ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາເຣເບຍ ຍິງສະກັດ ລູກສອນໄຟ ຂີປະນາວຸດ ໃກ້ກັບສະໜາມບິນ ສາກົນຂອງຕົນ


ເຮືອບິນ A320 ຂອງສາຍການບິນ ຊາອຸດີ ອາຣາເບຍຈອດຢູ່
ສະໜາມບິນກະສັດ ຄາລິດ,​ ນະຄອນຫຼວງ ຣີຢາດ, ປະເທດ ຊາອຸດີ ອາເຣເບຍ.
ເຮືອບິນ A320 ຂອງສາຍການບິນ ຊາອຸດີ ອາຣາເບຍຈອດຢູ່ ສະໜາມບິນກະສັດ ຄາລິດ,​ ນະຄອນຫຼວງ ຣີຢາດ, ປະເທດ ຊາອຸດີ ອາເຣເບຍ.

ສື່ມວນຊົນທາງການຂອງ ຊາອຸດີ ອາເຣເບຍ ກ່າວວ່າ ຕົນໄດ້ສະກັດກັ້ນ ລູກສອນໄຟ
ຂີປະນາວຸດທີ່ຍິງຈາກປະເທດ ເຢເມນ ແລະ ແນໄປໃສ່ສະໜາມບິນສາກົນ ກະສັດ
ຄາລີດ ທີ່ຕັ້ງຢູ່ທິດຕາວັນອອກສຽງເໜືອຂອງນະຄອນ ຣີຢາດ ນັ້ນ.

ພວກນັກຮົບ ຮູຕີ ທີ່ ອີຣ່ານ ໜູນຫຼັງໃນ ເຢເມນ ໄດ້ອ້າງເອົາຄວາມຮັບຜິດຊອບ ກ່ຽວ
ກັບ ລູກສອນໄຟດັ່ງກ່າວທີ່ຖືກສະກັດກັ້ນໄວ້ໂດຍກຳລັງຂອງ ຊາອຸ ນັ້ນ. ພວກເຈົ້າໜ້າ
ທີ່ ຊາອຸ ກ່າວວ່າ ບໍ່ໄດ້ມີການບາດເຈັບລົ້ມຕາຍຫຼືເສຍຫາຍຍ້ອນພໍທໍ່ໃດ. ພວກ ຮູຕີ
ເວົ້າວ່າ ຕົນໄດ້ແນເປົ້າໝາຍໃສ່ເດີ່ນເຮືອບິນທີ່ວ່ານັ້ນ.

ປະເທດ ຊາອຸດີ ອາເຣເບຍ ເປັນຜູ້ນຳພາພາລະກິດໃນ ເຢເມນ ເພື່ອລ້າງຜານກຳລັງ
ຂອງພວກ ຮູຕີ ແຕ່ຄວາມຮຸນແຮງໄດ້ແພ່ລາມຂ້າມຊາຍແດນເຂົ້າໄປ.

ໃນເດືອນກໍລະກົດຜ່ານມາ ຊາອຸ ໄດ້ຍິງລູກສອນໄຟຂີປະນາວຸດ ທີ່ຍິງຈາກ ເຢເມນ
ຕົກຢູ່ໄກ້ໆກັບນະຄອນ ເມກະ ນຶ່ງເດືອນ ກ່ອນທີ່ຊາວມຸສລິມທັງຫຼາຍ ຈະເລີ່ມຕົ້ນ
ການໄປສະແຫວງບຸນຂອງພວກເຂົາເຈົ້າທີ່ນະຄອນດັ່ງກ່າວ.

Saudi Arabia’s state media says it has intercepted a ballistic missile fired from Yemen and aimed at the King Khalid International Airport northeast of Riyadh.

Iran-backed Houthi fighters in Yemen have claimed responsibility for the missile, which was intercepted by Saudi forces.

Saudi authorities said it caused no casualties or major damage. The Houthis said they were targeting the airport.

Saudi Arabia is leading a mission in Yemen to eliminate the Houthi forces, but the violence has begun to spill over the border.

In July, the Saudis shot down a ballistic missile from Yemen near Mecca, a month before Muslims begin their annual pilgrimage to the city.

XS
SM
MD
LG