ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ຫາທາງແກ້ໄຂ ບັນຫາຜູ້ເຄາະຮ້າຍ ຂ້າທາດທາງເພດ ສະໄໝສົງຄາມ ຍີ່ປຸ່ນ


ນາງ ອີ ຢອງ ຊູ ຜູ້ທີ່ຖືກບັງຄັບໃຫ້ຮັບໃຊ້ເປັນຂ້າທາດທາງເພດໃຫ້ກອງທະຫານ ຍີ່ປຸ່ນ ໃນລະຫວ່າງສົງຄາມໂລກຄັ້ງທີສອງ, ບາຍໜ້າຂອງຮູບປັ້ນເດັກຍິງຄົນນຶ່ງທີ່ເປັນສັນຍາລັກຂອງບັນຫາ “ແມ່ຍິງບຳເລີ” ສະໄໝສົງຄາມ ໃນລະຫວ່າງພິທີເປີດຕົວໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້.
ນາງ ອີ ຢອງ ຊູ ຜູ້ທີ່ຖືກບັງຄັບໃຫ້ຮັບໃຊ້ເປັນຂ້າທາດທາງເພດໃຫ້ກອງທະຫານ ຍີ່ປຸ່ນ ໃນລະຫວ່າງສົງຄາມໂລກຄັ້ງທີສອງ, ບາຍໜ້າຂອງຮູບປັ້ນເດັກຍິງຄົນນຶ່ງທີ່ເປັນສັນຍາລັກຂອງບັນຫາ “ແມ່ຍິງບຳເລີ” ສະໄໝສົງຄາມ ໃນລະຫວ່າງພິທີເປີດຕົວໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້.

ລັດຖະບານ ເກົາຫຼີໃຕ້ ກ່າວວ່າເຂົາເຈົ້າຈະສືບຕໍ່ຊອກຫາຂໍ້ແກ້ໄຂທີ່ “ເປັນຈິງ” ແລະ “ປະຕິບັດໄດ້” ສຳລັບຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການເປັນຂ້າທາດທາງເພດຂອງທະຫານ ຍີ່ປຸ່ນ ໃນສະໄໝສົງ ຄາມ.

ປະທານາທິບໍດີ ມູນ ເຈ ອິນ ໄດ້ອອກຂໍ້ຄວາມທາງວິດີໂອສຳລັບວັນລະນຶກເຖິງ “ແມ່ຍິງບຳເລີ” ໃນວັນສຸກມື້ນີ້.

ທ່ານ ມູນ ແຈ ອິນ ໄດ້ກ່າວວ່າ “ກົດເກນທີ່ສຳຄັນທີ່ສຸດໃນການແກ້ໄຂບັນຫາດັ່ງກ່າວແມ່ນເພັ່ງເລັງໃສ່ຜູ້ເຄາະຮ້າຍ. ຈົນກວ່າຜູ້ເຄາະຮ້າຍຈະບອກພວກເຮົາວ່າເຂົາເຈົ້າບໍ່ເປັນຫຍັງ, ພວກເຮົາຈະຊອກຫາຂໍ້ແກ້ໄຂທີ່ເຂົາເຈົ້າສາມາດຮັບໄດ້. ພວກເຮົາຈະດຳເນີນການສືບສວນສອບສວນ, ການຄົ້ນຄວ້າ ແລະ ການ ສຶກສາເພື່ອແກ້ໄຂປະຫວັດສາດໃຫ້ຖືກຕ້ອງ ສະນັ້ນພວກນັກຮຽນ ແລະ ປະ ຊາຊົນຈຶ່ງຈະແບ່ງປັນເອົາຄວາມເຈັບປວດຂອງຜູ້ເຄາະຮ້າຍໄດ້ຫຼາຍຂຶ້ນ ແລະ ສາມັກຄີກັບຜູ້ເຄາະຮ້າຍ.”

ເກົາຫຼີໃຕ້ ໄດ້ປະກາດວັນທີ 14 ສິງຫາ ເປັນວັນລະນຶກເຖິງຜູ້ເຄາະຮ້າຍການ ເປັນຂ້າທາດທາງເພດຢ່າງເປັນທາງການຂອງປະເທດໃນເດືອນທັນວາ 2017 ແລະ ໄດ້ຈັດພິທີລະນຶກເຖິງທົ່ວປະເທດ ເປັນຄັ້ງທຳອິິດໃນປີ 2018.

ໃນວັນທີ 14 ສິນຫາ 1991,​ ນາງ ກິມ ຮັກ ຊູນ ສັນຊາດ ເກົາຫຼີໃຕ້ ໄດ້ກ່າວຕໍ່ສາທາລະນະເປັນຄັ້ງທຳອິິດໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ປະສົບການຂອງລາວໃນຖານະທີ່ເປັນຂ້າທາດທາງເພດໃຫ້ກອງທັບ ຍີ່ປຸ່ນ ໃນລະຫວ່າງ ສົງຄາມໂລກຄັ້ງທີ 2.

ການໃຫ້ປາກຄຳຂອງລາວ ໄດ້ເປັນກຳລັງໃຈ ໃຫ້ແກ່ຜູ້ລອດຊີວິດຈາກການເປັນຂ້າທາດທາງເພດຄົນອື່ນໆໃນທົ່ວເອເຊຍ ອອກມາເລົ່ງເລື່ອງຂອງເຂົາເຈົ້າ ກ່ຽວກັບ ປະສົບການໃນການເປັນຂ້າ ທາດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG