ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການສົ່ງອອກສິນຄ້າແຂວງສະຫວັນນະເຂດ


ການສົ່ງອອກໄຟຟ້າຂອງ ສປປ ລາວ
ການສົ່ງອອກໄຟຟ້າຂອງ ສປປ ລາວ

​ພາກ​ທຸລະ​ກິດ​ການ​ຄ້າ​ໃນ​ແຂວງ​ສະ​ຫວັນນະ​ເຂດ ວາງ​ແຜນການຈະ​ເພີ່ມ​ການ​ສົ່ງ​ອອກ ​
ໃນ​ປີ 2018 ​ໃຫ້​ໄດ້ 17 ​ເປີ​ເຊັນ ທຽບ​ໃສ່ ປີ 2017 ​ເພື່ອ​ຫຼຸດ​ບັນຫາ​ຂາດ​ດຸນ​ການ​ຄ້າ
​ຕ່າງປະ​ເທດໂດຍ​ສະ​ເພາະ​ແມ່ນ​ຫວຽດນາມ ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສີ​ທົນ ນັນທະ​ລາດ ​ຫົວໜ້າ​ພະ​ແນ​ກອຸດ​ສະຫະ​ກຳ​ແລະ​ການ​ຄ້າ​ແຂວງ​ສະຫວັນ​
ນະ​ເຂດ ​ໄດ້​ໃຫ້ການ​ຢືນຢັນວ່າ ​ເປົ້າໝາຍ​ສຳຄັນ​ທາງ​ດ້ານ​ກາ​ນຄ້າ​ແຂວງ​ສະຫວັນ​ນະ
​ເຂດ ໃນ​ປີ2018 ຄື​ການ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ສິ້ນ​ຄ້າ​ອອກ​ໄປ​ຕ່າງປະ​ເທດ​ໃຫ້​ໄດ້ 17
​ເປີ​ເຊັນ ​ໂດຍ​ແນ​ໃສ່​ການ​ຫຼຸດ​ສະພາບ​ບັນຫາ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ໃຫ້
​ຕ່ຳລົງດ້ວຍ​ການ​ສົ່ງ​ອອກ​ຜະລິດ​ຜົນ​ກະສິກຳ​ແລະ​ສິນຄ້າ​ກະສິກຳ​ແປ​ຮູບ ​ເຊັ່ນ​ກ້ວຍ
ປຸ໋ຍຊີວະ​ພາບແລະ​ເຈ້ຍ ດັ່ງ​ທີ່ ທ່ານສີ​ທົນ ​ໃຫ້ການ​ຢືນຢັນ​ວ່າ: “​ແຜນການ​ໃນ​ຕໍ່ໜ້າ ​
ແມ່ນ​ພວກ​ເຮົາ​ຈະ​ຕ້ອງໃຫ້ການ​ສົ່ງ​ອອກ​ຂອງ​ພວກ​ເຮົາ​ເພີ່​ມຂຶ້ນ​ໃຫ້​ໄດ້ 17 ​ເປີ​ເຊັນ​
ແລະ​ສິນຄ້າ​ເດັ່ນ​ທີ່​ຈະ​ຕ້ອງ​ສົ່ງ​ອອກ​ຂອງສະ​ຫວັນນະ​ເຂດ ປະ​ເພດ​ນຶ່ງ ​ແມ່ນ​ໜາ​ກ
ກ້ວຍ ປູກ​ຫຼາຍ​ຢູ່​ທີ່​ເມືອງ​ນອງ​ນັ້ນ ​ເປັນ​ການ​ລົງ​ທຶນ ຈາກ​ ສສ. ຫວຽດນາມ ​ແລະ​ອັນ​
ດັບ​ສອງ ປຸ໋ຍຊີວະ​ພາບຂອງ​ພວກ​ເຮົານີ້ ຈະ​ເປັນ​ການ​ເດັ່ນ​ອີກ​ອັນ​ນຶ່ງ ​ແລະ​ອັນ​ຕໍ່​ໄປ
ສິນ​ຄ້າ​ທີ່​ເກີດ​ຂຶ້ນ​ໃນ​ປີ​ສິມາ​ນີ້ ​ແມ່ນ​ເຈ້ຍ​ເນາະຊຶ່ງ​ວ່າ​ໂຮງງານ​ເຈ້ຍ​ຂອງ​ພວກ​ເຮົາ​ຢູ່
ເມືອງ​ເຊ​ໂປ​ນຫັ້ນກຳລັງ​ສ້າງໃກ້ຈະ​ສຳ​ເລັດ​ແລ້ວ.”

​ແຜນ​ອຸດສາຫະກຳ​ແລະ​ການ​ຄ້າ​ແຂວງສະ​ຫວັນນະ​ເຂດ ກັບ​ແຂວງ​ກວາງ​ຈີ​ຂອງ​ຫວຽດ
ນາມ​ໃນ​ປີ 2017 ວ່າ ມີ​ມູນ​ຄ່າ​ການ​ຄ້າ​ຮວມ​ເກີນ​ກວ່າ 130 ລ້ານ​ໂດ​ລາ ​ໃນ​ນີ້​ເປັນ​ການ​
ສົ່ງສິນຄ້າຈາກ​ແຂວງ ​ໄປ​ແຂວງ​ກວາງ​ຈີ ຄິດ​ເປັນ​ມູນ​ຄ່າ​ຮວມ ​ເກີນ​ກວ່າ 115 ລ້ານ​ໂດ
​ລາເຮັດ​ໃຫ້ແຂວງສະ​ຫວັນນະ​ເຂດ ຂາດ​ດຸນ​ການ​ຄ້າ ເກີນ​ກວ່າ 100 ລ້ານ​ໂດ​ລາ
ໂດຍສາ​ເຫດທີ່​ເຮັດ​ໃຫ້ແຂວງສະ​ຫວັນນະ​ເຂດ ຕ້ອງ​ຂາດ​ດຸນ​ການ​ຄ້າ​ຕໍ່​ແຂວງ​ກວາງ​ຈີ
ດັ່ງກ່າວ ກໍ​ຍ້ອນວ່າສິນຄ້າ​ທີ່​ນຳ​ເຂົ້າ​ຈາກ​ຫວຽດນາມ ສ່ວນ​ໃຫຍ່ ກໍ​ຄື ນ້ຳມັນ​ເຊື້ອ​ໄຟ ​
ເຄື່ອງ​ຈັກ ສິນຄ້າ​ອຸບປະ​ໂພ​ກບໍລິ​ໂພ​ກ ​ໃນ​ຂະນະ​ທີ່​ສິນຄ້າ​ຂາ​ອອກ​ສ່ວນ​ໃຫຍ່​ຂອງ
​ແຂວງສະ​ຫວັນນະ​ເຂດຄືສິນຄ້າ​ກະສິກຳ.

ທາງ​ດ້ານ​ກະຊວງ​ການ​ຄ້າ​ຂອງ​ໄທ ລາຍ​ງານ​ວ່າ ການ​ຄ້າ​ລະຫວ່າງ​ລາວ​ກັບ​ໄທ ​ໃນ​ປີ
2017 ຜ່ານ​ມາ ມີ​ມູນ​ຄ່າ​ຮວມເກີນ​ກວ່າ 8,164 ລ້ານ​ໂດ​ລາ​ ໂດຍ​ເພີ່ມ​ຈາກ​ປີ 2014 ​
ເຖິງ 150 ເປີ​ເຊັນ ​ແລະ​ດ້ວຍ​ສະພາບ​ການ​ດັ່ງກ່າວ ກໍ​ເຮັດ​ໃຫ້​ເຊື່ອ​ວ່າ ການ​ຄ້າ​ລະຫວ່າງ​
ລາວ​ກັບ​ໄທ ຈະ​ມີ​ມູນ​ຄ່າ​ເຖິງ 10 ພັນ​ລ້ານ​ໂດ​ລາ ​ໃນ​ປີ 2020 ອີກ​ດ້ວຍ ​ສິນຄ້າ​ສຳຄັນ
​ທີ່​ລາ​ວ ສົ່ງ​ຂາຍ​ໃຫ້​ໄທ ກໍ​ຄື ກະ​ແສ​ໄຟຟ້າ ​ແຮ່​ທາດ ​ແລະ​ສິນຄ້າ​ກະ​ເສດ ສ່ວນ​ສິນຄ້າ​ທີ່​
ລາວ​ນຳ​ເຂົ້າ​ຈາກ​ໄປກໍ​ຄື​ສິນຄ້າ​ອຸບປະ​ໂພ​ກບໍລິ​ໂພ​ກ ​ແລະ​ວັດ​ທຸ​ກໍ່ສ້າງ ​ໂດຍ​ໄທ ຍັງ​ຈະ
​ເປັນ​ຝ່າຍ​ທີ່​ໄດ້​ປຽບ​ດຸນການ​ຄ້າ​ຕໍ່​ລາວ ​ໃນ​ມູນ​ຄ່າ ຫຼາຍກວ່າ 2 ພັນລ້ານ​ໂດ​ລາ ​ໃນ​ແຕ່
ລະ​ປີ.

ສຳລັບ​ໃນ​ປີ 2017 ຜ່ານ​ມາ ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວ ຕໍ່​ແຂວງ​ກວາງ​ຈີ ດັ່ງກ່າວ
ກໍມີ ມູນຄ່າຮວມ ​ເຖິງ 9,345 ລ້ານ​ໂດ​ລາ ​ໃນ​ນີ້​ເປັນ​ການ​ສົ່ງ​ສິນຄ້າ​ໄປ​ຕ່າງປະ​ເທດ​
ໃນມູນ​ຄ່າ4,803 ລ້ານ​ໂດ​ລາ ​ເພີ່ມ​ຂຶ້ນ 13.4 ​ເປີເຊັນ ​ແລະ​ນຳ​ສິນຄ້າ​ຈາກ​ຕ່າງປະ​ເທດ
​ໃນ​ມູນ​ຄ່າ​ຮວມ 4,542 ລ້ານ​ໂດ​ລາ ເພີ່ມ​ຂຶ້ນ 7.6 ​ເປີເຊັນ ທຽບ​ໃສ່ປີ 2016 ທີ່​ເຮັດ​
ໃຫ້​ລາວ ເປັນ​ຝ່າຍ​ໄດ້​ປຽບ​ດຸນ​ການ​ຄ້າ ​ໃນ​ມູນຄ່າ​ຮວມ 261 ລ້ານ​ໂດ​ລາ ​ເພາະ​ການ​ສົ່ງ​
ສິນຄ້າ​ອອກ ​ໄດ້​ເກີນ​ແຜນ​ແລະ​ການ​ນຳ​ເຂົ້າ​ສິນຄ້າ​ທີ່​ຫຼຸດ​ລົງ ​ໃນ​ໂຄງການ​ການ​ລົງທຶນ​
ຂອງ​ຕ່າງປະ​ເທດ​ໃນ​ລາວ.

ສ່ວນ​ປີ 2018 ນີ້ ລັດຖະບານ​ລາວ ​ໄດ້ວາງ​ຄາດໝາຍ​ໄວ້​ວ່າ ການ​ຄ້າກັບຕ່າງປະ​ເທດ​
ຈະ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ເປັນ​ 9,993 ລ້ານ​ໂດ​ລາ ຖ້າ​ຫາກ​ວ່າ ສາມາດ​ຊຸກຍູ້​ການ​ສົ່ງ​ອອກ​
ສິນຄ້າ​ໄປ​ຕ່າງປະ​ເທດ​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ໃນ​ມູນ​ຄ່າ​ຮວມ 5,015 ລ້າ​ໂດ​ລາ ​
ແລະ​ຄວບ​ຄຸມ​ການ​ນຳ​ເຂົ້າ​ໃຫ້​ມີ​ມູນ​ຄ່າ​ຮວມບໍ່​ເກີນ 4,978 ລ້າ​ນໂດ​ລາ ​ໂດຍສິນຄ້າ​
ສົ່ງ​ອອກ​ຕົ້ນ​ຕໍ່​ກໍ​ຄື​ໄຟຟ້າ ​ແຮ່​ທາດ ສິນຄ້າ​ອຸດສາຫະກຳ​ແລະ​ສິນຄ້າ​ກະສິກຳ ຫາກ​ແຕ່
ການ​ສົ່ງ​ອອກ​ສິນຄ້າ ກະສິກຳ​ຂອງ​ລາວ ກໍ​ຫຼຸດ​ລົງ ​ເພາະ​ຄຸ​ນນະພາ​ບ ບໍ່​ໄດ້​ມາດຕະຖານ
ຂອງ​ການ​ຕະຫຼາດ​ສາກົນ.

ທາງ​ດ້ານ​ທະນາຄານ​ເອ​ເຊຍ (ADB) ລະບຸ​ວ່າ ທຶນ​ສຳຮອງ​ເງິນຕາຕ່າງ​ປະ​ເທດ​ຂອງ
​ລາວມີ​ມູນ​ຄ່າ​ຫຼຸດ​ລົງ​ຈາກ​ມູນ​ຄ່າ​ທີ່​ທຽບ​ໄດ້​ກັບ​ການ​ນຳ​ສິນຄ້າ​ຕ່າງປະ​ເທດ ຄິດ​ເປັນ​
ໄລຍະ​ເວລາ5.3 ​ເດືອນ ​ໃນ​ທ້າຍ​ປີ 2017 ມາ​ເປັນ 4.39 ​ເດືອນ​ເທົ່າ​ນັ້ນ ​ໃນ​ປັດຈຸ​ບັນ.

XS
SM
MD
LG