ໃນພາກເໜືອທີ່ຫ່າງໄກອອກໄປຂອງປະເທດ ຣັດເຊຍ, ເມືອງ ວໍກູຕາ "Vorkuta"
ແມ່ນກຳລັງຖືກເຂດໜາວມະຫາສະໝຸດອາກຕິກຍຶດເອົາຄືນ. ແນວໜ້າຂອງການຕໍ່ສູ້
ລະຫວ່າງ ເຂດໃນເມືອງ ກັບ ໂລກທຳມະຊາດແມ່ນຕັ້ງຢູ່ເຂດຊານເມືອງ, ບ່ອນທີ່ຕືກ
ອາພາດເມັ້ນຫຼາຍຫຼັງທີ່ຖືກປະຖິ້ມ ໄດ້ມີຫຼາຍຂຶ້ນ ຍ້ອນຫິມະປົກຄຸມຢ່າງຮຸນແຮງ.
ເສົານໍ້າກ້ອນໄດ້ກໍ່ຕົວຂຶ້ນຕາມຂອບຂອງຕຶກ ແລະ ໄດ້ຂະຫຍາຍຜ່ານແວ່ນປ່ອງຢ້ຽມ
ທີ່ແຕກ, ເຊິ່ງເບິ່ງຄືວ່າຈະດຶງເອົາຊາກຕຶກພວກນີ້ ເຂົ້າໄປໃນສຸສານມະຫາສະໝຸດທີ່
ເລິກລົງໄປຂອງມັນ.
ປະຊາກອນຂອງເມືອງ ວໍກູຕາ ໄດ້ເລີ່ມຫຼຸດລົງໃນຊຸມປີ 1990 ໃນຂະນະທີ່ບໍ່ຖ່ານຫີນ
ໄດ້ຖືກປິດລົງ ເທື່ອລະແຫ່ງ, ເຮັດໃຫ້ວັນແຫ່ງການປະຕິວັດວຽກງານຍັງເຫຼືອພຽງໜ້ອຍ
ດຽວເທົ່ານັ້ນ.
ຢູ່ເຂດຊານເມືອງຂອງເມືອງ ໂຊເວັດສກີ "Sovetsky" ນັ້ນ ຄັ້ງນຶ່ງເຄີຍເປັນບ່ອນຢູ່
ຂອງນັກຂຸດຄົ້ນບໍ່ແຮ່ ແລະ ຄອບຄົວຂອງເຂົາເຈົ້າຫຼາຍພັນຄົນ, ເຊິ່ງແມ່ນຜູ້ບຸກເບີກ
ຂອງສະຫະພາບ ໂຊວຽດ ທີ່ໄດ້ຜັກດັນຂຶ້ນໄປທິດເໜືອ ເພື່ອຫາຜົນປະໂຫຍດຈາກບໍ່
ຖານຫີນທີ່ອຸດົມສົມບູນຂອງເມືອງ ວໍກູຕາ. ໂຮງລະຄອນເກົ່າ ແລະ ສະໜາມຫຼິ້ນນໍ້າ
ກ້ອນ ໄດ້ຊີ້ໃຫ້ເຫັນຊ່ວງເວລາທີ່ມີຄວາມສຸກຂອງບໍລິເວນນັ້ນ. ແຕ່ຕອນນີ້ ມັນມີສຽງ
ພຽງເລັກນ້ອຍ ນອກຈາກລົມຂອງມະຫາສະໝຸດອາກຕິກທີ່ໄດ້ພັດຜ່ານຖະໜົນທີ່ເປົ່າ
ຫວ່າງນັ້ນ.
ບໍ່ແມ່ນທຸກຄົນ ໄດ້ໜີອອກໄປຈາກເມືອງນີ້. ທ່ານ ເອດວາດ ປາຊິນ "Eduard
Parshin," ຜູ້ອອກບຳນານອາຍຸ 50 ປີ, ໄດ້ເບິ່ງແຍງ ລົດສຸດຮັກຂອງລາວ ຢູ່ໃນອູ່
ລົດໃນກ້ອງອາພາດເມັ້ນຂອງລາວ. ມັນແມ່ນການຢູ່ທີ່ໂດດດ່ຽວ.
ທ່ານ ປາຊິນ ໄດ້ກ່າວຕໍ່ວີໂອເອວ່າ “ມັນມີພຽງສາມຄົນເທົ່ານັ້ນທີ່ອາໄສຢູ່ໃນຊ່ວງຕຶກ
ທີ່ຂ້າພະເຈົ້າຢູ່, ແລະ ຂ້າພະເຈົ້າ ກໍແມ່ນພຽງຜູ້ດຽວ ທີ່ຢູ່ໃນເຂດຂອງຂ້າພະເຈົ້າ ເຊິ່ງ
ມັນມີອາພາດເມັ້ນ 80 ຫ້ອງ. ມັນຂ້ອນຂ້າງຈະມີສະພາບແບບດຽວກັນນີ້ ຢູ່ໃນທົ່ວ
ເມືອງ. ຂ້າພະເຈົ້າຈະເວົ້າຫຍັງໄດ້? ບ່ອນນີ້ກຳລັງຈະຕາຍໄປ. ເຈົ້າສາມາດເວົ້າໄດ້
ວ່າ ມັນໄດ້ຕາຍໄປແລ້ວ ກໍວ່າໄດ້.”
ຊາຕາກຳຂອງເມືອງ ວໍກູຕາ ໄດ້ສະທ້ອນໃຫ້ເຫັນ ວິກິດການປະຊາ ກອນທີ່ມີຢ່າງ
ກວ້າງຂວາງ ໃນທົ່ວເຂດພາກເໜືອຫ່າງໄກ. ປະຊາກອນເຂດມະຫາສະໝຸດ ອາກຕິກ
ຂອງ ຣັດເຊຍ ແມ່ນກຳລັງຫຼຸດລົງຢ່າງວ່ອງໄວ, ດ້ວຍປະມານ 50 ເປີເຊັນນັບຕັ້ງແຕ່ປີ
2000 ມາ. ການລົ້ມລະລາຍຂອງລະບົບສູນກາງໂຊວຽດ ໄດ້ນຳໄປສູ່ການຊອກຫາ
ສິ່ງທີ່ດີກວ່າ ຢູ່ທາງພາກໃຕ້ ທີ່ໄກອອກໄປສຳລັບປະຊາຊົນຫຼາຍລ້ານຄົນ, ເຊິ່ງໄດ້ຮັບ
ການຊ່ວຍເຫຼືອຈາກໂຄງການຕັ້ງຖິ່ນຖານໃໝ່ຂອງລັດຖະບານ ແລະ ເງິນຈາກທະນາ
ຄານໂລກ.