ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລາອອກ ຂອງນາຍົກ Hariri ເຮັດໃຫ້ ເລບານອນ ກັງວົນໃຈ


ຮ້າຍຂາຍຂອງແຄມທາງບ່ອນນຶ່ງ ຕັ້ງຢູ່ຕໍ່ໜ້າ ຮູບຂອງນາຍົກ ລັດຖະມົນຕີ Saad Hariri ໃນນະຄອນຫຼວງເບຣຸດ. (6 ພະຈິກ 2017)
ຮ້າຍຂາຍຂອງແຄມທາງບ່ອນນຶ່ງ ຕັ້ງຢູ່ຕໍ່ໜ້າ ຮູບຂອງນາຍົກ ລັດຖະມົນຕີ Saad Hariri ໃນນະຄອນຫຼວງເບຣຸດ. (6 ພະຈິກ 2017)

ການໂຈມຕີດ້ວຍຄຳເວົ້າເພີ້ມຂຶ້ນ ຂອງຊາອຸດີ ອາຣາເບຍ ຫຼັງຈາກໄດ້ມີການລາອອກ ແບບໜ້າຕື່ນຕົກໃຈຂອງນາຍົກລັດຖະມົນຕີເລບານອນ ທ່ານ Saad Hariri ຊຶ່ງເປັນ
ການສົ່ງສັນຍານໃຫ້ເຫັນ ເຖິງການເພີ້ມທະວີຂຶ້ນ ໃນການຕໍ່ສູ້ລະຫວ່າງ ຊາອຸດີ ແລະ
ອີຣ່ານ ຢູ່ໃນເລບານອນ ອີງຕາມການກ່າວອ້າງຂອງຊາອຸດີ.

ຊາອຸດີ ອາຣາເບຍ ມະຫາອຳນາດຂອງສາສະໜາອິສລາມນິກາຍຊຸນນີ່ຢູ່ໃນຂົງເຂດ
ໄດ້ກ່າວຫາລັດຖະບານເລບານອນວ່າ “ປະກາດສົງຄາມ” ກັບຕົນ ຊຶ່ງພາໃຫ້ເກີດ ມີ ຄວາມຢ້ານກົວເພີ້ມຂຶ້ນກ່ຽວກັບຄວາມບໍ່ທຸ່ນທ່ຽງຢູ່ໃນຂົງເຂດ ຫຼັງຈາກໄດ້ມີການລາ
ອອກແບບບໍ່ຄາດຄິດຂອງທ່ານ Hariri.

ການລາອອກຂອງທ່ານ ແມ່ນເບິ່ງກັນ ຢ່າງກວ້າງຂວາງວ່າ ແມ່ນບັງຄັບໂດຍຜູ້ໃຫ້
ການສະໜັບສະໜູນທ່ານ ໃນຣາຊະວົງຂອງຊາອຸດີ ອາຣາເບຍ ຊຶ່ງເປັນການກ່າວ
ອ້າງທີ່ໄດ້ມີການປະຕິເສດໄປແລ້ວໃນປະຕິກິລິຍາຕໍ່ການມີອິດທິພົນເພີ້ມຂຶ້ນຂອງ
ອີຣ່ານ ທີ່ນັບຖື ສາສະໜາອິສລາມ ນິກາຍຊີໄອ​ ແລະກຸ່ມ Hezbollah ທີ່ເປັນຕົວ
ແທນຂອງອີຣ່ານຢູ່ໃນຂົງເຂດ.

ການເຄື່ອນໄຫວດັ່ງກ່າວ ມີຂຶ້ນຫຼັງຈາກໄລຍະເວລາທີ່ຂ້ອນຂ້າງມີຄວາມສະຫງົບ
ໃນເລບານອນທັງໆທີ່ໄດ້ເກີດຄວາມບໍ່ທຸ່ນທ່ຽງຢູ່ໃນຂົງເຂດ ຊຶ່ງທ່ານ Hariri ໄດ້
ປະກາດລາອອກ ໃນຂະນະຢູ່ທີ່ ນະຄອນຫຼວງຣິຢາດ ຊຶ່ງໄດ້ພາໃຫ້ມີການຄະເນ
ກັນວ່າ ເວລາໃດຫຼືທ່ານຈະກັບຄືນໄປເລບານອນຫຼືບໍ່.

ໃນຂະນະດຽວກັນ ໃນມື້ວັນຈັນຜ່ານມານີ້ ທ່ານ Thamer al-Sabhan ລັດຖະ
ມົນຕີຮັບຜິດຊອບ ກິດຈະການອ່າວເປີເຊຍ ຂອງຊາອຸດີ ກ່າວວ່າ “ລັດຖະບານ
ເລບານອນຈະຖືກຖືວ່າ ເປັນລັດຖະບານ ທີ່ປະກາດສົງຄາມ ກັບຊາອຸດີ ອາຣາ
ເບຍ” ໂດຍກ່າວຫາວ່າມີການກະທຳແບບຮຸກຮານຈາກກຸ່ມ Hezbollah ທີ່ຖືກ
ລະບຸເປັນກຸ່ມກໍ່ການຮ້າຍໂດຍສະຫະລັດແລະສະພາການຮ່ວມມືໃນເຂດອ່າວ
ເປີເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG