ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກຳລັງຮັກສາ ຄວາມສະຫງົບ ຂອງ ອັຟການິສຖານ ຖືກໂຈມຕີ ຢູ່ທາງພາກຕາເວັນຕົກ


ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ກຳລັງກວດ
ກາເບິ່ງ ຢູ່ໃກ້ໆ ກັບສະຖານທີ່ເກີດລະເບີດແຕກ ໃນນະຄອນ
ຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ມີນາ 2018.
ກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ກຳລັງກວດ ກາເບິ່ງ ຢູ່ໃກ້ໆ ກັບສະຖານທີ່ເກີດລະເບີດແຕກ ໃນນະຄອນ ຫຼວງກາບູລ ຂອງອັຟການິສຖານ, ວັນທີ 9 ມີນາ 2018.

ບັນດາເຈົ້າໜ້າທີ່ ໃນພາກຕາເວັນຕົກຂອງອັຟການິສຖານ ກ່າວວ່າ ພວກກະບົດໄດ້
ເຂົ້າຍຶດເອົາສຳນັກງານລັດຖະບານໃນທ້ອງຖິ່ນ ຢູ່ແຂວງຕິດກັບຊາຍແດນຂອງອີຣ່ານ.

ບັນດາເຈົ້າໜ້າທີ່ ກ່າວວ່າ ສະມາຊິກຂອງກຳລັງຮັກສາຄວາມສະຫງົບ 15 ຄົນ ໄດ້ຖືກ
ຂ້າຕາຍ ຫຼື ໄດ້ຮັບບາດເຈັບ ໃນການສູ້ລົບ ເມື່ອວັນອາທິດວານນີ້ ຢູ່ໃນເມືອງ
ອານາຣດາຣາ (Anardara) ຂອງແຂວງ ຟາຣາຕັ້ງຢູ່ທາງພາກຕາເວັນຕົກ.

ນອກຈາກນັ້ນ ໂຄສົກຂອງກຸ່ມຕາລີບານ ຄົນນຶ່ງ ຍັງໄດ້ບອກອົງການຂ່າວ ຣອຍເຕີ ວ່າ
“ລົດຍົນທະຫານຈຳນວນນຶ່ງ” ຖືກຍຶດໄວ້ໄດ້ “ພ້ອມດ້ວຍລູກປືນຈຳນວນຫຼວງຫຼາຍ.”

ການໂຈມຕີໂດຍພວກກະບົດ ຕໍ່ກຳລັງຮັກສາຄວາມສະຫງົບ ໄດ້ມີເພີ່ມຂຶ້ນ ເມື່ອບໍ່ດົນ
ມານີ້ ຢູ່ໃນແຂວງ ຟາຣາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Officials in western Afghanistan say insurgents have taken over the local government offices in a province bordering Iran.

Authorities say 15 security force members were killed or wounded in the fighting Sunday in the Anardara district in western Farah province.

In addition, a Taliban spokesman told Reuters "several military vehicles" were seized, "along with a large quantity of ammunition."

Insurgent attacks against security forces have increased recently in Farah.

XS
SM
MD
LG