ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ໄດ້ຍິນ ທັງຄຳຍ້ອງຍໍ ຄຳຕຳໜິ ທ. ວີລລຽມ ບາຣ ຜູ້ທີ່ຖືກສະເໜີຊື່ ໃຫ້ເປັນ ລມຕ ກະຊວງຍຸຕິທຳ

ຜູ້ຖືກສະເໜີຊື່ໃຫ້ເປັນ ລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ ວີລລຽມ ບາຣ ກັບຄືນມາຈາກ ການພັກຊົ່ວຄາວ ໃນການໃຫ້​ການ ຕໍ່ຄະນະກຳມະກາ ຕຸລາການ ສະພາສູງ ເພື່ອພິຈະລະນາ ຮັບຮອງເອົາທ່ານ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມັງກອນ 2019.

ຄວາມແຕກແຍກໃນສອງພັກການເມືອງ ຂອງຄະນະກຳມະການຕຸລາການສະພາສູງ
ໄດ້ກາຍມາເປັນຈຸດເພັ່ງເລັງ ກ່ຽວກັບ ຜູ້ທີ່ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ເລືອກເອົາ ທ່ານວີລລຽມ ບາຣ ໃຫ້ເປັນລັດຖະມົນຕີວ່າ ການກະຊວງຍຸຕິທຳ ຜູ້ທີ່ໄດ້ຖືກ
ຍົກຍ້ອງ ແລະຖືກຕຳໜິຢ່າງໜັກ ໃນວັນພຸດ ວານນີ້ ໂດຍບັນດານັກຊ່ຽວຊານດ້ານ
ກົດໝາຍ ບັນດາຜູ້ນຳໃນດ້ານສິດທິພົນລະເມືອງ ແລະບັນດາພິຍານຄົນອື່ນໆ ຂອງ
ຄະນະກຳມະການດັ່ງກ່າວ ຢູ່ໃນ ລັດຖະສະພາ.

ຜູ້ນຳລະດັບສູງຈາກພັກເດໂມແຄຣັດ ຂອງຄະນະກຳມະການຕຸລາການສະພາສູງ
ທ່ານນາງ ດາຍແອນ ຟາຍສໄຕນ໌ ຈາກລັດຄາລີຟໍເນຍ ໄດ້ສະແດງອອກ ເຖິງຄວາມ
ສົງໄສທີ່ຍັງຄົງມີຢູ່ ກ່ຽວກັບ ຄວາມໝັ້ນໝາຍຂອງທ່ານ ບາຣ ທີ່ຈະນຳເອົາ ບົດລາຍງານ
ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ກ່ຽວກັບ ການຕິດຕໍ່ຫາກັນ ລະຫວ່າງ
ພວກຢູ່ວົງໃນຂອງປະທານາທິບໍດີທຣຳ ແລະຣັດເຊຍ ພ້ອມດ້ວຍ ການແຊກແຊງ ໃນ
ການແຂ່ງຂັນເລືອກຕັ້ງປະທານາທິບໍດີ ປີ 2016 ຂອງມົສກູ ທີ່ໃກ້ຈະສະຫລຸບແລ້ວນັ້ນ
ອອກມາເປີດເຜີຍ ຕໍ່ມະຫາຊົນ.

ທ່ານ ລິນເຊ ແກຣມ ທີ່ສັງກັດພັກ ຣີພັບບລີກັນ ຈາກລັດຄາໂຣໄລນາໃຕ້, ຄຽງຂ້າງດ້ວຍ ສະມາຊິກ ສະພາສູງ ຜູ້ອາວຸໂສ ທ່ານນາງ ດາຍແອນ ຟາຍສໄຕນ໌, ພວມສອບຖາມ ຜູ້ຖືກສະເໜີຊື່ ໃຫ້ເປັນລັດຖະມົນຕີວ່າການ ກະຊວງຍຸຕິທຳ ທ່ານ ວີລລຽມ ບາຣ ໃນລະຫວ່າງ ການພິຈະລະນາຮັບຟັງການໃຫ້ການ ເພື່ອຮັບຮອງເອົາທ່ານ ບາຣ ຂອງຄະນະກຳມະການ ຕຸລາການ ສະພາສູງ ຢູ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 15 ມັງກອນ 2019.

ທ່ານນາງຟາຍສໄຕນ໌ ໄດ້ກ່າວວ່າ “ຂ້າພະເຈົ້າ ຄຶດວ່າ ມັນສຳຄັນຍິ່ງ ທີ່ລັດຖະສະພາ
ແລະປະຊາຊົນຊາວອາເມຣິກັນຮູ້ວ່າ ແມ່ນຫຍັງ ຢູ່ໃນລົດລາຍງານຂອງ ທ່ານ
ມັລເລີ.”
ທ່ານນາງ ກ່າວຕໍ່ໄປວ່າ “ຂ້າພະເຈົ້າຫວັງວ່າ ບົດລາຍງານນັ້ນ ຈະຖືກເປີດ
ເຜີຍ ໃຫ້ມະຫາຊົນ ແລະຄະແນນສຽງ ການຮັບຮອງເອົາທ່ານ ຂອງຂ້າພະເຈົ້າ ກໍຂຶ້ນ
ຢູ່ກັບເລື້ອງນັ້ນ.”

ໃນອີກດ້ານນຶ່ງ ປະທານຄະນະກຳມະການດັ່ງກ່າວ ທ່ານ ລິນເຊ ແກຣມ ທີ່ສັງກັດພັກ ຣີພັບບລີກັນ ຈາກລັດຄາໂຣໄລນາໃຕ້ ບໍ່ມີຫຍັງເລີຍ ພຽງແຕ່ຄຳຍ້ອງຍໍ ສຳລັບຜູ້ທີ່ຖືກ
ເລືອກທ່ານນີ້ ທີ່ມີປະຫວັດ ໃນດ້ານກົດໝາຍທີ່ຍາວນານ ລວມທັງ ຜົນງານໃນເມື່ອກ່ອນ
ຖານະເປັນລັດຖະມົນຕີວ່າການ ກະຊວງຍຸຕິທຳ ໃນຄະນະລັດຖະບານຂອງທ່ານ ຈອຣ໌ຈ
ເຮຈ ດັບໂບຢູ ບຸຊ ນັ້ນ.

ທ່ານ ແກຣມ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ສາມາຄຶດເຫັນຜູ້ໃດເລີຍ ທີ່ເລືອກມາ ດີກວ່າ
ທ່ານ ບາຣ.”
ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າບໍ່ຮູ້ວ່າຜູ້ໃດ ທີ່ຈະດີກວ່າ ທ່ານ ໃນເລື້ອງ
ຂອງ ປະສົບປະການ ການຕັດສິນໃຈ ແລະອາລົມ. ຖ້າທ່ານຄົນ ນີ້ ບໍ່ດີພໍ ຂ້າພະເຈົ້າ
ກໍບໍ່ຈັກວ່າ ຈະສາມາດເລືອກຜູ້ໃດໄດ້.”

ໃນການໃຫ້ການ ຕໍ່ໜ້າຄະນະກຳມະການດັ່ງກ່າວ ໃນວັນອັງຄານມື້ກ່ອນ ທ່ານ ບາຣ
ໄດ້ກ່າວວ່າ ການສືບສວນ ກ່​ຽວ​ກັບ​ເລື້ອງຣັດເຊຍ ຄວນຕ້ອງໃຫ້ເສັດສິ້ນ ແລະ ຜົນຂອງ
ມັນ ຈະຖືກເປີດເຜີຍຕໍ່ມະຫາຊົນ ແລະຕໍ່ລັດຖະສະພາ. ທ່ານຍັງບໍ່ ເຫັນດີນຳເລື້ອງ ທີ່
ທ່ານທຣຳ ເອີ້ນການສືບສວນສອບສວນ ພວກຢູ່ວົງໃນ ຂອງທ່ານ ຕິດຕໍ່ກັບມົສກູນັ້ນ
ວ່າ ເປັນ “ການຫາເລື້ອງຈັບຜິດ ຫຼື witch hunt.”

ທ່ານ ບາຣ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ເຊື່ອວ່າ ທ່ານມັລເລີ ຈະພົວພັນນຳການຫາ
ເລື້ອງຈັບຜິດ ຫຼື witch hunt.”
ທ່ານກ່າວຕື່ມວ່າ ໄອຍະການພິເສດ ອາດຈະຖືກຍຸຕິ
ໄດ້ ກໍພຽງແຕ່ ມີເຫດຜົນທີ່ດີເທົ່ານັ້ນ ແລະວ່າ “ມັນຈະເປັນການຄາດຄິດ ບໍ່ໄດ້ເລີຍ” ທີ່ທ່ານມັລເລີ ຈະ “ເຮັດໃນສິ່ງໃດສິ່ງນຶ່ງ ເພື່ອເຮັດໃຫ້ເກີດເຫດ ຜົນທີ່ດີນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG