ເຫດການຍິງສັງຫານໝູ່ທີ່ເກີດຂຶ້ນໄລ່ເລ່ຍກັນເມື່ອມໍ່ໆມານີ້ ຢູ່ໃນລັດຄາລິຟໍ ໄດ້ເຮັດໃຫ້ປະຊາຄົມລາວໃນລັດດັ່ງກ່າວມີຄວາມເປັນຫ່ວງ ເນື່ອງຈາກວ່າ ບັນຫາທີ່ມືປືນທັງສອງຄົນທີ່ມີອາຍຸແກ່ແລະເປັນຄົນເອເຊຍປະສົບຢູ່ນັ້ນ ກໍເປັນບັນຫາທີ່ມັກມີຢູ່ໃນປະຊາຄົມລາວໃນສະຫະລັດເຊັ່ນກັນ, ອີງຕາມນັກກົດໝາຍ ແລະຜູ້ນຳຊຸມຊົນບາງຄົນທີ່ໃຫ້ສຳພາດກັບວີໂອເອ. ບົວສະຫວັນຈະນຳເອົາລາຍລະອຽດເລື້ອງນີ້ ມາສະໜີທ່ານໃນອັນດັບຕໍ່ໄປ.
ເຫດການຍິງສັງຫານໝູ່ໃນສອງບ່ອນໂດຍຜູ້ຊາຍອາຍຸແກ່ສອງຄົນແລະຫ່າງກັນພຽງສອງມື້ທີ່ເຮັດໃຫ້ 18 ຄົນເສຍຊີວິດ ແລະ 10 ຄົນໄດ້ຮັບບາດເຈັບໃນລັດຄາລິຟໍເນຍເມື່ອມໍ່ໆມານີ້ ໄດ້ສະທ້ອນໃຫ້ເຫັນເຖິງ ຄວາມຫຍຸ້ງຍາກໃນການປັບຕົວເຂົ້າກັບສັງຄົມ ແລະສະພາບແວດລ້ອມໃໝ່ໃນສະຫະລັດ ແລະຄວາມຕ້ອງການ ການດູແລສຸຂະພາບຈິດ ພ້ອມທັງການບໍລິການທາງສັງຄົມທີ່ເໝາະກັບວັດທະນະທຳຂອງຄົນສູງອາຍຸເຊື້ອສາຍເອເຊຍ ລວມທັງຄົນລາວຢູ່ສະຫະລັດ, ອີງຕາມນັກຄົ້ນຄວ້າ, ນັກກົດໝາຍ ແລະຜູ້ນຳປະຊາຄົມລາວໃນລັດຄາລິຟໍເນຍ. ມືປືນສອງຄົນນີ້ເປັນຄົນຈີນ ທີ່ຍົກຍ້າຍເຂົ້າມາຢູ່ໃນອາເມຣິກາທີ່ມີພາສາ, ວັດທະນະທຳ ແລະສັງຄົມທີ່ແຕກຕ່າງກັນຫລາຍກັບຢູ່ໃນປະເທດຂອງຕົນ. ສະນັ້ນເຂົາເຈົ້າອາດຈະມີຄວາມຮູ້ສຶກໂດດດ່ຽວ ແລະຊຶມເສົ້າເມື່ອອາຍຸແກ່ມາ.
ມືປືນຜູ້ທີ ນຶ່ງໄດ້ເປີດສາກຍິງໃສ່ຄົນ ໃນວັນສະຫລອງບຸນປີໃໝ່ຈີນ ຢູ່ສະໂມສອນເຕັ້ນລຳທີ່ມີຊື່ສຽງໂດ່ງດັງຢູ່ໃນເມືອງມອນເທິເຣ ພາກ (Monterey Park), ຊຶ່ງເປັນເມືອງທີ່ມີປະຊາຊົນເຊື້ອສາຍເອເຊຍ ແລະຄົນເຂົ້າເມືອງກວາມເອົາພົນລະເມືອງສ່ວນໃຫຍ່ຊຶ່ງກໍຄື 65. 1 ເປີເຊັນ ແລະ 52 ເປີເຊັນກວ່າ, ຕາມລຳດັບ. ລາວມີອາຍຸ 72 ປີ ຊື່ ຮີວ ກັນ ທຣານ (Huu Can Tran) ຊຶ່ງເປັນຊື່ເໝືອນກັບຄົນຫວຽດນາມ, ອີງຕາມທ່ານອິນໂຕ ຈຳພັນ, ທະນາຍຄວາມອາເມຣິກັນເຊື້ອສາຍລາວ ແລະເຈົ້າຂອງບໍລິສັດກົດໝາຍ Into Champon & Associates ທີ່ຕັ້ງຢູ່ໃກ້ເມືອງມອນເທິເຣ ພາກ ຢູ່ທາງໃຕ້ຂອງລັດຄາລິຟໍເນຍ. ຫລັງຈາກໄດ້ຍິງສັງຫານຄົນແລ້ວ ລາວກໍຍິງໂຕເອງຕາຍ ສະນັ້ນລາວອາດຈະມີພະຍາດທຸກລະທົມໃຈ ຫລື PTSD ຊຶ່ງທ່ານອິນໂຕບອກວ່າ ບັນຫານີ້ອາດຈະເກີດຂຶ້ນໄດ້ ໃນປະຊາຄົມລາວທີ່ມີຜູ້ສູງອາຍຸສ່ວນໃຫຍ່ປະສົບກັບບັນຫາທາງຈິດໃຈ ດັ່ງທີ່ທ່ານໃຫ້ຄຳເຫັນວ່າ:
ທາງດ້ານຮອງສາດສະດາຈານ ຊິນເວຍ ຊານ-ມາລິກ, ຜູ້ຊ່ຽວຊານດ້ານການສຶກສາ ກ່ຽວກັບຄົນອາເມຣິກັນ, ແມ່ຍິງ ແລະຊົນຊາດຊົນເຜົ່າ ແລະດ້ານເພດ ໃນມະຫາວິທະຍາໄລນິວ ບຣັນສວິກ (New Brunswick), ລັດນີວເຈີຊີ ກ່າວຕໍ່ວີໂອເອ ພະແນກພາສາຈີນກາງວ່າ ບັນຫາສຸຂະພາບຈິດຂອງຄົນອາເມຣິກັນເຊື້ອສາຍເອເຊຍ ແລະຊາວເກາະມະຫາສະໝຸດປາຊີຟິກທີ່ອາຍຸແກ່ ມັກຈະຖືກປ່ອຍປະລະເລີຍ ໃນຕອນທີ່ພວກເຂົາເຈົ້າຍັງໜຸ່ມ ຍ້ອນເຂົາເຈົ້າສຸມໃສ່ເຮັດວຽກເຮັດການຢ່າງໜັກເພື່ອຫາລ້ຽງຊີບ. ເມື່ອມາຮອດຕອນກິນບຳນານແລ້ວ ບັນຫານັ້ນກໍບໍ່ສາມາດເຊື່ອງຊ້ອນໄວ້ໄດ້.
ສ່ວນເຫດການທີສອງ ແມ່ນເກີດຂຶ້ນຢູ່ໃນເມືອງຮາຟມູນເບ (Half Moon Bay) ໂດຍທີ່ມືປືນອາຍຸ 66 ປີ ຊື່ ຊາວ ຈຸນລີ, ສັນຊາດຈີນ ທີ່ບໍ່ຮູ້ພາສາອັງກິດ ແລະເປັນຄົນເຂົ້າເມືອງທີ່ມີໃບອານຸຍາດໃຫ້ຢູ່ອາເມຣິກາຖາວອນ ຍິງປືນໃສ່ ຄົນຢູ່ຟາມປູກເຫັດສອງແຫ່ງ ໃນເມືອງແຄມອ່າວທີ່ຕັ້ງຢູ່ພາກກາງລັດຄາລິຟໍເນຍ ແລະຢູ່ໃກ້ກັບເມືອງແຟຣສໂນແຫ່ງນັ້ນ ຊຶ່ງເຮັດໃຫ້ 7 ຄົນເສຍຊີວິດ. ມັນເຮັດໃຫ້ຫລາຍຄົນໃນປະຊາຄົມລາວຊົນເຜົ່າຕ່າງໆ ຢູ່ໃນເຂດນັ້ນ ມີຄວາມເປັນຫ່ວງ ແລະຢ້ານກົວເປັນພິເສດ.
ທັງນີ້ກໍເພາະວ່າ ຄົນທີ່ອົບພະຍົບມາຈາກລາວມາຢູ່ໃນເມືອງແຟຣສໂນ ທີ່ມີຈຳນວນລວມກັນຫລາຍ ກວ່າ 44 ພັນຄົນນັ້ນ ສ່ວນໃຫຍ່ແມ່ນພາກັນອອກແຮງງານຢູ່ໃນຟາມປູກຝັງ ແລະລ້ຽງສັດ ຊຶ່ງໃນທີ່ຜ່ານມາກໍເຄີຍມີເຫດການຍິງກັນຕາຍໃນປະຊາຄົມລາວ ໃນເມືອງນັ້ນຢູ່ ແຕ່ບໍ່ແມ່ນເປັນການສັງຫານໝູ່. ເມື່ອມີເຫດການນີ້ເກີດຂຶ້ນເຮັດໃຫ້ເຂົາເຈົ້າຢ້ານວ່າມື້ນຶ່ງມັນອາດຈະເກີດຂຶ້ນໃນປະຊາຄົມ ຫລືບ່ອນເຮັດວຽກຂອງເຂົາເຈົ້າໄດ້, ອີງຕາມທີ່ທ່ານໄທ-ລາວ ວາງ, ອະດີດປະທານສະພາການຄ້າລາວ-ອາເມຣິກາ ແລະອາຈານສາສະໜາຄຣິສຕຽນ ໃນໂບດປະຊາຄົມມົ້ງ ແຫ່ງເມືອງແຟຣສໂນ ຫລື Fresno Hmong Community Church ທີ່ມີສະຊິກ 53 ຄອບຄົວນັ້ນ. ທ່ານໃຫ້ສຳພາດກັບວີໂອເອວ່າ:
ທ່ານກ່າວຕໍ່ໄປອີກວ່າ ໂຣກ PTSD ຍ້ອນປະສົບເຫດການຮ້າຍແຮງໃນຊີວິດ ໃນເມື່ອກ່ອນ ຍັງເປັນບັນຫາທົ່ວໄປທີ່ລົບກວນຈິດໃຈຂອງຄົນລາວສູງອາຍຸ ຢູ່ ໂດຍສະເພາະພວກທີ່ອົບພະຍົບມາຢູ່ອາເມຣິກາໃນລຸ້ນທຳອິດ ລະຫວ່າງປີ 1975 ຫາຊຸມປີ 1980.
ໃນຂະນະທີ່ທັງສອງເຫດການດັ່ງກ່າວຍັງຢູ່ພາຍໃຕ້ການສືບສວນຫາສາເຫດຢູ່ນີ້, ນັກກົດໝາຍເຊັ່ນທ່ານອິນໂຕ ໃຫ້ຂໍ້ສັງເກດວ່າ ພວກອົບພະຍົບ ຫລືຄົນເຂົ້າເມືອງທີ່ມາຈາກລາວ ແລະປະເທດເອເຊຍອື່ນໆ ນອກຈາກໄດ້ປະສົບກັບການຈຳແນກເຊື້ອຊາດແລ້ວ ບາງຄົນຍັງຖືກຈຳແນກ ຍ້ອນສະຖານະພາບເຂົ້າເມືອງ ຫລື ໄລຍະຂອງການເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດອີກດ້ວຍ ທີ່ຝັງເລິກຢູ່ໃນສັງຄົມອາເມຣິກັນມາແຕ່ດົນນານ ຊຶ່ງພວກທີ່ມາຢູ່ກ່ອນມັກຈະດູຖູພວກທີ່ມາລຸນ ແລະເປັນບັນຫາທີ່ແກ້ໄຂໄດ້ຍາກ. ທ່ານອິນໂຕອະທິບາຍສູ່ຟັງວ່າ:
ສະນັ້ນທັງທ່ານອິນໂຕ ແລະທ່ານລາວ-ໄທໃຫ້ຂໍ້ສະເໜີວ່າ ທາງລັດຖະບານຄວນຈະມີໂຄງການຊ່ວຍເຫລືອດ້ານບຳບັດຈິດໃຈໃຫ້ແກ່ຄົນກຸ່ມນີ້ ເຊັ່ນການໃຫ້ເງິນທຶນສ່ວນໃດສ່ວນນຶ່ງ ເພື່ອສ້າງສູນດູແລຜູ້ສູງອາຍຸທີ່ມາແຕ່ລາວ ທີ່ມີພາສາ ແລະວັດທະນະທຳແຕກຕ່າງກັບຄົນອາເມຣິກັນເຊື້ອສາຍຢູໂຣບ ແລະເຊື້ອສາຍອື່ນນັ້ນ ເປັນການສະເພາະ.