ປະຊາຊົນ ລາວ 7 ຄົນຖືກນ້ຳປ່າໄຫຼຊັດສູນຫາຍໃນເຂດເມືອງວຽງໄຊ ແຂວງຫົວພັນ
ໃນຂະນະທີ່ເຂື່ອນຂະໜາດນ້ອຍຢູ່ເມືອງແປກ ແຂວງຊຽງຂວາງ ກໍເປ່ເພຍ້ອນແຮງດັນ
ຂອງມວນນ້ຳທີ່ລົ້ນອ່າງຕົ່ງ.
ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງໆວຽງໄຊ ແຂວງຫົວພັນ ຖະແຫຼງຢືນຢັນວ່າ ປະຊາ
ຊົນ 7 ຄົນທີ່ບ້ານຫີນດຳ ທີ່ຖືກນ້ຳປ່າໄຫຼຊັດສູນຫາຍໄປພ້ອມກັບເຮືອນນັບແຕ່ເຊົ້າມືດ
ຂອງວັນທີ 4 ສິງຫາ 2019 ເປັນຕົ້ນມາຍັງຊອກຫາບໍ່ເຫັນຈົນເຖິງປັດຈຸບັນນີ້ ແລະ ເນື່ອງ
ຈາກວ່າເປັນເຂດຕິດຕໍ່ກັບຊາຍແດນ ຫວຽດນາມ ຈຶ່ງເຮັດໃຫ້ມີການປະເມີນວ່າ ປະຊາ
ຊົນ ລາວ ທີ່ສູນຫາຍທັງ 7 ຄົນດັ່ງກ່າວໄດ້ຖືກກະແສນ້ຳຊັດເຂົ້າໄປໃນເຂດ ຫວຽດນາມ
ແລ້ວໂດຍໃນປັດຈຸບັນທາງການ ລາວ ກໍໄດ້ປະສານງານເພື່ອຂໍການຊ່ວຍເຫຼືອໃນການ
ຄົ້ນຫາຈາກທາງການ ຫວຽດນາມ ແລ້ວ ດັ່ງທີ່ທ່ານ ພອນສຸກ ໄດ້ໃຫ້ການຢືນຢັນວ່າ
"ທີມງານຊອກຄົ້ນທີມນຶ່ງກະຄົ້ນຢູ່ສະຖານທີ່ເກີດເຫດຫັ້ນ ທີມນຶ່ງກະເລາະລຽບນ້ຳລົງ
ໄປຊອກ ແຕ່ຍ້ອນວ່ານ້ຳນີ້ ມັນຊັນ, ມັນໄຫຼແຮງ, ຈັກວ່າມີຫີນ ມີດິນ ມີຕົ້ນໄມ້ ທຸກຢ່າງ
ກະຖືວ່າໄຫຼຊູໄປທາງປະເທດເພື່ອນບ້ານທັງໝົດແຫຼະ ຕາມການລາຍງານຂອງປະຊາ
ຊົນເພິ່ນກະເກືອບວ່າ 100 ແມ່ນໄຫຼໄປປະເທດເພື່ອນບ້ານແລ້ວຈຳນວນ 7 ຄົນຫັ້ນ
ເມື່ອເປັນແນວນັ້ນແລ້ວ ພວກເຮົາກະມອບໃຫ້ທາງກອງທະຫານ 215 ທະຫານຊາຍ
ແດນເປັນຜູ້ສືບຕໍ່ຊອກຄົ້ນຮ່ວມກັບປະຊາຊົນ."
ທັງນີ້ນ້ຳງາ ໄດ້ໄຫຼຊຸເຂົ້າຖ້ວມເຮືອນ ແລະ ສິ່ງປູກສ້າງຂອງປະຊາຊົນ ລາວ 16 ບ້ານຢູ່
ໃນເຂດເມືອງວຽງໄຊ ນັບແຕ່ວັນທີ 4 ສິງຫາເປັນຕົ້ນມາ ໂດຍນອກຈາກຈະເຮັດໃຫ້ປະ
ຊາຊົນ 7 ຄົນສູນຫາຍແລ້ວ ກະແສນ້ຳຍັງໄດ້ຊັດເອົາເຮືອນ 2 ຫຼັງໄປກັບນ້ຳ ແລະ ເຮືອນ
ອີກ 2 ຫຼັງກໍຖືກດິນເຈື່ອນທັບ ສ່ວນເສັ້ນທາງຈາກບ້ານໃໝ່ ໄປຫາບ້ານຄຳນາງ ໄລຍະ
ທາງຍາວ 38 ກິໂລແມັດ ກໍໃຊ້ສັນຈອນໄປມາບໍ່ໄດ້ຕະຫຼອດເສັ້ນທາງເຊັ່ນດຽວກັນກັບ
ສັນຍານໂທລະສັບ ແລະ ໄຟຟ້າກໍໃຊ້ການບໍ່ໄດ້ເລີຍ ໂດຍຄາດວ່າຈະຕ້ອງໃຊ້ເວລາ 2
ສັບປະດາເຖິງ 1 ເດືອນເພື່ອສ້ອມແປງ ແລະ ຫຼັງຈາກນັ້ນຈຶ່ງຈະສາມາດປະເມີນຜົນເສຍ
ຫາຍຈາກໄພນ້ຳຖ້ວມທີ່ເກີດກັບຂຶ້ນປະຊາຊົນທັງ 16 ບ້ານດັ່ງກ່າວໄດ້ຢ່າງຄັກແນ່.
ທາງດ້ານຜູ້ບໍລິຫານຂອງບໍລິສັດສົມພູກໍ່ສ້າງຂົວ-ທາງຈຳກັດ ເຈົ້າຂອງສຳປະທານ
ເຂື່ອນໄຟຟ້ານ້ຳງື່ມ-ແກ້ງຄວນ ທີ່ມີກຳລັງຕິດຕັ້ງ 1 ເມກະວັດ ແລະ ໄດ້ຜະລິດກະແສ
ໄຟຟ້າຂາຍໃຫ້ລັດວິສາຫະກິດໄຟຟ້າ ລາວ ນັບແຕ່ປີ 2017 ເປັນຕົ້ນມາຖະແຫຼງຍອມ
ຮັບວ່າເຂື່ອນນ້ຳງື່ມ-ແກ້ງຄວນ ໄດ້ເສຍຫາຍໃນສ່ວນເຮືອນຈັກຜະລິດໄຟຟ້າ ແລະ
ຄັນເຂື່ອນຕັນນ້ຳ ຊຶ່ງເປັນຜົນຈາກປະລິມານນ້ຳຝົນທີ່ຕົກລົງມາຢ່າງຫຼວງຫຼາຍຈົນລົ້ນ
ອ່າງຕົ່ງ ແລະ ກັດເຊາະຄັນເຂື່ອນໃຫ້ເຈື່ອນລົງແລ້ວເຮັດໃຫ້ມວນນ້ຳໄຫຼອອກຈາກ
ເຂື່ອນໄປຖ້ວມເຮືອນ ແລະ ຊັບສິນຂອງປະຊາຊົນ ລາວ ໃນ 4 ບ້ານຄືບ້ານລາດປວກ,
ບ້ານເປີບ, ບ້ານດູຊານ ແລະ ບ້ານໝີ່ ຢູ່ໃນເຂດເມືອງແປກ ແຂວງຊຽງຂວາງ ເມື່ອວັນ
ທີ 4 ສິງຫາ 2019 ທີ່ຜ່ານມາ.
ຈາກການປະເມີນເບື້ອງຕົ້ນໃນສ່ວນຂອງເຂື່ອນ້ຳງື່ມ-ແກ້ງຄວນ ນັ້ນເສຍຫາຍໄປຫຼາຍ
ກວ່າ 3 ຕື້ກີບ ສ່ວນຜົນເສຍຫາຍຂອງປະຊາຊົນທີ່ຖືກນ້ຳຖ້ວມນັ້ນຍັງຕ້ອງລໍຖ້າການ
ສຳຫຼວດພື້ນທີ່ຕົວຈິງຊຶ່ງທາງດ້ານບໍລິສັດທີ່ເປັນເຈົ້າຂອງສຳປະທານເຂື່ອນນ້ຳງື່ມ-
ແກ້ງຄວນ ໄດ້ປະເມີນວ່າ ເສຍຫາຍບໍ່ຫຼາຍ ເພາະວ່າບໍ່ແມ່ນເຂື່ອນແຕກ ດັ່ງທີ່ຜູ້ບໍລິ
ຫານບໍລິສັດສົມພູກໍ່ໍ່ສ້າງຂົວ-ທາງໄດ້ຢືນຢັນວ່າ
"ຜົນກະທົບໃນຊຸດນີ້ຫັ້ນມັນກະບໍ່ແມ່ນວ່າເຂື່ອນແຕກເນາະ ຖືວ່ານ້ຳຫັ້ນນະມັນໄຫຼເຂົ້າ
ມາໃນເຮືອນຈັກນີ້ ການລະບາຍນ້ຳຫັ້ນກະມີຢູ່ 3-4 ຈຸດເນາະ ແຕ່ວ່າຝົນຕົກຫັ້ນຫຼາຍ
ນ້ຳມັນກະບໍ່ສາມາດທີ່ວ່າຈະລະບາຍທັນ ເພາະວ່າ ນ້ຳມັນກໍມາບາດດຽວເລີຍເນາະ
ແລ້ວຜົນກະທົບຕໍ່ປະຊາຊົນບໍ່ ທາງເທິງ ທາງເບື້ອງລຸ່ມຫັ້ນຖືວ່າບໍ່ມີຫຍັງຫັ້ນນະໃນ
ເຂື່ອນຊຸດນີ້ ຖືວ່າອັນນີ້ແມ່ນໄພທຳມະຊາດ."
ແຕ່ຢ່າງໃດກໍຕາມ ເຄືອຂ່າຍອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງໄດ້
ຕັ້ງຂໍ້ສົງໄສ ກ່ຽວກັບ ມາດຕະຖານການກໍ່ສ້າງເຂື່ອນໄຟຟ້າໃນ ລາວ ນັບຈາກກໍລະນີ
ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ເປັນຕົ້ນມາແລ້ວ ເຖິງ
ແມ່ນວ່າທາງການ ລາວ ຈະໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອກວດກາທຸກໂຄງການ
ເຂື່ອນໃນ ລາວ ທັງທີ່ສ້າງສຳເລັດແລ້ວ ແລະ ທີ່ກຳລັງກໍ່ສ້າງໃນປັດຈຸບັນກໍຕາມ ແຕ່
ເຄືອຂ່າຍອະນຸລັກທຳມະຊາດກໍມອງວ່າ ຄະນະສະເພາະກິດດັ່ງກ່າວບໍ່ໜ້າເຊື່ອຖືໃນ
ມາດຕະຖານສາກົນ.