ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມກັງວົນກ່ຽວກັບຈີນ ເປັນແຮງຊຸກຍູ້ ໃຫ້ ສ​ຫລ ແລະອິນເດຍ ຮ່ວມມືກັນ ເຖິງແມ່ນຈະມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ໃນ​ເລື້ອງຣັດເຊຍ


ທະຫານອິນເດຍ ແລະ ທະຫານສະຫະລັດ, ຕ່າງກໍຖືທຸງຊາດຂອງປະເທດ​ຕົນ ແລ່ນຂຶ້ນເທິງຄ້ອຍ ໃນລະຫວ່າງການຝຶກຊ້ອມທາງທະຫານຮ່ວມກັນ ຂອງອິນໂດ-ສະຫະລັດ, ຢູ່ໃນລັດອຸດຕາຣາຄານ ຂອງອິນເດຍ, ວັນທີ 30 ພະຈິກ 2022.
ທະຫານອິນເດຍ ແລະ ທະຫານສະຫະລັດ, ຕ່າງກໍຖືທຸງຊາດຂອງປະເທດ​ຕົນ ແລ່ນຂຶ້ນເທິງຄ້ອຍ ໃນລະຫວ່າງການຝຶກຊ້ອມທາງທະຫານຮ່ວມກັນ ຂອງອິນໂດ-ສະຫະລັດ, ຢູ່ໃນລັດອຸດຕາຣາຄານ ຂອງອິນເດຍ, ວັນທີ 30 ພະຈິກ 2022.

ສົງຄາມຢູ່ໃນ ຢູເຄຣນ ຂອງ ຣັດເຊຍ, ໄດ້ທົດສອບຄວາມສໍາພັນຂອງສະຫະລັດແລະອິນເດຍໃນປີນີ້ ເນື່ອງຈາກລັດຖະບານນິວເດລີໄດ້ງົດເວັ້ນການປະນາມກ່ຽວກັບການຮຸກຮານຢູເຄຣນຂອງຣັດເຊຍ, ແລະມີການນໍາເຂົ້າພະລັງ ງານຢ່າງຫຼວງຫຼາຍຈາກປະເທດດັ່ງກ່າວ. ຊາຣາ ຊາແມນ (Sarah Zaman) ມີລາຍງານທ້າຍປີວ່າ ເຖິງແມ່ນປະ​ເທດ​ທັງ​ສອງມີຄວາມແຕກຕ່າງກັນກ່ຽວກັບ ຣັດເຊຍ, ແຕ່ສະຫະລັດແລະອິນເດຍ ຍັງຄວາມກັງວົນຂອງພວກເຂົາເຈົ້າກ່ຽວກັບຈີນນັ້ນຮ່ວມກັນແລະຍັງຄົງມີຄວາມໃກ້ຊິດໃນການເປັນພັນທະມິດກັນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ ປະທານາທິບໍດີຂອງຣັດເຊຍ ທ່ານວະລາດີເມຍ ປູຕິນ ໄດ້ເປີດສົງ ຄາມຂອງຕົນຢູ່ໃນຢູເຄຣນ, ສະຫະລັດ ໄດ້ດໍາເນີນງານຮ່ວມກັບບັນດາປະເທດພັນທະມິດ ເພື່ອເຮັດໃຫ້ຣັດເຊຍ ໂດດດ່ຽວທາງດ້ານການທູດ ແລະດ້ານການເງິນ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ປູຕິນ ແມ່ນຜູ້ຮຸກຮານ, ລາວເປັນຜູ້ບຸກລຸກ ແລະລາວເອງຕ້ອງຮັບຜິດຊອບຕໍ່ການສູນເສຍທີ່ເກີດຂຶ້ນ.”

ຢ່າງໃດກໍຕາມ, ສະຖານະຂອງອິນເດຍ ໄດ້ຕົກຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກສໍາລັບວໍຊິງຕັນ. ລັດຖະບານນິວເດລີ ຮຽກຮ້ອງໃຫ້ມີສັນຕິພາບ, ແຕ່ ງົດເວັ້ນການອອກສຽງລົງມະຕິຂອງອົງການສະຫະປະຊາຊາດເພື່ອປະນາມຣັດເຊຍ ເຊິ່ງເປັນຜູ້ສະໜອງອາວຸດທີ່ໃຫຍ່ທີ່ສຸດຂອງອິນເດຍ. ພ້ອມກັນນັ້ນ ລັດຖະບານ ນິວເດລີ ຍັງໄດ້ຊື້ນໍ້າມັນເປັນຈໍານວນຫຼວງຫຼາຍຈາກຣັດເຊຍ ອີກດ້ວຍ.

ທ່ານແອນໂທນີ ບລິງເກັນ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງສະຫະ ລັດ ກ່າວວ່າ:

“ໃນການພິຈາລະນາຂອງພວກເຮົາ, ມັນມີຄວາມສໍາຄັນທີ່ທຸກໆປະເທດ ໂດຍສະເພາະແມ່ນບັນດາປະເທດທີ່ມີອໍານາດຕໍ່​ລອງເຫຼົ່ານັ້ນ ໃຫ້ກົດດັນປູຕິນເພື່ອຍຸຕິສົງຄາມ.”

ແຕ່ປະເທດ​ທີ່ບໍລິໂພກນໍ້າມັນ ໃຫຍ່ເປັນອັນດັບສາມຂອງໂລກ ໄດ້ໂຕ້ແຍ້ງວ່າ ພວກເຂົາມີຄວາມຕ້ອງການນໍ້າມັນທີ່ມີລາຄາຖືກ ສໍາລັບຄວາມຕ້ອງການທີ່ເພີ້ມຂຶ້ນເລື້ອຍໆ.

ທ່ານຊູບຣາແມນຢາມ ຈາຍສັງກາ (Subrahmanyam Jaishankar), ລັດ ຖະມົນຕີກະຊວງການຕ່າງປະເທດຂອງອິນເດຍກ່າວວ່າ:

“ພວກເຮົາມອງເຫັນວ່າ ຄວາມສໍາພັນລະຫວ່າງຣັດເຊຍ ແລະອິນເດຍ ແມ່ນດໍາເນີນໄປເພື່ອຜົນປະໂຫຍດຂອງພວກເຮົາ, ແລະຖ້າການພົວພັນດັ່ງກ່າວຫາກດໍາເນີນໄປຕາມຜົນປະໂຫຍດຂອງຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍຕ້ອງການທີ່ຈະຮັກ ສາການດໍາເນີນງານດັ່ງກ່າວນີ້ຕໍ່ໄປ.”

ມົສກູ ໄດ້ກາຍມາເປັນແຫຼ່ງສະໜອງພະລັງງານທີ່ໃຫຍ່ທີ່ສຸດຂອງອິນເດຍ ໃນປີນີ້ ເນື່ອງຈາກການນໍາເຂົ້າທີ່ເພີ້ມຂຶ້ນຢ່າງໄວວາ. ອະດີດເຈົ້າໜ້າທີ່ຂອງອິນເດຍຄາດວ່າ ທ່າອ່ຽງດັ່ງກ່າວນັ້ນ ຍັງຄົງຈະດໍາເນີນຢູ່ຕໍ່ໄປ.

ທ່ານ ແມນຈູ ເຊັດທ໌ (Manju Seth), ອະດີດນັກການທູດຂອງອິນເດຍ ກ່າວຜ່ານສໄກປ໌ວ່າ:

“ພວກເຮົາມີທ່າອ່ຽງໃນການຝຶກຝົນກ່ຽວກັບຍຸດທະສາດໃນການປົກຄອງປະເທດແບບເອກະລາດ, ເຊິ່ງໝາຍຄວາມວ່າ ພວກເຮົາຕ້ອງການທີ່ຈະດໍາເນີນການຕັດສິນໃຈຂອງພວກເຮົາທັງໝົດ ໃຫ້ຢູ່ບົນພື້ນຖານ ໃນສິ່ງທີ່ເປັນປະໂຫຍດໃຫ້ແກ່ອິນເດຍ. ສະຫະລັດ ເປັນປະເທດພາຄີທີ່ສໍາຄັນທີ່ສຸດຂອງພວກເຮົາ, ແລະພວກເຮົາຕ້ອງການທີ່ຈະຮັກສາຜົນປະໂຫຍດຂອງພວກເຂົາເຈົ້າໄວ້ໃນຈິດສໍານຶກຂອງພວກເຮົາ, ແຕ່ພວກເຮົາກໍຍັງຕ້ອງການເບິ່ງວ່າ ອັນໃດເປັນສິ່ງທີ່ດີທີ່ສຸດເຊັ່ນກັນ, ແມ່ນຫຍັງຄືວິທີທາງທີ່ດີທີ່ສຸດ ທີ່ພວກເຮົາຈໍາເປັນຕ້ອງດໍາເນີນການປະຕິບັດ ເພື່ອຜົນປະໂຫຍດຂອງປະເທດຊາດພວກເຮົາ.”

ເຖິງແມ່ນປະທານາທິບໍດີ ໂຈ ໄບເດັນ ​ເອີ້ນ​ການສະ​ໜອງ​ຕອບ​ຕໍ່​ບັນ​ຫາ​ຢູ​ເຄ​ຣນ
ຂອງ​ອິນເດຍນັ້ນ​ວ່າ ບໍ່​ໜັ​ກ​ແໜ້ນ ແຕ່ຜູ້ຊ່ຽວຊານກໍໄດ້ລະບຸວ່າ ການເຄື່ອນໄຫວທີ່ມີລັກສະນະມິດງຽບຂອງອິນເດຍ ຕໍ່ຄວາມຕ້ອງການຂອງວໍຊິງຕັນ ເພື່ອການສະໜັບສະໜຸນການຕໍ່ຕ້ານຄູ່ແຂ່ງ ທີ່ໃຫຍ່ກວ່າຂອງອິນເດຍ.

ທ່ານທາມານນາ ຊາລີຄຸດດີນ (Tamanna Salikuddin), ຈາກສະຖາບັນເພື່ອສັນຕິພາບຂອງສະຫະລັດກ່າວຜ່ານສໄກປ໌ວ່າ:

“ໃນລະຫວ່າງຢູ່ໃນຊ່ວງເວລາອັນໃກ້ນີ້, ພວກເຮົາຕ້ອງການ ໃຫ້ບັນດາປະເທດຕ່າງໆມາຢູ່ໃນຈຸດທີ່ພວກເຮົາຢູ່ ເພື່ອຕໍ່ຕ້ານ ຣັດເຊຍ, ໂດຍສະເພາະການຮຸກຮານຢູເຄຣນ ຂອງຣັດເຊຍ, ແຕ່ໄພຄຸກຄາມທີ່ໃຫຍ່ກວ່າ ແລະຮ້າຍ​ແຮງກວ່າທາງດ້ານຍຸດທະສາດ ຄືຈີນ, ແລະພວກເຮົາເຫັນວ່າ ອິນເດຍ ເປັນພາຄີທີ່ສໍາຄັນໃນການຕອບໂຕ້ກັບປະເທດຈີນ.”

ຍຸດທະສາດທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງລັດຖະບານທ່ານໄບເດັນ ທີ່ໄດ້ເປີດເຜີຍໃນເດືອນຕຸລາທີ່ຜ່ານມາ ແມ່ນເພິ່ງພາ ອິນເດຍ ເພື່ອຊ່ວຍໃຫ້ເກີດຄວາມດຸ່ນດ່ຽງ ຢູ່ໃນຂົງເຂດ ອິນໂດ-ປາຊີຟິກ, ໂດຍລວມແລ້ວ ແມ່ນຜ່ານອົງ ການຄວດ ເຊິ່ງເປັນພັນທະມິດຢ່າງບໍ່ເປັນທາງການຂອງສະຫະລັດ, ອິນເດຍ, ຍີ່ປຸ່ນ ແລະ ອອສເຕຣເລຍ.

ທ່ານທູດແມນຈູ ເຊັດທ໌, ອະດີດນັກການທູດຂອງອິນເດຍກ່າວຜ່ານສໄກປ໌ວ່າ:

“ດັ່ງນັ້ນ, ພວກເຮົາຈໍາເປັນທີ່ຈະຕ້ອງເປັນສ່ວນນຶ່ງ ຂອງອົງການນີ້ອີຫຼີ, ເຊິ່ງບາງທີ ອາດຈະຊ່ວຍຍຸຕິພຶດຕິກໍາທີ່ມີຄວາມໝັ້ນໃຈເກີນໄປຂອງຈີນ ແລະແມ່ນແຕ່ການຂະຫຍາຍບາງເປົ້າໝາຍ ທີ່ຕໍ່ຕ້ານອິນເດຍ.”

ແຕ່ຈີນ ກໍຍັງແມ່ນຄູ່ການຄ້າທີ່ໃຫຍ່ເປັນອັນດັບສອງ ຮອງຈາກສະຫະລັດຂອງອິນເດຍອີກດ້ວຍ. ແລະອິນເດຍ ກໍແມ່ນສ່ວນນຶ່ງຂອງອົງການການຮ່ວມມືຊຽງໄຮ້ ທີ່ນໍາໂດຍປັກກິ່ງ. ເຖິງແມ່ນວ່າ ນະເວລານີ້ຄວາມສໍາພັນອັນເລິກເຊິ່ງຂອງຈີນກັບປາກິສຖານ ເຊິ່ງເປັນຄູ່ແຂ່ງຂອງອິນເດຍ ແລະມີຊາຍແດນ ທີ່ເປັນຂໍ້ພິ ພາດກັບອິນເດຍ ກໍເປັນອີກເຫດຜົນນຶ່ງທີ່ເຮັດໃຫ້ລັດຖະບານນິວເດລີຍັງຄົງດໍາເນີນການຮ່ວມມືກັບວໍຊິງຕັນ ເພື່ອຂັດຂວາງຄວາມທະເຍີທະຍານທີ່ເພີ້ມຂຶ້ນຂອງຈີນ.

ທ່ານທາແມນນາ ຊາລີຄຸດດີນ, ຈາກສະຖາບັນເພື່ອສັນຕິພາບຂອງສະຫະລັດກ່າວຜ່ານທາງສໄກປ໌ວ່າ:

“ວິທີການດໍາເນີນງານຂອງພວກເຂົາເຈົ້າອາດຈະແຕກຕ່າງກັນ. ຂ້າພະເຈົ້າຄິດວ່າ ຂອບເຂດ ຫຼື ວິທີການຕ່າງໆ ທີ່ພວກເຂົາເຈົ້າກໍາລັງຄິດກ່ຽວກັບກຸ່ມຄວດ ຫຼື ຂົງເຂດອິນໂດປາຊີຟິກ ຫຼືການຕອບໂຕ້ຈີນ ອາດຈະແຕກຕ່າງກັນທາງດ້ານຄຸນນະພາບ, ແຕ່ຂ້າພະເຈົ້າຄິດວ່າ ມັນບໍ່ມີຄໍາຖາມໃດໆທີ່ກ່ຽວຂ້ອງກັບເປົ້າໝາຍຂອງພວກເຂົາເຈົ້າ.”

ບັນດານັກວິເຄາະຄາດວ່າ ໃນປີ 2023 ນີ້ ເຈົ້າໜ້າທີ່ຂອງສະຫະລັດ ແລະອິນ ເດຍ ຈະເອົາໃຈໃສ່ເປົ້າໝາຍໂດຍທົ່ວໄປ ກ່ຽວກັບຈີນຢ່າງເປີດເຜີຍ ແລະໃຫ້ຄວາມສົນໃຈທີ່ແຕກຕ່າງຂອງພວກເຂົາເຈົ້າ ທີ່ມີຕໍ່ ຣັດເຊຍ ໜ້ອຍລົງ.

Russia’s war on Ukraine tested U.S. ties with India this year as New Delhi abstained from condemning Moscow’s aggression and imported vastly more Russian energy. Sarah Zaman reports that despite their differences over Russia, the U.S. and India’s shared concern about China kept the allies close.

As Russian President Vladimir Putin waged war on Ukraine, the United States worked with allies to isolate Russia diplomatically and financially.

President Joe Biden
"Putin is an aggressor. He is the aggressor, and Putin must pay the price.”

However, India’s position created a dilemma for Washington. New Delhi called for peace but abstained from voting on U.N. resolutions that condemned Russia, India’s biggest arms supplier. New Delhi also bought more Russian oil.

Antony Blinken, US Secretary of State

"In our judgment, it is important that all countries, especially those with leverage, press Putin to end the war.”

But the world’s third-biggest oil consumer argued it needed cheap energy for ever-growing needs.

Subrahmanyam Jaishankar, Indian Minister of External Affairs

“We have seen that the India-Russia relationship has worked to our advantage. If it works to my advantage, I would like to keep that going."

Moscow became New Delhi’s top energy supplier this year as imports soared. Former Indian officials expect that trend will continue.
Amb. Manju Seth, Former Indian Diplomat, VIA SKYPE

“We are prone to practicing strategic autonomy. Which means that we would like to take all our decisions based on what is India's interest. The U.S. is a very important partner for us. // And we would like to keep their interest in mind, but we would like to also see what’s best, what best is the course of action that is required for us in our national interest.”

Although President Joe Biden called India’s response on Ukraine shaky, experts attribute his relatively muted reaction to Washington’s need for India’s support against a bigger rival.

Tamanna Salikuddin, US Institute of Peace, VIA SKYPE

“While in the near term we would love for countries to be exactly where we are on the position against Russia especially with the invasion of Ukraine, the larger and more strategic threat really is China, and we see India as a very important partner in that — countering China.”

Biden’s national security strategy released in October relies on India to help counterbalance China in the Indo-Pacific, mainly through the Quad – an informal alliance of the U.S., India, Japan and Australia.

Amb. Manju Seth, Former Indian Diplomat, VIA SKYPE

“So, we would really like to be part of this organization which would help to maybe put a stop to the assertive behavior of China and which is to some extent even directed against India.”

But China is also India’s second-biggest trading partner after the U.S. and India is part of the Beijing-led Shanghai Cooperation Organization. Still, China’s deep ties with India’s rival Pakistan and border disputes with India are reasons for New Delhi to cooperate with Washington to curb Beijing’s growing ambitions.

Tamanna Salikuddin, US Institute of Peace, VIA SKYPE

“Their approach might differ. I think the extent or the methods in which they're thinking about the quad or the Indo-Pacific or countering China may differ in quality, but I don't think there's any question in terms of their goals.”

In 2023, analysts expect U.S. and Indian officials will publicly focus more on those common goals around China, and less on their differences over Russia.

XS
SM
MD
LG