ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດ ນຳໜ້າໂດຍ ຊາອຸດີ ອາຣາເບຍ ເລີ່ມອະນຸຍາດ ໃຫ້ການຊ່ວຍເຫຼືອ ເຂົ້າໄປໃນປະເທດ ເຢເມນ


ປະຊາຊົນ ເຢເມນ ສະແດງເອກະສານເພື່ອຮັບເອົາອາຫານ ສະໜອງໃຫ້ໂດຍອົງການການກຸສົນໃນທ້ອງຖິ່ນ. ນະຄອນຫຼວງ ສະນາອາ, ປະເທດ ເຢເມນ.
ປະຊາຊົນ ເຢເມນ ສະແດງເອກະສານເພື່ອຮັບເອົາອາຫານ ສະໜອງໃຫ້ໂດຍອົງການການກຸສົນໃນທ້ອງຖິ່ນ. ນະຄອນຫຼວງ ສະນາອາ, ປະເທດ ເຢເມນ.

ພັນທະມິດນຳໜ້າໂດຍປະເທດ ຊາອຸດີ ອາຣາເບຍ ທີ່ຕໍ່ສູ້ກັບພວກ ກະບົດ ຮູຕີ ໃນປະ
ເທດ ເຢເມນ ໄດ້ກ່າວວ່າ ເຂົາເຈົ້າຈະເປີດຄືນ ສະໜາມບິນສາກົນທີ່ສຳຄັນຂອງປະ
ເທດ ແລະ ທ່າເຮືອທະເລແດງ ສຳລັບການສັນຈອນດ້ານມະນຸດສະທຳ.

ການອຳນວຍຄວາມສະດວກດັ່ງກ່າວ ຄວນເລີ່ມຂຶ້ນໃນວັນພະຫັດ ມື້ນີ້.

ສະໜາມບິນໃນນະຄອນຫຼວງ ສະນາອາ ຈະເປີດຄືນອີກຄັ້ງນຶ່ງ ໃຫ້ເຮືອບິນ ຂອງອົງ
ການສະຫະປະຊາຊາດ ແລະ ທ່າເຮືອ ໂຮເດດາ ຈະສາມາດ ໄດ້ຮັບການຊ່ວຍເຫຼືອ
ດ້ານມະນຸດສະທຳ, ອີງຕາມຖະແຫຼງການຂອງ ພັນທະມິດໃນວັນພຸດວານນີ້.

ທ່າເຮືອ ຊາເລັຟ ກໍຄາດວ່າຈະເປີດໃຊ້ຄືນເຊັ່ນກັນ, ຮອງໂຄສົກອົງການ ສະຫະປະຊາ
ຊາດ ທ່ານ ຟາຮານ ຮັກ ໄດ້ກ່າວໃນນະຄອນ ນິວຢອກ, ໂດຍອ້າງເຖິງຂໍ້ມູນຂອງບັນ
ດາເຈົ້າໜ້າທີ່ມະນຸດສະທຳ ແລະ ການເມືອງຂອງອົງການສະຫະປະຊາຊາດຈາກປະ
ເທດຊາອຸດີ ອາຣາເບຍ ທີ່ເປັນຄູ່ຮ່ວມຂອງເຂົາເຈົ້າ.

ພັນທະມິດໄດ້ປະກາດປິດໜ່ານຟ້າ, ເຂດຊາຍແດນເທິງພື້ນດິນ ແລະ ທະເລ ໃນວັນທີ
6 ພະຈິກ ທີ່ຜ່ານມາ, ຫຼັງຈາກລູກສອນໄຟຂີປະນາວຸດທີ່ຍິງຈາກເຂດແດນທີ່ພວກກະ
ບົດຄວບຄຸມໃນປະເທດ ເຢເມນ ໄດ້ຖືກຍິງສະກັດ ຢູ່ເທິງນະຄອນຫຼວງ ຣີຢາດ ຂອງ
ປະເທດ ຊາອຸດີ ອາຣາເບຍ.

ອົງການສະຫະປະຊາຊາດກ່າວວ່າ ຊາວ ເຢເມນ ຫຼາຍລ້ານຄົນ ຕ້ອງການຄວາມຊ່ວຍ
ເຫຼືອດ້ານອາຫານ ແລະ ນໍ້າມັນເພື່ອປໍ້ານໍ້າສະ ອາດຂຶ້ນມາໃຊ້ຢ່າງຮີບດ່ວນ.

ປະຊາຊົນປະມານ 7 ລ້ານຄົນ ໃນ ເຢເມນ, ຈາກປະຊາກອນທັງໝົດ 27 ລ້ານຄົນ,
ເພິ່ງພາອາໄສການຊ່ວຍເຫຼືອດ້ານອາຫານຢ່າງສິ້ນເຊີງ ແລະ 4 ລ້ານຄົນ ຕ້ອງອາໄສ
ກຸ່ມຊ່ວຍເຫຼືອສຳລັບນໍ້າສະອາດ.

ການຂັດຂວາງການສະໜອງນໍ້າ ອາດຈະປ່ຽນຄວາມສຳເລັດໃນການ ຄວບຄຸມການ
ແຜ່ລະບາດຂອງໂຣກອະຫິວາ, ເຊິ່ງໄດ້ເປັນສາເຫດຂອງກໍລະນີ ທີ່ຕ້ອງສົງໄສປະມານ
900,000 ກໍລະນີໃນປີທີ່ຜ່ານມາ.

ການໂຈມຕີທາງອາກາດ ແລະ ພື້ນດິນໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 10,000 ຄົນ
ເສຍຊີວິດ ແລະ ປະຊາຊົນ 3 ລ້ານຄົນຫຼົບໜີອອກຈາກ ບ້ານຂອງເຂົາເຈົ້າໄປ ນັບຕັ້ງ
ແຕ່ພັນທະມິດໄດ້ເຂົ້າແຊກແຊງໃນສົງຄາມ ລະຫວ່າງກອງກຳລັງທີ່ຈົງຮັກພັກດີຕໍ່
ປະທານາທິບໍດີ ອັບດູ-ຣັບບູ ມານຊໍ ຮາດີ ກັບ ພວກກະບົດ ຮູຕີ.

ກຸ່ມຊ່ວຍເຫຼືອສາກົນໄດ້ອະທິບາຍວ່າ ປະເທດ ເຢເມນ ເປັນວິກິດການ ດ້ານມະນຸດສະ
ທຳ ທີ່ຮ້າຍແຮງທີ່ສຸດຂອງໂລກ ໃນຂະນະທີ່ປະຊາຊົນ ຫຼາຍລ້ານຄົນມີຄວາມສ່ຽງຂາດ
ແຄນອາຫານຢ່າງຮ້າຍແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Says It is Working with Saudis to Try to Get More Food and Aid to Yemenis
please wait

No media source currently available

0:00 0:01:45 0:00

XS
SM
MD
LG