ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄົນຂັບລົດເຂົ້າໄປຈອດ ຢູ່ດ່ານກວດກາຂອງ ທຳນຽບຂາວ, ອ້າງວ່າມີລະເບີດ


ສະມາຊິກຂອງຕຳຫຼວດໃນເຄື່ອງແບບ ສະຫະລັດ ຄົນໜຶ່ງ ຢືນຢາມຖະໜົນ Pennsylvania Avenue ໃນຂະນະ
ທີ່ລາວຢູ່ຕໍ່ໜ້າຮົ້ວກັ້ນຊົ່ວຄາວຂອງ ທຳນຽບຂາວ, ນະຄອນ
ຫຼວງ ວໍຊິງຕັນ, 3 ຕຸລາ, 2014.
ສະມາຊິກຂອງຕຳຫຼວດໃນເຄື່ອງແບບ ສະຫະລັດ ຄົນໜຶ່ງ ຢືນຢາມຖະໜົນ Pennsylvania Avenue ໃນຂະນະ ທີ່ລາວຢູ່ຕໍ່ໜ້າຮົ້ວກັ້ນຊົ່ວຄາວຂອງ ທຳນຽບຂາວ, ນະຄອນ ຫຼວງ ວໍຊິງຕັນ, 3 ຕຸລາ, 2014.

ຕຳຫຼວດນອກເຄື່ອງແບບ ສະຫະລັດ ໄດ້ຮັດກຸມຄວາມພະຍາຍາມ ໃນການຮັກສາຄວາມ ປອດໄພຫຼາຍຂຶ້ນກວ່າເກົ່າ ຫຼັງຈາກໄດ້ມີຄົນ ຂັບລົດຂຶ້ນໄປປ້ອມກວດກາຂອງ ທຳນຽບ
ຂາວ ໃນຕອນແລງຂອງວັນເສົາວານນີ້ ແລະ ໄດ້ອ້າງວ່າມີລະເບີດ.

ບັນເຈົ້າໜ້າທີ່ກ່າວວ່າ ຄົນຂັບລົດໄດ້ຖືກຈັບກຸມໃນທັນທີທັນໃດ ແລະ ລົດຄັນດັ່ງກ່າວກໍ ຖືກຍຶດໄວ້.

ໂຄສົກຕຳຫຼວດນອກເຄື່ອງແບບຄົນໜຶ່ງໄດ້ກ່າວວ່າ ໄດ້ມີການດຳເນີນ “ການສືບສວນ ສອບສວນຜູ້ກໍ່ອາຊະຍາກຳແລ້ວ.”

ບໍ່ມີຄວາມກະຈ່າງແຈ້ງໃນທັນທີ່ວ່າ ຢູ່ລົດຄັນດັ່ງກ່າວນັ້ນມີລະເບີດຢູ່ແທ້ ຫຼື ບໍ່.

ປະທານາທິບໍດີ ທ່ານ ດໍໂນລ ທຣຳ ບໍ່ໄດ້ຢູ່ໃນທຳນຽບຂາວເວລານັ້ນ. ທ່ານໄດ້ ໃຊ້ເວ ລາທ້າຍສັບປະດາຢູ່ຣີສອດ Mar-a-Lago ຂອງທ່ານ ໃນລັດ ຟລໍຣິດາ, ເຊິ່ງເປັນຄັ້ງທີ
5 ທີ່ທ່ານໄດ້ໄປພັກຜ່ອນທ້າຍສັບປະດາຢູ່ທີ່ ນັ້ນ ນັບຕັ້ງແຕ່ເຂົ້າດຳລົງຕຳແໜ່ງໃນວັນທີ
20 ມັງກອນເປັນຕົ້ນມາ.

ເຫດການດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກຕຳຫຼວດນອກເຄື່ອງແບບ ໄດ້ຈັບ ກຸມຄົນຜູ້ໜຶ່ງທີ່ໄດ້
ໂດດຂ້າມຮາງຈອດລົດຖີບ ທີ່ຢູ່ໃນບໍລິເວນການຮັກ ສາຄວາມປອດໄພຂອງທຳນຽບຂາວ.

ລາຍງານກ່າວວ່າ ບັນດາເຈົ້າໜ້າທີ່ຕຳຫຼວດນອກເຄື່ອງແບບໄດ້ປໍ້າ ຜູ້ລ່ວງລ້ຳຄົນດັ່ງກ່າວ
ແລະ ໄດ້ຈັບກຸມລາວພາຍໃນສອງນາທີ.

ສຽງກະດິງເຕືອນໄພຢູ່ທຳນຽບຂາວ ໄດ້ດັງຂຶ້ນຫຼັງຈາກການພະຍາຍາມຝ່າຝືນລະບົບ ຮັກສາຄວາມປອດໄພ, ກໍ່ໃຫ້ເຈົ້າໜ້າທີ່ປືນຍາວຫຼາຍ ສິບຄົນຕ້ອງແລ່ນອອກມາເດີ່ນ ຫຍ້າເພື່ອປ້ອງກັນມັນ.

ໃນວັນທີ 10 ມີນາທີ່ຜ່ານມາ, ຜູ້ຊາຍຄົນໜຶ່ງຈາກລັດຄາລິຟໍເນຍ ໄດ້ ປີນຂ້າມຮົ້ວປ້ອງ ກັນຄວາມປອດໄພສາມຊັ້ນຂອງ ທຳນຽບຂາວ ແລະ ສາມາດຢູ່ໄດ້ຢ່າງອິດສະຫຼະດົນ
ກວ່າ 15 ນາທີ ກ່ອນລາວຈະຖືກ ຈັບກຸມຢູ່ໃກ້ໆກັບປະຕູຂອງທຳນຽບຂາວ. ໃນເວລານັ້ນ ປະທານາທິບໍດີ ທຣຳ ກໍຢູ່ໃນທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG