ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນທາງໄປ ອອສເຕຣເລຍ ໂດຍເຈົ້າໜ້າທີ່ຂັ້ນສູງຂອງຈີນ ແມ່ນການຢ້ຽມຢາມຄັ້ງສຳຄັນ


ແຟ້ມຮູບ-ທ່ານໝ່າ ຊາວສູ, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງປັກກິ່ງຂອງ ຈີນ, ວັນທີ 22 ເມສາ 2021
ແຟ້ມຮູບ-ທ່ານໝ່າ ຊາວສູ, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວປາໄສໃນລະຫວ່າງການຖະແຫຼງຂ່າວ ຢູ່ທີ່ກະຊວງການຕ່າງປະເທດໃນນະຄອນຫຼວງປັກກິ່ງຂອງ ຈີນ, ວັນທີ 22 ເມສາ 2021

ເຈົ້າໜ້າທີ່ອະວຸໂສສຸດຂອງລັດຖະບານຈີນ ທີ່ເດີນທາງໄປຢ້ຽມຢາມອອສເຕຣເລຍ ໃນຮອບ 6 ປີ ໄດ້​ໄປ​ເຖິງນະຄອນຊິດນີ ​ເພື່ອ​ທຳ​ການ​ເຈ​ລະ​ຈາ​ຫາ​ລື. ການຢ້ຽມຢາມ ໂດຍທ່ານໝ່າ ຊາວສູ, ຮອງລັດຖະມົນຕີ ກະຊວງການຕ່າງປະ ເທດຂອງຈີນ ມີຂຶ້ນໃນຂະນະທີ່ປະເທດທັງສອງ​ໄດ້ຕົກລົງ ທີ່ຈະແກ້ໄຂຂໍ້ພິພາດກ່ຽວກັບການນໍາເຂົ້າ ເຂົ້າບາເລ່ ຂອງອອສເຕຣເລຍ. ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສເໜີທ່ານ ໃນອັນດັບຕໍ່ໄປ.

ການຢ້ຽມຢາມອອສເຕຣເລຍຂອງ ທ່ານໝ່າ ຊາວສູ ເປັນສັນຍານຫຼ້າສຸດວ່າ ຄວາມສໍາພັນທາງດ້ານການທູດ ລະຫວ່າງແຄນເບີຣາແລະປັກກິ່ງກໍາລັງຫຼຸດ ຜ່ອນຄວາມເຄັ່ງຕຶງລົງ ລຸນຫຼັງມີຄວາມຂັດແຍ້ງກັນມາເປັນເວລາຫຼາຍປີ.

ທ່ານໝ່າ ໄດ້ຈັດການໂອ້ລົມກັບເຈົ້າໜ້າທີ່ຂອງອອສເຕຣເລຍໃນວັນພຸດທີ່ຜ່ານມາ.

ນີ້ເປັນຄັ້ງທໍາອິດຂອງການຢ້ຽມຢາມໂດຍເຈົ້າໜ້າທີ່ລະດັບສູງຂອງຈີນ ນັບຕັ້ງ ແຕ່ຄວາມສໍາພັນທະວີພາຄີເລີ້ມຊຸດໂຊມລົງໃນປີ 2017 ໂດຍຄວາມກັງວົນທີ່ເພີ້ມຂຶ້ນກ່ຽວກັບ ຂໍ້ກ່າວຫາທີ່ວ່າ ຈີນເຂົ້າແຊກແຊງກິດຈະການພາຍໃນຂອງ ອອສເຕຣເລຍ.

ຄວາມຂັດແຍ້ງເພີ້ມເຕີມຫຼັງຈາກນັ້ນ ໂດຍອອສເຕຣເລຍ ບໍ່ເຫັນດີກ່ຽວກັບບັນ ຫາຂອງໄຕ້ຫວັນ, ການໂຕ້ແຍ້ງກັນກ່ຽວກັບອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນເຮືອຢູ່ໃນທະເລຈີນໃຕ້ ແລະຕົ້ນກໍາເນີດ ຂອງການລະບາດພະຍາດໂຄວິດ-19. ຈີນ ຍັງໄດ້ບັງຄັບໃຊ້ຂໍ້ຈໍາກັດຈຳ​ນວນ​ນຶ່ງໃນການສົ່ງອອດສິນຄ້າຂອງອອສເຕຣເລຍ.

ໃນເດືອນພຶດສະພາ ປີ 2020, ຈີນໄດ້ຕັ້ງກົດເກນພາສີໃສ່ການນໍາເຂົ້າເຂົ້າບາເລ່ຂອງອອສເຕຣເລຍເປັນໄລຍະເວລາ 5 ປີ, ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການຄ້າຂອງອອສເຕຣເລຍ ເປັນມູນຄ່າ 1 ຕຶ້ໂດລາຕໍ່ປີ.

ທ່ານເດວິດ ໂອລເຊັນ (Olssen), ປະທານສະພາທຸລະກິດແຫ່ງຊາດ ກ່ຽວກັບຈີນ ແລະອອສເຕຣເລຍ ບອກກັບສະຖານີໂທລະພາບຂອງປະເທດອອສເຕຣເລຍໃນວັນພຸດທີ່ຜ່ານມາວ່າ ການເດີນທາງໄປຢ້ຽມຢາມອອສເຕຣເລຍ ຂອງ ທ່ານໝ່າ ສະແດງໃຫ້ເຫັນເຖິງການປ່ຽນແປງໃນນະໂຍບາຍການຕ່າງປະເທດຂອງຈີນ, ເຊິ່ງ ທ່ານໂອລສ໌ເຊັນ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ມັນແຈ່ມແຈ້ງແລ້ວວ່າ ຍຸດທະສາດທີ່ຈີນ ໄດ້ເອົາມາໃຊ້ກັບ ອອສເຕຣເລຍໃນຊ່ວງເວລາທີ່ຜ່ານມາແມ່ນບໍ່ໄດ້ຜົນທີ່ດີ, ແລະເມື່ອເອົາມາລວມເຂົ້າກັບສະພາບແວດລ້ອມທີ່ທົ່ວໂລກມີລັກສະນະເປັນສັດຕູກັບຈີນ, ພວກທ່ານຮູ້ວ່າ ນະເວລານັ້ນ ມັນໄດ້ເຮັດໃຫ້ຈີນກັບຄືນມາຄິດຄືນໄໝ່ວ່າ ອັນໃດມັນສໍາຄັນ ສໍາລັບພວກເຂົາ, ພວກເຂົາຕ້ອງການເຈລະຈາກັບປະເທດຕ່າງໆຢູ່ໃນທົ່ວໂລກ. ພວກເຂົາຕ້ອງການເປີດກວ້າງອີກຄັ້ງນຶ່ງ, ພວກເຂົາຈໍາເປັນຕ້ອງເຮັດດັ່ງນັ້ນ ຈາກມຸມມອງທາງດ້ານເສດຖະກິດ.”

ການຢ້ຽມຢາມອອສເຕຣເລຍຂອງ ທ່ານໝ່າ ມີຂຶ້ນພ້ອມກັນກັບ ອອສເຕຣເລຍເຫັນດີທີ່ຈະໂຈະການຮ້ອງ​ຮຽນ​ຕໍ່ອົງການການຄ້າໂລກ ກ່ຽວກັບການລົງໂທດທາງດ້ານພາສີເຂົ້າບາເລ່ຂອງຈີນຕໍ່ອອສເຕຣເລຍ ເຊິ່ງຈີນກໍຕົກລົງເຫັນດີທີ່ຈະກວດກາຄືນໃໝ່.

ເຈົ້າໜ້າທີ່ທາງການໃນນະຄອນຫຼວງແຄນເບີຣາກ່າວວ່າ ພວກເຂົາເຈົ້າມີຄວາມໝັ້ນໃຈວ່າ ຈີນຈະຕ້ອງຕ່າວປີ້ນພາສີກ່ຽວກັບຂໍ້ຈໍາກັດທາງດ້ານພາສີຂອງພວກເຂົາ ໃນລະຫວ່າງການປະເມີນຜົນສາມເດືອນ.

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ບອກກັບບັນດານັກຂ່າວຢູ່ນະຄອນຫຼວງແຄນໃນມື້ວັນອັງຄານທີ່ຜ່ານມາວ່າ ທ່ານນາງຫວັງວ່າຂໍ້ພິພາດທາງດ້ານການຄ້າເມື່ອບໍ່ດົນມານີ້ ຈະຕ້ອງສິ້ນສຸດລົງໃນໄວໆນີ້, ເຊິ່ງທ່ານນາງວອງ ກ່າວວ່າ:

“ຂ້າພະເຈົ້າຕ້ອງການເຮັດໃຫ້ຈະແຈ້ງວ່າ ຖ້າຂໍ້ຕົກລົງເຫັນດີດັ່ງກ່າວນີ້ຫາກປະສົບຜົນສໍາເລັດ ໃນການຈັດວາງແນວທາງສໍາລັບຍົກເວັ້ນພາສີກ່ຽວກັບເຂົ້າບາເລ່, ລັດຖະບານຂອງປະເທດອອສເຕຣເລຍກໍຄາດຫວັງໃຫ້ມີການດໍາເນີນງານທີ່ຄ້າຍຄືກັນນີ້ ກ່ຽວກັບການຂັດຂວາງທາງການຄ້າຕໍ່ເຫຼົ້າວາຍຂອງອອສເຕຣເລຍເຊັ່ນກັນ.”

ຈີນ ເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ. ຄວາມຕ້ອງການກ່ຽວກັບແຫຼ່ງຊັບພະຍາກອນທໍາມະຊາດຂອງຈີນ ໂດຍສະເພາະແຮ່ເຫຼັກ ເຊິ່ງເປັນສ່ວນປະກອບສໍາຄັນໃນການຜະລິດເຫຼັກ ສົ່ງຜົນເຮັດໃຫ້ເກີດມີຄວາມໝັ້ນຄົງຢູ່ໃນອອສເຕຣເລຍໃນປັດຈຸບັນ.

ລັດຖະບານເປັນກາງ ອ່ຽງຊ້າຍ ຂອງອອສເຕຣລຍ ໄດ້ຮັບໄຊຊະນະໃນການເລືອກຕັ້ງເມື່ອເດືອນພຶດສະພາ ປີ 2022 ຕົກລົງເຫັນດີ ກັບປັກກິ່ງ ທີ່ຈະພະ ຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ, ເຊິ່ງບັນດານັກວິເຄາະກ່າວວ່າ ການພົບປະລະຫວ່າງນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ແລະປະທານປະເທດຈີນ ທ່ານສີ ຈິ້ງຜິງ ຢູ່ດ້ານນອກການປະຊຸມສຸດຍອດ G-20 ຢູ່ປະເທດອິນໂດເນເຊຍ ໃນເດືອນພະຈິກທີ່ຜ່ານມາ ເປັນການຜັກດັນໃຫ້ຄວາມສໍາພັນຂອງປະເທດທັງສອງ ດີຂຶ້ນກວ່າເກົ່າ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG