ສິງກະໂປມີແຜນທີ່ຈະຍົກລະດັບຝຸງເຮືອບິນອາຍພົ່ນທີ່ຜະລິດຢູ່ສະຫະລັດ ດ້ວຍການສັ່ງຊື້ຂັ້ນຕົ້ນເພື່ອເອົາເຮືອບິນລຸ້ນ F-35 ທີ່ທັນສະໄໝອີກ 4 ລຳ ໄປແທນເຮືອບິນລຸ້ນ F-16.
ທ່ານ ອຶ້ງ ເອັງ ເຮັນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງສິງກະໂປ ໄດ້ກ່າວຕໍ່ສະພາໃນວັນສຸກມື້ນີ້ວ່າ ຍັງບໍ່ທັນມີການຕົກລົງລາຄາກັນເທື່ອ.
ຄຳຮ້ອງເພື່ອຂໍຊື້ເຮືອບິນລົບອາຍພົ່ນຂອງບໍລິສັດ Lockheed Martin ແມ່ນຈະຕ້ອງໄດ້ຮັບການອະນຸມັດຂອງລັດຖະສະພາສະຫະລັດ.
ທ່ານ ອຶ້ງ ເວົ້າວ່າລາຄາເຮືອບິນລຸ້ນ F-35 ທີ່ມີຄວາມໄວກວ່າສຽງລຳນຶ່ງໄດ້ຕົກລົງໄປເລື້ອຍໆ ແລະດຽວນີ້ແມ່ນຕົກຢູ່ໃນລະຫວ່າງ 90 ຫາ 115 ລ້ານໂດລາ.
ກອງທັບຂອງສິງກະໂປມີແຜນທີ່ຈະປ່ຽນຊຸດເຮືອບິນລົບອາຍພົ່ນລຸ້ນ F-16 ທີ່ເຮັດໂດຍອາເມຣິກາ ທີ່ມີຢູ່ໃນປັດຈຸບັນນີ້ ທັງໝົດເລີຍ ພາຍໃນທົດສະວັດນີ້.
Singapore plans to upgrade a fleet of US-made fighter jets with an initial purchase of four more advanced F-35 models to replace F-16s.
The defense minister of the city-state, Ng Eng Hen, told parliament Friday that the price has not been determined.
A request to buy the Lockheed Martin jets would be subject to U.S. congressional approval.
Ng said that the price of the F-35 supersonic plane has been steadily falling and currently ranges from $90 million to $115 million.
Singapore’s military is planning to fully replace its current fleet of F-16 American-made fighter jets within a decade.