ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ສ້າງ​ແຜນ​ທີ່​ໃໝ່ ກ່ຽວ​ກັບ ປະ​ກາ​ລັງ​ຂອງ​ໂລກ


ໃນ​ພາບ​ວັນ​ທີ 13 ກັນ​ຍາ 2019 ນີ້, ທ່ານ ເກ​ຣກ ແອ​ສ​ເນີ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ໂຄງການ Allen Coral Atlas ຢູ່​ສູນ​ກາງ​ຄົ້ນ​ພົບ​ໂລກ ແລະ ອະ​ນຸ​ລັກ​ວິ​ທະ​ຍາ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລລັດ ອາ​ຣິ​ໂຊ​ນາ, ທົບ​ທວນ​ຂໍ້​ມູນ​ອຸນ​ຫະ​ພູມ​ຂອງ​ມະ​ຫາ​ສະ​ໝຸດ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ທ່ານ.
ໃນ​ພາບ​ວັນ​ທີ 13 ກັນ​ຍາ 2019 ນີ້, ທ່ານ ເກ​ຣກ ແອ​ສ​ເນີ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ໂຄງການ Allen Coral Atlas ຢູ່​ສູນ​ກາງ​ຄົ້ນ​ພົບ​ໂລກ ແລະ ອະ​ນຸ​ລັກ​ວິ​ທະ​ຍາ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລລັດ ອາ​ຣິ​ໂຊ​ນາ, ທົບ​ທວນ​ຂໍ້​ມູນ​ອຸນ​ຫະ​ພູມ​ຂອງ​ມະ​ຫາ​ສະ​ໝຸດ​ຢູ່​ຫ້ອງ​ທົດ​ລອງ​ຂອງ​ທ່ານ.

ມີ​ກຸ່ມ​ນຶ່ງ​ທີ່​ນຳ​ພາ​ໂດຍ​ບັນ​ດາ​ນັກ​ຊ່ຽວ​ຊານ​ທາງ​ທະ​ເລ​ໃນ ອອ​ສ​ເຕ​ຣ​ເລຍ ໄດ້​ຄົ້ນ​ພົບ​ວ່າ​ມັນ​ມີ​ປະ​ກາ​ລັງ​ຫຼາຍກວ່າ​ທີ່​ຖືກ​ບັນ​ທຶກ​ໃນ​ທົ່ວ​ໂລກ​ກ່ອນ​ໜ້ານີ້. ອິ​ນ​ໂດ​ເນ​ເຊຍ, ອອ​ສ​ເຕ​ຣ​ເລຍ ແລະ ຟີ​ລິບ​ປິນ ຖືກ​ລະ​ບຸ​ວ່າ​ມີ​ປະ​ກາ​ລັງຫຼາຍ​ທີ່​ສຸດ. ນັກ​ຂ່າວ​ວີ​ໂອ​ເອ​ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ສະ​ເໜີ​ລາຍ​ລະ​ອຽດ.

ດ້ວຍການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ດາວ​ທຽມ ແລະ ເຄື່ອງ​ຈັກ​ທີ່​ສະຫຼຽວ​ສະຫຼາດ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທາງ​ທະ​ເລ​ ໄດ້​ສ້າງ​ແຜນ​ທີ່​ໃໝ່​ ກ່ຽວ​ກັບ ປະ​ກາ​ລັງ​ຂອງ​ໂລກ.

ຂໍ້​ມູນ​ທີ່​ມີ​ຄວາມ​ຊັດ​ເຈນຫຼາຍກວ່າ 100 ພັນ​ລ້ານ​ພິກ​ເຊ​ລ໌​ແມ່ນ​ຖືກ​ນຳ​ມາ​ພິ​ຈາ​ລະ​ນາ. ຜົນ​ອອກ​ມາ​ແມ່ນ​ແຜນ​ທີ່ໆ​ມີ​ຄວາມ​ຊັດ​ເຈນ​ສູງ ທີ່​ໃຫ້​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງ​ຄັ້ງ​ໃໝ່ ກ່ຽວ​ກັບ ການ​ຢູ່ຢ່າງ​ກະ​ຈັດ​ກະ​ຈາຍ​ຂອງ​ປະ​ກາ​ລັງ.

ໂຄງ​ການ​ລິ​ເລີ່ມ Allen Coral Atlas ໄດ້​ລະ​ບຸ​ວ່າ​ມີ​ປະ​ກາ​ລັງ​ໃນ​ນ້ຳ​ຕື້ນ​ທົ່ວ​ໂລກ​ປະ​ມານ 348,000 ຕາ​ກິ​ໂລ​ແມັດ​ເຖິງ​ຄວາມ​ເລິກ 30 ແມັດ, ເຊິ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ຈາກ​ການ​ຄາດ​ໝາຍ​ກ່ອນ​ໜ້ານີ້.

ບັນ​ດາ​ຜູ້​ຊ່ຽວ​ຊານ​ຫວັງ​ວ່າ​ການ​ສຶກ​ສາ​ດັ່ງ​ກ່າວ​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ນັກ​ການ​ເມືອງ, ນັກ​ວິ​ທະ​ຍາ​ສາດ ແລະ ນັກ​ສິ່ງ​ແວດ​ລ້ອມ​ມີ​ຄວາມ​ເຂົ້າ​ໃຈທີ່​ດີກວ່າ​ເກົ່າ ແລະ ຈັດ​ການ​ກັບ​ລະ​ບົບ​ປະ​ກາ​ລັງ.

ປະ​ກາ​ລັງ​ໄດ້​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່ຫຼາກຫຼາຍ, ລວມ​ມີ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ, ການ​ຫາ​ປາ​ເກີນ​ຂອບ​ເຂດ ແລະ ມົນ​ລະ​ພິດ.

ປະ​ກາ​ລັງ Great Barrier Reef ຂອງ ອ​ອ​ສ​ເຕ​ຣ​ເລຍ, ເຊິ່ງ​ແມ່ນ​ສິ່ງ​ມີ​ຊີ​ວິດ​ພຽງ​ສິ່ງ​ດຽວ​ທີ່​ສາ​ມາດ​ແນມ​ເຫັນ​ຈາກ​ອະ​ວະ​ກາດ​ນັ້ນ, ກໍ​ຍັງ​ຖືກ​ທຳ​ລາຍ​ໂດຍ​ອຸດ​ສາ​ຫະ​ກຳ ແລະ ປາ​ດາວໜາມ​ທີ່​ກິນ​ປະ​ກາ​ລັງ.

ທ່ານ ມິດ​ແຊ​ລ ລີ​ອອນ​ສ໌ ແມ່ນ​ມາ​ຈາກ​ໂຮງ​ຮຽນ​ສິ່ງ​ແວດ​ລ້ອມ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລລັດ ຄວີນ​ສ​ແລນ ຂອງ ອອ​ສ​ເຕ​ຣ​ເລຍ. ທ່ານ​ໄດ້​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຄົ້ນ​ຄວ້າ ແລະ ໄດ້​ກ່າວ​ຕໍ່ບໍ​ລິ​ສັດ​ກະ​ຈາຍ​ສຽງ​ຂອງອອ​ສ​ເຕ​ຣ​ເລຍ ຫຼື​ ABC ວ່າ​ການ​ຄົ້ນ​ພົບ​ຂອງ​ໂຄງ​ການ​ຈະ​ຂະ​ຫຍາຍ​ຄວາມ​ພະ​ຍາ​ຍາມ​ອະ​ນຸ​ລັກ​ທຳ​ມະ​ຊາດ.

ທ່ານ ລີອອ​ນ​ສ໌ ກ່າວ​ວ່າ “ໃນ ອອ​ສ​ເຕ​ຣ​ເລຍ ພວກ​ເຮົາ​ຂ້ອນ​ຂ້າງ​ມີ​ຄວາມ​ຄິດ​ທີ່​ດີ ກ່ຽວ​ກັບ ວ່າ​ປະ​ກາ​ລັງ​ທີ່ຫຼວງຫຼາຍ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ໃສ. ແຕ່​ສຳ​ລັບ​ເຂດ​ອຳ​ນາດ​ບາງ​ແຫ່ງ​ໃນ​ທົ່ວ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ ຫຼື ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ມັນ​ແມ່ນບໍ່​ດີຫຼາຍ, ເຊິ່ງ​ສອດ​ຄ່ອງ​ກັບ​ແຜນ​ທີ່​ບ່ອນ​ທີ່​ມີ​ປະ​ກາ​ລັງ​ຢູ່. ຂ້າ​ພະ​ເຈົ້າ​ເດົາ​ວ່າ​ຄວາມ​ໄດ້​ປຽບ​ຂອງ​ການ​ມີ​ແຜ​ນ​ທີ່ໆ​ກົງ​ກັນ​ໃນ ​ທົ່​ວ​ໂລກ​ກໍ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ເລີ່ມ​ລາຍ​ງານ ແລະ ພິ​ຈາ​ລະ​ນາ ແລະ ຂ້າ​ພະ​ເຈົ້າ​ເດົາ​ວ່າ, ອະ​ນຸ​ລັກ.”

ແຜນ​ທີ່ຕ່າງໆ​ແມ່ນ​ມີ​ໃຫ້​ເບິ່ງ​ຢ່າງ​ເປີດ​ເຜີຍ​ຜ່ານ​ເວັບ​ໄຊ້ Allen Coral Atlas ແລະ Google Earth.

ໂຄງ​ການດັ່ງ​ກ່າວໄດ້​ຮັບ​ເງິນ​ທຶນ​ຈາກ​ບໍ​ລິ​ສັດ​ທີ່​ຖືກ​ກໍ່​ຕັ້ງ​ໂດຍ​ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດ ໄມ​ໂຄ​ຣ​ຊອ​ຟ ທ່ານ ພອ​ລ ອາ​ລ​ເລັນ ແລະ ບໍ​ລິ​ຫານ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ອາ​ຣິ​ໂຊ​ນາ ໃນ​ການ​ຮ່ວມ​ມື​ກັບ​ບັນ​ດາ​ນັກ​ອະ​ນຸ​ລັກ​ທຳ​ມະ​ຊາດ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ຄວີນ​ສ​ແລນ.

ການ​ສຶກ​ສາ​ຢ່າງ​ຄົບ​ຖ້ວນ​ແມ່ນ​ຖືກ​ຕີ​ພິມ​ໃນ​ວາ​ລະ​ສານ Cells Reports Sustainability. ເຂົາ​ເຈົ້າ​ເວົ້າ​ວ່າ “ປະ​ກາ​ລັງ​ຄຸ້ມ​ຄອງ​ 1 ສ່ວນ 4 ຂອງ​ຊີ​ວິດ​ໃນ​ນ້ຳ​ທັງ​ໝົດ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຢູ່​ດີ​ກິນ​ດີ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຫຼາຍ​ພັນ​ລ້ານ​ຄົນ​ໃນ​ທົ່ວ​ໂລກ.”

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG