ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ແຂ່ງ​ຂັນ ເອົາ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ ພັກ​ເດ​ໂມ​ແຄ​ຣັດ ໂຕ້​ຖຽງ​ກັນ, ໂຈມ​ຕີ​ທ່ານ ທ​ຣຳ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ 6 ທ່ານ​ຢືນ​ຢູ່​ເທິງ​ເວ​ທີ, ລັດ​ມິນ​ເນ​ໂຊ​ຕ້າ.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ 6 ທ່ານ​ຢືນ​ຢູ່​ເທິງ​ເວ​ທີ, ລັດ​ມິນ​ເນ​ໂຊ​ຕ້າ.

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ 6 ທ່ານ ໄດ້​ໂຕ້​ຖຽງ​ກັນ ​ໃນ​ການ​ໂຕ້​ວາ​ທີ​ທີ່​ດຸ​ເດືອດ​ ເມື່ອ​ຄືນ​ວັນ​ອັງ​ຄານ​ວານນີ້, ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ຕັ້ງ​ກໍ​ລະ​ນີ​ໃຫ້​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ ໄອ​ໂອ​ວາ ທີ່​ວ່າ​ເຂົາ​ເຈົ້າ​ລັດ​ດຽວ ມີ​ຄວາມ​ແຂງ​ແກ່ນທາງ​ການ​ເມືອງ ແລະ ທັກ​ສະ ​ເພື່ອຮັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ດໍ​ໂນ​ລ ທ​ຣຳ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ເດືອນ​ພະ​ຈິກນີ້.

ດ້ວຍ​ຄວາມ​ເຄັ່ງ​ຕຶງ​ທີ່​ຮຸນ​ແຮງ​ລະ​ດັບ​ໂລກ​ລະ​ຫວ່າງ ສະ​ຫະ​ລັດ ກັບ ອີ​ຣ່ານ ນັ້ນ, ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ ເບີ​ນີ ແຊນ​ເດີ​ສ໌ ຈາກ​ລັດ​ເວີ​ມັອນ, ຜູ້​ທີ່​ໄດ້​ເອີ້ນ​ຕົນ​ເອງວ່າ​ເປັນ​ນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ​, ໄດ້​ໂຈມ​ຕີ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ​ຂອງ​ພັກ ສຳ​ລັບ​ການ​ຖືກ​ສະ​ເໜີ​ຊື່​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີຄື ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ.

ທ່ານ ແຊນ​ເດີ​ສ໌ ໄດ້​ໂຈມ​ຕີ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ ໄບ​ເດັນ ໃນ​ປີ 2002 ທີ່​ອະ​ນຸ​ຍາດ​ໃຫ້​ມີການ​ຮຸກ​ຮານ ອີ​ຣັກ ກ່ຽວ​ກັບ ສິ່ງ​ທີ່​ໄດ້​ພິ​ສູດ​ວ່າ​ເປັນ​ຄວາມ​ຜິດ​ພາດ​ຂອງ​ການ​ສືບ​ລັບ ອາ​ເມ​ຣິ​ກາ ທີ່​ໄດ້​ໂຄ່ນ​ລົ້ມ​ຜູ້​ນຳ​ຜະ​ເດັດ​ການ​ທ່ານ ຊັດ​ດາມ ຮຸ​ສ​ເຊນ ວ່າ​ ສະ​ສົມອາ​ວຸດ​ທຳ​ລາຍ​ລ້າງ, ໃນ​ຂະ​ນະ​ທີ່​ທ່ານ ແຊນ​ເດີ​ສ໌ ໄດ້​ຄັດ​ຄ້ານ​ການ​ຮຸກ​ຮານ​ໃນ​ປີ 2003.

ທ່ານ​ໄດ້​ກ່າວ​ວ່າ ທ່ານ ໄບ​ເດັນ ໄດ້​ລົງ​ຄະ​ແນນ​ສຽງ​ສຳ​ລັບ “ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ທີ່​ຮ້າຍ​ແຮງ​ທີ່​ສຸ​ດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດນີ້.”

ທ່ານ ໄບ​ເດັນ, ຜູ້​ທີ່​ໄດ້​ກ່າວ​ວ່າ​ ການ​ລົງ​ຄະ​ແນນ​ສຽງ ອີ​ຣັກ ​ຂອງ​ທ່ານ​ແມ່ນ​ຄວາມ​ຜິດ​ພາດ​ມາ​ເປັນ​ເວ​ລາຫຼາຍ​ປີ​, ໄດ້​ຕອບ​ໂຕ້​ວ່າໃນ​ຂະ​ນະ​ທີ່​ທ່ານ​ໄດ້​ທຳ​ຄວາມ​ຜິດ​ພາດ​ດັ່ງ​ກ່າວ, ໃນ​ຖາ​ນະ​ເປັນ​ອະ​ດີດ​ຮອງ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ບາ​ຣັກ ໂອ​ບາ​ມາ ນັ້ນ, ທ່ານ​ໄດ້​ເຮັດ​ວຽກ​ເພື່ອ​ນຳ​ເອົາ​ກອງ​ທະ​ຫານ ສະ​ຫະ​ລັດ ຫຼາຍກວ່າ 150,000 ຄົນ​ທີ່​ປະ​ຈຳ​ການ​ໃນ ອີ​ຣັກ ກັບ​ຄືນ​ມາ​ບ້ານ ແລະ ສິ້ນ​ສຸດ​ຄວາມ​ຂັດ​ແຍ້ງທີ່​ວ່າ​ນັ້ນ​.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ຈາກລັດ ມິນ​ເນ​ໂຊ​ຕ້າ ໄດ້​ກ່າວ​ວ່າ​ທ່ານ​ນາງ, ໃນ​ຖາ​ນະ​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ໃນ​ຕົ້ນອາ​ຊີບ​ການ​ເມືອງ​ຂອງ​ລາວ​ນັ້ນ, ກໍ​ໄດ້​ຄັດ​ຄ້ານ​ການ​ຮຸກ​ຮານ ອີ​ຣັກ, ໃນ​ຂະ​ນະ​ທີ່ໄດ້ກ່າວ​ຫາ​ທ່ານ ທ​ຣຳ ກ່ຽວ​ກັບ “ການ​ນຳ​ພາ​ພວກ​ເຮົາ​ໄປ​ເຮັດ​ສົງ​ຄາມອີກ​ຄັ້ງ​ນຶ່ງ​ໃນ ອີ​ຣັກ,” ໃນ​ຄວາມ​ຂັດ​ແຍ້ງ​ປັດ​ຈຸ​ບັນ ກ່ຽວ​ກັບ ການ​ປ່ຽນ​ແປງ​ເຫດ​ຜົນ​ຂອງ​ຜູ້​ນຳ ສະ​ຫະ​ລັດ ສຳ​ລັບ​ການ​ອອກ​ຄຳ​ສັ່ງ​ໂຈມ​ຕີ​ດ້ວຍ​ເຮືອ​ບິນບໍ່​ມີ​ຄົນຂັບ ​ໃສ່​ຜູ້​ບັນ​ຊາ​ການກອງ​ກຳ​ລັງ ອາ​ລ ກຸດ ທ່ານ ກາ​ສ​ເຊັມ ໂຊ​ເລ​ມານີ.

ຄູ່​ແຂ່ງ​ທີ່​ສຳ​ຄັນ​ຄົນ​ນຶ່ງ​ຂອງ​ທ່ານ ໄບ​ເດັນ ແລະ ທ່ານ ແຊນ​ເດີ​ສ໌, ຄືທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ຈາກ​ລັດ ແມັ​ສ​ຊາ​ຈູ​ເຊັດ​ສ໌, ອະ​ດີດ​ອາ​ຈານ​ສອນ​ກົດ​ໝາຍ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮາ​ເຫວີດ, ແລະ ຄົນ​ອື່ນໆ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ເພື່ອ​ນຳ​ເອົາ​ກອງ​ທະ​ຫານ ສະ​ຫະ​ລັດ ຫຼາຍ​ພັນ​ຄົນ​ກັບ​ບ້ານ​ຈາກ​ເຂດ​ຕາ​ເວັນ​ອອກ​ກາງ, ເຊິ່ງ​ຂັດ​ແຍ້ງ​ກັບ​ການ​ສົ່ງ​ກອງ​ກຳ​ລັງ​ໄປ​ພາກ​ພື້ນ​ດັ່ງ​ກ່າວ​ເພີ່ມ​ເຕີມ​ຂອງ​ໂດຍ​ທ່ານ ທ​ຣຳ. ທ່ານນາງ ວໍ​ເຣັນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ຢຸດ​ຄວາມ​ຄິດນີ້​ທີ່​ວ່າ ຄຳ​ຕອບ​ “ຕໍ່​ຈຸດ​ທີ່​ເປັນ​ບັນ​ຫາ​ຂອງ​ໂລກ ແມ່ນ​ການ​ສົ່ງ​ກອງ​ທະ​ຫານ ສະ​ຫະ​ລັດ ໄປ​ຕ່າງ​ປະ​ເທດ.” ເມື່ອ​ຖືກ​ຖາມ​ວ່າ​ທ່ານ​ນາງ​ຈະ​ຈົ່ງ​ກອງ​ກຳ​ລັງ​ຕໍ່​ສູ້​ບາງ​ຈຸ​ໄວ້​ໃນ​ເຂດ​ຕາ​ເວັນ​ອອກ​ກາງ​ຫຼືບໍ່, ທ່ານ​ນາງ​ໄດ້​ຕອບ​ວ່າ “ບໍ່, ພວກ​ເຮົາ​ຕ້ອງ​ເອົາ​ເຂົາ​ເຈົ້າ​ອອກ​ມາ.”

ທ່ານ ແຊນ​ເດີ​ສ໌​ ໄດ້​ກ່າວ​ວ່າ, “ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ແມ່ນ​ເບື່ອ​ໜ່າຍ ແລະ ເມື່ອຍ​ກັບ​ສົງ​ຄາມ​ທີ່ບໍ່​ມີ​ວັນ​ສິ້ນ​ສຸດນີ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG