ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດຝອດເອົາໝາຫຸ່ນຍົນເຮັດວຽກ ຢູ່ໃນໂຮງງານຜະລິດລົດເພື່ອເກັບກໍາຂໍ້ມູນໃຫ້


Ford Puts Robotic Dog to Work
please wait

No media source currently available

0:00 0:01:59 0:00
ລິງໂດຍກົງ

ບໍລິສັດຝອດເອົາໝາຫຸ່ນຍົນເຮັດວຽກ ຢູ່ໃນໂຮງງານຜະລິດລົດໃຫ້

ກຳມະກອນໃນບໍລິສັດຝອດ ມໍເຕີ (Ford Motor) ອາດຈະສັງເກດເຫັນໄດ້ວ່າ ມີ “ໝາ” ຈຳນວນນຶ່ງເລາະຢູ່ຕາມພື້ນໂຮງງານເມື່ອບໍ່ດົນມານີ້. ບໍລິສັດຜະລິດລົດຍົນທີ່ວ່ານີ້ ໄດ້ສະແຫວງຫາການຊ່ວຍເຫຼືອຂອງຫຸ່ນຍົນທີ່ມີສີ່ຕີນຈໍານວນນຶ່ງ ເພື່ອວາງແຜນທີ່ຂອງພື້ນໂຮງງານ. ສາມາດປີນຂັ້ນໄດ, ເປີດປະຕູແລະເຂົ້າໄປໃນບັນດາຈຸດທີ່ແຄບໆ, ໝາຫຸ່ນຍົນເຫຼົ່ານີ້ໃນທີ່ສຸດກໍ່ປະຢັດເວລາແລະເງິນຂອງ ເພື່ອນຮ່ວມງານ ທີ່ເປັນມະນຸດໄດ້. Tina Trinh, ນັກຂ່າວວີໂອເອມີລາຍງານກ່ຽວກັບເລື້ອງນີ້ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ມັນເປັນຫຸ່ນຍົນແບບສະບັບທີ່ເປັນໝູ່ທີ່ດີທີ່ສຸດຂອງຄົນ.
ຫຸ່ນຍົນສີ່ຂາຈາກບໍລິສັດ ບອສຕັນ ໄດເນມິກສ໌ (Boston Dynamics) ກຳລັງຖືກນຳໄປເຮັດວຽກ ຢູ່ໃນບໍລິສັດຝອດ ມໍເຕີ (Ford Motor) ໃນລັດມີຊິແກນ.

ທ່ານມາກ ໂກດໍຣິສ (Mark Goderis), ຜູ້ຈັດການດ້ານວິສະວະກໍາແບບດີ ຈິຕອລຂອງບໍລິສັດຝອດ ມໍເຕີ (Ford Motor) ກ່າວຜ່ານທາງ Skype ວ່າ:
"ພວກເຮົາກໍາລັງຊອກຫາວິທີທີ່ຈະເຂົ້າໄປໃນຈຸດແຄບໆ ຢູ່ພາຍໃນໂຮງງານຂອງພວກເຮົາ."

ທ່ານກ່າວຕໍ່ໄປວ່າ:
"ແລະທ້າວ ສປັອດ (Spot) ຜູ້ທີ່ພວກເຮົາຕັ້ງຊື່ຫລິ້ນວ່າ ຟລັບຟີ (Fluffy) ຊຶ່ງອອກ ມາໃນນາມເປັນຄວາມຄິດອັນລິເລີ້ມນັ້ນ, ພວກເຮົາສາມາດຕິດຕັ້ງກ້ອງຖ່າຍຮູບທີ່ມີຄວາມລະອຽດສູງລະດັບ 360 ໃສ່ມັນ ພ້ອມກັບເຄື່ອງສະ ແກນທີ່ໃຊ້ແສງເລເຊີ."

ທ້າວ ຟລັບຟີ (Fluffy) ເຮັດວຽກກັບຫຸ່ນຍົນທີ່ຄວບຄຸມຕົນເອງໄດ້ ທີ່ຊື່ວ່າ ສກຸດເຕີ (Scouter) ເພື່ອຊ່ວຍສ້າງແຜນທີ່ແບບສາມມິຕິ ຫລື 3D ຂອງພື້ນໂຮງງານ.

ທ່ານມາກ ໂກດໍຣິສ (Mark Goderis), ກ່າວຜ່ານທາງ Skype ອີກວ່າ:
"ພວກມັນທັງສອງມີເຄື່ອງສະແກນທີ່ໃຊ້ແສງເລເຊີ ແລະພວກມັນຈະໄປຜ່ານໂຮງງານແບບອັດຕະໂນມັດ ແລະຫຼັງຈາກນັ້ນກໍຢຸດ, ແລ້ວກໍສະແກນ, ຍ້າຍໄປ ແລ້ວກໍຢຸດ, ເຮັດສະແກນໄປຫາຈຸດເລີ້ມຕົ້ນທີ່ຄ້າຍຄື ກັບ G.P.S. "

ທ້າວ ຟລັບຟີ (Fluffy) ໄປບ່ອນທີ່ສກຸດເຕີ (Scouter) ບໍ່ສາມາດເຮັດໄດ້, ຊ່ວຍສ້າງແຜນທີ່ ທີ່ສົມບູນກວ່າ, ຊ່ວຍນັກວິສະວະກອນໃນຂະນະທີ່ພວກເຂົາເຈົ້າເຮັດແຜນທີ່ພື້ນໂຮງງານສຳລັບການຜະລິດລົດລຸ້ນໃໝ່.

ທ່ານມາກ ໂກດໍຣິສ (Mark Goderis) ກ່າວຜ່ານທາງ Skype ອີກວ່າ:
"ໃນບາງເນື້ອທີ່ໃນການປະກອບຜະລິດຕະພັນຂັ້ນສຸດທ້າຍຂອງພວກເຮົາ, ສະຖານທີ່ມີການປ່ຽນແປງໃນແຕ່ລະເດືອນ."

ໝາຫຸ່ນຍົນດັ່ງກ່າວສາມາດດັດແປງໄດ້ດ້ວຍການໃຊ້ສັນຍານ ຫລືເຊັນເຊີ ສຳລັບໃຊ້ວຽກທີ່ແຕກຕ່າງກັນ.

ທ່ານ ໄມໂຄ ເພີຣີ (Michael Perry), ຮອງປະທານຮັບຜິດຊອບດ້ານການພັດທະນາທຸລະກິດຂອງບໍລິສັດບອສຕັນ ໄດນາມິກສ໌ (Boston Dynamics) ກ່າວຜ່ານທາງ Skype ວ່າ:
"ໃນການຜະລິດສານເຄມີ, ທ່ານຕ້ອງການເຄື່ອງຈັບອາຍແກັສ ເພື່ອເບິ່ງວ່າ ມີການຮົ່ວໄຫຼໃນສະພາບແວດລ້ອມບໍ່ ເພື່ອວ່າທ່ານຈະສາມາດແກ້ໄຂການຮົ່ວໄຫຼ ນັ້ນໄດ້ໄວຂຶ້ນກວ່າເກົ່າ."

ທ່ານ ໄມໂຄ ເພີຣີ (Michael Perry), ກ່າວຜ່ານ Skype ອີກວ່າ
“ລູກຄ້າຄົນອື່ນໆ ຕ້ອງການກ້ອງຖ່າຍຮູບທີ່ມີກະແສລົມອຸ່ນໆ ເພື່ອວ່າ ພວກເຂົາ ເຈົ້າຈະສາມາດກວດເບິ່ງການເຮັດວຽກຂອງອຸປະກອນທາງອຸດສະຫະກໍາຂອງ ພວກເຂົາເຈົ້າໄດ້ ແລະເວົ້າວ່າ ໂອ້ອັນນັ້ນແມ່ນ, ອັນນັ້ນກໍາລັງ ມີຄວາມຮ້ອນ ສູງເກີນໄປ ແລະ ເວົ້າວ່າ ສາມາດທີ່ຈະກໍ່ໃຫ້ເກີດບັນຫາກໍເປັນໄດ້.”

ການຮັບປະກັນຄວາມປອດໄພຂອງກໍາມະກອນຢູ່ໃນສະພາບແວດລ້ອມທີ່ເປັນ ອັນຕະລາຍແມ່ນນຶ່ງໃນເປັນຜົນປະໂຫຍດຫລັກຂອງການໃຊ້ຫຸ່ນຍົນ ການເກັບ ເອົາປະເພດຂໍ້ມູນໄດ້ຫລາຍປະເພດຂຶ້ນກໍມີປະໂຫຍດຄືກັນ.

ທ່ານ ເພີຣີ ກ່າວຜ່ານທາງ Skype ອີກວ່າ:
"ພວກເຮົາກຳລັງສ້າງລະບົບທັງໝົດນີ້ຂຶ້ນມາ ເພື່ອຕີຄວາມໝາຍ ແລະເກັບກຳ ແລະວິເຄາະຂໍ້ມູນອັນຫລວງຫລາຍ. ບັນຫາຂອງມັນກໍຄືວ່າ ພວກເຮົາພຽງແຕ່ສາມາດເອົາຂໍ້ມູນຊຸດທີ່ແຄບໆ ເຂົ້າໄປໃນລະບົບຕ່າງໆເທົ່ານັ້ນ.”

ບໍ່ຄືກັບສັນຍານເຊັນເຊີແບບຄົງທີ່, ຫຸ່ນຍົນນີ້ ສາມາດເກັບກຳຂໍ້ມູນໄດ້ຢູ່ທຸກບ່ອນທຸກທີ່ທີ່ມັນຖືກກຳນົດໃຫ້ໄປເອົາ.

ປະຈຸບັນບໍລິສັດບອສຕັນ ໄດເນມິກສ໌ (Boston Dynamics) ແມ່ນກໍາລັງເຊົ່າທ້າວ spot ສະນັ້ນບໍລິສັດຈະສາມາດຊອກຫາທາງນຳໃຊ້ມັນໄດ້.
ແທ້ຈິງ, ສຳລັບບາງຄົນແລ້ວ ໝາຫຸ່ນຍົນໂຕນີ້ ອາດຈະກາຍມາເປັນເດັກຊາຍທີ່ດີຫຼາຍກໍເປັນໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸ່ມນີ້

Workers at Ford Motor Company may have noticed a couple of "dogs" roaming the factory floor recently. The automaker has enlisted the help of some four-legged robots to map the factory floor. Able to climb stairs, open doors and get into tight spots, these robo-dogs are ultimately saving their human colleagues time and money.

It’s the robotic version of man’s best friend.

The four-legged robot from Boston Dynamics is being put to work at Ford Motor Company in Michigan.

Mark Goderis, Digital Engineering Manager, Ford Motor Company: Skype
“We were looking at a way to get into tight spots within our facilities.”

“And Spot, who we nicknamed Fluffy, came up as a brainstorming idea, we could mount a 360 high-resolution camera to it as well as a laser scanner.”

Fluffy works with an autonomous robot named Scouter to help create a 3D map of the factory floor.

Mark Goderis, Digital Engineering Manager, Ford Motor Company: Skype
“They both have a laser scanner and they autonomously go through the plant and then stop, scan, move, stop, scan to waypoints like a G.P.S.”

Fluffy goes where Scouter can’t, helping create a more complete map of the space which in turn, helps engineers as they re-tool floor plans for production of new car models.

Mark Goderis, Digital Engineering Manager, Ford Motor Company: Skype
“In some of our final assembly areas, the facility’s changing monthly.”

The robotic dog can be customized with a variety of sensors for different jobs.

Michael Perry, VP Business Development, Boston Dynamics: Skype
“Chemical manufacturing, you want a gas sensor to see if there's a leakage in the environment so that you can fix the leak faster.”

Michael Perry, VP Business Development, Boston Dynamics: Skype
“Other customers need a thermal camera so that they can look at the performance of some of their industrial equipment and say, oh that's, that is overheating and that could potentially cause a problem.”

Ensuring worker safety in dangerous environments is one of the main benefits of using this robot.

So is collecting more kinds of data.

Michael Perry, VP Business Development, Boston Dynamics: Skype logo:

“We're creating all of these systems to interpret and collect and analyze big data.

The problem is that we can only get a very narrow set of data into the systems.”

Unlike a fixed sensor, this robot can collect data wherever it’s programmed to go.

Boston Dynamics is currently leasing spot so companies can find ways to use it.

For some, this robot dog could turn out to be a very good boy, indeed.

XS
SM
MD
LG