ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

7 ຄົນ​ເສຍ​ຊີ​ວິດ ແລະ 7 ຄົນ​ບາດເຈັບ ໃນ​ການ​​ໂຈມ​ຕີ ລະ​ເບີດ​ລົດ ຢູ່ ອັ​ຟ​ກາ​ນິ​ສ​ຖານ


ຊາກ​ຫັກ​ພັງ​ຂອງ​ລົດ​ທີ່​ຖືກ​ໃສ່​ໃນ​ການ​ໂຈມ​ຕີ, ທີ່​ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 13 ພະ​ຈິກ 2019.
ຊາກ​ຫັກ​ພັງ​ຂອງ​ລົດ​ທີ່​ຖືກ​ໃສ່​ໃນ​ການ​ໂຈມ​ຕີ, ທີ່​ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 13 ພະ​ຈິກ 2019.

ການ​ລະ​ເບີດ​ລົດ​ຄັ້ງ​ນຶ່ງ​ໃນ​ນະ​ຄອນຫຼວງ​ ກາ​ບູ​ລ ຂອງ ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ພຸດມື້ນີ້ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 7 ຄົນ ແລະ ບາດ​ເຈັບ​ອີກ​ປະ​ມານ 10 ຄົນ, ລວມ​ທັງ​ເດັກ​ນ້ອຍ.

ໂຄ​ສົກ​ກະ​ຊວງ​ພາຍ​ໃນ​ທ່ານ ນາ​ສ​ຣັດ ຣາ​ຮີ​ມີ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ເມື່ອ​ຕອນ​ເຊົ້າ​ວ່າ ການ​ລະ​ເບີດ​ໄດ້​ແນ​ເປົ້າ​ໃສ່​ລົດ​ຂອງ​ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ​ເອ​ກະ​ຊົນ​ຂອງ​ຕ່າງ​ປະ​ເທດ. ທ່ານ​ໄດ້​ກ່າວ​ວ່າ ພະ​ນັກ​ງານ​ຕ່າງ​ປະ​ເທດ​ສີ່​ຄົນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ລວມ​ຢູ່​ໃນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ ແຕ່ບໍ່​ໄດ້​ໃຫ້​ຂໍ້​ມູນ​ເພີ່ມ​ເຕີມ.

ບໍ່​ມີ​ກາ​ນ​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ​ໃນ​ທັນ​ທີ​ທັນ​ໃດ, ເຊິ່ງ​ໄດ້​ເກີດ​ຂຶ້ນຫຼັງ​ຈາກ​ຄວາມ​ຮຸນ​ແຮງ​ທີ່​ຜ່ອນ​ຄາຍ​ລົງຫຼາຍມື້​ໃນ​ນະ​ຄອນຫຼວງ ກາ​ບູ​ລ.

ກຸ່ມ​ກະ​ບົດ ຕາ​ລີ​ບານ ແລະ ຫົວ​ຮຸນ​ແຮງ​ທີ່​ເຊື່ອມ​ໂຍງ​ກັບ​ສາ​ຂາ​ຂອງ​ກຸ່​ມ​ລັດ​ອິ​ສ​ລາມ ອັ​ຟ​ກາ​ນິ​ສ​ຖານ ມັກ​ຈະ​ອ້າງ​ເອົາ​ຜົນ​ງານ​ສຳ​ລັບ​ການ​ວາງ​ແຜນ​ໂຈມ​ຕີ​ດັ່ງ​ກ່າວ.

ຄວາມ​ຮຸນ​ແຮງ​ຂອງວັນ​ພຸດມື້ນີ້​ ໄດ້​ມີ​ຂຶ້ນ​ນຶ່ງວັນຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ອັ​ຟ​ກາ​ນິ​ສ​ຖານ ທ່ານ ອັ​ສ​ຣັ​ຟ ກາ​ນີ ໄດ້​ປ່ອຍ​ຕົວ​ນັກ​ໂທດ​ຕາ​ລີ​ບານ​ລະ​ດັບ​ສູງ​ສາມ​ຄົນ ໃນ​ການ​ແລກ​ປ່ຽນ​ກັບ​ຕົວ​ປະ​ກັນ​ປະ​ເທດ​ຕາ​ເວັນ​ຕົກ​ສອງ​ຄົນ, ເຊິ່ງ​ແມ່ນ​ຄົນ ອາ​ເມ​ຣິ​ກັນ ແລະ ອອ​ສ​ເຕ​ຣ​ເລຍ.

ຄົນ​ຕ່າງ​ປະ​ເທດ​ສອງ​ຄົນ​ນັ້ນ​ໄດ້​ສອນ​ຢູ່​ມະ​ຫະ​ວິ​ທະ​ຍາ​ໄລ ອາ​ເມ​ຣິ​ກັນ ແຫ່ງອັ​ຟ​ກາ​ນິ​ສ​ຖານ ຂອງ​ນະ​ຄອນຫຼວງ ກາ​ບູ​ລ ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ຖືກ​ຈີ້​ລັກ​ພາ​ຕົວ​ ຢູ່​ໃກ້​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ເດືອນ​ສິງ​ຫາ 2016.

A car bomb explosion in the Afghan capital of Kabul Wednesday killed at least seven people and injured around ten others, including children.

Interior Ministry spokesman Nasrat Rahimi tweeted the early morning blast targeted a foreign private security company vehicle. He said four foreign employees of the company were among those injured but gave no further details.

There were no immediate claims of responsibility for the bombing, which came after days of a lull in violence in Kabul.

Taliban insurgents and militants linked to the Afghan branch of Islamic State often claim credit for plotting such attacks.

Wednesday's violence comes a day after Afghan President Ashraf Ghani freed three high-profile Taliban prisoners in exchange for two Western hostages, an American and an Australian.

The two foreigners were teaching at Kabul's American University of Afghanistan before they were kidnapped at gunpoint near the campus in August 2016.

End.

XS
SM
MD
LG