ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຊາວຣັດເຊຍ ຖືກທຳຮ້າຍຮ່າງກາຍ 'ຢ່າງໂຫດຮ້າຍ' ໃນເຂດເຊັສເນຍ


ພາບນີ້ ໄດ້ຖືກເປີດເຜີຍ ໃນວັນທີ 4 ກໍລະກົດ 2023 ໂດຍ ທ່ານເຊີເກ ບາບີເນັດສ໌, ຫົວໜ້າຂອງກຸ່ມຕໍ່ຕ້ານການທໍລະມານ ສະແດງໃຫ້ເຫັນ ນັກຂ່າວສືບສວນ ທນ ເອລີນາ ມີລາຊີນາ ພວມລົມໂທລະສັບ ຢູ່ໃນໂຮງໝໍ ເຊັສເຈັນ ທີ່ເມືອງຫຼວງໂກຣສ໌ນີ. ສີຍ້ອມສີຂຽວ ຖືກນຳໃຊ້ເພື່ອເປັນເປົ້າໝາຍພວກຕ້ອງຕິວັງເຄຣມລິນ.
ພາບນີ້ ໄດ້ຖືກເປີດເຜີຍ ໃນວັນທີ 4 ກໍລະກົດ 2023 ໂດຍ ທ່ານເຊີເກ ບາບີເນັດສ໌, ຫົວໜ້າຂອງກຸ່ມຕໍ່ຕ້ານການທໍລະມານ ສະແດງໃຫ້ເຫັນ ນັກຂ່າວສືບສວນ ທນ ເອລີນາ ມີລາຊີນາ ພວມລົມໂທລະສັບ ຢູ່ໃນໂຮງໝໍ ເຊັສເຈັນ ທີ່ເມືອງຫຼວງໂກຣສ໌ນີ. ສີຍ້ອມສີຂຽວ ຖືກນຳໃຊ້ເພື່ອເປັນເປົ້າໝາຍພວກຕ້ອງຕິວັງເຄຣມລິນ.

ນັກຂ່າວສືບສວນຊາວຣັດເຊຍ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ກຳລັງຢູ່ໃນໂຮງໝໍ ລຸນຫຼັງໄດ້ຖືກທຳຮ້າຍຮ່າງກາຍໂດຍພວກຄົນຮ້າຍຕິດອາວຸດ ໃນລະຫວ່າງການເດີນທາງໄປຍັງເຂດ​ເຊັ​ສ​ເນຍ (Chechnya) ດັ່ງທີ່ບັນດາກຸ່ມປົກປ້ອງສິດທິມະນຸດ ແລະອົງການສື່ມວນຊົນຂອງທ່ານນາງ ໄດ້ກ່າວ, ອີງຕາມລາຍ​ງານ​ຂອງອົງການຂ່າວເອແອັຟພີ.

ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນເມື່ອຕອນເຊົ້າວັນອັງຄານວານນີ້ ຂະນະທີ່ທ່ານນາງ ເອລີນາ ມີລາຊີນາ ແລະ ທ່ານອາແລັກແຊນເດີ ເນມອບ ຜູ້ທີ່ເປັນທະນາຍຄວາມ ໄດ້ເດີນທາງອອກໄປຈາກເດີ່ນເຮືອບິນ.

“ນິ້ວມືຂອງທ່ານນາງເອລີນາ ມີລາຊີນາ ໄດ້ຫັກ ແລະ ທ່ານນາງ ສູນເສຍສະຕິໄປເປັນບາງຄັ້ງບາງຄາວ. ທ່ານນາງ ມີຮອຍຊ້ຳໄປທົ່ວຮ່າງກາຍຂອງທ່ານນາງ” ກຸ່ມ​ປົກ​ປ້ອງສິດທິມະນຸດ ແມມໂມຣີໂອລ (Memorial) ໄດ້ກ່າວຢູ່ໃນສື່ສັງຄົມ.

ກຸ່ມດັ່ງກ່າວນັ້ນ ໄດ້ກ່າວວ່າ ທັງສອງຄົນ “ຖືກເຕະຢ່າງໂຫດຮ້າຍ ລວມທັງໃນໃບໜ້າ, ໄດ້ຮັບການຂົ່ມຂູ່ເອົາຊີວິດ ແລະ ໄດ້ຖືກຂົ່ມຂູ່ດ້ວຍປືນ​ແນໃສ່ໜ້າຜາກ. ອຸປະກອນຂອງພວກເຂົາເຈົ້າ ໄດ້ຖືກ​ລັກເອົາໄປ ແລະ​ທຸບຖິ້ມ.”

ຄະນະກຳມະການຕໍ່ຕ້ານການທໍລະມານ ຊຶ່ງເປັນກຸ່ມປົກປ້ອງສິດທິມະນຸດ ໄດ້ພິມເຜີຍແຜ່ພາບຂອງທ່ານນາງມີລາຊີນາ ຢູ່ໃນໂຮງໝໍ ພ້ອມດ້ວຍ ພາບຂອງທ່ານນາງທີ່ໄດ້ຖືກໂກນຫົວ ແລະປົກຄຸມໄປດ້ວຍສີຍ້ອມຜ້າສີຂຽວ ທີ່ໄດ້ນຳໃຊ້ເພື່ອເປັນເປົ້າໝາຍພວກທີ່ຕ້ອງຕິວັງເຄຣມລິນ ແລະມືທັງສອງເບື້ອງຂອງທ່ານນາງ ຖືກພັນດ້ວຍຜ້າຮຳແຜ.

An award-winning Russian investigative journalist is in a hospital after being badly beaten by armed assailants during a trip to Chechnya, human rights groups and her media outlet said.

The attack happened early on Tuesday as Elena Milashina and Alexander Nemov, a lawyer, were traveling from the airport.

"Elena Milashina's fingers have been broken and she is sometimes losing consciousness. She has bruises all over her body," the Memorial human rights group said on social media.

It said the pair were "savagely kicked, including in the face, received death threats and were threatened with a gun to the head. Their equipment was taken away and smashed."

The Committee Against Torture, another human rights group, published photos of Milashina in hospital with her head shaved and covered in a green dye — used to target Kremlin critics — and her hands bandaged.

XS
SM
MD
LG