ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

7 ຢ່າງທີ່ຕ້ອງຮູ້ ກ່ຽວກັບ ການສືບສວນສອບສວນ ຄະດີອາຍາ ຕໍ່ ທ່ານ ທຣຳ


ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສຢູ່ກອງປະຊຸມການເມືອງຫົວອະນຸລັກນິຍົມ, ເມືອງ ອໍແລນໂດ ລັດ ຟລໍຣິດາ. 28 ກຸມພາ, 2021.
ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວຄຳປາໄສຢູ່ກອງປະຊຸມການເມືອງຫົວອະນຸລັກນິຍົມ, ເມືອງ ອໍແລນໂດ ລັດ ຟລໍຣິດາ. 28 ກຸມພາ, 2021.

ຄວາມເປັນໄປໄດ້ທີ່ອະດີດປະທານາທິບໍດີ ດໍໂນລ ທຣຳ, ຄູ່ຮ່ວມທຸລະກິດຂອງ ທ່ານ ແລະ ບໍລິສັດຂອງທ່ານ ອາດປະເຊີນກັບຂໍ້ກ່າວຫາ ທາງອາຍານັ້ນ ໄດ້ເລີ່ມເບິ່ງຄືຈະເປັນຈິງແລ້ວໃນອາທິດນີ້ ເວລາທີ່ໜັງສືພິມ ວໍຊິງຕັນໂພສ (The Washington Post) ໄດ້ລາຍງານຂ່າວທີ່ວ່າໄດ້ມີການຈັດລາຍຊື່ຄະນະຕຸລາການໃຫຍ່ພິເສດໃນນະຄອນ ນິວຢອກ ເພື່ອຟັງການໃຫ້ຫຼັກຖານຈາກບັນດາ ໄອະຍະການທີ່ກຳລັງສືບສວນສອບສວນການຕໍ່ລອງທາງທຸລະກິດຂອງທ່ານ ທຣຳ.

ຄະນະຕຸລາການດັ່ງກ່າວ ແມ່ນຄາດວ່າຈະຮັບໜ້າທີ່ນຶ່ງສະໄໝເປັນເວລາ 6 ເດືອນ, ເຊິ່ງດົນກວ່າການເຮັດໜ້າທີ່ນຶ່ງເດືອນຂອງຄະນະຕຸລາການສ່ວນໃຫຍ່. ເຂົາເຈົ້າຈະຟັງການໃຫ້ຫຼັກຖານທີ່ຖືກລວບລວມໃນການສືບສວນສອບສວນທີ່ໄດ້ດຳເນີນມາດົນເຖິງສອງປີ ແລະ ປະກອບກັບການຕັດ ສິນຂອງສານສູງສຸດສອງຄັ້ງ ທີ່ອະນຸຍາດໃຫ້ຫ້ອງຂອງໄອຍະການປະຈຳເຂດ ແມນແຮັດຕັນ ເຂົ້າ ຫາເອກະສານການຈ່າຍພາສີຂອງອະດີດປະທານາທິບໍດີໄດ້ນັ້ນ.

ໄລຍະຄວາມຍາວໃນສະໄໝການເຮັດວຽກຂອງຄະນະຕຸລາການໄດ້ຊີ້ໃຫ້ເຫັນວ່າ ບັນດາຜູ້ພິພາກ ສາແມ່ນກຳລັງກະກຽມທີ່ຈະສະເໜີຄະດີທີ່ຊັບຊ້ອນ ແລະ ຍາວ, ອີງຕາມການກ່າວຂອງທ່ານນາງຣີເບັກກາ ຣອຍຟີ, ອາຈານສອນຢູ່ໂຮງຮຽນກົດໝາຍ ນິວຢອກ, ຜູ້ທີ່ເຄີຍຮັບໜ້າທີ່ເປັນຜູ້ພິພາກ ສາໃນເຂດ ແມນແຮັດຕັນ.

ທ່ານນາງ ຣອຍຟີ ໄດ້ກ່າວວ່າ ນີ້ແມ່ນການເລີ່ມຕົ້ນຂອງຂະບວນການທີ່ປົກກະຕິແລ້ວຈະນຳໄປສູ່ການຟ້ອງຄະດີອາຍາ. ທ່ານນາງໄດ້ກ່າວວ່າ “ມັນເປັນໄປບໍ່ໄດ້ທີ່ວ່າ ພວກເຮົາຈະບໍ່ເຫັນການຟ້ອງຮ້ອງເວລາທີ່ການດຳເນີນຄະດີນີ້ຈົບລົງ. ຂໍ້ມູນລະດັບລັດແມ່ນຍາກຫຼາຍທີ່ຈະໄດ້ຮັບມາ, ແຕ່ການວິເຄາະຂອງໜັງສືພິມ ວໍຊິງຕັນໂພສທ໌ ກ່ຽວກັບຄະນະຕຸລາການພິເສດລັດຖະບານກາງ ໃນປີ 2014 ໄດ້ພົບວ່າ ເຂົາເຈົ້າຈະຕັ້ງຂໍ້ກ່າວຫາ 99.99 ເປີເຊັນໃນຄະດີຕ່າງໆ.

ໃນລະບົບຍຸຕິທຳລັດຖະບານກາງ ຂອງ ສະຫະລັດ ເຊັ່ນດຽວກັບໃນຫຼາຍໆລັດ, ລວມທັງນະຄອນ ນິວຢອກ, ຂໍ້ກ່າວຫາທາງອາຍາຈະຖືກຕັ້ງຂຶ້ນ ຫຼັງຈາກຄະນະຕຸລາການໄດ້ພິຈາລະນາວ່າ ມັນມີ “ສາເຫດທີ່ເປັນໄປໄດ້” ທີ່ຈະເຊື່ອວ່າບຸກຄົນ ຫຼື ອົງກອນໃດນຶ່ງໄດ້ກະທຳຄວາມຜິດທາງອາຍາ.

ການດຳເນີນຄະດີຂອງຄະນະຕຸລາການ ແມ່ນບໍ່ຄືກັບການດຳເນີນຄະດີທົ່ວໄປ, ບໍ່ມີໃຜເປັນຕົວ ແທນໃຫ້ຄົນຜູ້ຕ້ອງສົງໄສ ກ່ຽວກັບ ອາຊະຍະກຳ. ຄຳຕະຫຼົກພື້ນຖານ ກ່ຽວກັບ ຄະນະຕຸລາການໃນ ສະຫະລັດ ກໍແມ່ນວ່າ ຫຼັກຖານທີ່ເປັນພື້ນຖານແມ່ນເຫັນໄດ້ແຈ້ງຫຼາຍຈົນຜູ້ພິພາກສາທີ່ມີຄວາມສາມາດ ແມ່ນສາມາດທີ່ຈະເຮັດວຽກໄດ້ທຸກຢ່າງກັບຄະນະຕຸລາການໃຫຍ່.

ແຕ່ອີງຕາມທ່ານນາງ ຣອຍຟີ ແລ້ວ, ມັນສຳຄັນທີ່ຈະກ່າວຢໍ້າວ່າຫ້ອງການຂອງໄອຍະການເຂດ ແມນແຮັດຕັນ ທ່ານ ຊາຍຣັສ ແວນສ໌ ຈູເນຍ ແມ່ນໄດ້ໂຕ້ແຍ້ງແລ້ວວ່າຈະບໍ່ນຳເອົາຄະດີທີ່ບໍ່ສາມາດໄຈ້ແຍກໄດ້ມາດຳເນີນການຟ້ອງຮ້ອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG