ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະເທດ ທີ່​ລົງ​ນາມ ໃນ​ຂໍ້​ຕົກ​ລົງ​ ນິວ​ເຄ​ລຍ ກັບ ອີຣ່ານ ສະແດງຄວາມ ເປັນຫ່ວງ ຕໍ່ການລະເມີດ ຂອງເຕຫະຣ່ານ


ພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2011 ສະແດງໃຫ້ເຫັນ ໂຮງງານນິວເຄລຍ ຢູ່ໃກ້ໆກັບ ເມືອງ ອາຣັກ ຢູ່ພາກຕາເວັນຕົກສຽງໃຕ້ ຫ່າງຈາກນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ 250 ກິໂລແມັດ.
ພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2011 ສະແດງໃຫ້ເຫັນ ໂຮງງານນິວເຄລຍ ຢູ່ໃກ້ໆກັບ ເມືອງ ອາຣັກ ຢູ່ພາກຕາເວັນຕົກສຽງໃຕ້ ຫ່າງຈາກນະຄອນຫຼວງເຕຫະຣ່ານ ຂອງອີຣ່ານ 250 ກິໂລແມັດ.

ບັນດາປະເທດທີ່ເຫຼືອຢູ່ໃນການຮ່ວມລົງນາມ ຂໍ້ຕົກລົງນິວເຄລຍສາກົນ ໃນປີ 2015
ເພື່ອຢັບຢັ້ງອີຣ່ານ ບໍ່ໃຫ້ພັດທະນາອາວຸດນິວເຄລຍນັ້ນ ​ຕ່າງ​ກໍ​ພາ​ກັນ ສະແດງຄວາມ
ເປັນຫ່ວງ ໃນວັນອັງຄານວານນີ້ ທີ່ວ່າ ເຕຫະຣ່ານ ໄດ້ສະສົມທາດຢູເຣນຽມທີ່ມີຄຸນນະ
ພາບຕ່ຳ ເກີນກຳນົດທີ່ວາງເອົາໄວ້ນັ້ນ ຫຼາຍປານໃດ.

ອັງກິດ ຝຣັ່ງ ເຢຍຣະມັນ ແລະສະຫະພາບຢູໂຣບ ໄດ້ກ່າວໃນຖະແຫລງການຮ່ວມວ່າ
ພວກເພິ່ນ “ໄດ້ສະແດງຄວາມໝັ້ນໝາຍຂອງຕົນ ຢ່າງສະເໝີຕົ້ນສະເໝີ​ປາຍ ແລະ
ຈະແຈ້ງ ຕໍ່ຂໍ້ຕົກລົງນິວເຄລຍ ທີ່ຂຶ້ນຢູ່ກັບການປະຕິບັດຕາມຢ່າງຄົບຖ້ວນໂດຍອີຣ່ານ”
ແລະຮຽກຮ້ອງໃຫ້ສາທາລະນະລັດອິສລາມແຫ່ງນີ້ “ຈົ່ງ ລະເວັ້ນມາດຕະການໃດໆ
ທີ່ບ່ອນທຳລາຍ” ຕໍ່ຂໍ້ຕົກລົງດັ່ງກ່າວນັ້ນ.

ທັງ 3 ປະເທດ ແລະສະຫະພາບຢູໂຣບ ຫຼື ອີຢູ ໄດ້ກ່າວຕື່ມວ່າ ພວກເພິ່ນ “ກຳລັງ
ພິຈາລະນາ ຢ່າງຮີບດ່ວນກ່ຽວ​ກັບ​ການ​ເອົາ​ບາດ​ກ້າວໃນຂັ້ນຕໍ່ໄປ” ຫຼັງຈາກທີ່ອີຣ່ານ
ໄດ້ປະກາດໃນວັນຈັນຜ່ານມານີ້ວ່າ ຕົນມີທາດຢູເຣນຽມທີ່​ກັ່ນແລ້ວ​ ໃນ​ລະ​ດັບ​ທີ່​ສູງ
​ເຖິງ 3.67 ເປີເຊັນ ເກີນກຳນົດທີ່ວາງໄວ້ 300 ກິໂລກຣາມ ໃນ​ຄັງ​ຂອງ​ຕົນ ຊຶ່ງເປັນ
ການກ່າວອ້າງ ທີ່ໄດ້ຮັບ​ການຢືນ​ຢັນໃນເວລາຕໍ່ມາ ໂດຍອົງການສິ້ງຊອມ ດ້ານປະລະ
ມານູຂອງສະຫະປະຊາຊາດ.

ລັດຖະມົນຕີວ່າການຕ່າງປະເທດຂອງອີຣ່ານ ທ່ານໂມຮຳມັດ ຈາວາດ ຊາຣີຟ ໄດ້ໂຕ້
ຖຽງວ່າ ການມີ​ທາດ​ຢູ​ເຣ​ນຽມ​ກາຍຂີດຈຳກັດ​ ສຳ​ລັບການ​ເກັບສະສົມນັ້ນ ບໍ່ໄດ້ລະເມີດ
ຕໍ່ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ເພາະວ່າ ຂໍ້ຕົກລົງນີ້ ມີຂໍ້ກຳນົດ
ຊົ່ວຄາວທີ່ອະນຸຍາດໃຫ້ ຝ່າຍນຶ່ງໂຕ້ຕອບ​ໄດ້ ໃນເມື່ອອີກ ຝ່າຍນຶ່ງ ຖອນໂຕອອກຈາກ
ຂໍ້ຕົກລົງດັ່ງກ່າວ.

ທ່ານຊາຣີຟ ໄດ້ກ່າວໃນວັນອັງຄານວານນີ້ວ່າ ອີຣ່ານໄດ້ໝັ້ນໝາຍ ທີ່ຈະຈັດຕັ້ງປະຕິບັດ
ຕາມການຕົກລົງຂອງຝ່າຍຕົນ ຖ້າອັງກິດ ຝຣັ່ງ ເຢຍຣະມັນ ແລະ ອີຢູ ດຳເນີນການ ໃນ
ດ້ານເສດຖະກິດຕາມຄວາມໝັ້ນໝາຍຂອງພວກຕົນ ພາຍໃຕ້ຂໍ້ຕົກລົງນັ້ນ.

ທ່ານໄດ້ຂຽນລົງໃນທວີເຕີ້ວ່າ “ສະນັ້ນແລ້ວ ໃນການເຄື່ອນໄຫວໄປໜ້າ ອີຣ່ານ ຈະປະ
ຕິບັດຕາມຄວາມໝັ້ນໝາຍຂອງຕົນ ພາຍໃຕ້ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ຢ່າງຄົບຖ້ວນທັງໝົດ ເຊັ່ນດຽວກັນກັບ ອີຢູ ແລະ 3 ປະເທດຢູໂຣບ ມີ ແລະ
ຈະປະຕິບັດຕາມຄວາມໝັ້ນໝາຍ ຂອງພວກເຂົາເຈົ້າ ພ້ອມ. ທ່ຽງທຳພຽງພໍບໍ່?”

ອີຣ່ານ ໄດ້ຫາທາງເພື່ອ ໃຫ້ພວກປະເທດໃນຢູໂຣບ ສະໜັບສະໜຸນຂໍ້ຕົກລົງ ຫຼັງຈາກທີ່
ສະຫະລັດ ໄດ້ວາງມາດຕະການລົງໂທດໃໝ່ຫຼາຍຮອບ ທີ່ໄດ້ເລີ້ມຕົ້ນມາ ແຕ່ປີກາຍນີ້
ຊຶ່ງປະກອບດ້ວຍ ມາດຕະການທີ່ແນເປົ້າໝາຍໃສ່ ພາກອຸດສາຫະກຳດ້ານນ້ຳມັນ
ທີ່ສຳຄັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG