ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ​ ພັນ​ທະ​ມິດ​ ສື່ມວນ​ຊົນ​ໃນ ອາ​ຊຽນ ລາຍ​ງານ​ວ່າ ປະ​ຊາ​ຊົນ ລາວ ຍັງ​ບໍ່​ມີ​ເສ​ລີ​ພາບ​ ໃນ​ການ​ປາກ​ເວົ້າ


ໂລ​ໂກບໍ​ລິ​ສັດ​ສື່​ສັງ​ຄົມ Facebook.
ໂລ​ໂກບໍ​ລິ​ສັດ​ສື່​ສັງ​ຄົມ Facebook.

ອົງ​ການ​ພັນ​ທະ​ມິດ​ສື່ມວນ​ຊົນ​ໃນ ອາ​ຊຽນ ລາຍ​ງານ​ວ່າ ປະ​ຊາ​ຊົນ ລາວ ຍັງ​ບໍ່​ມີ​ເສ​ລີ​
ພາບໃນການປາກເວົ້າ ສ່ວນສື່ມວນຊົນ ລາວ ກໍຕ້ອງປະຕິບັດໜ້າທີ່ເປັນກະບອກສຽງ
ຂອງພັກຢ່າງເຂັ້ມງວດ.

ອົງ​ການ​ພັນ​ທະ​ມິດ​ສື່​ສວນ​ຊົນ​ໃນ​ພູ​ມີ​ພາກ​ເອ​ເຊຍ​ຕະ​ເວັນ​ອອກ​ສຽງ​ໃຕ້ (Southeast
Asian Press Alliance - SEAPA) ສະເໜີລາຍງານປະຈຳປີ 2019 ໃນສ່ວນ
ກ່ຽວກັບ ສະພາບການດ້ານສື່ມວນຊົນໃນ ລາວ ເມື່ອບໍ່ດົນມານີ້ວ່າ ການປາກເວົ້າຫຼື
ການສະແດງຄວາມຄິດເຫັນຂອງປະຊາຊົນ ລາວ ຕໍ່ການບໍລິຫານງານຂອງລັດຖະບານ
ລາວ ຍັງຖືກຈຳກັດ ແລະ ຖືກຄວບຄຸມຢ່າງເຂັ້ມງວດ ໂດຍສະເພາະແມ່ນໃນສື່ສັງຄົມ
ອອນໄລນ໌ ເຊັ່ນ Facebook ທີ່ມີຜູ້ຊົມໃຊ້ ສອງລ້ານສີ່ແສນກວ່າບັນຊີໃນ ລາວ ນັ້ນໄດ້
ຖືກກວດກາຢ່າງໃກ້ຊິດ ຊຶ່ງຈະເຫັນໄດ້ຈາກກໍລະນີການໂຄສະນາເພື່ອຄັດຄ້ານການຊື້
ຈ້າງເຮັດວຽກກັບລັດຖະບານ ແລະ ການວິຈານການຈັດຕັ້ງປະຕິບັດຢ່າງຊັກຊ້າຂອງ
ລັດຖະບານ ລາວ ໃນການກູ້ໄພພິບັດຄັ້ງໃຫຍ່ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ
ແຕກໃນວັນທີ 23 ກໍລະກົດ 2018 ທີ່ຜ່ານມານັ້ນ.

ການ​ສະ​ເໜີ​ລາຍ​ງານ​ດັ່ງ​ກ່າວນີ້​ຂອງ SEAPA ສອດ​ຄ່ອງ​ກັນ​ກັບ​ລາຍ​ງານ​ຂອງ​ອ​ົງ​
ການນັກຂ່າວບໍ່ມີພົມແດນ (Reports Without Borders) ຊຶ່ງໄດ້ຈັດໃຫ້ ລາວ ຢູ່ໃນ
ກຸ່ມປະເທດທີ່ມີເສລີພາບໃນດ້ານສື່ມວນຊົນໃນລະດັບຕ່ຳທີ່ສຸດໃນໂລກ ຄືຢູ່ໃນອັນ
ດັບທີ 171 ຈາກ 180 ປະເທດໃນທົ່ວໂລກ ໂດຍຕົກລົງມາ 1 ອັນດັບຈາກປີ 2018
ເນື່ອງຈາກວ່າທາງການ ລາວ ໄດ້ຍາຍາມປິດກັ້ນຂໍ້ມູນຂ່າວສານ ກ່ຽວກັບ ຜົນກະທົບ
ຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກດັ່ງກ່າວ ອີກທັງຍັງໄດ້ເພີ່ມມາດຕະການ
ເຂັ້ມງວດໃນການຄວບຄຸມການສະເໜີຂ່າວ ກ່ຽວກັບ ກໍລະນີດັ່ງກ່າວຂອງສື່ມວນຊົນ
ລາວ ທີ່ຈະຕ້ອງເປັນກະບອກສຽງຂອງພັກ-ລັດຖະບານ ລາວ ຢ່າງແຂງແຮງດ້ວຍ.

ທັງ​ນີ້​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ​ບັນ​ດາ​ສື່ມວນ​ຊົນ​ທຸກ​ຂະ
ແໜງໃນ ລາວ ຈະຕ້ອງປະຕິບັດໜ້າທີ່ໃນຖານະເປັນກະບອກສຽງຂອງພັກ ແລະ ລັດ
ຖະບານ ລາວ ຢ່າງແຂງແຮງ ແລະ ຈະຕ້ອງພັດທະນາຕົວເອງໃຫ້ທັນກັບສະພາບ
ການຕ່າງໆທັງພາຍໃນ ແລະ ນອກປະເທດທີ່ມີການປ່ຽນແປງຕະຫຼອດເວລາ ໂດຍ
ສະເພາະແມ່ນການນຳສະເໜີຂໍ້ມູນຂ່າວສານຜ່ານສື່ສັງຄົມ ອອນໄລນ໌ ນັ້ນຈະຕ້ອງ
ສາມາດຕອບໂຕ້ກັບການນຳສະເໜີຂ່າວສານທີ່ມີລັກສະນະເປັນການບິດເບືອນ
ຄວາມຈຶງ ຫຼືທີ່ເປັນບໍລະປັກຕໍ່ພັກ ແລະ ລັດຖະບານ ລາວ ໃຫ້ໄດ້ຢ່າງເທົ່າທັນກັບສະ
ພາບການທີ່ເກີດຂຶ້ນ.

ທາງ​ດ້ານ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ລາຍ​ງານ​ວ່າ
ການຕິດຕາມການລາຍງານຂ່າວສານຂອງບັນດາສື່ມວນຊົນຕ່າງປະເທດ ແລະ ທ້ອງ
ຖິ່ນທີ່ຈະມີຜົນດ້ານຈິດຕະສາດຕໍ່ປະຊາຊົນ ລາວ ໂດຍສະເພາະແມ່ນການນຳສະເໜີ
ຂໍ້ມູນຂ່າວສານທີ່ບິດເບືອນຄວາມຈິງ ດ້ວຍຫວັງທີ່ຈະໃສ່ຮ້າຍປາຍສີຕໍ່ການນຳຂອງ
ພັກ-ລັດນັ້ນຍັງຖືເປັນພາລະໜ້າທີ່ສຳຄັນຂອງຄະນະໂຄສະນາອົບຮົມສູນກາງພັກ
ຈະຕ້ອງຕິດຕາມ ແລະ ກວດກາຢ່າງໃກ້ຊິດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນຄະນະໂຄສະ
ນາອົບຮົບສູນກາງພັກ ໄດ້ໃຫ້ການຢືນຢັນວ່າ

"ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ເກັບ​ກຳ​ສະ​ພາບ​ການ​ພົ້ນ​ເດັ່ນ​ພາຍ​ໃນ ແລະ ຂ່າວ​ໃສ່​ຮ້າຍ​
ປ້າຍສີຂອງກຸ່ມຄົນບໍ່ດີ ຕາມສື່ສິ່ງພິມ ແລະ ສື່ອີເລັກໂທຣນິກ ຕ່າງໆໄດ້ໃຊ້ເອກະສານ
ນຳພາແນວຄິດ ກ່ຽວກັບ ບັນຫາພົ້ນເດັ່ນທີ່ເກີດຂຶ້ນພາຍໃນ ແລະ ຕ່າງປະເທດໃນແຕ່
ລະໄລຍະ ທີ່ມີຜົນກະທົບຕໍ່ໍ່ສະພາບແນວຄິດຈິດຕະສາດຂອງພະນັກງານ ສະມາຊິກ
ພັກ ແລະ ປະຊາຊົນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຖືກຕ້ອງຕາມແນວທາງນະໂຍ
ບາຍຂອງພັກ."

ທັງ​ນີ້​ໂດຍ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮ​ົບ​ສູນ​ກາງ​ພັກ ໄດ້​ຈັດ​ໃຫ້​ມີ​ການ​ຝຶກ​ອົບ​ຮົມ​ພະ​ນັກ​
ງານພັກ-ລັດ ແລະ ປະຊາຊົນ ລາວ ໃນທົ່ວປະເທດໄດ້ 200 ກວ່າຄັ້ງ ໂດຍມີພະນັກ
ງານພັກ-ລັດ ແລະ ປະຊາຊົນ ລາວ ເຂົ້າຮ່ວມຫຼາຍກວ່າ 3 ລ້ານເທື່ອຄົນຕໍ່ປີ ທັງຍັງ
ຈະສືບຕໍ່ດຳເນີນການດັ່ງກ່າວນີ້ໃຫ້ກວ້າງຂວາງຫຼາຍຂຶ້ນໃນປີ 2019 ນີ້ດ້ວຍ ໂດຍ
ຄາດວ່າຈະມີປະຊາຊົນ ລາວ ຊົມໃຊ້ສື່ສັງຄົມ Facebook ເພີ່ມຂຶ້ນເປັນຫຼາຍກວ່າ 3
ລ້ານບັນຊີຢ່າງແນ່ນອນໃນປີ 2019 ນິ້.

XS
SM
MD
LG