ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊລ ພິຈາລະນາທີ່ຈະເຂົ້າຮ່ວມອົງການ AUKUS ໃນຂະນະທີ່ ປັກກິ່ງ ດໍາເນີນການປະທ້ວງ

ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫຼີໃຕ້ ທ່ານໂຊ ແຕ-ຢູລ, ຊ້າຍ, ແລະ ລັດຖະມົນຕີປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານ ຊິນ ວັອນ-ຊິກ, ນັ່ງໃນຊ່ວງການປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ ແລະປ້ອງກັນປະເທດຂອງ ອອສເຕຣເລຍ ແລະ ເກົາຫຼີໃຕ້, ໃນນະຄອນເມລເບິນ, ອອສເຕຣເລຍ, ວັນທີ 1 ພຶດສະພາ 2024.

ລັດຖະບານໂຊລ ກຳລັງພິຈາລະນາທີ່ຈະນໍາໃຊ້ເທັກໂນໂລຈີທາງທະຫານອັນ ກ້າວໜ້າກັບ ສະຫະລັດ, ອັງກິດ ແລະ ອອສເຕຣເລຍ ໂດຍຜ່ານໃນສິ່ງທີ່ຮ້ອງ ວ່າ AUKUS Pillar II, ເຊິ່ງເປັນການເຄື່ອນໄຫວທີ່ຈະເສີມຂະຫຍາຍຄວາມ ສາມາດດ້ານຄວາມປອດໄພຂອງຕົນ ອັນມີຄວາມສ່ຽງທີ່ຈະສ້າງຄວາມໃຈຮ້າຍ ຕໍ່ປະເທດເພື່ອນບ້ານທີ່ມີອໍານາດຂອງຕົນ ເຊັ່ນ ຈີນ.

AUKUS ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສາມ​ຝ່າຍ, ໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ ອ​ອສເ​ຕຣເ​ລຍ, ອັງກິດ ແລະ ສະ​ຫະ​ລັດ ໃນ​ປີ 2021 ເພື່ອ​ຕ້ານ​ການ​ຮຸກ​ຮານທີ່​ກໍາລັງເພີ້ມ​ຂຶ້ນຂອງ ຈີນ ຢູ່ໃນບໍລິເວນ​ຂົງເຂດ​ ອິນ​ໂດ-​ປາ​ຊີ​ຟິກ.

Pillar II ຂອງ AUKUS ມີເປົ້າໝາຍເພື່ອຈັດສົ່ງ ແລະແບ່ງປັນເທັກໂນໂລຈີ ການທະຫານຂັ້ນສູງລະຫວ່າງບັນດາຄູ່ຮ່ວມມື, ລວມທັງເທັກໂນໂລຈີຄວາມໄວ ກວ່າສຽງ ຫຼື (hypersonic), ປັນຍາປະດິດ (AI) ແລະ ເທັກໂນໂລຈີທາງ ດ້ານໄຊເບີ. Pillar I ຂອງ​ໂຄງການດັ່ງກ່າວ ຖືກ​ອອກ​ແບບ​ມາເພື່ອນໍາ​ສົ່ງ​ເຮືອ​ດຳ​ນ້ຳ​ໂຈມ​ຕີ​ດ້ວຍ​ພະ​ລັງ​ງານ​ນິວ​ເຄ​ລຍ​ໄປ​ຍັງ ອອ​ສເ​ຕຣເ​ລຍ.

ທ່ານ ຫຼິວ ເພັງຢູ, ໂຄສົກສະຖານທູດຈີນປະຈໍານະຄອນຫຼວງວໍຊິງຕັນ ໄດ້ອອກ ມາສະແດງຄວາມຄັດຄ້ານຕໍ່ການຈັດການດັ່ງກ່າວ ໂດຍກ່າວຕໍ່ VOA ພາກ ພາສາເກົາຫຼີໃນວັນຈັນແລ້ວນີ້ວ່າ “ເຖິງແມ່ນຈະຖືກຮ້ອງວ່າ ‘ຄູ່ຮ່ວມມືດ້ານ ຄວາມໝັ້ນຄົງສາມຝ່າຍກໍ​ຕາມ,’ AUKUS ແມ່ນມີຄວາມສໍາຄັນຕໍ່ການຜັກດັນ ການປະເຊີນຫນ້າທາງທະຫານ ໂດຍຜ່ານການດໍາເນີນງານຮ່ວມມືທາງທະ ຫານ.”

ລັດຖະມົນຕີການຕ່າງປະເທດຂອງເກົາຫຼີໃຕ້ ທ່ານ ໂຊ ແຕ-ຢູລ, ຊ້າຍ, ແລະລັດຖະມົນຕີການຕ່າງປະເທດອອສເຕຣເລຍ ທ່ານນາງ ເພັນນີ ວອງ, ນັ່ງ ໃນລະຫວ່າງກ່ອນພິທີເປີດການປະຊຸມລັດຖະມົນຕີການຕ່າງປະເທດ ແລະລັດຖະມົນຕີດ້ານຄວາມໝັ້ນຄົງຂອງ ອອສເຕຣເລຍ ແລະ ເກົາຫຼີໃຕ້ ໃນນະຄອນເມລເບິນ, ອອສເຕຣເລຍ, ວັນທີ 1 ພຶດສະພາ 2024.

ທ່ານ ເພັງຢູ ກ່າວ ໂດຍບໍ່ໄດ້ລະບຸຊື່ຂອງເກົາຫຼີໃຕ້ວ່າ “ປະເທດແຫ່ງນັ້ນ ໄດ້​ສ້າງ​ຄວາມ​ສ່ຽງ​ຕໍ່​ການ​ແຜ່​ຂະ​ຫຍາຍ​ນິວ​ເຄ​ລຍ​ເພີ້ມ​ເຕີມ, ສົ່ງຜົນເຮັດ​ໃຫ້ມີ​ການ​ແຂ່ງ​ຂັນ​ອາ​ວຸດຢູ່​ໃນຂົງເຂດ​ເອ​ເຊຍ​-ປາ​ຊີ​ຟິກ​ຮ້າຍ​ແຮງຂຶ້ນ ​ພ້ອມທັງສ້າງ​ຄວາມ​ເຈັບປວດຕໍ່​ສັນ​ຕິ​ພາບ ​ແລະ​ສະ​ຖຽນ​ລະ​ພາບ​ຢູ່ໃນ​ພາກ​ພື້ນ. ຈີນ​ ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ແລະ ຂໍຄັດຄ້ານ​ຢ່າງ​ໜັກ​ແໜ້ນ.”

ລັດຖະບານໂຊລ ຍັງບໍ່ໄດ້ອອກມາຍອມຮັບຢ່າງເປັນທາງການກ່ຽວກັບ AUKUS, ແຕ່ການໂອ້ລົມໃນການລວມເອົາເກົາຫລີໃຕ້ເຂົ້າສູ່ Pillar II ແມ່ນໄດ້ຮັບການຈັດຕັ້ງຂຶ້ນລະຫວ່າງ ໂຊລ ແລະ ແຄນເບີຣາ ໃນຕົ້ນເດືອນນີ້.

ວັນ​ທີ 1 ພຶດສະພາ​ ທີ່ຜ່ານມາ, ລຸນຫຼັງ​ການ​ພົບ​ປະ​ກັບລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ​ອອສເຕຣເລຍ ທ່ານ ຣີຊາດ ມາເລສ (Richard Marles) ຢູ່​ນະຄອນເມລເບິນ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ທ່ານ ຊິນ ວັອນ-ຊິກ (Shin Won-sik) ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ໄດ້​ທໍາການ​ຫາລື​ກັບ​ຄູ່​ຮ່ວມ ອອ​ສເ​ຕຣເ​ລຍ ຂອງທ່ານ ກ່ຽວ​ກັບ​ຄວາມເປັນໄປໄດ້ໃນການ ເຂົ້າ​ຮ່ວມ AUKUS Pillar II.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG