ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ຈະລົງຄະແນນສຽງ ເພີ້ມການລົງໂທດ ຕໍ່ເກົາຫລີເໜືອ


ກອງປະຊຸມລະດັບສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການລົງໂທດຕໍ່ເກົາຫລີເໜືອ ໃນວັນທີ 15 ທັນວາ 2017.
ກອງປະຊຸມລະດັບສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການລົງໂທດຕໍ່ເກົາຫລີເໜືອ ໃນວັນທີ 15 ທັນວາ 2017.

ສະພາ​ຄວາມໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ ຄາດ​ວ່າ​ຈະ​ທໍາ​ການ​ລົງ​ຄະ​ແນ​ສຽງ​ໃນ​ວັນ
​ສຸກ​ມື້ນີ້ ​ກ່ຽວກັບ​ການລົງ​ໂທດອີກ​ຄັ້ງນຶ່ງ ​ເພື່ອແນ​ໃສ່​ວາງ​ມາດ​ຕະການຈໍາກັດຕໍ່ການ​
ນໍາ​ເຂົ້ານໍ້າມັນ​ຂອງ​ເກົາຫລີ​ເໜືອ ທີ່​ໃຊ້​ເພື່ອ​ເປັນ​ເຊື້ອ​ໄຟ​ໃນໂຄງການຜະລິດອາວຸດ
ທີ່​ຜິດກົດໝາຍ.

ການ​ສະ​ເໜີ​ໃຫ້​ມີລົງໂທດຄັ້ງນີ້ ​ແມ່ນ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ທີ່​ພຽງຢາງ​ໄດ້​ທໍາ​
ການ​ຍິງ​ລູ​ກສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງ​ຂ້າມ​ທະວີບ​ໄດ້ ຫລື ICBM ​ໃນ​ວັນ​ທີ 28 ພະຈິກ
​ຜ່ານ​ມາ ຊຶ່ງ​ລູກ​ສອນ​ໄຟ​ດ່ັງກ່າວ​ເປັນ​ລູກ​ສອນ​ໄຟ​ທີ່​ຫາກໍ່ສ້າງ​ຂຶ້ນ​ມາ​ໃໝ່ ​ແລະ​ມີ​ຊື່ວ່າ
ຮາຊ່ອງ (Hwasong)-15 ຊຶ່ງ​ເກົາຫລີ​ເໜືອອ້າງວ່າສາມາດ​ທີ່​ຈະ​ນໍາ​ເອົາ​ຫົວ​ອາວຸດ​ນີວ
​ເຄລຍ​ໄປຍິງ​ໃສ່​ບ່ອນ​ໃດ​ກໍ​ໄດ້​ໃນ​ສະຫະລັດ​ອາ​ເມຣິກາ.

ການ​ຍິງ​ດັ່ງກ່າວ​ເປັນ​ການຍິງ​ທົດ​ລອງລູ​ກສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງ​ຂ້າມ​ທະວີບ​ໄດ້ ຄັ້ງ
ທີ 3 ​ແລ້ວ​ໃນ​ປີນີ້ ​ແລະ​ກໍ​ເປັນ​ການຍິງ​ທົດ​ລອງລູ​ກສອນ​ໄຟ​ຂີ​ປະ​ນາ​ວຸດຄັ້ງທີ 20 ​ໃນ​ປີ
2017.

ສະຫະລັດເປັນ​ຜູ້​ຮ່າງ​ມາດ​ຕະການການ​ລົງ​ໂທດດັ່ງກ່າວ ​ແລະ​ກໍ​ໄດ້​ເຈລະຈາ​ກັນ​ກັບ​ຈີນ​
ແລ້ວ. ​ມັນ​ໄດ້​ນໍາໄປ​ແຈກ​ຢາຍ​ໃຫ້​ສະມາຊິກ​ສະພາ​ຄວາມໝັ້ນຄົງໃນ​ຂອບ​ເຂດ​ກວ້າງ
​ກວ່າ​ເກົ່າ ​ໃນ​ວັນ​ພະຫັດ​ວານ​ນີ້ ​ແລ​ະມີ​ກໍານົດ​ວ່າ​ຈະ​ທໍາ​ການ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ສຸກ
​ມື້ນີ້ ​ໃນ​ເວລາບ່າຍ 1 ​ໂມງຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ເຂດ​ຕາ​ເວັນ​ອອກ​ຂອງ​ສະຫະລັດ
ຫລື​ເວລາ 18:00 ໂມງ ຂອງ​ເວລາ​ສາກົນ.

ທ່ານ ຝຣັ່ງຊົວ ເດີລາດເທຣີ (François Delattre) ​ເອກ​ອັກຄະ​ລັດຖະທູດ​ຂອງຝຣັ່ງ
ປະ​ຈໍາ​ສະຫະ​ປະຊາ​ຊາດກ່າວ​ຕໍ່ພວກ​ນັກ​ຂ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ "ພວກ​ເຮົາ​
ຫວັງ​ວ່າ​ຈະ​ມີ​ຄວາມ​ເຫັນ​ດີເປັນ​ເອກະສັນ​ກັນ ​ແລະ​ມີ​ການ​ລົງ​ຄະ​ແນນ​ສຽງນໍາ​ກັນ ຍິ່ງ​ໄວ
ກໍ​ຍິ່ງ​ເປັນ​ການ​ດີ--​ແລະ​ພວກເຮົາ​ກໍ​ພ້ອມ​ແລ້ວຕອນ​ນີ້."

ທ່ານ ໂຄໂຣ ແບັສໂຊ (Koro Bessho) ເອກ​ອັກຄະ​ລັດຖະທູດ​ຂອງຍີ່ປຸ່ນປະ​ຈໍາ​
ສະຫະ​ປະຊາ​ຊາດ​ກ່າວວ່າ "ພວກ​ເຮົາ​ສະໜັບສະໜຸນການ​ລົງ​ໂທດ​ດັ່ງກ່າວ​ຢ່າງ
​ສຸດ​ໃຈ ​ແລະ​ພວກ​ເຮົາ​ຫວັງ​ວ່າຈະ​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ກັນ". "ຂ້າພະ​ເຈົ້າ
ຄິດ​ວ່າ ມັນ​ຈະ​ເປັນ​ການ​ສົ່ງ​ສັນຍານທີ່​ດີໃຫ້​ຮູ້ ຖ້າ​ຫາກ​ພວກ​ເຮົາ​ຮັບ​ຜ່ານ​ມັນ ​ແລະ​
ນັ້ນກໍ​ຄື​ສິ່ງ​ທີ່​ຂ້າພະ​ເຈົ້າຄິດ​ວ່າ ຈະ​ມີ​ຂຶ້ນ."

ຕາມ​ທີ່ VOA ​ໄດ້​ເຫັນ ຮ່າງ​ມະຕິ​ດັ່ງກ່າວ​ແມ່ນ​ແນ​ໃສ່​ວາງ​ຂໍ້​ຈໍາກັດ​ຕໍ່ຈໍານວນ​ນໍ້າມັນ​ດິບ
ທີ່​ສົ່ງ​ອອກ​ໄປໃຫ້​ເກົາຫລີ​ເໜືອ ທີ່​ມີ​ຢູ່​ໃນ​ປັດຈຸບັນ ບໍ່​ໃຫ້​ເກີນ 4 ລ້ານ​ຖັງ​ຕໍ່ປີ. ມັນ​ຈະ
​ອະນຸຍາດ​ໃຫ້​ມີ​ການ​ຍົກ​ເວັ້ນ​ໄດ້ ​ໂດຍ​ມີ​ການ​ພິຈາລະນາ​ເປັນ​ແຕ່​ລະ​ກໍລະນີ ​ໂດຍ​ທີ່​ມີ​
ການ​ອະນຸມັດ​ຂອງ​ສະພາ​ຄວາມໝັ້ນຄົງ ​ເທົ່າ​ນັ້ນ.

ນອກ​ຈາກ​ນັ້ນ ຮ່າງ​ມະຕິ​ດັ່ງກ່າວ​ຍັງແນ​ໃສ່ ວາງ​ຂໍ້​ຈໍາກັດ​ຕໍ່ 90 ​ເປີ​ເຊັນ​ຂອງຜະລິດ​ຕະ
ພັນ​ນໍ້າມັນ​ທີ່​ກັ່ນ​ແລ້ວ ທີ່​ສົ່ງ​ອອກ​ໄປ​ຍັງ​ເກົາ​ຫລີ​ເໜືອ ພ້ອມ​ທັງ​ເຄື່ອງ​ກົນ​ຈັກ​ອຸດ​ສະຫະ
​ກໍາ ​ແລະ​ພາຫະນະ​ຂົນ​ສົ່ງ​ຈໍານວນ​ນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG