ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກລັດຖະບານຮວ່ມຂອງ ເຊເນກາລ ປະກາດໄຊຊະນະກ່ອນ​ກຳ​ນົດ ໃນການເລືອກຕັ້ງສະພາ


ແຟ້ມຮູບ-ຜູ້ມີສິດລົງຄະແນນສຽງຄົນນຶ່ງ ປ່ອນບັດບົງຄະແນນສຽງ ຢູ່ທີ່ສະຖານີເລືອກັ້ງໃນນະຄອນຫຼວງດາກາ, ເມື່ອວັນທີ 23 ມັງກອນ 2022, ໃນລະຫວ່າງການເລືອກຕັ້ງເຂດປົກຄອງທ້ອງຖິ່ນປະຈໍາປີ 2022 ຂອງປະເທດເຊເນການ.
ແຟ້ມຮູບ-ຜູ້ມີສິດລົງຄະແນນສຽງຄົນນຶ່ງ ປ່ອນບັດບົງຄະແນນສຽງ ຢູ່ທີ່ສະຖານີເລືອກັ້ງໃນນະຄອນຫຼວງດາກາ, ເມື່ອວັນທີ 23 ມັງກອນ 2022, ໃນລະຫວ່າງການເລືອກຕັ້ງເຂດປົກຄອງທ້ອງຖິ່ນປະຈໍາປີ 2022 ຂອງປະເທດເຊເນການ.

ອະດີດນາຍົກລັດຖະມົນຕີຂອງປະເທດ ເຊເນການ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ທາງໂທລະພາບໃນວັນຈັນນີ້ວ່າ ພັກລັດຖະບານຮ່ວມຂອງປະທານາທິບໍດີ ແມັກຄີ ຊອລ (Macky Sall), ໄດ້ຮັບໄຊຊະນະ 30 ຄະແນນສຽງ ຂອງຈໍານວນຄະນະລັດຖະບານຂອງ​ປະ​ເທດ 46 ສຽງ ໃນການເລືອກຕັ້ງ ສະພານິຕິບັນຍັດໃນວັນອາທິດວານນີ້.

ທ່ານ ອາມິນາຕາ ຕູເຣ (Aminata Toure) ກ່າວວ່າ ນັ້ນຈະເຮັດໃຫ້ ລັດຖະບານປະສົມຂອງປະເທດອາຟຣິກາຕາເວັນຕົກ ມີສຽງສ່ວນຫຼາຍ ເລັກນ້ອຍ.

ເຈົ້າຄອງ​ນະ​ຄອນຫຼວງ ດາກາ (Dakar), ທ່ານ ບາເຕເລມີ ດີ​ແອສ໌ (Barthelemy Dias) ເຊິ່ງເປັນຫົວໜ້າພັກຝ່າຍຄ້ານ ບໍ່ຍອມຮັບຕໍ່ການ ປະກາດຂອງ ທ່ານ ຕູເຣ, ແລະຮຽກຮ້ອງໃຫ້ປະຊາຊົນພາກັນອອກມາປະທ້ວງ ຢູ່ຕາມຖະໜົນຫົນທາງໃນວັນຈັນມື້ນີ້.

ໄດ້ມີການຄາດກັນວ່າ ຜົນການເລືອກຕັ້ງຂັ້ນສຸດທ້າຍໃນທົ່ວປະເທດຈະຍັງ ບໍ່ສາມາດຮັບຮູ້ໄດ້ຈົນຮອດວັນສຸກທີ່ຈະມາເຖິງນີ້. ລະບົບການເລືອກຕັ້ງແບບ ປະ​ສົມຂອງປະເທດ ເຊເນການ ຍັງລວມເຖິງຜູ້ຊະນະຈາກການລົງຄະແນນ ສຽງຕາມສັດສ່ວນໂຕແທນ ແລະຜູ້ທີ່ໄດ້ຮັບຄະແນນສຽງຫຼາຍທີ່ສຸດ ຈາກປະຊາຊົນຊາວເຊເນການ ທີ່ອາໄສຢູ່ຕ່າງປະເທດ.

ປະເທດ ເຊເນການ ເປັນປະເທດທີ່ມີການພິຈາລະນາວ່າມີຄວາມໝັ້ນຄົງ ທາງດ້ານປະຊາທິປະໄຕຫຼາຍທີ່ສຸດຢູ່ໃນທະວີບນີ້, ແຕ່ມີຄວາມກັງວົນ ເນື່ອງຈາກ ທ່ານ ຊອລ ບໍ່ໄດ້ຕັດສິດການລົງ​ແຂ່ງ​ຂັນ​ເອົາ​ຕໍາແໜ່ງ ສະໄໝທີສາມໃນປີ 2024, ເຊິ່ງເປັນການປະຕິບັດທີ່ຂັດຕໍ່ລັດຖະທໍາ ມະນູນຂອງປະເທດ.

A former prime minister of Senegal said in a televised address Monday that President Macky Sall’s ruling coalition has won 30 of the country’s 46 administrative departments in Sunday’s legislative elections.

Aminata Toure said that that would give the West African country’s ruling coalition a slight majority.

Dakar Mayor Barthelemy Dias, an opposition leader, took exception to Toure’s announcement and called for people to take to the streets Monday to protest.

The final nationwide results of the election are not expected to be known until at least Friday. Senegal’s hybrid election system also includes winners of the proportional representation vote and those who earn the most votes from Senegalese who live abroad.

Senegal is considered one of the continent’s most stable democracies, but there is concern because Sall has not ruled out running for a third term in 2024, a move that would go against the country’s constitution.

XS
SM
MD
LG