ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ການ​ທູດ ຣັດ​ເຊຍ ຖືກ​ຂັບ​ໄລ່​ອອກ​ຈາກປະ​ເທດ ບຸ​ລ​ກາ​ເຣຍ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ຮຸນ​ແຮງ​ຂຶ້ນ


ພະ​ນັກ​ງານ​ສະ​ຖານ​ທູດ ຣັດ​ເຊຍ ແລະ ສະ​ມາ​ຊິ​ກ​ຄອບ​ຄົວ​ເດີນ​ຢູ່​ສະ​ໜາມ​ບິນ ໂຊ​ເຟຍ, ຫຼັງ​ຈາກ​ລັດ​ຖະ​ບານ ບຸ​ລ​ກາ​ເຣຍ ຂັບ​ໄລ່​ນັກ​ການ​ທູດ ຣັດ​ເຊຍ 70 ຄົນ​ອອກ​ຈາກ​ປະ​ເທດ. 3 ກໍ​ລະ​ກົດ, 2022.
ພະ​ນັກ​ງານ​ສະ​ຖານ​ທູດ ຣັດ​ເຊຍ ແລະ ສະ​ມາ​ຊິ​ກ​ຄອບ​ຄົວ​ເດີນ​ຢູ່​ສະ​ໜາມ​ບິນ ໂຊ​ເຟຍ, ຫຼັງ​ຈາກ​ລັດ​ຖະ​ບານ ບຸ​ລ​ກາ​ເຣຍ ຂັບ​ໄລ່​ນັກ​ການ​ທູດ ຣັດ​ເຊຍ 70 ຄົນ​ອອກ​ຈາກ​ປະ​ເທດ. 3 ກໍ​ລະ​ກົດ, 2022.

ເຮືອ​ບິນ​ຂອງ ຣັດ​ເຊຍ ສອງ​ລຳໄດ້​ບິນ​ອອກ​ຈາກ​ປະ​ເທດ ບຸ​ລ​ກາ​ເຣຍ ໃນ​ວັນ​ອາ​ທິດ​ວານນີ້​ພ້ອມ​ກັບ​ພະ​ນັກ​ງານ​ການ​ທູດ ຣັດ​ເຊຍ ຫຼາຍ​ຄົນ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ທ່າມ​ກາງ​ການ​ຂັ​ບ​ໄລ່​ຄັ້ງ​ໃຫຍ່ ​ທີ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເຄັ່ງ​ຕຶງ​ເພີ່ມ ​ຂຶ້​ນ​ລະ​ຫວ່າງ​ປະ​ເທດ​ທີ່ໃກ້​ຊິດ​ທາງ​ປະ​ຫວັດ​ສາດ​ນັ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ທູດ ຣັດ​ເຊຍ ຄົນ​ນຶ່ງ.

ທ່ານ ຟີ​ລິບ ວອ​ສ​ເກ​ຣ​ເຊັນ​ສ​ກີ, ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ຣັດ​ເຊຍ, ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ຢູ່​ສະ​ໜ​າມ​ບິນ​ໃນ​ນະ​ຄອນຫຼວງ ໂຊ​ເຟຍ ຂອງ ບຸ​ລ​ກາ​ເຣຍ ກ່ອນ​ຖ້ຽວ​ບິນ​ຕ່າງໆ​ຈະ​ອອກວ່າ ທ່ານ​ໃນ​ລວມ​ຢູ່​ໃນ​ພະ​ນັກ​ງານ​ການ​ທູດ​ ຣັດ​ເຊຍ 70 ຄົນ​ທີ່​ຖື​ກ​ປະ​ກາດ​ວ່າ​ເປັນ “ບຸກ​ຄົນ​ທີ່ບໍ່​ເພິ່ງ​ປາ​ຖະ​ໜາ” ໃນ​ອາ​ທິດ​ທີ່​ຜ່ານ​ມາ ແລະ ຖືກ​ສັ່ງ​ໃຫ້​ອອກ​ຈາກ​ປະ​ເທດ ​ໃນ​ແລງ​ຂອງວັນ​ອາ​ທິດ​ວານນີ້.

ການ​ຕັດ​ສິນ​ໃຈ​ຂັບ​ໄລ່​ຂອງ ບຸ​ລ​ກາ​ເຣຍ ແມ່​ນ​ຖືກ​ປະ​ກາດ​ໂດຍ​ວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຄີ​ຣິ​ລ ເພັດ​ກອ​ຟ, ຜູ້​ທີ່​ໄດ້​ເອົາ​ທ່າ​ທີ​ທີ່​ແຂງ​ແກ່ນ​ຕໍ່ ຣັດ​ເຊຍ ຫຼັງ​ຈາກ​ເຂົາ​ເຈົ້າ​ໄດ້​ບຸກ​ລຸກ ຢູ​ເຄ​ຣນ ໃນ​ວັນ​ທີ 24 ກຸມ​ພາ​ທີ່​ຜ່ານມາ. ທ່ານ​ ເພັດ​ກອ​ຟ, ຜູ້​ທີ່​ໄດ້​ຜ່າຍ​ແພ້​ ໃນ​ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄວ້​ວາງ​ໃຈ​ໃນ​ວັນ​ທີ 22 ມິ​ຖຸ​ນາ​ທີ່​ຜ່ານ​ມາ, ໄດ້​ອ້າງວ່າ ມົ​ສ​ກູ ໄດ້​ໃຊ້ກົນ​ລະ​ຍຸດ “ສົງ​ຄາມ ຮາຍ​ບ​ຣິດ” ​ເພື່ອ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ.

ທ່ານ ເພັດ​ກອ​ຟ ໄດ້​ກ່າວ​ວ່າ ຣັດ​ເຊຍ ຈະ​ຍັງ​ຄົງ​ມີ​ພະ​ນັກ​ງານ​ຂອງ​ເຂົາ​ເຈົ້າ 43 ຄົນ ຫຼັງ​ຈາກ​ການ​ຂັບ​ໄລ່​ນັ້ນ ແລະ ໄດ້​ກ່າວ​ຢ້ຳ​ວ່າ ບຸ​ລ​ກາ​ເຣຍ ມີ​ພະ​ນັກ​ງານ​ການ​ທູດ​ພຽງ 12 ຄົນ ​ໃນ​ນະ​ຄອນຫຼວງ ມົ​ສ​ກູ.

ທ່ານ​ໄດ້​ກ່າວ​ວ່າ “ຄົນ​ໃດ​ທີ່​ເຮັດ​ວຽກ​ຕໍ່​ຕ້ານ​ຜົນ​ປະ​ໂຫຍດ​ຂອງ ບຸ​ລ​ກາ​ເຣຍ ຈະ​ຖືກ​ຮຽກ​ຮ້ອງ​ ໃຫ້​ກັບ​ໄປ​ປະ​ເທດ​ທີ່​ເຂົາ​ເຈົ້າ​ມາ​ຈາກ.”

ໃນ​ວັນ​ສຸກ​ທີ່​ຜ່ານ​ມາ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ທ່ານ​ນາງ ເອ​ເລ​ໂອ​ໂນ​ຣາ ມິ​ໂຕ​ຣ​ຟາ​ໂນ​ວາ ໄດ້​ຍື່ນຄຳ​ຂາດ​ຕໍ່ ບຸ​ລ​ກາ​ເຣຍ ເພື່ອ​ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ ແລະ ໄດ້​ຂົ່ມ​ຂູ່​ວ່າ ມົ​ສ​ກູ ຈະ​ຕັດ​ສາຍ​ພົວ​ພັນ​ທາງ​ການ​ທູດ​ທັງ​ໝົດ.

ທ່ານ​ນາງ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຂ້າ​ພະ​ເຈົ້າ​ມີ​ເຈ​ຕະ​ນາ​ທີ່​ຈະ​ຍົກ​ຂຶ້ນ​ມາ​ກ່ອນ​ການ​ນຳ​ຂອງ​ປະ​ເທດ​ຂອງ​ຂ້າ​ພະ​ເຈົ້າ ​ຈະ​ປະ​ກາດປິດ​ສະ​ຖານ​ທູດ ຣັດ​ເຊຍ ໃນ ບຸ​ລ​ກາ​ເຣຍ, ເຊິ່ງ​ຈະ​ນຳ​ໄປ​ສູ່​ການ​ປິດ​ສະ​ຖານ​ທູດ ບຸ​ລ​ກາ​ເຣຍ ໃນ ມົ​ສ​ກູ ຢ່າງຫຼີກ​ລ່ຽງ​ບໍ່​ໄດ້.”

ການ​ຂັບ​ໄລ່​ດັ່ງ​ກ່າວ, ເຊິ່ງ​ໄດ້​ສ້າງ​ຄວາມ​ຕຶງ​ຄຽດ​ຢ່າງ​ຮ້າຍ​ແຮງ​ຕໍ່​ສາຍ​ພົວ​ພັນ​ທາງ​ການ​ທູດ​ນັ້​ນ, ແມ່ນ​ຈຳ​ນວນ​ນັກ​ການ​ທູດ ຣັດ​ເຊຍ ​ທີ່​ໃຫຍ່​ທີ່​ສຸດທີ່​ຖືກ​ຂັບ​ໄລ່​ໂດຍ ບຸ​ລ​ກາ​ເຣຍ, ເຊິ່ງ​ເຂົາ​ເຈົ້າ​ໄດ້​ເປັນ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ ແລະ ອົງ​ການ NATO. ປະ​ເທດ ບຸ​ລ​ກາ​ເຣຍ ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ຕາ​ເວັນ​ຕົກ​ຕໍ່ ມົ​ສ​ກູ ຢ່າງ​ແຂງ​ແກ່ນ ນັບ​ຕັ້​ງ​ແຕ່​ເຂົາ​ເຈົ້າ​ໄດ້​ເປີດ​ສົງ​ຄາມ​ໃນ ຢູ​ເຄ​ຣນ ດົນ​ກວ່າ​ 4 ເດືອນ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG