ເຊື້ອອີໂບລາ ໄດ້ຖືກຄົ້ນພົບໃນຊຸມປີ 1970 ຢູ່ບ້ານນ້ອຍໆແຫ່ງ
ນຶ່ງ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ ບ່ອນທີ່ບັນດາ
ນັກຄົ້ນຄວ້າ ປາດສະຈາກຄວາມຢ້ານກົວ ໄດ້ພາ|ກັນຜະຈົນໄພ
ເຂົ້າໄປຮຽນຮູ້ເພີ້ມເຕີມ. ຮວມຢູ່ໃນນັ້ນກໍມີທ່ານ David Hey-
mann ທີ່ເກີດຢູ່ໃນສະຫະລັດ ຊຶ່ງປັດຈຸບັນນີ້ເປັນສາສະດາຈານ
ຝ່າຍລະບາດວິທະຍາ ທີ່ສະຖາບັນອະນາໄມ ແລະການແພດ
ເຂດຮ້ອນ ນະຄອນລອນດອນ. ນັກຂ່າວ ວີໂອເອ Henry
Ridgwell ໂອ້ລົມກັບສາສະດາຈານທ່ານນີ້ ກ່ຽວກັບການລະ
ບາດຂອງ ອີໂອລາ ຢູ່ເຂດອາຟຣິກາຕາເວັນຕົກ ຊຶ່ງກິ່ງສະຫວັນ
ຈະນຳມາສະເໜີທ່ານ.
ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:
ໃນຕອນທີ່ທ່ານເປັນດອັກເຕີໜຸ່ມນ້ອຍ ເຮັດວຽກກັບສູນກາງຄວບຄຸມແລະປ້ອງກັນພະຍາດ
ຂອງ ສະຫະລັດ ຫລື Center for Disease Control ນັ້ນ ທ່ານ David Heymann ໄດ້
ເຫັນໄພຂົ່ມຂູ່ ທີ່ພວມໂຜ່ໂຕຂຶ້ນມາຂອງເຊື້ອອີໂບລາ ຈາກບ່ອນກຳເນີດຢູ່ໃນປ່າດົງດິບ
ເຂດຮ້ອນທີ່ມີຝົນຕົກໜັກ ຂອງສາທາລະນະລັດ ປະຊາທິປະໄຕຄອງໂກ ຊຶ່ງເວລານັ້ນ ມີຊື່
ວ່າ Zaire ໃນປີ 1976. ຄະນະນັກຄົ້ນຄວ້ານາໆຊາດທີ່ນ້ອຍໆຈຸນຶ່ງ ໄດ້ເອົາບາດກ້າວ
ຢ່າງລະມັດລະວັງເປັນທີ່ສຸດ.
ດອັກເຕີ Heymann ກ່າວວ່າ “ຄວາມຢ້ານກົວນັ້ນແມ່ນຮ້າຍແຮງທີ່ສຸດ ນຶ່ງໃນໜ້າທີ່
ຖືກມອບໝາຍທຳອິດ ຂອງຂ້າພະເຈົ້າ ຄືໄດ້ໄປອົງ ການ NASA ເພື່ອເກັບກຳເອົາ
ເຄື່ອງນຸ່ງປ້ອງກັນ ທີ່ພວກນັກບິນອະວະກາດໄດ້ໃຊ້ ຫລັງຈາກເຂົາເຈົ້າໄດ້ກັບຄືນ
ມາຈາກເດືອນ.”
ເວລາໄປເຖິງບ້ານ Yambuku ທີ່ເປັນສູນກາງການລະບາດນັ້ນ ດອັກເຕີ Hetymann
ແລະຄະນະຂອງທ່ານ ບໍ່ໄດ້ຮູ້ຫຍັງຫຼາຍກ່ຽວກັບເຊື້ອອີໂບລາ ແລະໄດ້ຕັ້ງຊື່ເຊື້ອພະຍາດ
ດັ່ງກ່າວຕາມຊື່ຂອງແມ່ນໍ້າ ຢູ່ໃນເຂດ ທ້ອງຖິ່ນ.
ດອັກເຕີ Haymann ກ່່າວວ່າ “ເຊື້ອອີໂບລາ ໄດ້ຖືກພິຈາລະນາວ່າເປັນໄພຂົ່ມຂູ່ທີ່
ຮ້າຍແຮງ ໃນປີ 1976 ເພາະວ່າຍັງບໍ່ໃຜຮູ້ຫຍັງໝົດກ່ຽວກັບເຊື້ອພະຍາດນີ້. ມັນ
ເປັນທີ່ຮູ້ກັນວ່າ ມີສ່ວນພົວພັນຫລືປາກົດວ່າ ພົວພັນກັບເຊື້ອໄວຣັສ Marburg ທີ່
ຜູ້ຄົນເຂົ້າໃຈ ແລະວິທະຍາສາດເຂົ້າໃຈໃນຂັ້ນພື້ນຖານນັ້ນ.”
ນັບແຕ່ນັ້ນມາ ບັນດານັກວິທະຍາສາດ ໄດ້ຄົ້ນພົບໝາກໄມ້ ທີ່ເຈຍກິນທີ່ມີ ເຊື້ອອີໂບລາ
ແລະໄດ້ຕິດຕໍ່ໃສ່ມະນຸດ ແລະລີງປະເພດຕ່າງໆ. ສາສະດາຈານ Haymann ກ່າວວ່າໃນ
ເວລາບໍ່ດົນຕໍ່ມາເຂົາເຈົ້າກໍຮຽນຮູ້ວ່າ ການບໍລິໂພກອັນທີ່ຮ້ອງວ່າ ຊີ້ນສັດປ່ານັ້ນ ກໍເປັນອີກ
ຊ່ອງທາງນຶ່ງ ທີ່ພາໃຫ້ຕິດເຊື້ອພະຍາດນີ້.
ສາສະດາຈານ Haymann ກ່າວອີກວ່າ “ມີການແຜ່ລະບາດທີ່ປະເທດ ກາບົງ ໃນປີ
1996 ເວລານັ້ນ ມີພວກນັກໂຮ່ເນື້ອ 18 ຄົນພາກັນຍິງລີງໂທນຈິມແພນຊີໄດ້ໂຕນຶ່ງ
ແລະທັງ 18 ຄົນ ຊຶ່ງໄດ້ຕິດເຊື້ອໃນລະ ຫວ່າງທີ່ເຂົາເຈົ້າພາກັນຄົວລີງຢູ່ນັ້ນ ໄດ້ນຳ
ເອົາເຊື້ອພະຍາດນີ້ກັບເມືອເຮືອນ ແລະຕິດແປດໃສ່ບັນດາສະມາຊິກໃນຄອບຄົວ.
ແຕ່ວ່າມັນບໍ່ໄດ້ແຜ່ລາມອອກໄປເກີນນັ້ນ.”
ສາສະດາຈານ Heymann ໄດ້ເປັນຜູ້ນຳພາ ການຮັບມືຂອງໂລກໃນປີ 2003 ກັບການ
ລະບາດຢ່າງຮ້າຍແຮງຂອງໂຣກ SARS ໃນປະເທດຈີນ. ພະຍາດດັ່ງກ່າວນີ້ເຮັດໃຫ້ມີ
ຜູ້ເສຍຊີວິດເຖິງ 700 ຄົນ ແຕ່ໄດ້ຖືກຄວບຄຸມໄວ້ໃນທີ່ສຸດ.
ສາສະດາຈານ Heymann ກ່າວວ່າ “ມັນແຜ່ຂະຫຍາຍເຂົ້າໄປປະເທດ ທີ່ກຳລັງພັດ
ທະນາໃນເອເຊຍ ແລະມັນໄດ້ຖືກຍຸດຕິຢູ່ທີ່ນັ້ນຢ່າງວ່ອງໄວ ໂດຍຄວາມພະຍາຍາມ
ຂອງໂລກ. ແລະນີ້ແມ່ນເປັນການປະ ສານງານທີ່ແທ້ຈິງຂອງໂລກ ບ່ອນທີ່ບັນດານັກວິທະຍາສາດ ປະຕິບັດງານຮ່ວມກັນຢູ່ເບື້ອງຫລັງ ແລກປ່ຽນຂໍ້ມູນໃນແຕ່ລະວັນ.”
ໃນທາງກົງກັນຂ້າມ ສາສະດາຈານ Heymann ກ່າວວ່າ ການຂໍຮ້ອງຄວາມຊ່ວຍເຫຼືອໃນ
ຂັ້ນຕົ້ນ ກ່ຽວກັບການລະບາດຂອງ ອີໂບລາໃນປັດຈຸ ບັນນີ້ ບໍ່ໄດ້ຮັບການເອົາຫົວຊາເລີຍ.
ເພື່ອຍຸດຕິການແຜ່ລະບາດດັ່ງກ່າວ ເວລາມັນຍັງຢູ່ໃນເຂດຊົນນະບົດທີ່ ສອກຫລີກຫ່າງ
ໄກ ແລະບັດນີ້ ມັນໄດ້ແຜ່ເຂົ້າໄປໃນເຂດເມືອງຕ່າງໆ ບ່ອນທີ່ມັນມີຄວາມຫຍຸ້ງຍາກລຳ
ບາກຕື່ມຂຶ້ນ.”
ມີຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ການປຸກລະດົມ ເພື່ອໃຫ້ມີການຕື່ນຕົວ ກ່ຽວກັບ ອີໂບ
ລາ ຢູ່ໃນເຂດອາຟຣິກາຕາເວັນຕົກ ກຳລັງຊ່ວຍຍຸດຕິການແຜ່ລະບາດຂອງເຊື້ອໄວຣັສນີ້.
ບັນດາຢາປິ່ນປົວພະຍາດຊະນິດໃໝ່ພວມເລັ່ງລັດຜະລິດອອກມາໃຫ້ມີການນຳໃຊ້ໄວຂຶ້ນ.
ສາສະດາຈານ Heymann ກ່າວວ່າ ການຄົ້ນຄວ້າກ່ຽວກັບຂົງເຂດອຶ່ນໆກໍສົມຄວນທີ່ຈະ
ຖືເປັນບູລິມະສິດເຊັ່ນດຽວກັນ.
ສາສະດາຈານ Heymann ກ່່າວວ່າ “ເພື່ອພິຈາລະນາວ່າ ເຮັດວິທີໃດ ຈຶ່ງຈະຮັກສາ
ຄົນປ່ວຍໃຫ້ມີຊີວິດຢູ່ລອດໄດ້ ໂດຍການຮັກສາຄວາມກໍ້າ ເກິ່ງພາຍໃນ ລະຫວ່າງ
ຂອງແຫຼວທີ່ເປັນອີເລັກໂທຣໄລທ໌ ແລະສານເຄມີຕ່າງໆ ເພື່ອໃຫ້ເຂົາເຈົ້າສາມາດ
ມີຊີວິດຢູ່ໄດ້ດົນພໍ ສຳຫລັບໃຫ້ລະບົບ ພູມຕ້ານທານຂອງເຂົາເຈົ້າເຂົ້າຄວບຄຸມ
ດ້ວຍຕົນເອງ.”
ອົງການອະນາໄມໂລກກ່າວວ່າປະມານ 6,000 ຄົນໄດ້ເສຍຊີວິດຍ້ອນ ອີໂບລາ ໃນເຂດ
ອາຟຣິກາ ຕາເວັນຕົກ ນັບແຕ່່ໄດ້ເລີ້ມມີການລະບາດຂື້ນ. ສາສະດາຈານ Heymann ມີຄວາມຫວັງໄປໃນແງດີວ່າ ການລະບາດເຊື້ອອີໂບລາ ຈະຖືກສະກັດກັ້ນໃຫ້ຍຸດຕິລົງ
|ໃນຕົ້ນປີໃໝ່ຈາມາເຖິງນີ້.