ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດວິສະວະກຳໃນເຂດ ສີລິຄອນ ແວລີ ປະດິດເທັກໂນໂລຈີ ຊ່ວຍໃຫ້ຄົນກັບຄືນໄປເຮັດການໃນຫ້ອງການໄດ້


ຫ້ອງການແຫ່ງນຶ່ງທີ່ມີຄົນເຮັດວຽກຢູ່ໃນໄລຍະທີ່ມີການລະບາດຂອງໂຄວິດ-19
ຫ້ອງການແຫ່ງນຶ່ງທີ່ມີຄົນເຮັດວຽກຢູ່ໃນໄລຍະທີ່ມີການລະບາດຂອງໂຄວິດ-19

ໃນການຫາທາງເພື່ອເປີດຫ້ອງການໄວ້ຄືເກົ່າຢູ່ໃນໄລຍະທີ່ມີການແຜ່ລະບາດຢ່າງໜັກຂອງພະຍາດຢູ່ນີ້, ບໍລິສັດວິສະວະກຳ ສີລິຄອນ ແວລີ (Silicon Valley) ແຫ່ງນີ້ ໄດ້ອອກແບບລະບົບເຕືອນໄພໃຫ້ຢູ່ຫ່າງໄກກັນໃນສັງຄົມ ແລະການໃສ່ໝວກກັນກະທົບທີ່ມີເຄື່ອງກອງອາກາດສ່ວນຕົວສຳລັບຄົນງານ. Matt Dibble ໄດ້ສໍາຫລວດເບິ່ງເລື້ອງນີ້ ຊຶ່ງບົວສະຫວັນມີລາຍລະອຽດ ມາສະເໜໜີທ່ານ ໃນອັນດັບຕໍ່ໄປ.

ນັບຕັ້ງແຕ່ມີການລະບາດຢ່າງໜັກຂອງພະຍາດໄດ້ເລີ່ມເກີດຂຶ້ນ ບໍລິສັດຕ່າງໆໄດ້ດີ້ນຮົນເພື່ອຫາທາງປ້ອງພະຍາດໂຄວິດ-19 ບໍ່ໃຫ້ເຂົ້າໄປໃນບ່ອນເຮັດວຽກ ເຮັດການຂອງຕົນ.

ທ່ານ ຈຽວນີ ບຽນຊີນີ (Gioni Bianchini) ເປັນຫົວໜ້າບໍລິຫານ ຫລື CEO ຂອງ ບໍລິສັດ ຊີກູໂຣ (Seguro) ແລະໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
"ພວກເຮົາມີສອງກໍລະນີຄົນຕິດພະຍາດນີ້ໃນຕອນຕົ້ນໆ, ຂ້າພະເຈົ້າຄິດວ່າມັນແມ່ນເດືອນພຶດສະພາ, ແລະໂດຍພື້ນຖານແລ້ວ ພວກເຮົາຕ້ອງໄດ້ບອກທຸກໆຄົນໃຫ້ກັບເມືອບ້ານ."

ການທີ່ຕ້ອງໄດ້ປິດໂຮງງານຊົ່ວຄາວ ບ່ອນທີ່ພວກເຂົາຜະລິດຊິ້ນສ່ວນຕ່າງໆ ສຳລັບກອງທັບ, ການແພດ ແລະອຸດສາຫະກຳອື່ນໆ ໄວ້ນັ້ນ ໄດ້ເຮັດໃຫ້ ທ່ານ ຈຽວນີ ບຽນຊີນີ (Gioni Bianchini) ແລະຄູ່ຮ່ວມງານຂອງເພິ່ນ ພັດທະນາລະບົບຕ່າງໆ ເພື່ອຮັກສາຄວາມປອດໄພ ໃຫ້ກຳມະກອນຂອງພວກເພິ່ນ. ດຽວ ນີ້ພວກເພິ່ນກຳລັງໂຄສະນາຂາຍເຄື່ອງມືເຫລົ່ານີ້ ໃຫ້ຄົນອື່ນຢູ່.

ທ່ານ ບຽນຊີນີກ່າວຜ່ານທາງ Skype ອີກວ່າ:
“ຄົນທີ່ໄດ້ກັບຄືນໄປເຮັດວຽກໃນໄລຍະທີ່ມີການແຜ່ລະບາດຂອງພະຍາດຢູ່ແມ່ນ ກຳລັງປະສົບບັນຫາເຫລົ່ານີ້ ໃນແຕ່ລະວັນ."

Smartspace ແມ່ນອຸປະກອນທີ່ສວມໃສ່ໄດ້ ທີ່ແຈ້ງເຕືອນຜູ້ໃຊ້ຮູ້ ໃນເວລາທີ່ພວກເຂົາເຈົ້າເຂົ້າໄປໃກ້ກັນພາຍໃນ 6 ຟຸດ ຫລື 2 ແມັດ ໂດຍໃຊ້ຄື້ນວິທະຍຸໃນແຖບຄວາມຖີ່ ກ້ວາງແບບພິເສດ.

ທ່ານ ບຽນຊີນີກ່າວຜ່ານທາງ Skype ຕໍ່ໄປອີກວ່າ:
"ໂດຍພື້ນຖານແລ້ວ, ມັນແມ່ນການສົ່ງສັນຍານ ຫລືເຣດາ ກັບໄປກັບມາຫາກັນ ໂດຍພະຍາຍາມຊອກຫາເຄື່ອງອີກອັນນຶ່ງ

…ແລະຊອກຫາການລົງທະບຽນ, ວັນທີ, ເວລາ, ໄລຍະທາງແລະໄລຍະເວລາທີ່ໃຊ້.”

ຂໍ້ມູນນີ້ຍັງສາມາດຖືກນຳໃຊ້ເພື່ອຕິດຕາມຫາ ຜູ້ທີ່ຕິດເຊື້ອ ໄດ້ພົບພໍ້ນໍາອີກດ້ວຍ. ຖ້າມີກໍລະນີຄົນຕິດໄວຣັສໂຄໂຣນາ, ຜູ້ຄວບຄຸມ ດູແລ ລະບົບສາມາດແຈ້ງໃຫ້ຜູ້ອື່ນທີ່ຢູ່ໃກ້ຄຽງກັນນັ້ນຊາບ.

ບໍລິສັດນີ້ເວົ້າວ່າ ລະບົບນີ້ ຖືກອອກແບບມາ ເພື່ອຕິດຕາມຄົນຢູ່ພາຍໃນບ່ອນເຮັດວຽກເທົ່ານັ້ນ.

ທ່ານບຽນຊີນີ ຍັງຢາກຮູ້ອີກວ່າ ພວກເຂົາເຈົ້າຈະສາມາດປັບປຸງໜ້າກາກທີ່ກຳ ມະກອນໃສ່ໝົດມື້ໄດ້ຫລືບໍ່.

ທ່ານບຽນຊີນີຜູ້ກໍ່ຕັ້ງ ແລະ CEO, ຂອງບໍລິສັດ ຊີກູຣູ (Seguro) ກ່າວຜ່ານ Skype ອີກວ່າ:
"ພວກເຮົາມັກແຜ່ນປ້ອງກັນໃບໜ້າ ແຕ່ພວກເຮົາຫາວິທີທີ່ວ່າ ‘ພວກເຮົາສາມາດສົ່ງອາກາດທີ່ບໍລິສຸດ ... … ໃຫ້ຜູ້ໃຊ້ ແລະຄວບຄຸມອະນຸພາກທີ່ສົ່ງອອກມານັ້ນ ໄດ້ຫລືບໍ່?’ ''
ບໍລິສັດໄດ້ອອກແບບໝວກກັນກະທົບທີ່ມີເຄື່ອງກອງອາກາດ ຮີປາ (HEPA) ທີ່ຕິດຕັ້ງໄວ້ໃນຕົວຂອງມັນແລ້ວ.”

ທ່ານບຽນຊີນີກ່າວມ້ວນທ້າຍຜ່ານທາງ Skype ວ່າ:
"ພວກເຮົາກຳລັງລວມເອົາແສງ UV-C LED ເຂົ້າໄປໄວ້ພາຍໃນ ...
… ເພື່ອວ່າ ອາກາດທີ່ຖືກກອງແລ້ວ ຈະຖືກສຳຜັດກັບແສງ UV-C ແລະຈາກນັ້ນອາກາດສົດ ກໍ່ຈະຖືກພັດເປົ່າ ໃຫ້ກະຈາຍໄປທົ່ວຢູ່ພາຍໃນແຜ່ນບັງໜ້ານັ້ນ.”

ໝວກກັນກະທົບໂດຍທີ່ສາມາດເຫັນໜ້າເພື່ອນຮ່ວມງານຂອງທ່ານໄດ້ອີກເທື່ອ ນຶ່ງ ແມ່ນມີປະໂຫຍດເພີ່ມເຕີມອີກ, ຊຶ່ງເປັນຜົນດີເພີ້ມຂຶ້ນ ໃນຂະນະທີ່ປະຕິບັດ ງານເພື່ອຮັກສາຄວາມປອດໄພ ໃນໄລຍະທີ່ມີໂຣກລະບາດຢູ່ນີ້.

ເບິ່ງວີດິໂອນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG