ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ພັດ​ທະ​ນາ ​ເຂດ​ເສດ​ຖະ​ກິດ ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດ ສະ​ເພາະ​ໃນ ລາວ ຍັງ​ປະ​ສົບ​ກັບ​ບັນ​ຫາ ​ໃນຫຼາຍ​ດ້ານ


ລົດ​ລຽນ​ແຖວ ເພື່ອ​ຂັບ​ຜ່ານ​ດ່ານກວດ​ກາ​ເຂດ​ຊາຍ​ແດນ ຢູ່​ເມືອງບໍ່​ເຕັນ, ເຊິ່ງ​ແມ່ນ​ທີ່​ດິນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ຖືກ​ເຊົ່າ​ໂດຍ ຈີນ, ໃນ​ແຂວງ ຫຼວງ​ນ້ຳ​ທາ, 11 ມີ​ນາ 2011. AFP PHOTO / HOANG DINH Nam (Photo by HOANG DINH NAM / AFP)
ລົດ​ລຽນ​ແຖວ ເພື່ອ​ຂັບ​ຜ່ານ​ດ່ານກວດ​ກາ​ເຂດ​ຊາຍ​ແດນ ຢູ່​ເມືອງບໍ່​ເຕັນ, ເຊິ່ງ​ແມ່ນ​ທີ່​ດິນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ຖືກ​ເຊົ່າ​ໂດຍ ຈີນ, ໃນ​ແຂວງ ຫຼວງ​ນ້ຳ​ທາ, 11 ມີ​ນາ 2011. AFP PHOTO / HOANG DINH Nam (Photo by HOANG DINH NAM / AFP)

ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດສະ​ເພາະ​ໃນ ລາວ ຍັງ​ປະ​ສົບ​ກັບ​ບັນ​ຫາ​ໃນຫຼາຍ​ດ້ານ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ຂັດ​ແຍ້ງ ກ່ຽວ​ກັບ ທີ່​ດິນ ແລະ ການ​ຂາດ​ແຮງ​ງານ ລາວ ທີ່​ມີ​ຝີ​ມື.


ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຖະ​ແຫຼງວ່າ​ໃນ​ປີ 2019 ທີ່​ຜ່ານ​ມາ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ ແລະ ເຂດ​ເສດ​ຖະ​ກິດ​ສະ​ເພາະ​ແຫ່ງ​ຊາດ​ໄດ້​ອະ​ນຸ​ມັດ​ການ​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທັງ 12 ແຫ່ງ​ເພີ່ມ​ຂຶ້ນ​ອີກ 202 ລາຍ​ຊຶ່ງ​ເຮັດ​ໃຫ້​ມີ​ບໍ​ລິ​ສັດ​ເອ​ກະ​ຊົນ​ທີ່​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ 806 ລາຍ​ໃນ​ປັດ​ຈຸ​ບັນ ໂດຍ​ໃນ​ນີ້​ເປັນ​ບໍ​ລິ​ສັດ​ຕ່າງ​ຊາດ 688 ລາຍ ແລະ ບໍ​ລິ​ສັດ​ຮ່ວມ​ທຶນ​ລະ​ຫວ່າງ​ເອ​ກະ​ຊົນ ລາວ ກັບ​ຕ່າງ​ຊາດ 118 ລາຍ​ທີ່​ມີ​ມູນ​ຄ່າ​ການ​ລົງ​ທຶນ​ລວມ​ເກີນກວ່າ 4,500 ລ້ານ​ໂດ​ລາ ແລະ ຜະ​ລິດ​ສິນ​ຄ້​າ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ​ລວມ 394.4 ລ້ານ​ໂດ​ລາ ແລະ ມອບ​ພັນ​ທະ​ໃຫ້​ລັດ​ຖະ​ບານ ລາວ ພຽງ​ແຕ່ 122 ຕື້​ກີບ ຫຼື​ປະ​ມານ 13 ລ້ານ​ໂດ​ລາ​ເທົ່າ​ນັ້ນ​ໃດ​ຕະຫຼອດ​ປີ 2019 ທີ່​ຜ່ານ​ມາ.

ນອກ​ຈາກນີ້​ບັນ​ດາ​ບໍ​ລິ​ສັດ​ຕ່າງໆ​ກໍ​ຍັງ​ໄດ້​ນຳ​ເຂົ້າ​ແຮງ​ງານ​ສ່ວນຫຼາຍ​ມາ​ຈາກ​ຕ່າງ​ປະ​ເທດ​ອີກ​ດ້ວຍ ຊຶ່ງ​ເຫັນ​ໄດ້​ຈາກ​ການ​ຈ້າງ​ແຮງ​ງານ​ຈຳ​ນວນ​ທັງ​ໝົດ 26,756 ຄົນ​ໃນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ທັງ 12 ແຫ່ງ ກໍ​ປາ​ກົດ​ວ່າ​ມີ​ການ​ຈ້າງ​ແຮງ​ງານ ລາວ ພຽງ​ແຕ່ 2,607 ຄົນ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ​ຝີ​ມື​ຂອງ​ແຮງ​ງານ ລາວ ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ບໍ​ລິ​ສັດ​ຕ່າງ​ຊາດ​ໄດ້​ຢ່າງ​ພຽງ​ພໍ ທັງ​ຍັງ​ມີ​ບັນ​ຫາ​ໃນຫຼາຍ​ດ້ານ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ລົງ​ທຶນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ ໃນ​ນີ້​ກໍ​ລວມ​ເຖິງ​ບັນ​ຫາ ກ່ຽວ​ກັບ ນິ​ຕິ​ກຳ​ທີ່ບໍ່​ຊັດ​ເຈນ ແລະ ການ​ເວນ​ຄືນ​ທີ່​ດິນ​ຂອງ​ປະ​ຊາ​ຊົນ ລາວ ດ້ວຍ​ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ນິ​ຕິ​ກຳ ກ່ຽວ​ກັບ ເຂດ​ເສດ​ຖ​ະ​ກິດ​ພິ​ເສດ​ທີ່​ມີ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ທັນ​ໜັກ​ແໜ້ນ​ພຽງ​ພໍ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ພົບ​ຄວາມ​ຫຍຸ້ງ​ຍາກ ໂດຍ​ສະ​ເພາະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ຜູ້​ລົງ​ທຶນ ອັນ​ສອງນີ້​ກະ​ແມ່ນ​ການ​ຈັດ​ສັນ ແລະ ການ​ກຳ​ນົດ​ເນື້ອ​ທີ່​ດິນ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາກ ອັນ​ທີ​ສາມ​ແມ່ນ​ການ​ສ້າງ ແລະ ສະ​ໜອງ​ແຮງ​ງານ​ເພື່ອ​ປ່ຽນ​ແທນ​ແຮງ​ງານ​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ເປັນ​ລະ​ບົບ ການ​ສ້າງ​ໂຄງ​ການ​ທີ່​ມີ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ການ​ຜະ​ລິດ​ເພື່ອ​ຕອບ​ສະ​ໜອງ​ເຄື່ອງ​ອຸ​ປະ​ໂພກ-ບໍ​ລິ​ໂພກ​ໃຫ້​ແກ່​ຄວາມ​ຕ້ອງ​ການ ກະ​ຍັງ​ເຮັດ​ບໍ່​ທັນ​ໄດ້​ດີ."

ສ່ວນ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ເງິນ​ຢືນ​ຢັນ​ວ່າ ລັດ​ຖະ​ບານ ລາວ ໄດ້​ພັດ​ທະ​ນາ​ປັບ​ປຸງ​ລະ​ບຽບ​ກົດ​ໝາຍ​ຕ່າງໆ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ ລາວ ທີ່​ເພີ່ມ​ຂຶ້ນ​ນັບ​ມື້ ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ທຸ​ລະ​ກິດ​ຈາກ ຈີນ ຖື​ເປັນ​ເປົ້າ​ໝາຍ​ບູ​ລິ​ມະ​ສິດ​ທີ່​ລັດ​ຖະ​ບານ ລາວ ຢາກ​ໃຫ້​ເຂົ້າ​ມາ​ລົງ​ທຶນ​ໃນ ລາວ ໃຫ້ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ໂດຍ​ສະ​ເພາະ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ສາມຫຼ່ຽມ​ຄຳ ທີ່​ແຂວງບໍ່​ແກ້ວ ຂອງ​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ຈາກ ຈີນ ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 147 ລາຍ ເຂດ​ເສດ​ຖະ​ກິດ​ສະ​ເພາະ​ບໍ່​ເຕັນ​ແດນ​ງາມ ຢູ່​ແຂວງຫຼວງ​ນ້ຳ​ທາງ ກໍ​ມີ​ບໍ​ລິ​ສັດ ຈີນ ເຂົ້າ​ມາ​ລົງ​ທຶນ​ແລ້ວ 128 ລາຍ, ເຂດ​ເສດ​ຖະ​ກິດ​ພິ​ເສດສະ​ຫວັນ-ເຊ​ໂນ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​ກໍ​ມີ​ບໍ​ລິ​ສັດ​ຕ່າງ​ຊາດ​ເຂົ້າ​ມາ​ລົງ​ທຶນ​ແລ້ວ 117 ລາຍ, ເຂດກວມ​ລວມ​ໄຊ​ເສດ​ຖາ​ນະ​ຄອນຫຼວງວຽງ​ຈັນ 48 ລາຍ, ເຂດ​ນິ​ຄົມ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ວຽງ​ຈັນ-ໂນນ​ທອງ 47 ລາຍ, ເຂດ​ເສດ​ຖະ​ກິດ​ພິ​ເສດ​ຈຳ​ປາ​ສັກ 33 ລາຍ ແລະ ເຂດ​ອື່ນໆ 73 ລາຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ກະ​ຊວງ​ການ​ເງິນ​ຂອງ ສະ​ຫະ​ລັດ ອາ​ເມ​ຣິ​ກາ ກໍ​ໄດ້​ຂຶ້ນ​ບັນ​ຊີ​ດຳ ແລະ ຖືວ່າ ທ່ານ ຈ້າວ ເຫວີ່ຍ ປະທານບໍລິສັດດອກງິ້ວຄຳ ຜູ້ລົງທຶນພັດທະນາເຂດເສດຖະກິດພິເສດສາມ ຫຼ່ຽມຄຳນັ້ນ ເປັນອາຊະຍາກອນ ຜູ້ທີ່ມີສ່ວນກ່ຽວຂ້ອງໃນການຄ້າຢາເສບຕິດ, ການຄ້າມະນຸດ, ການຟອກເງິນ, ການໃຫ້ສິນບົນ ແລະ ການຄ້າສັດປ່າຂ້າມຊາດເມື່ອເດືອນມັງກອນ 2018 ເປັນຕົ້ນມາ. ສ່ວນທ່ານ ຈ້າວ ເຫວີ່ຍ ກໍໄດ້ໃຫ້ການປະຕິເສດຕໍ່ທຸກຂໍ້ກ່າວຫາ ແລະ ຕອບໂຕ້ວ່າ ເປັນການກະທຳຝ່າຍດຽວທີ່ບໍ່ຍຸຕິທຳ ຈຶ່ງບໍ່ສົ່ງຜົນກະທົບຕໍ່ແຜນການພັດທະນາເສດຖະກິດພິ ເສດສາມຫຼ່ຽມຄຳແຕ່ຢ່າງໃດ ເພາະເປັນການລົງທຶນທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ລາວ ໃນທຸກໆດ້ານນັ້ນເອງ. ທັງ​ນີ້​ກຸ່ມ​ບໍ​ລິ​ສັດ​ດອກ​ງິ້ວ​ຄຳ​ໄດ້​ເພີ່ມ​ພື້ນ​ທີ່​ສຳ​ປະ​ທານ​ຈາກ 3,000 ເຮັກ​ຕາ​ເປັນ 10,000 ເຮັກ​ຕາ ແລະ ມີ​ອາ​ຍຸ​ສຳ​ປະ​ທານ 99 ປີ ໂດຍ​ນັບ​ຈາກ​ປີ 2007 ຊຶ່ງ​ຈະ​ຄົບ​ອາ​ຍຸ​ສຳ​ປະ​ທານ​ໃນ​ປີ 2105 ນັ້ນ​ເອງ.

XS
SM
MD
LG