ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂື່ອ​ນແຕກ ​ຢູ່ພາກ​ໃຕ້ ​ຂອງ​ລາວ ເຮັດໃຫ້ ຢ່າງ​ນ້ອຍ 19 ​ຄົນ ເສຍ​ຊີວິດ


Laos Dam Collapse
please wait
Embed

No media source currently available

0:00 0:00:37 0:00

ເຂື່ອນເຊປຽນ-ເຊນໍ້ານ້ອຍ ​ໃນແຂວງອັດຕະປື ທາງພາກຕາເວັນອອກສຽງໃຕ້ ຂອງລາວ ທີ່ແຕກຫັກພັງ ໃນຕອນແລງວັນຈັນຕົ້ນສັບດານີ້ ​ໄດ້ເຮັດ​ໃຫ້​ມີ​ຜູ້​ຄົນ​ເສັຍ​ຊີວິດຈຳນວນນຶ່ງ
ແລະ​ອີກຫຼາຍຮ້ອຍຄົນ ຍັງຫາຍສາບສູນຢູ່ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາ
ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ມີຢ່າງ​ນ້ອຍ 19 ​ຄົນ ຖືກຢືນຢັນ​ວ່າ​ເສຍ​ຊີວິດ ​ໃນ​ເຫດ​ໄພຫາຍະນະ​ໃນວັນ​ຈັນ​
ຜ່ານ​ມາ​ ຈາກ​ເຂື່ອ​ນແຕກພັງ ​ຢູ່ທາງ​ພາກ​ໃຕ້​ຂອງ​ລາວ ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນຫຼາຍ
​ພັນ​ຄົນ ຂາດ​ທີ່ຢູ່​ອາ​ໄສ ​ແລະ​ອີກ​ຫຼາຍຮ້ອຍ​ຄົນຍັງຫາຍ​ສາບ​ສູນຢູ່.

ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ໄດ້ພັງ​ລົງ ​ໃນ​ແຂວງອັດຕະປື ພາກຕາເວັນອອກສຽງໃຕ້
ຂອງປະ​ເທດໃນ​ແລງ​ວັນ​ຈັນ​ຜ່ານ​ມາ​ ປ່ອຍ​ນ້ຳອອກ​ຫຼາຍເຖິງ 5 ພັນ​ລ້ານ​ແມັດ​ກ້ອນ ​
ລົງສູ່​ຂົງ​ເຂດ ສຸເອົາ​ເຮືອນ​ຊານ​ບ້ານ​ຊ່ອງ ຫຼາຍ​ຮ້ອຍ​ຫຼັງໄປ ​ທັງ​ເຮັດ​ໃຫ້​ພວກ​ຜູ້​ຄົນ
​ຂາດ​ທີ່ຢູ່​ອາ​ໄສ ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ອົງການ​ຂ່າວສານປະເທດລາວ​ ກາເປແອລ (KPL) ​ໄດ້ບອກວ່າ ຈຳນວນຜູ້​ຄົນທີ່ຂາດ
ທີ່ຢູ່ອາໄສ ຢູ່​ໃຕ້​ເຂື່ອນ ຫ່າງຈາກນະຄອນຫຼວງວຽງ​ຈັນ ລົງໄປທາງໃຕ້ ​ປະມານ 550
ກິ​ໂລ​ແມັດນັ້ນ ​ວ່າມີຢູ່ 6,600 ຄົນ.

ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ມູນ ​ແຈ-​ອິນ ​ໄດ້​ອອກຄຳສັ່ງ​ໃຫ້​ຄະນະ​ກູ້​ໄພສຸກ​ເສີນ ​
ໄປ​ຍັງ​ລາວ ​ເພື່ອຊ່ອຍ​ເຫຼືອກູ້​ໄພ​ຄັ້ງ​ນີ້. ສອງ​ບໍລິສັດ​ຂອງ​ເກົາຫຼີ​ໃຕ້ ອັນມີບໍລິສັດ
ວິສະວະກຳແລະການກໍ່ສ້າງ SK ແລະບໍລິສັດ Western Power ຂອງເກົາຫຼີ ແມ່ນສ່ວນນຶ່ງຂອງການກໍ່ສ້າງໂຄງການໄຟຟ້າພະລັງແຮງ 410 ເມກາວັດ ພ້ອມກັບ
ບໍລິສັດໄຟຟ້າຣາຊະບູຣີມະຫາຊົນຂອງໄທ ແລະບໍລິສັດລັດວີສາຫະກິດ ລາວ.

ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ມີໝາຍກຳໜົດວ່າຈະແລ້ວເສັດ ໃນປີໜ້າ ຄາດຄະເນວ່າ ມີມູນຄ່າໃນການກໍ່ສ້າງ 1 ພັນລ້ານໂດລາ.

ບໍ່ພຽງເທົ່າໃດຊົ່ວໂມງ ກ່ອນໜ້າໄພພິບັດດັ່ງກ່າວ ໃນແລງວັນຈັນຜ່ານມານີ້ ທາງ
ໂຄງການໄດ້ອອກຈົດໝາຍເຕືອນວ່າ ນ້ຳຈຳນວນລ້ານໆໂຕນ ຈະໄຫຼລົງສູ່​ແມ່ນນໍ້າ
ເຊ​ປຽນ ຖ້າຫາກວ່າ ເຂື່ອນທີ່ເປັນອັນຕະລາຍບໍ່ປອດໄພບໍ່ສາມາດຕ້ານທານໄດ້.

“ແລະພາຍໃນບໍ່ເທົ່າໃດຊົ່ວໂມງ ຫຼັງຈາກຈົດໝາຍນີ້ ໃນແລງມື້ນັ້ນ, ເຂື່ອນທີ່ວ່ານີ້
ກໍຫັກພັງ. ສະນັ້ນ ມັນຈຶ່ງເປັນທີ່ຈະແຈ້ງວ່າ ລະບົບເຕືອນໄພນັ້ນ ແມ່ນບໍ່ພຽງພໍ
ແລະເບິ່ງຄືວ່າ ມັນຊ້າໄປສຳລັບພວກຜູ້ຄົນ,”
ດັ່ງທ່ານນາງ ມໍຣີນ ແຮຣິສ ຜູ້ອຳນວຍການຂອງອົງການແມ່ນ້ຳສາກົນ ໃນເຂດພາກພື້ນເອເຊຍ ໄດ້ບອກກ່າວຕໍ່
ວີໂອເອນັ້ນ.

ພວກຜູ້ຄົນຈຳນວນຫຼາຍພັນຄົນ ໄດ້ອົບພະຍົບໜີລົງໄປທາງໃຕ້ຂອງເຂື່ອນ, ຊຶ່ງແມ່ນ
1 ໃນຈຳນວນ 5 ເຂື່ອນທີ່ຮວມຕົວກັນຢູ່ໃນໂຄງການເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ຢູ່ໃນ
ເຂດທົ່ງພຽງບໍລະເວນ ຊຶ່ງທ່ານນາງແຮຣິສ ໄດ້ເວົ້າສູ່ຟັງ.

“ແລະເຂື່ອນນີ້ ເອີ້ນວ່າເຂື່ອນອານມ້າ ຊຶ່ງໝາຍຄວາມວ່າ ເປັນເຂື່ອນທີ່ອູ້ມຊູເຂື່ອນ
ຫຼັກ ຫຼືເຂື່ອນໃຫຽ່ ທີ່ເປັນຕົ້ນຕໍທຳອິດ ແລະມັນໄດ້ຖືກສ້າງຂຶ້ນມາເພື່ອປ້ອງກັນອ່າງ
ເກັບນ້ຳໃນລະດັບສູງໄວ້ໄດ້, ອ່າງເກັບນ້ຳທີ່ສາມາດອະທິບາຍໄດ້, ຖ້າໃຫ້ຂ້າພະ
ເຈົ້າເດົາ ກໍແມ່ນວ່າ ເປັນຫຍັງຈຶ່ງໄດ້ມີນ້ຳຫຼວງຫຼາຍຫຼັ່ງໄຫຼອອກມາແທ້ເວລາ
ເຂື່ອນແຕກ.”
ຊຶ່ງທ່ານນາງແຮຣິສ ໄດ້ເວົ້າໄປ.

ໃນຈົດໝາຍແຈ້ງການນັ້ນ ໂຄງການດັ່ງກ່າວ ທີ່ຮູ້ກັນວ່າ PNPC ກ່າວວ່າ ເຂື່ອນ
ອານມ້າ ບໍ່ປອດໄພແລ້ວ ຍ້ອນຝົນຕົກໜັກ ແລະຈະປ່ອຍນ້ຳອອກມາ 5 ລ້ານໂຕນ
ລົງສູ່ແມ່ນນໍ້າ ເຊປຽນ ຖ້າຫາກວ່າມັນທົນບໍ່ໄດ້. ໂຄງການເກັບນ້ຳດັ່ງກ່າວ ແມ່ນມີ
ຄວາມຕັ້ງໃຈວ່າຈະເກັບນ້ຳໃຫ້ສູງເຖິງ 73 ແມັດ ມີຄວາມຍາວ 1,600 ແມັດ, ດ້ວຍຄວາມສາມາດໃນການເກັບກຳນ້ຳ ໄດ້ປະມານ 1,043 ລ້ານແມັດກ້ອນ.

ເຂື່ອນ “ໄດ້ແຕກແຫງ ແລະນ້ຳໄດ້ຮົ່ວລົງສູ່ເຂດທີ່ຕ່ຳກວ່າ ແລະລົງສູ່ແມ່ນນໍ້າເຊປຽນ ທີ່ຢູ່ຫ່າງໄກອອກໄປຈາກເຂື່ອນປະມານ 5 ກິໂລແມັດ,” ຊຶ່ງທ່ານກິຈຈາ ສຣິປັທທາງກູລ ຫົວໜ້າເຈົ້າໜ້າທີ່ຂອງບໍລິສັດໄຟຟ້າຣາຊະບູຣີມະຫາຊົນ ໄດ້ກ່າວສູ່ຟັງ.

ກະຊວງສັບພະຍາກອນທຳມະຊາດແລະສິ່ງແວດລ້ອມຂອງລາວ ຍັງບໍ່ທັນໄດ້ຕອບ
ຄຳຖາມຂອງວີໂອເອ ທີ່ໄດ້ຖາມໄປ ໃນຂະນະທີ່ອົງການແມ່ນ້ຳຂອງສາກົນ ຫຼື MRC
ໄດ້ກ່າວວ່າ ຕົນແມ່ນໄດ້ທຳການສືບສວນສອບສວນເຖິງໄພພິບັດດັ່ງກ່າວແລະຈະໃຫ້
ຄວາມເຫັນ ໃນວັນພຸດມື້ນີ້.

ພາບວີດີໂອ ແລະຮູບ ທີ່ໄດ້ນຳລົງໃນໜ້າເຟສບຸກ ໂດຍສື່ມວນຊົນຂອງລັດ ໄດ້ສະແດງ
ໃຫ້ເຫັນຂົງເຂດທີ່ກວ້າງໃຫຍ່ທີ່ນໍ້າຖ້ວມ ແລະພວກຜູ້ຄົນ ພາກັນຢືນຢູ່ເທິງຫຼັງຄາບ້ານ
ທີ່ຖືກນ້ຳຖ້ວມ. ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍປາກົດເຫັນຢູ່ໃນພາບພວມ
ຢ້ຽມຢາມຂົງເຂດທີ່ຖືກກະທົບນັ້ນຢູ່.

​ເຂື່ອນເຊ​ປຽນ-​ເຊ​ນ້ຳ​ນ້ອຍ​ ໄຫຼລົງສູ່ແມ່ນນໍ້າເຊກອງ ເຂົ້າສູ່ກຳປູເຈຍ ແລະນັ້ນ ກໍ່ໃຫ້ເກີດຄວາມເປັນຫ່ວງບົ່ມຊ້ອນ ໃນເຂດລຸ່ມ.

ລະດັບນ້ຳໃນທົ່ວຂົງເຂດແມ່ນໍ້າຂອງ ໄດ້ສູງຂຶ້ນເລື້ອຍໆ ນັບຕັ້ງແຕ່ວັນທີ 15 ກໍລະກົດ
ຜ່ານມານີ້ ໃນນຶ່ງກໍລະນີ ກໍແມ່ນ ໄດ້ສູງກວ່າ 4 ແມັດ ໃນນະຄອນຫຼວງພະບາງ ຍ້ອນ
ຝົນຕົກໜັກ ຈາກພາຍຸເຂດຮ້ອນ ສັນ ຕິງ ອີງຕາມອົງການແມ່ນ້ຳຂອງສາກົນ.

ທ່ານແຮຣິສ ກ່າວວ່າ ເຫດການດັ່ງກ່າວນີ້ ໄດ້ສ້າງຄວາມເປັນຫ່ວງເປັນໃຍ ກ່ຽວກັບ
ຄວາມສ່ຽງຂອງການອອກແບບເຂື່ອນ ທີ່ບໍ່ສາມາດກຳກັບຄວບຄຸມສະພາບອາກາດ
ທີ່ຮຸນແຮງ ອັນເກີດມາຈາກສະພາບດິນຟ້າອາກາດປ່ຽນແປງນັ້ນ ແລະການຂາດລະບົບ
ການເຕືອນທີ່ບໍ່ເໝາະສົມ ຊຶ່ງຮວມທັງ ເຂື່ອນທີ່ກຳລັງກໍ່ສ້າງຢູ່ໃນຂະນະນີ້.

ມີເຂື່ອນຫຼາຍກວ່າ 70 ແຫ່ງ ກໍາລັງຢູ່ໃນຂັ້ນຕອນການກໍ່ສ້າງ ຫຼືບໍ່ ກໍມີແຜນການກໍ່ສ້າງ
ໃນລາວ ຊຶ່ງຮວມທັງ ເຂື່ອນຫຼາຍແຫ່ງ ທີ່ຈະສ້າງໃນແມ່ນ້ຳຂອງ. ທ່ານແຮຣິສ ໄດ້ກ່າວວ່າ ບົດບາດແລະຄວາມຮັບຜິດຊອບ ຂອງບໍລິສັດເອກກະຊົນທັງຫຼາຍ ທີ່ພັດທະນາໂຄງການ
ພວກນີ້ ຄວນຈະຕັ້ງຄຳຖາມທີ່ຈິງຈັງຂຶ້ນ ໃນກຳລະນີຂອງໄພພິບັດນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຊາວບ້ານ ທີ່ເຫັນຢູ່ໃນ ສູນອົບພະຍົບຊົ່ວຊາວ ພ້ອມດ້ວຍສຳພາລະ ເຂົ້າຂອງສ່ວນຕົວ ເລັກນ້ອຍຕິດມື ຫຼັງຈາກທີ່ຖືກອົບພະຍົບ ຍ້ອນເຂື່ອນເຊປຽນ -ເຊນ້ຳນ້ອຍ ແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.
ພວກຊາວບ້ານ ທີ່ເຫັນຢູ່ໃນ ສູນອົບພະຍົບຊົ່ວຊາວ ພ້ອມດ້ວຍສຳພາລະ ເຂົ້າຂອງສ່ວນຕົວ ເລັກນ້ອຍຕິດມື ຫຼັງຈາກທີ່ຖືກອົບພະຍົບ ຍ້ອນເຂື່ອນເຊປຽນ -ເຊນ້ຳນ້ອຍ ແຕກ ໃນແຂວງອັດຕະປື, ລາວ, 24 ກໍລະກົດ 2018.

XS
SM
MD
LG