ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຢາວັກຊີນຟາຍເຊີ້ໄບໂອເອັນເທັກ ງວດທີສອງຈໍານວນ 899,000 ໂດສ ​ມາເຖິງ ສປປ ລາວ ແລ້ວ


ຮູບພາບ ເຮືອບິນຂົນສົ່ງຢາວັກຊີນຟາຍເຊີ້ ໄບໂອເອັນເທັກ ຄັ້ງທີສອງ ມາເຖິງສະບິນສາກົນວັດໄຕ.
ຮູບພາບ ເຮືອບິນຂົນສົ່ງຢາວັກຊີນຟາຍເຊີ້ ໄບໂອເອັນເທັກ ຄັ້ງທີສອງ ມາເຖິງສະບິນສາກົນວັດໄຕ.

ສປປ ລາວ ໄດ້ຮັບວັກຊີນ Pfizer BioNTech ກັນ​ໂຄວິດ-19 ງວດ​ທີ​ສອງຈຳ ນວນ​ 899,730 ໂດສ ​ໃນ​ວັນ​ທີ 24 ມັງ​ກອນນີ້ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານສະຫະລັດອາ​ເມ​ຣິ​ກາ ຜ່ານໂຄງການ COVAX ອັນ​ເປັນການຮ່ວມມືກັນລະຫວ່າງ ອົງການທີ່ເປັນພັນທະມິດ ດ້ານວັກຊີນ ກໍຄືອົງການກາວີ (Gavi), ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບໂຣກລະບາດ (CEPI), ແລະອົງການອະນາໄມໂລກ (WHO) ໂດຍມີອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການຂົນສົ່ງຄັ້ງນີ້ແມ່ນງວດ​ທີ​ສອງ ໃນການຊ່ວຍເຫຼືອທັງໝົດສອງຄັ້ງຈາກລັດ ຖະບານສະຫະລັດ ໃຫ້ແກ່ ສປປ ລາວ ໃນເດືອນນີ້. ການຂົນສົ່ງຄັ້ງທຳອິດມີຈຳນວນ 799,110 ໂດສ, ໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນຕົ້ນ
ເດືອນນີ້ ​ຊຶ່ງ​ລວມທັງໝົດໃນປີນີ້ຕົກ​ເປັນ 1,698,840 ໂດສ.

ພະນະທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີວ່າການກະຊວງສາທາ ລະນະສຸກ ໄດ້ໃຫ້ກຽດຕ້ອນຮັບວັກຊິນດັ່ງກ່າວ ທີ່ສະໜາມບິນສາກົນວັດໄຕ ຮ່ວມກັບທ່ານປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດ ສະຫະລັດອາເມຣິກາປະຈໍາ ສປປ ລາວ, ທ່ານໄມໂຄ ຮອນນິງ (Mr. Michael Ronning) ຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ, ທ່ານນາງບີອາເຕ້ ດັສເທລ (Ms. Beate Dastel) ຮັກສາການຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ແລະ ທ່ານ ດຣ. ຢູ ລີ ປາກ (Dr. Yu Lee Park) ຮັກສາການຫ້ອງການ ອົງການອະນາໄມໂລກ ປະຈຳ ສປປ ລາວ.

ພິທີມອບ-ຮັບ ການຊ່ວຍເຫຼືອຢາວັກຊີນ Pfizer BioNTech ຂອງທັງສອງຄັ້ງຢ່າງເປັນທາງການ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານສະ ຫະລັດອາເມຣິກາ ຈະໄດ້ຂື້ນໃນວັນທີ 26 ມັງກອນ 2022 ທີ່ກະຊວງສາທາລະນະສຸກ.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສືບເນື່ອງມາຈາກການຊ່ວຍເຫຼືອວັກຊີນ Johnson
& Johnson ຈໍານວນໜຶ່ງລ້ານໂດສ ທີ່ ລັດຖະບານສະຫະລັດອາເມຣິກາໄດ້ມອບໃຫ້ແກ່ ສປປ ລາວ ໃນເດືອນກໍລະກົດ 2021 ທີ່ຜ່ານມາ ຊຶ່ງຈະຊ່ວຍປົກປ້ອງຊີວິດຂອງປະຊາຊົນ ທີ່ອາໄສຢູ່ໃນ ສປປ ລາວ ໃນຂະນະທີ່ປ້ອງກັນບໍ່ໃຫ້ເຊື້ອພະຍາດສາຍພັນໃໝ່ ທີ່ເປັນອັນຕະລາຍແຜ່ລາມ. ຢາວັກຊີນ Pfizer BioNTech ທີ່ສະໜອງໃຫ້ໂດຍລັດຖະບານສະຫະລັດອາເມຣິກາ ແມ່ນຈະສຸມໃສ່ສະໜອງໃຫ້ແກ່ກຸ່ມທີ່ເປັນບູລິມະສິດ ອີງຕາມແຜນແຫ່ງຊາດສໍາລັບການສັກວັກຊີນກັນພະຍາດໂຄວິດ-19. ກຸ່ມບູລິມະສິດລວມມີໄວໜຸ່ມອາຍຸ 12 ຫາ 17 ປີ ແລະ ກຸ່ມບູລິມະສິດອື່ນໆ ກໍຄື ຜູ້ທີ່ມີ 60 ປີຂຶ້ນໄປ ຄົນທີ່ມີພະຍາດປະຈໍາຕົວ ແລະ ແມ່ຍິງຖືພາ. ຢາວັກຊີນ Pfizer BioNTech ໄດ້ຖືກທົບທວນດ້ານຄວາມປອດໄພ ແລະ ປະສິດທິພາບໂດຍອົງການອະນາໄມໂລກ ແລະ ຖືເປັນ​ຢາວັກຊີນ COVID-19 ຊະນິດທໍາອິດ ທີ່ອົງການອະນາໄມໂລກ ແນະນໍາສໍາລັບການນໍາໃຊ້ ໃນບຸກຄົນທີ່ມີອາຍຸ 12 ປີຂຶ້ນໄປ.

ການປະກອບສ່ວນຂອງລັດຖະບານສະຫະລັດອາເມຣິກາໃນຄັ້ງນີ້ ຈະຊ່ວຍສະໜັບສະໜູນຄວາມພະຍາຍາມຂອງ ສປປ ລາວ ໄປສູ່ເປົ້າໝາຍການສັກວັກຊີນໃຫ້ໄດ້ 80 ເປີເຊັນຂອງປະຊາກອນ ພາຍໃນທ້າຍປີ 2022, ແລະຈະປະກອບ ສ່ວນເຂົ້າໃນພາລະກິດ ຂອງໂຄງການ COVAX ໃນການຮັບປະກັນການເຂົ້າເຖິງຢາວັກຊີນ COVID-19 ໃນທົ່ວໂລກຢ່າງເທົ່າທຽມກັນ ລະຫວ່າງທີ່ມີການລະບາດຂອງພະຍາດ. ນອກຈາກນັ້ນ ລັດຖະບານສະຫະລັດອາເມຣິກາ ໂດຍຜ່ານອົງການພັດທະນາສາກົນ ສະຫະລັດ (USAID) ອົງການຢູນິເຊັບ ແລະ ອົງການອະນາໄມໂລກ ຍັງໄດ້ຮ່ວມກັນ ໃຫ້ການສະໜັບສະໜູນ ສປປ ລາວ ສ້າງຂີດຄວາມສາມາດ ໃນການສະໜອງວັກຊີນເຫຼົ່ານີ້ຢ່າງປອດໄພ ແລະ ມີ ປະສິດທິຜົນ. ຈົນເຖິງປະຈຸບັນ ລັດຖະບານສະຫະລັດອາເມຣິກາ ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ລວມເປັນມູນຄ່າ ກວ່າ $13 ລ້ານໂດລາ ນັບຕັ້ງແຕ່ມີການແຜ່ລະບາດຂອງພະຍາດ ໃນການຂະຫຍາຍການກວດ ເຊື້ອພະຍາດໂຄວິດ-19 ເບິ່ງແຍງຄວາມປອດໄພໃຫ້ແກ່ບຸກຄະລາກອນທາງການແພດໃຫ້ນໍາໃຊ້ອຸປະກອນປ້ອງກັນໂຕເອງ ແລະເພີ່ມທະວີການເຝົ້າລະວັງພະ ຍາດ.

ຮູບພາບຂອງທ່ານຜູ້ຕາງໜ້າ ໄປຮັບການເດີນທາງມາເຖິງຂອງຢາວັກຊີນຟາຍເຊີ້ ໄບໂອເອັນເທັກ ເປັນຄັ້ງທີສອງ ຢູ່ສະໜາມບິນສາກົຍວັດໄຕ
ຮູບພາບຂອງທ່ານຜູ້ຕາງໜ້າ ໄປຮັບການເດີນທາງມາເຖິງຂອງຢາວັກຊີນຟາຍເຊີ້ ໄບໂອເອັນເທັກ ເປັນຄັ້ງທີສອງ ຢູ່ສະໜາມບິນສາກົຍວັດໄຕ

899,730 Pfizer Doses Donated by the United States Arrive in Lao PDR

This allotment of COVID-19 vaccines is the second of two total shipments consisting of almost 1.7 million doses from the US delivered to Lao PDR through the COVAX Facility.

Vientiane, January 24, 2022 – Today, Lao PDR received a new shipment of the Pfizer BioNTech COVID-19 vaccine via direct donation by the United States through the COVAX Facility. COVAX is a partnership co-led by Gavi, the Coalition for Epidemic Preparedness Innovations (CEPI), and the World Health Organization (WHO), with UNICEF as a key delivery partner.

This new shipment consists of 899,730 doses of the Pfizer BioNTech vaccine and is the second of two total donations from the US to Lao PDR this month. The first shipment of 799,110 doses arrived in Lao PDR on January, 2 2022. The combined total of both shipments this year is 1,698,840 doses.

The shipment was received by H.E. Dr. Bounfeng Phoummalaysith, Minister of Health, at the Wattay International Airport, who was joined by Dr. Peter M. Haymond, U.S. Ambassador to Lao PDR, Mr. Michael Ronning, Country Representative for the U.S. Agency for International Development (USAID), Ms. Beate Dastel, UNICEF Representative a.i. to Lao PDR, and Dr. Yu Lee Park, WHO Officer-in-charge to Lao PDR.

A formal handover ceremony for both shipments of Pfizer BioNTech vaccines between the Government of Lao PDR and the United States is scheduled for 26 January 2022 at the Ministry of Health.

The donation builds upon the one million doses of the Johnson & Johnson vaccines the United States previously donated to Lao PDR in July 2021 and will help to protect lives in Lao PDR while preventing dangerous new variants from spreading.

The Pfizer BioNTech vaccines provided by the United States will be administered to priority groups in line with the National Deployment and Vaccination Plan. These include adolescents aged 12 to 17 years, as well as other priority groups, including people 60 years and above, people with underlying health conditions, and pregnant women. The Pfizer BioNTech vaccine was reviewed for safety and efficacy by WHO and is the first COVID-19 vaccine recommended by WHO for use in individuals aged 12 and above.

This contribution from the United States will support Lao PDR’s efforts to vaccinate 80 percent of its population by the end of 2022 and will contribute to the COVAX Facility’s mission of ensuring global equitable access to COVID-19 vaccines during the pandemic. In addition, the United States, through USAID, UNICEF, and WHO, is strengthening Lao PDR's capacity to safely and effectively distribute COVID-19 vaccines. To date, the United States has provided over $13 million of support to Lao PDR since the pandemic began to expand COVID-19 testing, keep health workers safe with personal protective equipment, and strengthen disease surveillance.

XS
SM
MD
LG