ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ພາ​ຣັດ​ເຊຍ ກ່າວ​ຫາ​ວ່າ ສ​ຫລ ແຊກ​ແຊງ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ຂອງ​ຕົນ


Russian Parliament Accuses US of Political Interference
please wait

No media source currently available

0:00 0:02:39 0:00

ພວກ​ນັກ​ການ​ເມືອງ​ຣັດ​ເຊຍ ກ່າວ​ຫາ​ສະ​ຫະ​ລັດ​ວ່າ ພະ​ຍາ​ຍາມ​ແຊກ​ແຊງເຂົ້າ​ໃນ​ການ​ເລືອກ​ຕັ້ງ​ ຄັ້ງ​ຈະ​ມາ​ຂອງ​ມົ​ສ​ກູ ໂດຍ​ຊ່ວຍ​ຈັດ ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຂະ​ໜາດ​ໃຫຍ່ ຊຶ່ງ​ເປັ​ນ​ຂໍ້​ກ່າວ​ຫາ​ທີ່​ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດ. ການ​ປະ​ຊຸມ​ສະ​ມາ​ຊິກ​ສະພາ​ໃນ​ອາ​ທິດ​ແລ້ວນີ້ ໄດ້ຕັ້ງ​ຄະ​ນະ​ກຳ​ມະ​ການ​ນຶ່ງ​ຂຶ້ນເພື່ອ​ສືບ​ສວນ​ເບິ່ງການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດດັ່ງ Yulia Savchenko ມີ​ລາຍ​ງານ​ຈາກ​ມົ​ສກູ ຊຶ່ງໄພ​ສານຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະ​ພາ​ແຫ່ງ​ຊາດ​ຣັດ​ເຊຍ ກ່າວ​ອ້າງວ່າ ສະ​ຫະ​ລັດ​ແມ່ນ​ຜູ້​ຢູ່​ເບື້ອງ​ຫຼັງ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ຂອງ​ພວກ​ຝ່າຍ​ຄ້ານ ຄື​ກັນ​ກັບ​ການ​ປະ​ທ້ວງ​ຢູ່ນະ​ຄອນ​ຫຼວງ​ມົ​ສ​ກູຫວ່າງ​ໄວໆ​ມານີ້.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ທີ່​ຫາ​ກໍ​ກັບ​ຄື​ນ​ມາ​ຈາກ​ການ​ໄປ​ພັກ​ຜ່ອນ ເພື່ອ​ເຂົ້າ​ຮ່ວມ ກອງ​ປະ​ຊຸມສະ​ໄໝ​ວິ​ສາ​ມັນ ​ໃນ​ວັນ​ຈັນ​ແລ້ວ ໄດ້​ກ່າວ​ຫາ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ ໂດຍ​ໃຊ້​ອິດ​ທິ​ພົນເພື່ອ​ຈະຄອບ​ງຳການ​ເລືອກ​ຕັ້ງ​ຂອງ​ຣັດ​ເຊຍ ໃນ​ເດືອນ​ກັນ​ຍານີ້. ​ທ່ານ Vyacheslav Volodin ປະ​ທານ​ສະ​ພາ​ດູ​ມາ​ຂອງ​ຣັດ​ເຊຍ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ເມື່ອ​ເວົ້າ​ເຖິງ​ການ​ແຊກ​ແຊງ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ ເມື່ອ​ເວັບ​ໄຊ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ​ສະ​ຖານ​ທູດ​ສະ​ຫະ​ລັດ ແລະ​ສື່ມວນ​ຊົນ​ຈຳ​ນວນ​ນຶ່ງ ​ທີ່​ລັດ​ເປັ​ນ​ເຈົ້າ​ຂອງ​ແລ້ວ ແມ່ນ​ມີ​ການ​ຮຽກ​ຮ້ອງ​ໃຫ້​ເຂົ້າ​ຮ່ວມການ​ເດີນ​ຂະ​ບວນ​ທີ່​ບໍ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ທາງ​ການນັ້ນ ມັນ​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້.”

ສະ​ພາ​ແຫ່ງ​ຊາດ​ໄດ້​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນຶ່ງ​ຂຶ້ນ ເພື່ອ​ສືບ​ສວນ​ເບິ່ງ​ການ​ກ່າວ​ຫາກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ.

ການ​ເດີນ​ຂະ​ບວນ​ຢູ່ນ​ະ​ຄອນ​ມົ​ສ​ກູ ທີ່​ໄດ້​ເລີ້ມ​ມາ​ແຕ່​ເດືອນ​ກໍ​ລະ​ກົດເພື່ອ​ປະ​ທ້ວງຕໍ່​ການ​ຕັດ​ສິນ​ໃຈ​ຂອງ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ຊຶ່ງ​ໄດ້​ຫ້າມ​ບໍ່​ໃຫ້​ຜູ້​ສະ​ໝັກ​ຂອງ​ພວກຝ່າຍ​ຄ້ານ​ຫຼາຍໆ​ຄົນ​ລົງ​ແຂ່ງ​ຂັນ ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ.

ທ່ານ​ເກ​ນາ​ດີ ຊູ​ກາ​ນັອບ ຜູ້​ນຳ​ພັກ​ຄອມ​ມູ​ນິ​ສ​ຣັດ​ເຊຍກ່າວ​ອ້າງວ່​າ ພວກ​ປະ​ທ້ວງ​ໄດ້​ຮັບ​ເງິນ​ຫຼາຍ​ລ້ານ​ໂດ​ລາ ​ຈາກ​ພາຍນອກ ເພື່ອ​ຈັດ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງຊຶ່ງ​ທ່ານ​ຊູ​ກາ​ນັອ​ບ​ກ່າວ​ວ່າ:

“ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຢູ່​ໃນ​ເວັບ​ໄຊ​ຂອງ​ສະ​ຖານ​ທູດ​ສະ​ຫະ​ລັດ ກ່ຽວ​ກັບ​ວ່າ​ທຸກ​ສິ່ງ​ຢ່າງວາງ​ແຜນ​ແບບ​ໃດ​ຢູ່​ທີ່ນີ້. ຂ້າ​ພະ​ເຈົ້າ​ຈື່​ໄດ້ ແລະ​ເຫັນ​ວ່າ ມີ​ການ​ວາງ​ແຜນ​ແບບ​ໃດ​ໃນ​ເມື່ອ​ກ່ອນ ຢູ່​ເຊັກ​ໂກ​ສະ​ໂລ​ວາ​ເກຍ ຢູ່​ໂຣ​ມາ​ເນຍ ແລະ​ຢູ່​ຢູ​ໂກ​ສະ​ລາເວຍ.”

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ຕ້ອງ​ຕິ​ສະ​ຖານ​ທູດ​ສະ​ຫະ​ລັ​ດ ທີ່​ໄດ້​ພິມ​ເຜີຍ​ແຜ່​ແຜ່ນ​ທີ່​ຢູ່​ໃນ​ເວັບ​ໄຊ​ຂອງ​ຕົນ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ບ່ອນ​ໂຮມ​ຊຸມ​ນຸມ​ປະ​ທ້ວງ.

ພວກ​ນັກ​ການ​ທູດ​ອາ​ເມ​ຣິ​ກັນ​ກ່າວ​ວ່າ ການ​ພິມ​ເຜີຍ​ແຜ່​ດັ່ງ​ກ່າວ​ແມ່ນ​ສ່ວນ​ນຶ່ງໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ປົກ​ກະ​ຕິ​ຂອງ​ສະ​ຖານ​ທູດ ເພື່ອ​ເຕືອນ​ໃຫ້​ປະ​ຊາ​ຊົນ​ອາເມ​ຣິ​ກັນ​ຮູ້​ຈັກກ່ຽວ​ກັບ​ສະ​ຖານ​ທີ່​ຕ່າງໆ ທີ່​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ເຈົ້າ​ອາດຈະ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ສະ​ຫະ​ລັດ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ຂອງ​ມົ​ສ​ກູ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ.

ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ​ເວົ້າ​ວ່າ ການ​ກ່າວ​ຫາ​ດັ່ງ​ກ່າວ ​ແມ່ນ​ເບິ່ງ​ຄື​ວ່າ​ເປັນ​ການ​ສະ​ທ້ອນ​ກັບ​ ຕໍ່​ການ​ກ່າວ​ອ້າງ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ​ຂອງ​ຣັດ​ເຊຍ. ນັກ​ຂ່າວ​ເຊີເກ ປາກ​ໂຄ​ເມັນ​ໂກ ກ່າວ​ກ່ຽວ​ກັບເລື້ອງນີ້​ວ່າ:

“ມັນ​ເປັນອົງ​ປະ​ກອບ​ສ່ວນ​ນຶ່ງ​ຂອງ​ລະ​ຄອນ​ໃບ້​ຢູ່​ທີ່ນີ້​. ມັນ​ກຳ​ລັງ​ແຜ່ກວ້າງ​ຢູ່​ໃນ​ວົງ​ການ​ໆເມືອງ​ຂອງ​ຣັດ​ເຊຍ​ໃນ​ປັດ​ຈຸ​ບັນ. ພວກ​ເຮົາ​ມີ​ແຕ່ຕອບ​ໂຕ້ຕໍ່​ອັນ​ທີ່​ພວກ​ອື່ນໆ​ກຳ​ລັງ​ເຮັດຢູ່. ມັນ​ເປັນ​ຂໍ້​ແກ້​ຕົວ​ໂດຍ​ທົ່ວ​ໄປ​ບໍ?”

ອົງ​ການ​ ROSKOMNADZOR ທີ່ຄວບ​ຄຸມ​ສື່ມວນ​ຊົນ​ຂອງ​ຣັດ​ເຊຍ ​ໄດ້​ຂໍ​ຮ້ອງໃຫ້​ກູ​ໂກ​ກັ່ນ​ຕອງ​ກ່ຽວ​ກັບ​ເລື້ອງ​ດັ່ງ​ກ່າວ.

ເນື້ອ​ໄນ​ຂອງມັນ​ແມ່ນ​ກ່ຽວ​ກັບ​ການ​ໂຮມ​ຊຸມ​ນຸມ​ແລະ​ໃຫ້​ຢຸດ​ການ​ສົ່ງ​ຂໍ້​ຄວາມ​ໂດຍ​ອັດ​ຕະ​ໂນ​ມັດ​ໄປ​ໃຫ້​ຜູ້​ເບິ່ງວີ​ດີ​ໂອ​ໃນ​ຢູ​ທູບຊຶ່ງ​ເປັນ​ການ​ອອກ​ອາ​ກາດ​ສົດ​ກ່ຽວ​ກັບການ​ປະ​ທ້ວງ​ແລະ​ການ​ຈັບ​ກຸມ​ພວກ​ເດີນ​ຂະ​ບວນ.

ນັກ​ຂ່າວ​ເຊີເກ ປາກ​ໂຄ​ເມັນ​ໂກ ທຳ​ນາຍ​ວ່າ ມົ​ສ​ກູ​ຈະ​ທຳ​ການ​ປາ​ບ​ປາມ​ເພີ້ມ​ຕື່ມ​ຕໍ່​ອິດ​ສະ​ຫຼະ​ພາບ​ໃນ​ການ​ປາກ​ເວົ້າ​ວ່າ ຊຶ່ງ​ທ່ານ​ກ່າວ​ກ່​ຽວ​ກັບ​ເລື້ອງ​ນີ້​ວ່າ:

“ພວກ​ເຂົາ​ເຈົ້າ​ໄດ້​ໃຊ້​ສະ​ຖາ​ນະ​ການ​ດັ່ງ​ກ່າວນີ້ ເປັນ​ຂໍ້​ອ້າງ ເພື່ອ​ຈຳ​ກັດ​ຮັດ​ແຄບ​ເພີ້ມ​ຕື່ມ​ເທົ່າ​ທີ່​ເປັນ​ໄປ​ໄດ້.”

ກອງ​ປະ​ຊຸມ​ນັດ​ທຳ​ອິດ​ຂອງ​ກຳ​ມາ​ທິ​ການ​ພິ​ເສດກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ ມີ​ກຳ​ນົດ​ຈະ​ໄຂ​ຂຶ້ນ​ໃນ​ທ້າຍ​ເດືອນ​ສິງ​ຫານີ້.

Russian politicians are accusing the United States of trying to interfere in Moscow's upcoming elections by helping to organize mass rallies, a charge the U.S. denies. Parliament members meeting this week have formed a committee to investigate to investigate foreign meddling, as Yulia Savchenko reports from Moscow.

Russia's parliament claims the U.S. is behind mass opposition rallies like this one in Moscow recently.

Parliament members, who returned from vacation for an extraordinary session Monday, accused the West of backing the demonstrations to influence Russia's September elections.

Vyacheslav Volodin, Duma Speaker:
"When it comes to such cynical interference from foreign countries; when on the US State Department and embassy websites, and from some state-owned media, there were calls for taking part in unsanctioned demonstrations - it's unacceptable."

Parliament set up a committee to investigate alleged foreign interference.

The Moscow demonstrations began in July to protest a decision by election officials to bar several opposition candidates from running in municipal elections.

The leader of Russia's communist party, Gennady Zuganov, claims the protesters received millions from outside of Russia to organize the rallies.

Gennady Zuganov - Russia's Communist Party Leader:
" I saw on the U.S. embassy website how everything was orchestrated here. I remember and saw how it was orchestrated before - in Czechoslovakia, in Romania and Yugoslavia"

Russian officials criticized the U.S. embassy for publishing a map on its website showing the site of a rally.

American diplomats said the posting was part of the embassy's routine procedure to caution U.S. citizens about places where their safety and security may be at risk.

The U.S. denies Moscow's claim of foreign meddling.

The accusation appears to mirror U.S. claims of Russian election meddling, say some observers.

Sergey Parkhomenko - Journalist:

"There is an element of miming here. It is widespread in Russian politics now. "We are just responding to what others are doing" - is the general excuse."

Russian media regulator ROSKOMNADZOR asked Google to filter.....

....its content about the rallies and to stop sending push notifications for YouTube videos, live-streaming protests and detention of demonstrators.

Journalist Sergey Parkhomenko predicts Moscow will crack down further on free speech.

Sergey Parkhomenko - Journalist:
"They use this situation as an excuse to further tighten all possible screws."

The first session of the special commission on foreign meddling is scheduled to meet in late August.

XS
SM
MD
LG