ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນໍ້າຖ້ວມ ສົ່ງຜົນກະທົບ ຕໍ່ປະຊາຊົນ ລາວ ຫຼາຍກວ່າ 541,600 ຄົນ ໃນທົ່ວປະເທດ


ຜູ້​ຊາຍ​ຄົນ​ນຶ່ງ​ລຸຍ​ນ້ຳ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ທີ່​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ 2018.
ຜູ້​ຊາຍ​ຄົນ​ນຶ່ງ​ລຸຍ​ນ້ຳ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ທີ່​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ 2018.

ໄພນໍ້າຖ້ວມຢ່າງໜັກໜ່ວງໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຫຼາຍກວ່າ 541,600 ຄົນ
ໃນທົ່ວປະເທດ ທັງຍັງເຮັດໃຫ້ເກີດການສູນເສຍຜົນຜະລິດເຂົ້ານາປີໄປແລ້ວເກືອບເຖິງ
5 ແສນໂຕນອີກດ້ວຍ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການ
ສະເພາະກິດແກ້ໄຂໄພພິບັດລະດັບຊາດ ຖະແຫຼງສະຫຼຸບຜົນການເກັບກຳຂໍ້ມູນ ກ່ຽວ
ກັບ ຜົນກະທົບຈາກໄພນໍ້າຖ້ວມ ນັບແຕ່ກາງເດືອນກໍລະກົດຫາກາງເດືອນກັນຍາ
2018 ວ່າມີປະຊາຊົນ ລາວ 541,674 ຄົນ ຫຼື 113,538 ຄອບຄົວໃນເຂດ 2,099
ບ້ານ 100 ເມືອງໃນ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກ
ໄພນໍ້າຖ້ວມຄັ້ງໃຫຍ່ທີ່ເກີດຈາກພາຍຸເຂດຮ້ອນ ເຊິ່ນຕິງ ແລະ ເບບິນກາ ຕາມລຳດັບ.

ພ້ອມກັນນີ ກໍມີຜູ້ເສຍຊີວິດ 54 ຄົນ, ບາດເຈັບ 2 ຄົນ ແລະ ສູນຫາຍ 100 ຄົນຊຶ່ງລວມ
ເຖິງ 97 ຄົນທີ່ສູນຫາຍໃນເຂດເມືອງສະໜາມໄຊ ແຂວງອັດຕະປື ດ້ວຍທັງຍັງໄດ້ຍົກ
ຍ້າຍປະຊາຊົນກວ່າ 4,890 ຄອບຄົວ ຫຼື 20,516 ຄົນໄປຢູ່ເຂດພັກອາໄສຊົ່ວຄາວ
ໃນນີ້ລວມເຖິງປະຊາຊົນ 1,611 ຄອບຄົວ ຫຼື 7,095 ຄົນໃນເຂດ 6 ບ້ານຂອງເມືອງ
ສະໜາມໄຊ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້າ
ນ້ອຍແຕກ ນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມາອີກດ້ວຍ.

ທາງດ້ານທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະ
ຫວັດດີການສັງຄົມຢືນຢັນວ່າ ແຂວງສະຫວັນນະເຂດ ເປັນເຂດທີ່ປະຊາຊົນ ລາວ ໄດ້
ຮັບຜົນກະທົບຈາກໄພນໍ້າຖ້ວມຫຼາຍທີ່ສຸດ ເພາະມີປະຊາຊົນເຖິງ 199,884 ຄົນຫຼື
37,714 ຄອບຄົວທີ່ຖືກກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ຮອງລົງມາຄືແຂວງຄຳມ່ວນ 32,004 ຄອບຄົວ ຫຼື 132,432 ຄົນ ແລະ ແຂວງຈຳປາສັກ 15,069 ຄອບຄົວ ຫຼື
87,238 ຄົນ. ສ່ວນເຂດທີ່ເຮືອນປະຊາຊົນເສຍຫາຍຫຼາຍທີ່ສຸດ ກໍຄືເມືອງສະໜາມໄຊ
ໂດຍສະເພາະໃນເຂດ 6 ບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດນັ້ນກໍປາກົດວ່າ
ເຮືອນປະຊາຊົນທັງ 1,520 ຫຼັງໄດ້ເສຍຫາຍໄປຢ່າງສິ້ນເຊີງ.

ສ່ວນກະຊວງກະສິກຳ ແລະ ປ່າໄມ້ ກໍລາຍງານວ່າ ໄພນໍ້າຖ້ວມໃນໄລຍະດັ່ງກ່າວ ເຮັດ
ໃຫ້ນາເຂົ້າເສຍຫາຍຢ່າງສິ້ນເຊີງໃນເນື້ອທີ່ລວມ 114,434 ເຮັກຕາ ຄຶດເປັນ 15 ເປີ
ເຊັນຂອງນາປີທີ່ປັກດຳແລ້ວກວ້າງກວ່າ 768,400 ເຮັກຕາ ໃນຂະນະທີ່ແຜນການປີ
2018 ນີ້ໄດ້ວາງເປົ້າໝາຍການປັກດຳເຂົ້ານາປີໃຫ້ໄດ້ 817,800 ເຮັກຕາ ແລະ ດ້ວຍ
ຜົນເສຍຫາຍດັ່ງກ່າວ ກໍຍັງເຮັດໃຫ້ການປັກດຳເຂົ້ານາປີບັນລຸໄດ້ຕໍ່າກວ່າ 80 ເປີເຊັນ
ຂອງແຜນການ.

ຜູໍ​ຊາຍ​ຄົນ​ນຶ່ງ​ເຄື່ອນ​ຍ້າຍ​ຄວາມ​ທີ່​ຕາຍ​ແລ້ວ​ຈາກ​ນ້ຳຖ້ວມ ໃນ​ບ້ານແຫ່ງ​ນຶ່ງ​ຂອງ​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ, 2018.
ຜູໍ​ຊາຍ​ຄົນ​ນຶ່ງ​ເຄື່ອນ​ຍ້າຍ​ຄວາມ​ທີ່​ຕາຍ​ແລ້ວ​ຈາກ​ນ້ຳຖ້ວມ ໃນ​ບ້ານແຫ່ງ​ນຶ່ງ​ຂອງ​ເມືອງ ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ, 2018.

ຍິ່ງໄປກວ່ານັ້ນ ກະເສດຕະກອນ ລາວ ຍັງສູນເສຍສັດລ້ຽງໄປຫຼາຍໝື່ນຕົວອີກດ້ວຍ
ໃນນີ້ແບ່ງເປັນງົວ 13,500 ຕົວ, ຄວາຍ 5,871 ຕົວ, ໝູ 2,778 ຕົວ, ແບ້ 680 ຕົວ, ສັດ
ປີກ 34,780 ຕົວ, ໜອງປາ 1,887 ໜອງ, ສວນຜັກ 5,200 ກວ່າເຮັກຕາ ແລະ ຄອງ
ຊົນລະປະທານ 586 ແຫ່ງເສຍຫາຍໄປຢ່າງສິ້ນເຊີງ ຊຶ່ງຈະຕ້ອງໃຊ້ງົບປະມານຫຼາຍ
ກວ່າ 557 ຕື້ກີບ ເພື່ອການຟື້ນຟູໃຫ້ກັບຄືນສູ່ພາວະປົກກະຕິ ຫາກແຕ່ດ້ວຍຂໍ້ຈຳກັດ
ດ້ານງົບປະມານ ຈຶ່ງເຮັດໃຫ້ລັດຖະບານ ລາວ ຕ້ອງແບ່ງຈາກສ່ວນຂອງເງິນບໍລິຈາກ
ເພື່ອກູ້ໄພພິບັດຢູ່ທີ່ເມືອງ ສະໜາມໄຊ ໄປໃຫ້ພື້ນທີ່ອື່ນໆດ້ວຍ ດັ່ງທີ່ທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີໄດ້ໃຫ້ການຢືນຢັນວ່າ

"ເງິນທີ່ຕ່າງປະເທດ ຫຼື ປະຊາຊົນເຮົາປະກອບເຂົ້າໃນການແກ້ໄຂໄພພິບັດ ກໍບໍ່ສະ
ເພາະແຕ່ເອົາໄປໃສ່ເມືອງສະໜາມໄຊໝົດເນາະ ຖ້າວ່າແຂວງໃດມີຄວາມຈຳເປັນແຮງ
ກໍຕ້ອງແກ້ໄຂແຂວງນັ້ນແດ່ ແລະບິແບ່ງມາ ອັນນີ້ຂໍໃຫ້ຈັດສັນດີໆ ເພື່ອບໍ່ໃຫ້ມັນບ່ອນ
ໄດ້ ບ່ອນບໍ່ໄດ້."

ເຈົ້າໜ້າທີ່ຂອງທະນາຄານໂລກ ປະຈຳພາກພື້ນອາຊຽນ ຊຶ່ງຮັບຜິດຊອບໂຄງການຜະ
ລິດກະສິກຳເປັນສິນຄ້າໃນ ລາວ ຢືນຢັນວ່າ ໄພນໍ້າຖ້ວມຢ່າງໜັກໜ່ວງໃນ ລາວ ຍ່ອມ
ສົ່ງຜົນກະທົບຕໍ່ຜົນຜະລິດດ້ານກະສິກຳໃນ ລາວ ຢ່າງຫຼີກລ່ຽງບໍ່ໄດ້ ໂດຍສາມາດປະ
ເມີນຄວາມເສຍຫາຍໃນຂັ້ນເບື້ອງຕົ້ນໄດ້ວ່າ ເຂົ້ານາປີໄດ້ເສຍຫາຍໄປແລ້ວເກືອບ 5
ແສນໂຕນ ໝາຍຄວາມວ່າ ກະເສດຕະກອນ ລາວ ຈະບໍ່ມີຜົນຜະລິດເຂົ້າສົ່ງອອກໄປ
ຕ່າງປະເທດໄດ້ຕາມເປົ້າໝາຍທີ່ວາງໄວ້ 4 ແສນໂຕນໃນປີ 2018 ນີ້ຢ່າງແນ່ນອນ.

XS
SM
MD
LG