ການປິດເມືອງ ຫຼືລັອກດາວ ສອງໄລຍະສຳລັບພົນລະເມືອງ 26 ລ້ານຄົນຢູ່ໃນນະຄອນຊຽງໄຮ້ ກຳລັງຖືກທົດສອບຂີດຈຳກັດ ນະໂຍບາຍຂອງຈີນທີ່ເຂັ້ມງວດ ເອີ້ນວ່າຍຸດທະສາດ “ສູນກໍລະນີໂຄວິດ” ຊຶ່ງຜົນກະທົບຂອງນະໂຍບາຍນີ້ ໄດ້ຮູ້ສຶກກາຍເຂດຊາຍແດນຕ່າງໆຂອງປະເທດ ອີງຕາມລາຍງານ ຂອງອົງການຂ່າວເອພີ.
ນະຄອນດັ່ງກ່າວໄດ້ເຂົ້າສູ່ມື້ທີສອງ ໃນວັນອັງຄານວານນີ້ ຂອງໄລຍະທຳອິດຂອງການປິດເມືອງ ທີ່ລວມມີເຂດປູດົງ ຊຶ່ງເປັນຄຸ້ມການເງິນ ແລະບໍລິເວນຂ້າງຄຽງ. ມາດຕະການທັງຫຼາຍ ເປັນການກັກປະຊາຊົນ ໃຫ້ຢູ່ໃນເຮືອນຂອງພວກເຂົາ ແລະປິດທຸລະກິດທີ່ບໍ່ຈຳເປັນທັງຫຼາຍນັ້ນ ແລະມາດຕະການຈະຖືກຍົກເລີກ ໃນວັນສຸກຈະມາເຖິງນີ້.
ຕໍ່ຈາກນັ້ນ ພື້ນທີ່ອັນກວ້າງຂວາງຂອງເຂດປູສີ ຢູ່ກົງກັນຂ້າມຂອງແມ່ນ້ຳທີ່ແບ່ງແຍກນະຄອນດັ່ງກ່າວ ຈະຖືກລັອກດາວເຊັ່ນກັນ. ນະຄອນຊຽງໄຮ້ເປັນສູນກາງດ້ານການເງິນ ການຜະລິດ ແລະການຄ້າ. ບັນດາເຈົ້າໜ້າທີ່ ກຳລັງເຮັດວຽກເພື່ອຮັບປະກັນສະບຽງອາຫານ ແລະໄດ້ຫັນປ່ຽນສະຖານທີ່ອອກກຳລັງກາຍ ແລະສູນວາງສະແດງສິນຄ້າ ໃຫ້ເປັນທີ່ພັກຂອງພວກຄົນປ່ວຍ ຊຶ່ງພວກເຂົາສ່ວນໃຫຍ່ ບໍ່ມີອາການໃດໆເລີຍ.
A two-phase lockdown of Shanghai's 26 million people is testing the limits of China's hard-line "zero-COVID" strategy whose effects are being felt beyond the country's borders.
The city entered the second day Tuesday of the first phase of a lockdown including the Pudong financial district and adjacent areas. The measures, which confine residents to their homes and close nonessential businesses, are to be lifted on Friday.
Then the vast Puxi area on the opposite side of the river dividing the city will go under lockdown. Shanghai is a hub for finance, manufacturing and trade. Authorities are working to ensure food supplies and have converted gymnasiums and exhibition centers to house patients, most of whom show no symptoms.