ພວກເຮົາສ່ວນໃຫຍ່ ບໍ່ເຄີຍຄິດເຖິງເລື້ອງ ສະໜາມແມ່ເຫຼັກ
ຂອງໂລກ ເຮົາເລີຍ. ພວກເຮົາອາດຮູ້ຢູ່ວ່າ ມັນຊ່ວຍຊີ້ນຳທາງ
ໃຫ້ແກ່ພວກນົກໃນຂະນະທີ່ບິນຍ້າຍຖິ່ນຖານ ແລະ ຍັງຮັບ
ປະກັນວ່າ ເຂັມທິດຂອງພວກເຮົາຊີ້ໄປທາງທິດເໜືອ ແຕ່ບໍ່ຮູ້
ຈັກເລີຍວ່າ ມັນເປັນສ່ວນປະກອບ ອັນສຳຄັນທີ່ສຸດ ທີ່ເຮັດໃຫ້
ສິ່ງທີ່ມີຊີວິດເກີດຂຶ້ນໄດ້ຢູ່ໃນໂລກນີ້. ແຕ່ຫາກວ່າ ຂະບວນການ
ຕ່າງໆ ຢູ່ໃນແກນຂອງໂລກ ທີ່ສ້າງສະໜາມແມ່ເຫຼັກ ນັ້ນ ແມ່ນ
ຍັງຂາດຄວາມເຂົ້າໃຈທີ່ດີພໍ. ຜູ້ສື່ຂ່າວ ວີໂອເອ George Putic
ໄດ້ໄປຢ້ຽມຢາມຫ້ອງທົດລອງຢູ່ທີ່ມະຫາວິທະຍາໄລລັດແມຣີແລນ
ບ່ອນທີ່ບັນດານັກວິທະສາດກຳລັງພະຍາຍາມ ສ້າງສະພາບ ທີ່
ຄ້າຍຄືກັນກັບຢູ່ເລິງລົງໄປ 3,000 ກິໂລແມັດຈາກພື້ນດິນ ແລະ
ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເລີກລົງໄປໃຕ້ໂລກຂອງພວກເຮົາ ມີທາດເຫລັກ ແລະ ທາດ nicke ທີ່ເປື່ອຍເປັນ
ຂອງແຫລວ ໃນຮູບຊົງມົນ ກວ້າງ 3,400 ກິໂລແມັດໂດຍ ມີໜ່ວຍເຫລັກທີ່ເປັນຂອງ
ແຂງຢູ່ໃຈກາງ ໄດ້ສ້າງກະແສໄຟຟ້າທີ່ມີໜ້າ ຮັບຜິດຊອບ ກ່ຽວກັບສະໜາມແມ່ເຫຼັກ
ຂອງໂລກ.
ຜົນປະໂຫຍດທີ່ເຫັນໄດ້ແຈ້ງທີ່ສຸດນັນ ກໍແມ່ນບົດບາດຂອງມັນໃນການນຳທິດທາງ.
ແຕ່ ອາຈານຟີຊິກ ຂອງມະຫາວິທະຍາໄລຂອງລັດແມຣີແລນ ທ່ານ Daniel Lathrop
ກ່າວວ່າ ມັນມີອີກຫຼາຍຢ່າງຕື່ມ.
ອາຈານ Lathrop ເວົ້າວ່າ “ມັນແມ່ນພາກສ່ວນໜຶ່ງທີ່ສຳຄັນ ໃນອັນທີ່ເຮັດໃຫ້
ໂລກເປັນດາວພະເຄາະທີ່ສິ່ງທີ່ມີຊີວິດສາມາດອາໄສຢູ່ໄດ້ ຍ້ອນ ວ່າ ມັນຄຸ້ມກັນ
ພວກເຮົາ ຈາກລັງສີຂອງດວງອາທິດທີ່ເປັນອັນຕະລາຍ ຮ້າຍແຮງທີ່ສຸດ.”
ຫຼັກຖານສະແດງໃຫ້ເຫັນວ່າ ສະໜາມແມ່ເຫຼັກຂອງໂລກນັ້ນ ແມ່ນບໍ່ໄດ້ຢູ່ກັບທີ່. ມັນປ່ຽນ
ໄປປ່ຽນມາຢູ່ເລື້ອຍ ແລະ ບາງຄັ້ງບາງຄາວ ມັນຂະຫຍາຍຕົວອອກໄປ ກວ້າງໄກຫຼາຍ.
ອາຈານ Lathrop ເວົ້າວ່າ “ພວກເຮົາ ຮູ້ຈັກວ່າ ສະໜາມແມ່ເຫຼັກ ໄດ້ຕ່າວປີ້ນທິດ
ຈາກເໜືອຫາໃຕ້ ຫຼາຍຮ້ອຍຄັ້ງມາແລ້ວ ໃນປະຫວັດສາດຂອງໂລກ. ແນ່ນອນ
ການໝຸນວຽນຂອງໂລກ ແມ່ນຍັງຢູ່ຄືເກົ່າ ແຕ່ຢູ່ບ່ອນຂົ້ວ ຂອງແມ່ເຫລັກນັ້ນ
ມັນເຄື່ອນຍ້າຍ ແລະ ແທ້ຈິງແລ້ວ ມັນກໍ ໄດ້ຕ່າວປີ້ນ.”
ຢູ່ໃນຫ້ອງທົດລອງຂອງພວກເຂົາເຈົ້າ ທີ່ໄດ້ຮັບການສະໜັບສະໜູນ ໂດຍ ມູນນິທິ ວິທະ- ຍາສາດແຫ່ງຊາດ ຫຼື National Science Foundation ນັ້ນ ອາຈານ Lathrop ແລະ
ທິມງານຂອງທ່ານ ກຳລັງພະຍາຍາມ ຊອກຫາວິທີ ແລະເຫດຜົນວ່າ ເປັນຫຍັງ ມັນຈຶ່ງ
ເກີດຂຶ້ນເຊັ່ນນັ້ນ.
ການປິ່ນຂອງໜ່ວຍເຫລັກທີ່ເປື່ອຍນັ້ນ ບາງທີ ມັນເປັນໄປບໍ່ໄດ້ ໃນທາງພາກປະຕິບັດ
ດັ່ງນັ້ນ ບັນດານັກຄົ້ນຄວ້າ ຈຶ່ງສ້າງສິ່ງໜຶ່ງ ທີ່ເໝາະສົມແທນ ເຊັ່ນໜ່ວຍເຫຼັກ ກວ້າງ 3
ແມັດ ທີ່ບັນຈຸດ້ວຍທາດໂຊດຽມ ອັນເປັນທາດໂລຫະອ່ອນຊະນິດໜຶ່ງ 12 ໂຕນເຄິ່ງ ທີ່
ລະລາຍໃນອຸນຫະພູມ ສູງກວ່າ 100 ອົງສາແຊລເຊິດສ໌ໜ້ອຍນຶ່ງ.
ໜ່ວຍເຫຼັກມົນ ທີ່ບໍ່ມີແມ່ເຫຼັກ ຂະໜາດຄວາມກວ້າງ 1 ແມັດ ຢູ່ພາຍໃນ ແມ່ນໃຊ້ແທນ
ແກນ ທີ່ແຂງແກ່ນ. ທັງສອງສາມາດໝຸນໄດ້ ຢ່າງເປັນອິດສະຫລະ.
ຄັນໝຸນພວກມັນຢ່າງຊ້າໆຈະບໍ່ສາມາດຜະລິດອັນທີ່ເອີ້ນວ່າ dynamo effect ທີ່ຄິດວ່າ
ເປັນສ່ວນຮັບຜິດຊອບ ສຳຫລັບການຜະລິດສະໜາມແມ່ເຫຼັກນັ້ນ.
ອາຈານ Lathrop ເວົ້າວ່າ “ພວກເຮົາພຽງເຫັນພວກມັນໄດ້ ໃນເມື່ອພວກເຮົາ
ນຳສະໜາມແມ່ເຫຼັກ ຈຳນວນນ້ອຍໆ ຈາກພາຍນອກໃສ່ມັນ. ແຕ່ ການນຳເອົາ
ສະໜາມແມ່ເຫຼັກ ຈຳນວນນ້ອຍໆ ຈາກພາຍນອກໃສ່ ພວກເຮົາຈະໄດ້ຮັບ
ສະໜາມແມ່ເຫຼັກ ທີ່ເກີດຈາກການໄຫຼຂອງກະແສໄຟຟ້າ ໃນສັດສ່ວນທີ່ໃຫຍ່
ຂຶ້ນ 10 ເທົ່າຕົວ. ພວກເຮົາ ຈະໄດ້ຮັບຜົນ ທີ່ໃຫຍ່ກວ່ານີ້ ໂດຍປາດສະຈາກ
ອັນທີ່ເອີນວ່າ ກຳເນີດໄຟຟ້າ. ປັດຈຸບັນນີ້ ພວກເຮົາພວມແນໃສ່ ເພື່ອເດີນໜ້າ
ດ້ວຍຄວາມໄວສູງສຸດ.”
ການທົດລອງເຫຼົ່ານີ້ ຈະກຽມພວກເຮົາ ສຳຫລັບອັນທີ່ອາດເປັນໄປໄດ້ ຂອງການຕ່າວປີ້ນ
ສະໜາມແມ່ເຫຼັກຂອງໂລກຫຼືບໍ່? ອາຈານ Lathrop ກ່າວວ່າມັນຍາກທີ່ຈະຄາດຄະເນ
ກ່ຽວກັບການປ່ຽນແປງທີ່ເກີດຂຶ້ນ ໃນ ໄລຍະຫຼາຍພັນປີຜ່ານມານັ້ນ.
ອາຈານ Lathrop ເວົ້າວ່າ “ການດຳເນີນງານພຽງ ໜຶ່ງວິນາທີ ຂອງການທົດລອງ
ເປັນຮູບແບບ ວິວັດທະນາການທີ່ໃຊ້ເວລາ 5,000 ປີ ຂອງສະໜາມແມ່ເຫຼັກ.
ດັ່ງນັ້ນ ເປົ້າໝາຍແມ່ນຈະເອົາຂໍ້ມູນຈາກການທົດລອງນີ້ ເພື່ອທີ່ຈະທຳການ
ຄາດຄະເນແບບຈຳລອງ ແລະ ຫຼັງຈາກນັ້ນ ທ່ານສາມາດ ປັບປຸງການຄາດ
ຄະເນໃຫ້ດີຂຶ້ນ.”
ອາຈານ Lathrop ໃຫ້ຂໍ້ສັງເກດວ່າ ຄວາມຮຸນແຮງຂອງສະໜາມແມ່ເຫຼັກຂອງໂລກ
ໄດ້ຫລຸດລົງປະມານ 10 ເປີເຊັນ ໃນ 170 ປີຜ່ານມາ ສະນັ້ນ ຂະບວນການຂອງການ
ຕ່າວປີ້ນນັ້ນ ອາດໄດ້ເລີ້ມຕົ້ນຂຶ້ນແລ້ວ.
ເປັນຈັ່ງໂຊກສຳຫລັບພວກເຮົາ ທີ່ການປ່ຽນແປງນີ້ ແມ່ນຊ້າຫຼາຍ ທີ່ຈະສົ່ງຜົນກະທົບ
ຕໍ່ການດຳລົງຊີວິດ ຢ່າງປົກກະຕິ ຂອງພວກເຮົາໄດ້.