ສະມາຊິກສະພາສູງທີ່ສຳຄັນ 2 ທ່ານ ຄືທ່ານນາງຊູແຊນ ຄອລລິນສ໌ (Susan Collins)
ແລະ ທ່ານໂຈ ແມນຊິນ (Joe Manchin) ກ່າວວ່າ ພວກທ່ານຈະລົງຄະແນນສຽງ ເພື່ອ
ຮັບຮອງເອົາການແຕ່ງຕັ້ງໃຫ້ທ່ານແບຣັດ ຄາແວນໍ ເປັນຜູ້ພິພາກສາສານສູງສຸດຂອງສະ
ຫະລັດ.
ໃນການກ່າວຄຳປາໄສ ຕໍ່ສະພາສູງນັ້ນ ທ່ານນາງຄອລລິນສ໌ ທີ່ສັງກັດ ພັກຣີພັບບລີກັນ
ໄດ້ກ່າວອ້າງເຖິງການມີຫຼັກຖານບໍ່ພຽງພໍໃນການກ່າວຫາຕໍ່ທ່ານຄາແວນໍແລະທ່ານນາງ
ກ່າວຕື່ມວ່າ ການຕັດສິນໃຈ ຂອງທ່ານນາງ ບໍ່ຄວນທີ່ຈະເຂົ້າໃຈວ່າ ເປັນການປະຕິເສດ
ເຖິງຄວາມສຳຄັນ ໃນການກ່າວຫາກ່ຽວກັບການລວນລາມທາງເພດ.
ທ່ານນາງເວົ້າວ່າ “ທຸກໆຄົນບໍ່ວ່າຜູ້ຊາຍຫຼືແມ່ຍິງທີ່ໄດ້ກ່າວຫາກ່ຽວກັບການລວນລາມ
ທາງເພດ ສົມຄວນທີ່ຈະໄດ້ມີການຮັບຟັງແລະຖືວ່າເປັນເລື້ອງສຳຄັນ.”
ສ່ວນສະມາຊິກສະພາສູງແມນຊິນ ທີ່ສັງກັດພັກເດໂມແຄຣັດ ກ່າວຢູ່ໃນທວີດເຕີ້ບໍ່ເທົ່າ
ໃດນາທີຕໍ່ມາວ່າ ທ່ານຈະລົງຄະແນນສຽງເຫັນພ້ອມ ອີງຕາມຂໍ້ມູນທີ່ທ່ານໄດ້ຮັບ ຮວມ
ທັງລາຍງານຢ່າງຄົບຖ້ວນຂອງອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ຫວ່າງ
ມໍ່ໆມານີ້.
ສະມາຄົມນັກກົດໝາຍອາເມຣິກັນກໍໄດ້ອອກຖະແຫຼງການສະບັບນຶ່ງຜ່ານທາງອີແມລ
ໃນຕອນບ່າຍ ວັນສຸກວານນີ້ ໄປຫາສະມາຊິກສະພາສູງ ຊາລສ໌ ແກຣັສລີ (Charles
Grassley) ຊຶ່ງເປັນສະມາຊິກ ອະວຸໂສສຸດ ຂອງພັກຣີພັບບລີກັນ ຢູ່ໃນຄະນະກຳມະ
ການຕຸລາການຂອງສະພາສູງແລະທ່ານນາງດາຍແອນ ຟາຍສ໌ໄຕນ໌ ຜູ້ນຳຂອງພັກເດ
ໂມແຄຣັດໃນຄະນະກຳມະການດັ່ງກ່າວ.
ໃນຈົດໝາຍສະບັບນີ້ ສະມາຄົມນັກກົດໝາຍອາເມຣິກັນ ກ່າວວ່າ “ຕົນໄດ້ຮັບຂໍ້ມູນ
ໃໝ່ກ່ຽວກັບເອກກະສານທີ່ພົວພັນສະພາບອາລົມ” ຂອງຜູ້ພິພາກສາຄາແວນໍ ທີ່ໄດ້
ເກັບກຳໄວ້ ໃນລະຫວ່າງການຮັບຟັງຄຳໃຫ້ການ ເມື່ອວັນທີ 27 ກັນຍາ ຂອງຄະນະ
ກຳມະການຕຸລາການ. ຈົດໝາຍສະບັບນີ້ກ່າວວ່າ ຂໍ້ມູນໃໝ່ໄດ້ພາໃຫ້ມີການ “ເປີດ”
ການຊັ່ງຊາຂອງສະມາຄົມພວກນັກກົດໝາຍກ່ຽວກັບທ່ານຄາແວນໍທີ່ໄດ້ກະທຳໂດຍ
ຄະນະກຳມະການຖາວອນຂອງຕົນ ກ່ຽວກັບຂະແໜງຕຸລາການລັດຖະບານກາງ.
ແຕ່ຈົດໝາຍສະບັບນີ້ ກ່າວວ່າ ຄະນະກຳມະການດັ່ງກ່າວບໍ່ຄາດວ່າຈະແລ້ວສຳເລັດ
ໃນການລົງຄະແນນສຽງຄືນໃໝ່ ກ່ອນໜ້າໝາຍກຳນົດ ໃນການລົງຄະແນນຂອງສະ
ພາສູງ. ຈົດໝາຍກ່າວຕື່ມວ່າ ການຊັ່ງຊາຕົ້ນຕໍກ່ຽວກັບຜູ້ພິພາກສາຄາແວນໍຈຶ່ງຍັງໃຊ້
ການໄດ້ຢູ່.
ທ່ານຄາແວນໍໄດ້ຖືກກ່າວຫາວ່າ ລວນລາມທາງເພດຕໍ່ແມ່ຍິງຄົນນຶ່ງທີ່ກ່າວວ່າ ທ່ານ
ໄດ້ລ່ວງເກີນນາງ ທີ່ເຮືອນຫຼັງນຶ່ງ ໃນເຂດຊານເມືອງ ຂອງນະຄອນຫຼວງວໍຊິງຕັນໃນ
ເວລາທີ່ພວກທ່ານຍັງເປັນໄວລຸ້ນ ໃນສະໄໝຊຸມປີ 1980. ທ່ານໄດ້ປະຕິເສດຕໍ່ການ
ກ່າວຫາຂອງສາສະດາຈານຄຣິສຕີນ ແບລຊີ ຝອດ ທີ່ໄດ້ໄປໃຫ້ການຕໍ່ຄະນະກຳມະ
ການຕຸລາການຂອງສະພາສູງ ເມື່ອນຶ່ງອາທິດກວ່າໆຜ່ານມາແລ້ວນັ້ນ.
ສະພາສູງສະຫະລັດໄດ້ລົງຄະແນນສຽງຢ່າງຫວຸດຫວິດໃນວັນສຸກວານນີ້ເພື່ອຈຳກັດ
ການອະພິປາຍ ກ່ຽວກັບຜູ້ທີ່ຖືກສະເໜີແຕ່ງຕັ້ງ ໃຫ້ຜູ້ພິພາກສາສານສູງ ສຸດໂດຍປະ
ທານາທິບໍດີດໍໂນລ ທຣຳໂດຍຈະສົ່ງການສະເໜີແຕ່ງຕັ້ງດັ່ງກ່າວໄປໃຫ້ສະພາສູງຄົບ
ຄະນະລົງຄະແນນສຽງຂັ້ນສຸດທ້າຍ ທີ່ອາດມີຂຶ້ນໃນວັນເສົາມື້ນີ້.
ການລົງຄະແນນສຽງກ່ຽວກັບຂັ້ນຕອນໃນວັນສຸກວານນີ້ແມ່ນເປັນເລື້ອງກົດລະບຽບທີ່
ບໍ່ພົວພັນກັບວ່າ ບັນດາສະມາຊິກສະພາສູງ ຈະພາກັນລົງຄະແນນສຽງແບບໃດ ໃນທີ່
ສຸດ ຊຶ່ງຈະອຳນວຍໃຫ້ມີການອະພິປາຍກັນ ຢູ່ໃນສະພາສູງດົນເຖິງ 30 ຊົ່ວໂມງ ກ່ອນ
ການລົງຄະແນນສຽງກັນຂັ້ນສຸດທ້າຍ. ການລົງຄະແນນສຽງ 51 ຕໍ່ 49 ສ່ວນໃຫຍ່ແລ້ວ
ແມ່ນເປັນໄປຕາມສາຍພັກ ໂດຍມີທ່ານແມນຊິນ ສະມາຊິກພັກເດໂມແຄຣັດພຽງທ່ານ
ດຽວທີ່ໄດ້ເຫັນພ້ອມກັບການສົ່ງເລື້ອງນີ້ໄປໃຫ້ສະພາສູງຄົບຄະນະແລະທ່ານນາງລີຊາ
ເມີກາວສກີ້ ກໍແມ່ນສະມາຊິກພັກຣີພັບບລີກັນພຽງຄົນດຽວ ທີ່ລົງຄະແນນສຽງຄັດຄ້ານ.
ຖ້າຫາກສະພາສູງ ມີຄະແນນສຽງ ເທົ່າກັນ 50 ຕໍ່ 50 ແລ້ວ ຮອງປະທານາທິບໍດີ ໄມຄ໌
ເພັນສ໌ກໍຈະເປັນຜູ້ລົງຄະແນນສຽງສະໜັບສະໜຸນການແຕ່ງຕັ້ງດັ່ງກ່າວ.