງ ເສັ້ນທາງຂອງການລັກລອບຂົນຢາເສບຕິດເຂົ້າໄປໃນໄທ ຈາກແຫລ່ງຜະລິດ ຂອງພວກເຈົ້າພໍ່ຄ້າຢາເສບຕິດຂອງມຽນມາ ແລະ ລາວ. ແຫລ່ງຂໍ້ມູນມາຈາກສຳນັກປາບປາມຢາເສບຕິດຂອງໄທ.

ທັງນີ້ ການຮ່ວມມືປາບປາມຢາເສບຕິດ ລະຫວ່າງຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະ
ຫວຽດນາມ ພາຍໃຕ້ປະຕິບັດການແມ່ນ້ຳຂອງ ປອດໄພຈາກບັນຫາຢາເສບຕິດ ທີ່ໄດ້
ຈັດຕັ້ງປະຕິບັດຮ່ວາມກັນໃນຊ່ວງປີ 2013 ຫາ 2017 ທີ່ຜ່ານມາ ນອກຈາກຈະສາມາດ
ປາບປາມການຄ້າຢາເສບຕິດໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າ
ຄົນ ຍຶດຢາບ້າເກີນກວ່າ 363 ລ້ານເມັດ ຢາໄອສ໌ ກວ່າ 13 ໂຕນ ເຮໂຣອິນ 7,553 ກິໂລ
ກຣາມ ຝິ່ນ ກວ່າ 14 ໂຕນ ກັນຊາແຫ້ງ 20 ກວ່າໂຕນ ອາວຸດ ແລະອຸປະກອນສື່ສານ ທີ່
ທັນສະໄໝ ອີກວ່າໝື່ນລາຍການແລ້ວ ທາງການທັງ 6 ປະເທດ ຍັງສາມາດຍຶດສານເຄມີ
ຕັ້ງຕົ້ນໄດ້ກວ່າ 270 ໂຕນ ຫຼືເທົ່າກັບ 10 ເປີເຊັນ ເທົ່ານັ້ນ ຂອງສານເຄມີທັງໝົດ ທີ່ໃຊ້
ໃນການຜະລິດຢາເສບຕິດ ຊຶ່ງກໍໝາຍຄວາມວ່າ ມີປະລິມານສານເຄມີ ຫຼາຍກວ່າ 2,430
ໂຕນ ທີ່ສາມາດລັກລອບຂົນສົ່ງໄປສາມຫຼ່ຽມຄຳ ນັ້ນເອງ.

ທ່ານສິຣິນຍາ ຢືນຢັນດ້ວຍວ່າ ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ລັກລອບຂົນ
ຢາເສບຕິດຈາກເຂດສາມຫຼ່ຽມຄຳ ເຂົ້າມາໃນໄທຄິດເປັນສັດສ່ວນເກີນກວ່າ 80 ເປີເຊັນ
ຂອງປະລິມານຢາເສບຕິດທັງໝົດ ທີ່ລັກລອບຂົນສົ່ງເຂົ້າມາໄທ ໃນແຕ່ລະປີ ໂດຍສະ
ເພາະແມ່ນຢາບ້ານັ້ນ ນັບເປັນຢາເສບຕິດທີ່ທາງການໄທ ຍຶດໄດ້ຫລາຍທີ່ສຸດໃນປີ 2017
ຄືຫຼາຍກວ່າ 214 ລ້ານເມັດ.

ພວກແກັ້ງຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄດ້ ພ້ອມດ້ວຍຂອງກາງ.
ພວກແກັ້ງຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄດ້ ພ້ອມດ້ວຍຂອງກາງ.

ທາງດ້ານທ່ານສົມແກ້ວ ສິລາວົງ ລັດຖະມົນຕີວ່າການ ກະຊວງປ້ອງກັນຄວາມສະຫງົບ
ພາຍໃນ ຍອມຮັບວ່າ ເຄືອຂ່າຍການຄ້າຢາເສບຕິດຢູ່ໃນລາວ ທີ່ມີລັກຊະນະຂ້າມຊາດ
ແລະເປັນກຸ່ມແກັ້ງຄ້າຢາເສບຕິດທີ່ມີການນຳໃຊ້ເທັກນິກຂັ້ນສູງ ແລະຍາກຕໍ່ການຕິດ
ຕາມກວດກາ ແລະຈັບກຸມ ທັງຍັງເຮັດໃຫ້ຂະບວນການີ້ ສາມາດລັກລອບຂົນສົ່ງຢາ
ເສບຕິດຈາກເຂດສາມຫຼ່ຽມຄຳຜ່ານລາວ ໄປຕ່າງປະເທດໄດ້ຫຼາຍຂຶ້ນ ດ້ວຍການໃຊ້
ຖະໜົນເລກ 13 ແລະຖະໜົນເລກ 9 ເປັນເສັ້ນທາງຫລັກໃນການລັກລອບຂົນສົ່ງ
ດັ່ງກ່າວ ທັງຍັງເຮັດໃຫ້ສັງຄົມລາວ ປະເຊີນກັບອາຊະຍາກຳ ກ່ຽວກັບຢາເສບຕິດເພີ້ມ
ຂຶ້ນດ້ວຍ ໂດຍສານປະຊາຊົນລາວ ໄດ້ຕັດສິນຄວາມຜິດໄປແລ້ວ 28,475 ຄະດີ ຈາກ
ທັງໝົດ 29,780 ຄະດີ ໃນຊ່ວງ 5 ປີ ທີ່ຜ່ານມາ.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງ ທີ່ໜ່ວຍປາບປາມ
ຢາເສບຕິດຂອງລາວ ຈະຕ້ອງໄດ້ຮັບການສະໜັບສະໜຸນໃນທຸກໆດ້ານ ທັງຈາກ ລັດ
ຖະບານລາວ ແລະຕ່າງຊາດອີກດ້ວຍ ໂດຍສະເພາະການສະໜັບສະໜຸນດ້ານເທັກນິກ
ຂັ້ນສູງ ເພາະເຄື່ອງໄມ້ເຄື່ອງມືທີ່ທາງການລາວມີຢູ່ໃນເວລານີ້ ບໍ່ເທົ່າທັນກັບເຄື່ອງມື
ທີ່ທັນສະໄໝ ຂອງຂະບວນການຄ້າຢາເສບຕິດຂ້າມຊາດໄດ້ນັ້ນເອງ.

XS
SM
MD
LG