ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈັດຄົນເສຍຊີວິດ ຍ້ອນໄຕ້ຝຸ່ນ Goni ຖະຫລົ່ມ ຟິລິບປີນ


ຟອງໃຫຍ່ຈາກລົມໄຕ້ຝຸ່ນ Goni
ຟອງໃຫຍ່ຈາກລົມໄຕ້ຝຸ່ນ Goni

ຝົນຕົກ​ໜັກ ຈາກລົມໄຕ້​ຝຸ່ນ Goni ກຳລັງ​ຖະຫລົ່ມ ພາກ​ເໜືອ
​ຂອງ ຟິລິບ​ປີນ.

​ເຈັດ​ຄົນ​ໄດ້​ເສຍ​ຊີວິດ ​ແລະ​ສອງ​ຄົນ​ຫາຍ​ສາບ​ສູນ ໃນການພັດ
ຖະຫຼົ່ມຂອງໄຕ້ ຝຸ່ນຫົວນີ້ ອີງ​ຕາມ​ລາຍ​ງານ​ຂອງສະພາຄຸ້ມຄອງ​
ໄພພິບັດ​ແຫ່ງ​ຊາດ. ຫລາຍ​ພັນ​ຄົນ​ໄດ້​ຖືກ​ຍົກຍ້າຍ ຫລືບໍ່ກໍພາ
ກັນຫລົ​ບໜີ​ໄປ​ຢູ່​ທີ່​ສູງ.

ເຈົ້າແຂວງ Abra ກ່າວວ່າ ຝົນຕົກ​ແຮງ ທີ່​ເຮັດ​ໃຫ້​ເກີດ​ດິນເຈື່ອນ ​ແລະ​ນຳ້​ຖ້ວມ ​ເປັນສາ​ເຫດໃຫ້​ແມ່​ນຳ້ທີ່​ສຳຄັນ​ໆ ລົ້ນ​ຝັ່ງຂຶ້ນຖ້ວມ ​ໃນ​ແຂວງດັ່ງກ່າວ.

ເຈົ້າແຂວງ Eustaquio Bersamin ກ່າວ​ຕໍ່ວິທະຍຸ DZMM ວ່າ “​ແມ່​ນໍ້າ Abra ​ໄດ້​ກາຍ
ເປັນ​ທະ​ເລ​ສາບ c]tຝົນຕົກແຮງ​ຫລາຍ​ກວ່າ​ທີ່ເຮົາ​ໄດ້​ຄາດ​ເອົາ​ໄວ້.”

​Goni ​ເປັນ​ໄຕ້​ຝຸ່ນ​ຫົວທີ​ເກົ້າ ທີ່ໄດ້ພັດ​ຖະຫລົ່ມຟິລິບ​ປີນ​ໃນ​ປີ​ນີ້. ຕາມປົກກະຕິແລ້ວ ຟີລິບ
ປິນ ມັກ​ຈະປະເຊີນໜ້າ​ກັບລົມພາຍຸ ແລະໄຕ້ຝຸ່ນປະມານ 20 ຫົວໃນ​ແຕ່ລະ​ປີ. ​ໃນເດືອນ​
ພະຈິກ ປີ 2013 ​ໄຕ້​ຝຸ່ນ Haiyan ຊຶ່ງ​ເປັນໜຶ່ງ​ໃນຈຳນວນ​ພະຍຸ​ແຮງສຸດທີ່ໄດ້ພັດຂຶ້ນບົກ
ໄດ້​ພັດ​ຂ້າມ​ພາກ​ກາງຂອງຟິລິບ​ປີນ​ເຮັດ​ໃຫ້​ຫຼາຍ​ກວ່າ 7,300 ຄົນ​ເສຍ​ຊີວິດ ​ແລະ​ຫາຍ
​ສາບ​ສູນ.

​ໄຕ້​ຝຸ່ນຫົວນີ້ ທີ່​ມີ​ລົມ​ແຮງ​ເຖິງ 195 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ກຳ​ລັງ​ເຄື່ອນ​ຍ້າຍ​ຊ້າໆ ​ໄປ​ສູ່່​ທິດ​ທາງ​ເກາະໄຕ້​ຫວັນ ​ແລະ ​ໂອ​ກີ​ນາວາ. ​ໄຕ້​ຫວັນ ​ໄດ້​ຍົກຍ້າຍຜູ້​ຄົນ​ອອກ​ຈາກ​ບັນດາເກາະ​
ຕ່າງໆ ທີ່​ຢູ່​ອ້ອມແອ້ມໃນວົງນອກ ອອກ​ໄປແລ້ວ.

The torrential rains of Typhoon Goni are pummeling the northern Philippines.

Seven people have died in the onslaught and two are missing, according to a report by the national disaster council.

Thousands have been evacuated or fled to higher ground.

The strong rains --which have triggered landslides and floods -- caused a major river to overflow in Abra province, the area's governor said.

"The Abra river has turned into an ocean," Governor Eustaquio Bersamin told DZMM radio. "The rains were much stronger than we expected."

Goni is the ninth storm to hit the Philippines this year. The country usually sees about 20 storms and typhoons a year. In November 2013 Typhoon Haiyan, one of the strongest storms ever to hit land, swept across the central Philippines, leaving more than 7,300 people dead or missing.

The typhoon, with winds of up to 195 kilometers per hour, is moving slowly in the direction of Taiwan and Okinawa. Taiwan has already evacuated people from outlying islands.

XS
SM
MD
LG