ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮືອບິນລົບຣັດເຊຍ ປະຕິບັດການໂຈມຕີ ທາງອາກາດ ຫຼາຍຂຶ້ນ ຢູ່ໃນຊີເຣຍ ຈາກອີຣ່ານ


ພາບນີ້ ທີ່ມາຈາກວີດີໂອ ໄດ້ສະໜອງໂດຍ ພະແນກຂ່າວສານ ຂອງກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດ ໄລຍະໄກ ລຸ້ນ Tu-22M3 ໃນລະຫວ່າງການບິນ ໂຈມຕີທາງອາກາດເທິງນານຟ້າ ທີ່ບໍ່ສາມາດເປີດເຜີຍສະຖານທີ່ໄດ້ ໃນຊີເຣຍ, ວັນທີ 14 ສິງຫາ 2015.
ພາບນີ້ ທີ່ມາຈາກວີດີໂອ ໄດ້ສະໜອງໂດຍ ພະແນກຂ່າວສານ ຂອງກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນ ເຮືອບິນຖິ້ມລະເບີດ ໄລຍະໄກ ລຸ້ນ Tu-22M3 ໃນລະຫວ່າງການບິນ ໂຈມຕີທາງອາກາດເທິງນານຟ້າ ທີ່ບໍ່ສາມາດເປີດເຜີຍສະຖານທີ່ໄດ້ ໃນຊີເຣຍ, ວັນທີ 14 ສິງຫາ 2015.

ເຮືອບິນລົບຂອງຣັດເຊຍ ໄດ້ບິນອອກ ຈາກອີຣ່ານ ເພື່ອປະຕິບັດການໂຈມຕີທາງ ອາກາດຢູ່ໃນຊີເຣຍ ເປັນມື້ທີສອງ ໃນວັນພຸດມື້ນີ້.

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ການໂຈມຕີ ທີ່​ມີ​ຕົ້ນຕໍ່ ຈາກຖານທັບ Hamedan ໄດ້ແນເປົ້າໝາຍໃສ່ພວກຫົວຮຸນແຮງລັດອິສລາມ. ຮອບທຳອິດຂອງ ການໂຈມຕີທາງອາກາດ ເລີ້ມຂຶ້ນໃນວັນອັງຄານວານນີ້ ທີ່ໄດ້ແນເປົ້າໝາຍໃສ່ ກຸ່ມລັດອິສລາມ ພ້ອມດ້ວຍ ພວກນັກລົບຈີຮາດຂອງກຸ່ມ Jabhat Fateh al-Sham ທີ່ຮູ້ຈັກກັນໃນເມື່ອກ່ອນ ​ໃນ​ຖານະກຸ່ມ al-Nusra Front.

ພວກເຮືອບິນຂອງຣັດເຊຍ ຈະບິນອອກຈາກຖານທັບອາກາດ Hamedan,ໃນອີຣ່ານ
ພວກເຮືອບິນຂອງຣັດເຊຍ ຈະບິນອອກຈາກຖານທັບອາກາດ Hamedan,ໃນອີຣ່ານ

ລັດຖະມົນຕີການຕ່າງປະເທດຣັດ​ເຊຍ ທ່ານ Sergei Lavrov ໄດ້ປະຕິເສດ ຕໍ່ການ​ ກ່າວຢ້ຳຂອງໂຄສົກ ກະຊວງການຕ່າງປະເທດສະຫະລັດ ທີ່ວ່າ ການບິນດັ່ງກ່າວ ອາດ​ເທົ່າ​ກັບ ເປັນການລະເມີດຕໍ່ ມະຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່​ໄດ້ຫ້າມການຂາຍ ຫຼື ການໂອນເຮືອບິນລົບ ໃຫ້​ແກ່ອີຣ່ານ.

ປະທານສະພາຂອງອີຣ່ານ ທ່ານ Ali Larijani ຍັງໄດ້ເນັ້ນຢ້ຳ ໃນວັນພຸດມື້ນີ້ ວ່າ ອີຣ່ານ ບໍ່ໄດ້ໃຫ້ຣັດເຊຍ ​ໃຊ້ຖານທັບຢ່າ​ເປັນ​ການຖາວອນ ຢູ່ໃນດິນແດນຂອງຕົນ.

ຣັດເຊຍໄດ້ປະຕິບັດການ ໂຈມຕີທາງອາກາດ ​ເພື່ອ​ໃຫ້ການສະໜັບສະໜູນ ລັດຖະບານ ຂອງປະທານາທິບໍດີ Bashar al-Assad ນັບຕັ້ງແຕ່ ເດືອນກັນຍາປີກາຍນີ້ ແຕ່ຈົນມາ ເຖິງສັບປະດານີ້ ການບິນຕ່າງໆແມ່ນມີ​ຕົ້ນຕໍ່​ມາຈາກ ຊີເຣຍ ຫຼື ຣັດເຊຍເອງ.

ທ່ານ Alex Vatanka ເຈົ້າໜ້າທີ່ອາວຸໂສ ຢູ່ທີ່ສະຖາບັນພາກຕາເວັນອອກກາງ ແລະ ມູນນິທິ Jamestown ໄດ້ກ່າວວ່າ ການບິນໃໝ່ນີ້ ເປັນຂີດໝາຍ ຂອງ​ການ​ເຄື່ອນ​ໄຫວທີ່ສຳຄັນ.

ເຮືອບິນລົບ ລຳໜຶ່ງ ຂອງຣັດເຊຍ ລຸ້ນ Tu-22M3 ຈອດທຽບຢູ່ຖານທັບອາກາດ ໃກ້ກັບເມືອງ Hamedan ຂອງອີຣ່ານ, ວັນທີ 15 ສິງຫາ 2016.
ເຮືອບິນລົບ ລຳໜຶ່ງ ຂອງຣັດເຊຍ ລຸ້ນ Tu-22M3 ຈອດທຽບຢູ່ຖານທັບອາກາດ ໃກ້ກັບເມືອງ Hamedan ຂອງອີຣ່ານ, ວັນທີ 15 ສິງຫາ 2016.

ທ່ານ Vatanka ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ຈື່ໄດ້ວ່າ ມີປະເທດອື່ນໃດ ນັບຕັ້ງແຕ່ປີ 1979 ເປັນຕົ້ນມາ ໄດ້ຮັບອະນຸຍາດໃຫ້ໃຊ້ຖານທັບໂດຍ ອີຣ່ານ. ມັນໄດ້ນຳເອົາ ຣັດເຊຍ ເຂົ້າມາໃນອີຣ່ານ ຄືວ່າ ພວກເຮົາບໍ່ເຄີຍໄດ້ເຫັນມາກ່ອນ. ສາຍຂອງທາງ ການ ກໍແມ່ນວ່າ ມັນສະໜອງໃຫ້ຣັດເຊຍ ມີທາງເລືອກສຳຮອງ ແລະ ຈະບໍ່ມີຄວາມ ກັງວົນ ກ່ຽວກັບ ລູກສອນ ໄຟຕໍ່ຕ້ານທາງອາກາດ ທີ່ອາດຈະມີ ຢູ່ໃນກຳມື ຂອງ ຊາວຊີເຣຍ ທີ່ຕໍ່ຕ້ານລັດຖະບານ ທີ່ສາມາດແນໃສ່ຊັບສິນ ທີ່ຕັ້ງຢູ່ໃນຊີເຣຍ. ແຕ່ເຊັ່ນຂ້າພະເຈົ້າໄດ້ເວົ້າໄປແລ້ວ ມັນແມ່ນເລື່ອງທີ່ໃຫຍ່ກວ່ານັ້ນອີກ. ຣັດເຊຍ ແມ່ນກຳລັງເຄື່ອນເຂົ້າໄປໃກ້ໆ ທະ​ເລນ້ຳອຸ່ນ ຂອງອ່າວເປີເຊຍ.”

ການບິນອອກຈາກ ຖານທັບ Hamedan ແທນຖານທັບຂອງຣັດເຊຍ ຢູ່ທີ່ Mozdoko ໃນພາກເໜືອຂອງເຂດພູ Caucasus ນັ້ນ​ໄດ້ຕັດໄລຍະທາງຈາກເກືອບ 2,000 ກິໂລແມັດ ລົງ ເປັນຕ່ຳກວ່າ 700 ກິໂລແມັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Russia Iran Syria
please wait
Embed

No media source currently available

0:00 0:02:00 0:00

XS
SM
MD
LG