ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊລ ຈະໂຈຂໍ້ຕົກລົງທາງທະຫານ ລະຫວ່າງສອງ ເກົາຫຼີ ຢ່າງເຕັມຮູບແບບ ເນື່ອງຈາກບັນຫາບາລລູນ ຂີ້ເຫຍື້ອ


ບາລລູນລຸກນຶ່ງທີ່ຖືກເຊື່ອວ່າ ຖືກສົ່ງມາໂດຍເກົາຫຼີເໜືອ, ບັນຈຸສິ່ງຂອງຕ່າງໆ ລວມທັງສິ່ງທີ່ເບິ່ງຄືວ່າຈະເປັນຂີ້ເຫຍື້ອ, ໄດ້ຖືກຖ່າຍຮູບຢູ່ໃນ ເມືອງອິນຊອນ, ເກົາຫຼີໃຕ້, ວັນທີ 2 ມິຖຸນາ 2024.
ບາລລູນລຸກນຶ່ງທີ່ຖືກເຊື່ອວ່າ ຖືກສົ່ງມາໂດຍເກົາຫຼີເໜືອ, ບັນຈຸສິ່ງຂອງຕ່າງໆ ລວມທັງສິ່ງທີ່ເບິ່ງຄືວ່າຈະເປັນຂີ້ເຫຍື້ອ, ໄດ້ຖືກຖ່າຍຮູບຢູ່ໃນ ເມືອງອິນຊອນ, ເກົາຫຼີໃຕ້, ວັນທີ 2 ມິຖຸນາ 2024.

ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ເກົາຫຼີ​ໃຕ້ ຫຼື NSC ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ລັດ​ຖະ​ບານ ໂຊ​ລ ຈະ​ໂຈະ​ຂໍ້​ຕົກລົງວ່າດ້ວຍການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທາງ​ທະຫານ​ປີ 2018 ກັບ​ເກົາຫລີ​ເໜືອ​ ທີ່​ມີ​ອາວຸດ​ນິວ​ເຄລຍ ຢ່າງເຕັມຮູບແບບ ຫລັງ​ຈາກ​ພຽງ​ຢາງ​ໄດ້​ສົ່ງບາລລູນ​ທີ່​ບັນຈຸ​ຂີ້​ເຫຍື້ອ​ຫຼາຍ​ຮ້ອຍ​ລູກ​ຂ້າມ​ຊາຍ​ແດນ​ມາ, ອີງຕາມອົງການຂ່າວ AFP.

ໂຊລ ໄດ້ໂຈະຂໍ້ຕົກລົງສະບັບດັ່ງກ່າວເປັນບາງສ່ວນໃນປີກາຍນີ້ ຫຼັງຈາກທີ່ ເກົາຫຼີເໜືອ ໄດ້ສົ່ງດາວທຽມສອດແນມຂຶ້ນສູ່ວົງໂຄຈອນ, ແຕ່ NSC ກ່າວວ່າ ຕົນຈະແຈ້ງໃຫ້ຄະນະລັດຖະບານ “ໂຈະຜົນບັງ​ຄັບທັງໝົດຂອງ 'ຂໍ້ຕົກລົງທາ ງການທະຫານວັນທີ 19 ກັນຍາ' ຈົນກວ່າຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ເກົາຫຼີ ຈະໄດ້ຮັບການຟື້ນຟູຄືນໃໝ່.”

​ໃນ​ອາທິດ​ທີ່ຜ່ານ​ມາ, ພຽງ​ຢາງ​ ໄດ້​ສົ່ງ​ບາລລູນ​ເກືອບ ນຶ່ງພັນ​ລູກ ​ທີ່​ບັນທຸກ​ຂີ້​ເຫຍື້ອ ​ລວມທັງກົ້ນຂອງຢາສູບ ​ແລະ ​ປຸ໋ຍມູນສັດ ​ເຂົ້າ​ໄປ​ໃນເກົາຫຼີ​ໃຕ້, ​ໂດຍກ່າວ​ວ່າເພື່ອເປັນ​ການ​ຕອບ​ໂຕ້​ ຕໍ່ຈົດໝາຍທາງການ ທີ່​ນຳ​ໄປ​ສູ່​ການ​ໂຄສະນາ​ເຜີຍແຜ່ເພື່ອຕໍ່ຕ້ານລະບອບການປົກຄອງຂອງຕົນ ​ທີ່​ຈັດ​ຕັ້ງ​ໂດຍ ບັນດານັກ​ເຄື່ອນ​ໄຫວ​ຢູ່​ເກົາຫຼີ​ໃຕ້.

ເກົາຫຼີໃຕ້ ໄດ້ເອີ້ນການເກາະຜິດຄັ້ງຫຼ້າສຸດຈາກປະເທດເພື່ອນບ້ານຂອງຕົນວ່າ “ບໍ່ມີເຫດຜົນ” ແລະ “ຕໍ່າ” ແຕ່ບໍ່ຄືກັນກັບການຍິງລູກສອນໄຟຂີປະນາວຸດຫຼາຍຄັ້ງທີ່ຜ່ານມາ, ການຖິ້ມຂີ້ ເຫຍື້ອ ບໍ່ໄດ້ລະເມີດມາດຕະການລົງໂທດຂອງອົງການສະຫະປະຊາຊາດ ທີ່ມີຕໍ່ລັດຖະບານທີ່ໂດດດ່ຽວຂອງທ່ານ ກິມ ຈອງ ອຶນ.

ເກົາຫຼີເໜືອ​ ໄດ້​ຍົກ​ເລີກ​ການ​ໂຈມ​ຕີດ້ວຍບາລລູນ ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ກ່າວ​ວ່າ ​ເປັນ​ມາດ​ຕະການ​ຕອບ​ໂຕ້​ທີ່​ມີ​ປະສິດທິ​ຜົນ ​ແຕ່​ກ່າວ​ເຕືອນ​ວ່າ ອາດ​ຈະ​ເກີດ​ຂຶ້ນ​ອີກ ຖ້າ​ຈຳ​ເປັນ.

ຂໍ້ຕົກລົງການ​ທະຫານ ​ປີ 2018 ທີ່​ລົງ​ນາມ ​ໃນລະຫວ່າງໄລຍະ​ການ​ພົວພັນ​ທີ່​ອົບ​ອຸ່ນ​ຂຶ້ນ ​ລະຫວ່າງ​ສອງ​ປະ​ເທດ​ທີ່ໃນທາງດ້ານວິຊາການແລ້ວແມ່ນ​ຍັງຢູ່ໃນ ພາວະສົງຄາມຢູ່, ​ແມ່ນມີເປົ້າໝາຍເພື່ອ​ແນ​ໃສ່ການ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ ​ແລະ ຫຼີກລ້ຽງບໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ​ໂດຍບໍ່ຕັ້ງໃຈ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ຕາມ​ຊາຍ​ແດນ​ທີ່​ມີ​ການປ້ອງກັນທີ່ໜ້າແໜ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG