ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງ ປະທານາທິບໍດີ ເລີ່ມຂຶ້ນແລ້ວ ຢູ່ ຊີແອຣາ ເລອອນ

ທ່ານ ອານເດຣ ຣັກກາ (Andrew Raka), ເຈົ້າໜ້າທີ່ຮັບຜິດຊອບ ການເລືອກຕັ້ງ ຂອງເມືອງ ພອດ ໂລໂກ, ຢືນຢູ່ຕໍ່ໜ້າ ບັດເລືອກຕັ້ງຈຳນວນນຶ່ງ ເຊິ່ງຈະນຳໃຊ້ ໃນລະຫວ່າງການເລືອກຕັ້ງ ໃນເມືອງ ພອດ ໂລໂກ ຂອງຊີແອຣາ ເລອອນ, ວັນທີ 10 ມີນາ 2018.

ພວກມີສິດປ່ອນບັດ ຢູ່ໃນປະເທດ ຊີແອຣາ ເລອອນ ແມ່ນກຳລັງພາກັນມຸ້ງໜ້າໄປຍັງ
ໜ່ວຍເລືອກຕັ້ງຕ່າງໆ ໃນວັນພຸດມື້ນີ້ ເພື່ອເລືອກເອົາປະທານາທິບໍດີ ຄົນໃໝ່ ທີ່ພວກ
ເຂົາເຈົ້າຫວັງວ່າ ຈະນຳພາປະເທດຢູ່ເຂດອາຟຣິກາຕາເວັນຕົກນີ້ ອອກຈາກສະພາບ
ເສດຖະກິດທີ່ສັບສົນວຸ້ນວາຍ ຍ້ອນການລະບາດຂອງໂຣກເຊື້ອໄວຣັສ ອີໂອລາ ເມື່ອ
ປີ 2014.

ມີ 16 ຄົນ ລົງແຂ່ງຂັນເພື່ອຮັບຕຳແໜ່ງແທນ ປະທານາທິບໍດີ ເອີເນັສ ເບ ໂກໂຣມາ
(Ernest Bai Koroma) ທີ່ກຳລັງຈະພົ້ນຕຳແໜ່ງ ເຊິ່ງທ່ານໄດ້ຮັບໜ້າທີ່ມາສອງ
ສະໄໝ ສະໄໝລະ 5 ປີ ຕາມກຳນົດ ທີ່ລັດຖະທຳມະນູນ ໄດ້ອະນຸຍາດໃຫ້. ຜູ້ສະໝັກ
ລົງແຂ່ງຂັນທີ່ນຳໜ້າໝູ່ສອງທ່ານ ກໍຄື ທ່ານ ຊາມູຣາ ກາມາຣາ (Samura Kamara)
ຈາກພັກສະພາຂອງປະຊາຊົນ ຫຼື APC (All People’s Congress) ຂອງປະທານາ
ທິບໍດີ ໂກໂຣມາ ທີ່ປົກຄອງປະເທດໃນປັດຈຸບັນ ແລະ ທ່ານ ຈູລີອັສ ມາອາດາ ບີໂອ
(Julius Maada Bio) ຜູ້ນຳຂອງພັກປະຊາຊົນຊີແອຣາ ເລອອນ ຫຼື SLPP (Sierra
Leone People’s Party). ທັງພັກ APC ແລະ ພັກ SLPP ໄດ້ປ່ຽນຜຽນກັນປົກຄອງ
ປະເທດ ນ້ອຍໆແຫ່ງນີ້ມາແລ້ວ ນັບຕັ້ງແຕ່ໄດ້ຮັບເອກກະລາດ ຈາກປະເທດອັງກິດ
ໃນປີ 1961 ເປັນຕົ້ນມາ.

ປະທານາທິບໍດີ ຊີແອຣາ ເລອອນ ທ່ານ ເອີເນັສ ບາຍ ໂກໂຣມາ (Ernest Bai Koroma), ຊ້າຍ, ແລະ ປະທານາທິບໍດີ ໄລບີເຣຍ ທ່ານນາງ ແອລເລນ ຈອນຊັນ ເຊີຣລີຟ (Ellen Johnson Sirleaf), ຂວາ, ໃນຂະນະໄປຮອດ ການເຈລະຈາ ກັບ ປະທານາທິບໍດີ ຢາຢາ ຈາມເມ (Yahya Jammeh), ໃນເມືອງ ບານຈູລ ຂອງປະເທດ ກາມເບຍ.

ແຕ່ການຈັດຕັ້ງພັກປະສົມໃຫຍ່ແຫ່ງຊາດ ຂຶ້ນມາໃໝ່ ທີ່ນຳພາໂດຍ ອະດີດນັກການທູດ
ປະຈຳອົງການສະຫະປະຊາຊາດ ທ່ານ ການເດ ຢູມແຄລລາ (Kandeh Yumkella)
ໄດ້ດຶງດູດເອົາການສະໜັບສະໜູນຈາກພວກຊາວໜຸ່ມທີ່ມີສິດອອກສຽງ ຜູ້ທີ່ບໍ່ໄດ້ຈົງຮັກ
ພັກດີຕໍ່ພັກ APC ຫຼື ພັກ SLPP ແຕ່ຢ່າງໃດ.

ຍ້ອນວ່າມີບັນດາຜູ້ລົງສະໝັກແຂ່ງຂັນທີ່ຫລວງຫຼາຍ ຈຶ່ງອາດເປັນໄປໄດ້ສູງທີ່ຈະມີການ
ເລືອກຕັ້ງ ຂັ້ນຊີ້ຂາດ ຖ້າຫາກວ່າ ບໍ່ມີຜູ້ສະໝັກຄົນໃດ ໄດ້ຮັບຄະແນນສຽງ 55 ເປີເຊັນ.

ປະເທດ ຊີແອຣາ ເລອອນ ໄດ້ປະສົບກັບບັນຫາຄວາມທຸກຍາກຢ່າງເລີກ ຍ້ອນວິກິດ
ການລະບາດຂອງໂຣກອີໂບລາ ທີ່ຮ້າຍແຮງ ໄລຍະສອງປີ ແລະ ການຕົກຕ່ຳຂອງ
ລາຄາສິນຄ້າ ທີ່ໄດ້ສົ່ງຜົນກະທົບຕໍ່ແຮ່ເຫຼັກ ເຊິ່ງເປັນສິນຄ້າສົ່ງອອກທີ່ສຳຄັນຂອງ
ປະເທດ.

ແລະຊີແອຣາ ເລອອນກໍຍັງສືບຕໍ່ບຸກບືນທີ່ຈະຟື້ນຕົວຄືນຈາກສົງຄາມກາງເມືອງ ທີ່
ໂຫດຮ້າຍ ລະຫວ່າງ ປີ 1991 ຫາ 2002 ທີ່ໄດ້ເອົາຊີວິດປະຊາຊົນຫຼາຍໝື່ນຄົນ.

Sierra Leone Elections
please wait

No media source currently available

0:00 0:00:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG