ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລະດັບ​ ນໍ້າຕານ​ໃນ​ເລືອດຕໍ່າ ມີບົດບາດສູງຕໍ່ ການຄວບຄຸມນໍ້າໜັກ ໃຫ້ຫລຸດລົງ


ອາຫານທີ່ດີຕໍ່ສຸຂະພາບດີຂອງບາງຄົນ ອາດບໍ່ດີຕໍ່ຜູ້ອື່ນ ຍ້ອນປະຕິກິລິຍາໂຕ້ຕອບຂອງຮ່າງກາຍຂອງພວກເຂົາເຈົ້າ ຕໍ່ອາຫານດັ່ງກ່າວ ແຕກຕ່າງກັນ ແລະພາໃຫ້ມີລະດັບ​ນໍ້າຕານ​ໃນ​ເລືອດແຕກຕ່າງກັນ
ອາຫານທີ່ດີຕໍ່ສຸຂະພາບດີຂອງບາງຄົນ ອາດບໍ່ດີຕໍ່ຜູ້ອື່ນ ຍ້ອນປະຕິກິລິຍາໂຕ້ຕອບຂອງຮ່າງກາຍຂອງພວກເຂົາເຈົ້າ ຕໍ່ອາຫານດັ່ງກ່າວ ແຕກຕ່າງກັນ ແລະພາໃຫ້ມີລະດັບ​ນໍ້າຕານ​ໃນ​ເລືອດແຕກຕ່າງກັນ

ເປັນເວລາ​ຫຼາຍ​ປີ​ມາ​ແລ້ວທີ່​ພວກ​ນັກ​ໂພ​ຊະນາ​ການ​ພະຍາຍາມ​ທີ່​ຈະ​ຄິດ​ຄົ້ນຫາ​ອາ
ຫານ ​ທີ່​ຈະ​ຮັບປະກັນ​ການ​ຫລຸດ​ນໍ້າໜັກ​ລົງ ໂດຍ​ທີ່​ບໍ່ມີຄວາມຜິດພາດ. ການ​ຜະລິດ
​ອາຫານ​ຫລາຍໆຢ່າງ ທີ່​ມີ​ນໍ້າມັນໜ້ອຍ ຫລືບໍ່ມີ​ນໍ້າມັນ​ເລີຍ​ນັ້ນ ບໍ່​ໄດ້​ຊ່ວຍ​ໃຫ້​ຫລຸດ
​ບັນຫາຄວາມ​ອ້ວນ​ພີ​ເກີນ​ໄປຢູ່​ໃນ​ສະຫະລັດ​ໄດ້ ​ແລະ​ອາຫານ​ຫລາຍ​ຢ່າງ ​ໄດ້ຜົນດີ
​ກັບບາງ​ຄົນ​ແລະບໍ່​ໄດ້ຜົນ​ກັບຄົນ​ອື່ນໆ. ພວກ​ນັກ ວິທະຍາສາດ​ເວົ້າວ່າ ບໍ່ມີ​ການ​ແກ້
​ໄຂ​ບັນຫາ​ທີ່​ວິທີ​ດຽວ​ໃຊ້​ໄດ້ຜົນ​ສໍາລັບ​ທຸກ​ຄົນ ​ເພື່ອ​ຫລຸດ​ນໍ້າໜັກລົງ​ ​ແລະ​ເວົ້າວ່າ ​ມີ​
ແຕ່​ອາຫານ​ທີ່​ເຮັດໃຫ້​ເໝາະສະ​ເພາະ​ແຕ່​ລະບຸກຄົນ​ເທົ່າ​ນັ້ນຈຶ່ງຈະ​ໃຊ້​ຜົນ​ໄດ້. ຊລາ
​ຕິກ​ກາ ຮົກ (Zlatica Hoke) ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍລະອຽດ ກ່ຽວກັບ​ເລື່ອງ​ນີ້ ຊຶ່ງ​
ບົວ​ສະຫວັນ ຈະ​ນໍາ​ມາສະ​ເໜີທ່ານ​ ໃນ​ອັນ​ດັບຕໍ່​ໄປ.

ມັນ​ເປັນ​ລະດູ​ການ​ທີ່​ເຕັມ​ໄປ​ດ້ວຍ​ງານບຸນ​ແລະ​ໂຕະກໍ​ເຕັມ​ໄປ​ດ້ວຍ​ອາຫານ ​ການ​ກິນ
​ເຮັດໃນ​ຍາມ​ບຸນ​ທີ່ໜ້າ​ກິນ. ຄົນ​ຢູ່​ໃນ​ທົ່ວ​ໂລກພາກັນ​ກິນ​ແລະດື່ມ​ຕາ​ມ​ໃຈ​ຂອງ​ຕົນເອງ​
ຫລາຍ​ຂຶ້ນກວ່າ​ເກົ່າ​ໃນ​ເວລາ​ທີ່​ມີ​ການ​ສະຫລອງ​ງານ​ບຸນ​ຕ່າງໆແລະ​ ຜົນ​ທີ່​ໄດ້​ຮັບ​ກໍ​ຄື ນໍ້າໜັກຮ່າງກາຍເພີ້ມຂຶ້ນ. ​ເມື່ອ​ວັນ​ບຸນ​ຜ່ານ​ພົ້ນ​ໄປ ກໍມີ​ຄວາມ​ລໍາບາກ​ໃນ​ການພະຍາ
ຍາມ​ທີ່​ຈະ​ຕັດ​ຈໍານວນນໍ້າໜັກ​ເກີນ​ຫລາຍ​ກິ​ໂລກຣາມນັ້ນອອກ.

ແມ່ຍິງຜູ້ນີ້ກວດເບິ່ງລະດັບນໍ້າຕານໃນເລືອດຂອງລາວ ທຸກມື້
ແມ່ຍິງຜູ້ນີ້ກວດເບິ່ງລະດັບນໍ້າຕານໃນເລືອດຂອງລາວ ທຸກມື້

​ການ​ອົດອາຫານ​ບໍ່​ແມ່ນ​ຈະໃຊ້​ການ​ໄດ້​ສະ​ເໝີ​ໄປ ​ແລະ​ດຽວນີ້ພວກ​ນັກວິທະຍາສາດ​
ເວົ້າວ່າບໍ່ມີ​ກົດ​ເກນ​ອັນ​ໃດ ​ທີ່​ໃຊ້​ໄດ້​ຜົນ​ແບບ​ດຽວກັນ​ສໍາລັບ​ທຸກ​ຄົນ.

ທ່ານ ເອແຣນ ຊີ​ໂກລ (Eran Segal) ຈາກ​ສະ​ຖາ​ບັນ​ວິທະຍາສາດ Weizmann
​ເວົ້າວ່າ "ພວກ​ເຮົາ​ໄດ້​ພະຍາຍາມ​ທີ່​ຈະ​ຊອກ​ຫາອາຫານ​ວິ​ເສດທີ່ໃຊ້ໄດ້ຜົນສໍາລັບ
​ທຸກ​ຄົນ. ​ແລະ​ພວກ​ເຮົາແມ່ນໄດ້​ຮັບ​ຄວາມ​ຫລົ້ມແຫລວຢ່າງໜ້າ​ເສຍ​ໃຈ​ຫລາຍ. ​
ແລະມັນ​ເປັນ​ເຊັ່ນນັ້ນ ກໍ​ເພາະວ່າການ​ກິນອາຫານ​ທີ່​ດີ​ທີ່​ສຸດສໍາ​ລັບ​ແຕ່ລະຄົນ
​ແມ່ນ​ຕ້ອງ​ໄດ້ເຮັດ​ໃຫ້​ເໝາະສົມສະ​ເພາະແຕ່​ບຸກ​ຄົນ​ນັ້ນ​ໆ ​ແທ້ໆ."


ທ່ານ ​ເອແຣນ ຊີ​ໂກລ (Eran Segal) ​ແລະ​ທ່ານ ເອແຣນ ອີ​ລີ​ນາບ​ວ໌ (Eran Elinav)
ພວກ​ນັກຄົ້ນຄວ້າ​ຊາວ​ອິສຣາ​ແອ​ລ ​ເວົ້າວ່າ ຫລັກ​ການ​ໃນ​ການ​ຫລຸດ​ນໍ້າໜັກລົງກໍ​ຄືການ
​ຮັກສາ​ລະດັບ​ນໍ້າຕານ​ໃນ​ເລືອດ​ໃຫ້​ຢູ່​ໃນ​ລະດັບ​ຕໍ່າ. ການ​ທີ່​ມີ​ທາດ​ນໍ້າຕານ​ຢູ່​ໃນ​ເລື​ອດ
ຂອງ​ບາງ​ຄົນທີ່​ຫລາຍ​ເກີນ​ໄປ ​ແມ່ນຈະ​ຖືກ​ຮັກສາ​ໄວ້​ເປັນ​ນໍ້າມັນ. ພວກ​ນັກວິທະຍາສາດ
​ທັງ​ສອງ​ຄົນ​ນີ້ ​ໄດ້​ວັດ​ແທກ​ລະດັບ​ນໍ້າຕານ​ຂອງ​ປະມານ 800 ຄົນ ພາຍຫລັງທີ່ເຂົາ​ເຈົ້າ
​ກິນ​ອາຫານ​ແຕ່​ລະຄາບ ​ເປັນ​ເວລາ 1 ອາທິດ ​ແລະ​ທ່ານອີ​ລີ​ນາບ​ວ໌ ເວົ້າວ່າ “ສິ່ງ​ທີ່​ເຮັດ​
ໃຫ້​ພວກ​ເຮົາ​ປະຫລາດ​ໃຈ​ຫລາຍ​ ກໍ​ຄືການພົບ​ວ່າ ຄົນ​ມີ​ປະຕິ​ກິລິ​ຍາຕອບ​ໂຕ້ແຕກ
​ຕ່າງ​ກັນ ​ແລະ​ມີ​ລັກສະນະ​ສະ​ເພາະ​ຂອງ​ໃຜລາວ ຕໍ່ການ​ກິນ​ອາຫານຂອງ​ເຂົາ​ເຈົ້າ
ແມ່ນ​ແຕ່​ວ່າ ​ໃນ​ຕອນ​ທີ່​ເຂົາ​ເຈົ້າກິນ​ອາຫານ​ແບບ​ດຽວກັນ​ກໍ​ຕາມ."


ອາຫານ​ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ໂຕ້ຕອບ​ ທີ່​ພາ​ໃຫ້​ສຸຂະພາບ​ດີ​ຢູ່​ໃນ​ຮ່າງກາຍ​ຂອງບາງຄົນ
ກັບ​ພາ​ໃຫ້​ມີ​ລະດັບ​ນໍ້າຕານ​ເພີ້ມຂຶ້ນທີ່​ເປັນ​ການບໍ່ດີ​ຕໍ່​ຮ່າງກາຍ​ຂອງ​ຄົນ​ອື່ນໆ ​ເຊັ່ນ​ວ່າ
ຄົນ​ມີ​ປະຕິກິລິຍາໂຕ້ຕອບທີ່ແຕກ​ຕ່າງ​ກັນ​ຕໍ່​ເຂົ້າຈີ່​ ​ເປັນຕົ້ນ.

​ທ່ານ ອີ​ລີ​ນາບ​ວ໌ ກ່າວ​ເພີ້ມອີກ​ວ່າ "ສິ່ງ​ທີ່​ພວກ​ເຮົາ​ມີ​ຄວາມ​ປະຫລາດ​ໃຈ​ທີ່​ໄດ້​ພົບກໍ​ຄື
ບໍ່ຕ່າງ​ຫຍັງ​ກັບ​ອາຫານ ປະ​ເພດອື່ນໆ ​ບໍ່ມີ​ເຂົ້າຈີ່​ປະ​ເພດ​ໃດ ທີ່​ເປັນ​ເຂົ້າ​ຈີ່ທີ່ "ດີ".
ປະຕິກິລິຍາໂຕ້ຕອບຕໍ່​ເຂົ້າຈີ່ ​ແມ່ນ​ມີ​ລັກສະນະ​ສະ​ເພາະ ​ຂອງ​ແຕ່​ລະບຸ​ກຄົນ."


ການ​ເອົາ​ນໍ້າມັນ​ ​ເຊັ່ນ​ເບີ, ນໍ້າມັນ ຫລື ໝາກອາ​ໂວ​ຄາ​ໂດ ໃສ່​ເຂົ້າຈີ່ ສາມາດ​ທີ່​ຈະ​ເຮັດ
​ໃຫ້​ລະດັບ​ນໍ້າຕານ​ເປັນ​ປົກ​ກະຕິ​ຂຶ້ນ ສໍາລັບ​ບາງ​ຄົນ ​ແຕ່ມັນ​ບໍ່​ເປັນ​ແບບ​ນັ້ນສໍາລັບ​ທຸກ​ຄົນ.
ຊີ້ນ ​ແລະ​ເນີຍ​ແຂງ​ ໜ້ອຍໜັກໜ້ອຍໜາ ທີ່​ຈະ​ເຮັດ​ໃຫ້​ລະດັບ​ນໍ້າ​ຕານ​ເພີ້ມ​ຂຶ້ນ. ​ແຕ່​ວ່າ
ການ​ກິນອາຫານ ​ທີ່​ຂາດ​ທາດ​ຄາ​ໂບ​ໄຮ​ເດຣດ ​ແມ່ນ​ບໍ່ມີ​ຜົນ​ແບບສະໜໍ່າສະ​ເໝີ. ພວກ​ນັກຄົ້ນຄວ້າ​ຊາວ​ອິສຣາ​ແອ​ລ ​ເວົ້າວ່າ ວິທີ​ແກ້​ໄຂ​ບັນຫາ​ທີ່​ດີ​ທີ່​ສຸດ​ກໍ​ຄື ການ​ຊອກ​ຫາ​ວ່າ
ທາດ​ຄາ​ໂບ​ໄຮ​ເດຣດອັນ​ໃດ ​ທີ່​ປອດ​ໄພ ທີ່​ຈະ​ເອົາ​ໃສ່ໃນ​ອາຫານ​ຂອງ​ແຕ່ລະຄົນ. ​ມັນ
ຕ້ອງ​ໄດ້ເຈາະ​ເອົາ​ເລືອດ​ຢູ່​ນີ້ວ​ມື​ ເພື່ອ​ເອົາ​ໄປກວດ​ເບິ່ງ​ລະດັບ​ນໍ້າຕານ​ໃນ​ເລື​ອດທຸກ​ຄັ້ງ
ຫລັງຈາກ​ກິນ​ອາຫານ​ແຕ່​ລະຄາບ​ເປັນ​ໄລຍະ​ໃດ​ນຶ່ງ ​ເພື່ອ​ຈະ​ຮູ້​ໄດ້​ເຊັ່ນນັ້ນ ​ແຕ່​ວ່າການ​
ເຈັບ​ປວດອາດ​ຈະ​ຄຸ້ມ​ຄ່າດີ.

ເບິ່ງວີດິໂອກ່ຽວກັບ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG