ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີເບຍ ເມີນເສີຍຕໍ່ການລົງໂທດ ຂອງສະຫະພາບຢູໂຣບ ດ້ວຍການບັນລຸຂໍ້ຕົກລົງ ກັບປູຕິນ


ແຟ້ມຮູບ-ປະທານາທິບໍດີ ຣັດເຊຍ ທ່ານອາເລັກຊານດາຣ ວູຊິກ ສະແດງທ່າທາງ ໃນລະຫວ່າງການຖະແຫຼງຂ່າວ ຢູ່ໃນນະຄອນຫຼວງແບລເກຣດ, ປະເທດເຊີເບຍ. ເມື່ອວັນທີ 8 ກັນຍາ 2021.
ແຟ້ມຮູບ-ປະທານາທິບໍດີ ຣັດເຊຍ ທ່ານອາເລັກຊານດາຣ ວູຊິກ ສະແດງທ່າທາງ ໃນລະຫວ່າງການຖະແຫຼງຂ່າວ ຢູ່ໃນນະຄອນຫຼວງແບລເກຣດ, ປະເທດເຊີເບຍ. ເມື່ອວັນທີ 8 ກັນຍາ 2021.

ໃນຂະນະທີ່ສົງຄາມຢູ່ໃນຢູເຄຣນ ຍັງດຳ​ເນີນ​ຕໍ່​ໄປຢູ່ນັ້ນ, ປະທານາທິບໍດີຂອງ ເຊີເບຍ ໄດ້ປະກາດວ່າ ທ່ານໄດ້ບັນລຸຂໍ້ຕົກລົງກັບ​ຣັດ​ເຊຍ ກ່ຽວກັບອາຍແກັສ ທໍາມະຊາດອັນ “ເປັນທີ່ໜ້າຍິນດີຢ່າງຍິ່ງ” ໃນລະຫວ່າງການສົນທະນາທາງໂທລະສັບກັບປະທານາທິບໍດີ ວລາດິເມຍ ປູຕິນ ໃນມື້ວັນອາທິດວານນີ້.

ປະທານາທິບໍດີເຊີເບຍ ທ່ານອາເລັກຊານດາຣ ວູຊິກ (Aleksandar Vucic) ໄດ້ປະຕິເສດຢ່າງແຈ່ມແຈ້ງທີ່ຈະຕ້ອງຕິຕໍ່ການຮຸກຮານຢູເຄຣນ ຂອງ ຣັດເຊຍ, ແລະ ປະເທດຂອງທ່ານກໍບໍ່ໄດ້ເຂົ້າຮ່ວມກັບບັນດາປະເທດຕາເວັນຕົກໃນການລົງໂທດທາງເສດຖະກິດ ເພື່ອຕໍ່ຕ້ານມົສກູ. ທ່ານວູຊິກ ອ້າງວ່າ ທ່ານຕ້ອງການທີ່ຈະນໍາປະເທດເຊີເບຍ ເຂົ້າຮ່ວມໃນສະຫະພາບຢູໂຣບ ແຕ່ໃນບໍ່ເທົ່າໃດປີທີ່ຜ່ານມານີ້ ໄດ້ດໍາເນີນຄວາມສໍາພັນທີ່ດີກັບ ຣັດເຊຍ ເຊິ່ງເປັນປະເທດພັນທະມິດມາຍາວນານຂອງຕົນ.

ຂໍ້ຕົກລົງທາງດ້ານອາຍແກັສ ມີທ່າອ່ຽງວ່າ ຈະມີການເຊັນລົງນາມກັນໃນລະ ຫວ່າງການເດີນທາງໄປຢ້ຽມຢາມປະເທດເຊີເບຍ ຂອງລັດຖະມົນຕີການຕ່າງ ປະເທດຣັດເຊຍ ທ່ານເຊີເກ ລາວຣອບວ໌ ທີ່ນະຄອນຫຼວງແບລເກຣດ ໃນຕົ້ນເດືອນມິຖຸນານີ້, ເຊິ່ງເປັນການຢ້ຽມຢາມ ຢູໂຣບ ທີ່ເກີດຂຶ້ນໄດ້ຍາກຂອງເຈົ້າ ໜ້າທີ່ຂັ້ນສູງຣັດເຊຍ, ນັບຕັ້ງແຕ່ ຣັດເຊຍ ໄດ້ທໍາການຮຸກຮານ ຢູເຄຣນ ເມື່ອວັນທີ 24 ກຸມພາ 2022.

ທ່ານ ວູຊິກ ກ່າວວ່າ ທ່ານໄດ້ກ່າວກັບ ທ່ານ ປູຕິນ ວ່າ “ສັນຕິພາບຈະຕ້ອງເກີດຂຶ້ນໄວທີ່ສຸດເທົ່າທີ່ຈະໄວໄດ້.”

ເຊີເບຍ ເປັນປະເທດທີ່ອາໄສອາຍແກັສຂອງ ຣັດເຊຍ ເກືອບທັງໝົດ, ແລະບໍລິສັດພະລັງງານຫຼັກຂອງປະເທດ ແມ່ນຢູ່ພາຍໃຕ້ກໍາມະສິດສ່ວນໃຫຍ່ຂອງ ຣັດເຊຍ.

“ສິ່ງທີ່ຂ້າພະເຈົ້າບອກພວກທ່ານ ແມ່ນສິ່ງທີ່ພວກເຮົາໄດ້ເຫັນດີຕົກລົງກັນກ່ຽວກັບອົງປະກອບຫຼັກທີ່ອໍານວຍຄວາມສະດວກໃຫ້ແກ່ເຊີເບຍ ເປັນທີ່ສຸດ,” ທ່ານ ວູຊິກ, ອະດີດຜູ້​ນຳ ​ກຸ່ມຫົວຊາດນິຍົມຈັດ​ຂອງຣັດເຊຍ ກ່າວຕໍ່ຜູ້ລາຍງານຂ່າວ. “ພວກເຮົາຈະເຊັນລົງນາມຂໍ້ຕົກລົງ 3 ປີ, ເຊິ່ງເປັນອົງປະກອບທໍາອິດໃນການເຊັນສັນຍາທີ່ເໝາະສົມກັບ​ຝ່າຍເຊີເບຍ ເປັນຢ່າງດີ.”

ຍັງບໍ່ເປັນທີ່ແຈ່ມແຈ້ງເທື່ອວ່າ ເຊີເບຍ ຈະໄດ້ຮັບອາຍແກັສຈາກຣັດເຊຍ ແນວ ໃດ ຖ້າຫາກສະຫະພາບຢູໂຣບຕັດສິນໃຈທີ່ຈະຕັດການສະໜອງແກັສຂອງ ຣັດເຊຍ ທີ່ຜ່ານບັນດາປະເທດສະມາຊິກຕ່າງໆ. ຣັດເຊຍ ໄດ້ຕັດການສົ່ງແກັສໄປໃຫ້ສະມາຊິກຂອງສະຫະພາບຢູໂຣບເຊັ່ນ ຟິນແລນ, ໂປແລນ ແລະບຸລກາເຣຍ ເປັນທີ່ຮຽບຮ້ອຍແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG