ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ໃນເຂດ ສ້າງເຂື່ອນໄຟຟ້າ ເຊປຽນ- ເຊນໍ້ານ້ອຍ ເວົ້າວ່າ ຕົນບໍ່ໄດ້ຮັບ ຄ່າຊົດເຊີຍ ຢ່າງເປັນທໍາ


ສະຖານທີ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ເມືອງປາກຊ່ອງ ແຂວງຈໍາປາສັກ
ສະຖານທີ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ເມືອງປາກຊ່ອງ ແຂວງຈໍາປາສັກ

ປະຊາຊົນ ທີ່ຖືກກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ເຂດເມືອງປາກຊ່ອງ ແຂວງຈໍາປາສັກ ຮຽກຮ້ອງຂໍການຊ່ວຍເຫລືອຢ່າງຍຸດຕິ
ທໍາຈາກກຸ່ມລົງທຶນໃນໂຄງການ.

ທ່ານແສງເພັດ ສົມມະນີວົງ ຫົວໜ້າໂຄງການຍົກຍ້າຍ ຈັດສັນຂອງໂຄງການເຂື່ອນ
ໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ເຂດເມືອງປາກຊ່ອງ ແຂວງປາສັກ ໃຫ້ການຢືນຢັນວ່າ
ການກໍ່ສ້າງເຮືອນ ພັກອາໄສ ແລະພື້ນຖານໂຄງຫລ່າງຕ່າງໆ ເພື່ອຮອງຮັບປະຊາຊົນ
ລາວ 2,500 ກວ່າ ຄົນຈາກ 8 ບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າ
ເຊປຽນ-ເຊນໍ້ານ້ອຍ ຈະແລ້ວເສັດທັງໝົດ ໃນໝໍ່ໆນີ້ ຫາກແຕ່ວ່າປະຊາຊົນທີ່ໄດ້ຮັບ
ຜົນກະທົບນັ້ນໄດ້ໃຫ້ການເປີດເຜີຍ ວ່າພວກຕົນໄດ້ຮັບການຊ່ວຍເຫລືອຍັງບໍ່ພຽງພໍ
ກັບຄວາມຕ້ອງການທີ່ເປັນຈິງ ທັງຍັງໄດ້ຮັບການຊົດເຊີຍທີ່ດິນ ແລະສົ່ງປຸກສ້າງ
ຕ່າງໆ ຢ່າງບໍ່ຍຸດຕິທໍາອີກດ້ວຍ ດັ່ງທີ່ ປະຊາຊົນລາວຜູ້ນຶ່ງ ທີ່ໄດ້ຮັບຜົນກະທົບຈາກ
ໂຄງການໄດ້ໃຫ້ການຢືນຢັນວ່າ
“ເນື້ອທີ່ດິນທໍາການຜະລິດ ທາງໂຄງການບໍ່ຕອບສະໜອງໄດ້ ກໍຄືປະຊາຊົນນີ້
ນັບມື້ ນັບຂະຫຍາຍເດ້ ລູກຫລານທໍາການຜະລິດບໍ່ມີບ່ອນທໍາການຜະລິດ ໂຕນີ້ ປະຊາຊົນຢາກຂັດຂ້ອງ ນຶ່ງຂັດຂ້ອງ ອັນທີສອງ ກັບເຮືອນຊານນີ້ ເຮືອນເຊປຽນ
-ເຊນໍ້ານ້ອຍ ມັນບໍ່ມີມີແຕ່ສ້ອມແປງເຮືອນຫ້ວຍເຫາະ ເຮືອນເກົ່າ ກັບນໍ້າກິນ ນໍ້າໃຊ້ບໍ່ທັນໄດ້ມີ. ການລ້ຽງອີກຄືເພິ່ນວ່າຫັ້ນແຫລະ ພວກ 13 ຄອບຄົວນີ້ເຂົາ
ລ້ຽງ. ນອກຈາກນັ້ນ ແມ່ນເຂົາບໍ່ໄດ້ລ້ຽງ 107 ຄອບຄົວ ດັ່ງນັ້ນປະຊາຊົນຈຶ່ງຂັດຂ້ອງ.”

ແຕ່ຢ່າງໃດກໍຕາມ ກຸ່ມລົງທຶນ ໃນໂຄງການກໍລາຍງານວ່າ ໄດ້ກໍ່ສ້າງເຮືອນພັກອາ
ໄສແລະສ້ອມແປງເຮືອນສໍາລັບປະຊາຊົນ ສໍາເລັດແລ້ວ ທັງຍັງໄດ້ ກໍ່ສ້າງສຸກສາລາ, ໂຮງຮຽນມັດທະຍົມສົມບູນ, ສະໂມສອນບ້ານ4 ຫລັງ ແລະເຈາະນໍ້າບາດານ 51 ບ່ອນກໍສໍາເລັດແລ້ວ.

ສ່ວນເລື່ອງການປັບປຸງເສັ້ນທາງຊຶ່ງມີຄວາມຍາວ 11 ກິໂລແມັດ ກັບການກໍ່ສ້າງ
ຕະຫຼາດໃໝ່ນັ້ນ ກໍຈະແລ້ວພາຍໃນກາງປີ 2018 ນີ້.

ພິທີເຊັນສັນຍາສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ

ໂຄງການເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ເປັນການຮ່ວມທຶນ ລະຫວ່າງບໍລິສັດ SK
ວິສະວະກຳ ແລະກໍ່ສ້າງຂອງເອກກະຊົນລາວ ກັບລັດວິສາຫະກິດຖືຮຸ້ນລາວ (Lao
Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະກຸ່ມບໍລິສັດໄຟຟ້າ
ຣາຊະບູຣີ ຈຳກັດ (ມະຫາຊົນ) ຂອງໄທ ດ້ວຍສັດສ່ວນການຮ່ວມທຶນ 26, 24, 25 ແລະ
25 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 1,020 ລ້ານໂດລາ ໂດຍມີກຳນົດການກໍ່
ສ້າງໃຫ້ແລ້ວສຳເລັດ ໃນປີ 2019, ມີກຳລັງຕິດຕັ້ງ 410 ເມກາວັດຫຼື ຜະລິດພະລັງງານ
ໄຟຟ້າໄດ້ເຖິງ 1,879 ລ້ານກິໂລວັດ/ໂມງຕໍ່ປີ ຊຶ່ງໃນນີ້ 90 ເປີເຊັນຈະສົ່ງອອກໄປໄທ
ຕະຫຼອດອາຍຸສຳປະທານ 27 ປີ ແລະ 10 ເປີເຊັນ ທີ່ເຫຼືອຈະຂາຍໃຫ້ລັດວິສາຫະກິດ
ໄຟຟ້າລາວເພື່ອຕອບສະໜອງການຊົມໃຊ້ພາຍໃນລາວ ທີ່ເພີ່ມຂຶ້ນທຸກປີ.

ທາງດ້ານທ່ານ​ຄໍາມະນີ ອິນ​ທິລາດ ລັດຖະມົນ​ຕີວ່າ​ການ​ກະຊວງ​ພະລັງງານ ​ແລະ​ບໍ່ແຮ່​
ກໍໄດ້ໃຫ້ການຢືນຢັນວ່າ ພາຍໃນປີ 2021 ລາວຈະມີເຂື່ອນໄຟຟ້າເຖິງ 100 ໂຄງການມີ
ກຳລັງຕັ້ງລວມ ຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າໄດ້
67,000 ລ້ານກິໂລວັດໂມງ/ປີ ໂດຍໃນນີ້ ແບ່ງເປັນແຫລ່ງຜິລິດພະລັງງານໄຟຟ້າທີ່
ມີຢູ່ແລ້ວ 46 ໂຄງການ ມີກຳລັງຕິດຕັ້ງ 6,444 ເມກາວັດ ທີ່ສາມາດຜະລິດກະແສໄຟ
ຟ້າໄດ້ເຖິງ 35,000 ລ້ານກິໂລວັດ/ໂມງ ແລະ ກຳລັງກໍ່ສ້າງ 54 ໂຄງການມີກຳລັງຕິດ
ຕັ້ງລວມ 6,618 ເມກາວັດ.

ທາງ​ດ້ານ ທ່ານໄກຣສັກ ຊຸນຫະວັນ ນັກເຄື່ອນໄຫວເພື່ອປົກປ້ອງສິດທິທາງການ
ເມືອງໃນໄທໃຫ້ທັດສະນະວ່າ ບັນດານັກທຸລະກິດໃນປະເທດໄທ ໄດ້ພາກັນຫັນປ່ຽນ
ການລົງທຶນຈາກໄທໄປໃນປະເທດເພື່ອບ້ານຫຼາຍຂຶ້ນນັບມື້. ທັງນີ້ ກໍເນື່ອງຈາກວ່າ
ໂຄງການລົງທຶນກໍ່ສ້າງເຂື່ອນໄຟຟ້າໃນໄທນັ້ນ ຖືກຄັດຄ້ານຈາກປະຊາຊົນ​ໄທ ຢ່າງ
ກວ້າງຂວາງ ຈຶ່ງ​ເຮັດ​ໃຫ້ບັນດານັກທຸລະກິດໃນໄທພາກັນ​ຫັນ​ໄປລົງທຶນ​ໃນ​ລາວ
​ຫລາຍ​ຂຶ້ນ ​ແລະລັດຖະບານລາວ ໃຫ້ການສະໜັບສະໜູນ ແລະ ສົ່ງເສີມການລົງທຶນ
ເປັນຢ່າງດີ ​ໃນ​ຂະນະ​ທີ່ປະຊາຊົນລາວກໍບໍ່ມີສິດ ທີ່ຈະສະແດງການຄັດຄ້ານໂຄງ
ການອີກດ້ວຍ.

ປັດຈຸບັນທາງການລາວ ໄດ້ອະນຸບາດໃຫ້ບໍລິສັດເອກກະຊົນພັດທະນາແຫລ່ງພະລັງ
ງານໄຟຟ້າ ໄປແລ້ວ 357 ໂຄງການ ຊຶ່ງມີກຳລັງຕິດຕັ້ງລວມ 26,147 ເມກາວັດ.

XS
SM
MD
LG