ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳເຫັນຂອງທ່ານ Trump ກ່ຽວກັບ ອົງການ NATO ເຮັດໃຫ້ບັນດາ ພັນທະມິດ ມີຄວາມ ເປັນຫ່ວງ


Trump's NATO Comments Alarm Some Atlantic Alliance Experts
please wait

No media source currently available

0:00 0:01:48 0:00

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ຕັ້ງຄຳຖາມຢ່າງເປີດເຜີຍວ່າ ສະຫະລັດ ຈະປົກປ້ອງພັນທະມິດຂອງ ອົງການ NATO ໂດຍອັດຕະໂນມັດ ຫຼື ບໍ່ ຖ້າພວກເຂົາເຈົ້າຖືກໂຈມຕີ, ເຊິ່ງມັນໄດ້ກໍ່ໃຫ້ ເກີດມີຄວາມເປັນຫ່ວງໃນນະຄອນຫຼວງ ວໍຊິງຕັນ. ຜູ້ຊ່ຽວຊານດ້ານນະໂຍບາຍການຕ່າງ ປະເທດກ່າວວ່າ ເຫດການດັ່ງກ່າວຈະເຮັດໃຫ້ ຢູໂຣບ ອ່ອນແອລົງ ແລະ ອິດທິພົນຂອງ ອາເມຣິກາ ກໍຈະຕົກຕ່ຳລົງເຊັ່ນກັນ. ນັກຂ່າວຂອງ ວີໂອເອ Jane Bojadzievski ມີລາຍ ງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ກ່າວຕໍ່ໜັງສືພິມ The New York Times ວ່າຖ້າທ່ານໄດ້ຖືກເລືອກ ເອົາ, ທ່ານຈະກຳນົດເງິື່ອນໄຂ ກ່ຽວກັບ ວິທີທີ່ ສະຫະລັດ ຈະຕອບຮັບກັບການໂຈມຕີໃສ່ ປະເທດສະມາຊິກອົງການ NATO ແນວໃດ, ເຊິ່ງກໍ່ໃຫ້ມີຄວາມເປັນຫ່ວງສຳລັບອະນາ ຄົດຂອງພັນທະມິດ ແມ່ນກະທັ້ງອິດທິພົນຂອງພວກເຂົາເຈົ້າໃນ ຢູໂຣບ ແມ່ນກຳລັງເພີ່ມ ສູງຂຶ້ນ. ທ່ານ Trump ໄດ້ກ່າວວ່າ ທຳອິດ ທ່ານຈະເບິ່ງວ່າປະເທດອື່ນໆ ໄດ້ຊ່ວຍກັນໃນ ເລື່ອງຄ່າໃຊ້ຈ່າຍຂອງການໃຫ້ທຶນແກ່ອົງການ NATO ຫຼື ບໍ່?

ທ່ານ Luke Coffey, ຜູ້ອຳນວຍການຈາກສູນກາງນະໂຍບາຍການ ຕ່າງປະເທດຂອງ ອົງການ Heritage Foundation ກ່າວວ່າ ບໍ່ວ່າ ຜູ້ໃດຈະເປັນປະທານາທິບໍດີ ສະຫະລັດ ຄົນຕໍ່ໄປກໍຕາມ, ເພິ່ນຕ້ອງ ເຂົ້າໃຈວ່າ ການເປັນສະມາຊິກໃນອົງການ NATO ແມ່ນສິ່ງ ທີ່ເປັນ ສີດຳ ແລະ ຂາວແທ້ໆ.

ທ່ານ Luke Coffey ກ່າວວ່າ “ທ່ານຢູ່ໃນອົງການ NATO ຫຼື ທ່ານ ຈະບໍ່ຢູ່ໃນ NATO. ຖ້າທ່ານຢູ່ໃນ NATO, ທ່ານຈະຖືກຮັບປະ ກັນດ້ານຄວາມປອດໂດຍອັດຕະໂນມັດ ໂລດ. ນີ້ແມ່ນວິທີທີ່ພັນທະມິດເຮັດວຽກ. ນີ້ແມ່ນວິທີທີ່ມັນໄດ້ຖືກປະຕິບັດນັບຕັ້ງແຕ່ມັນ ໄດ້ຖືກ ກໍ່ຕັ້ງຂຶ້ນມາ ໃນວັນເລີ່ມຕົ້ນຂອງສົງຄາມເຢັນ. ແລະ ທຸກໆການຜັນປ່ຽນໃດທີ່ ແຕກຕ່າງຈາກສະຖານະພາບນີ້ ແມ່ນຈະເປັນອັນຕະລາຍສຳລັບບັນດາປະເທດພັນ ທະມິດ ແລະ ຈະເປັນການສົ່ງ ສັນຍານທີ່ຜິດໄປໃຫ້ ຣັດເຊຍ.”

ສົນທິສັນຍາການກໍ່ຕັ້ງຂອງອົງການ NATO ໄດ້ຮຽກຮ້ອງໃຫ້ມີການປ້ອງກັນປະເທດຮ່ວມ ກັນ ແຕ່ມັນໄດ້ປ່ອຍໃຫ້ຂຶ້ນກັບແຕ່ລະປະເທດ ສະມາຊິກ ທີ່ຈະຕັດສິນໃຈວ່າ ຄວນເອົາ ປະຕິບັດການຫຍັງ “ທີ່ຖືວ່າມີ ຄວາມຈຳເປັນທີ່ຈະເຮັດ” ເພື່ອຕອບໂຕ້.

ທ່ານ Jeffrey Gedmin ຜູ້ຊ່ຽວຊານ ກ່ຽວກັບ ການພົວພັນຂ້າມ ມະຫາສະໝຸດ ອັດລັງ ຕິກ ຂອງສະພາ ອັດລັງຕິກ ເປັນຫ່ວງວ່າ ການຖະແຫຼງການຫຼ້າສຸດຂອງທ່ານ Trump ໄດ້ສ້າງໄພຂົ່ມຂູ່ສຳລັບ ຄວາມປອດໄພໃນພາກພື້ນ.

ທ່ານ Jeffrey ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນຈະເຮັດໃຫ້ ຢູໂຣບ ອ່ອນແອລົງ. ຂ້າພະ ເຈົ້າຄິດວ່າ ມັນຈະເຮັດໃຫ້ອິດທິພົນຂອງ ອາເມຣິກາ ຕົກຕ່ຳລົງ, ແລະ ຂ້າພະເຈົ້າຄິດ ວ່າມັນຈະບໍ່ເປັນປະໂຫຍດຫຍັງ ແລະ ບໍ່ມີຄວາມໝາຍຫຍັງເລີຍ.”

ຜູ້ຊ່ຽວຊານທັງສອງທ່ານໄດ້ກ່າວວ່າ ສະຫະລັດ ໄດ້ຮັບຜົນປະໂຫຍດ ຢ່າງໃຫຍ່ຫຼວງຈາກ ຄວບປອດໄພ ແລະ ຄວາມໝັ້ນຄົງທີ່ ອົງການ NATO ເຊິ່ງມີຫ້ອງການຕັ້ງຢູ່ໃນນະຄອນ ຫຼວງ Brussels ປະເທດ ແບລຈຽມ ໄດ້ສະໜອງໃຫ້ ຢູໂຣບ.

ຊົມລາຍງານນີ້ໃນເວັບໄຊທ໌ພາສາອັງກິດ

XS
SM
MD
LG