ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດ​ເຊຍ​ໃຊ້​ສິດ​ຢັບ​ຢັ້ງ​​ຮ່າງ​ມະຕິ​ຂອງ ​ສະພາ​ຄວາມ​ໝັ້ນຄົງ ​ສປຊ ກ່ຽວ​ກັບ​ ຜົນ​​ກະທົບຈາກ​​ດິນ​ຟ້າ​ອາກາດຕໍ່​ຄວາມໝັ້ນ​ຄົງ


ທ່ານ Vassily Nebenzia, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ຢູ່​ທີ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນສຳ​ນັກ​ງານ​ໃຫຍ່ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນິວຢອກ, 10 ເມ​ສາ, 2019
ທ່ານ Vassily Nebenzia, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ​ຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວ​ຢູ່​ທີ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໃນສຳ​ນັກ​ງານ​ໃຫຍ່ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດໃນ​ນິວຢອກ, 10 ເມ​ສາ, 2019

ຣັດ​ເຊຍ​ໄດ້ໃຊ້​ສິດ​ຢັບ​ຢັ້ງຮ່າງ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ທີ່ເຕືອນ​ກ່ຽວ​ກັບ​ຜົນ​ກະທົບ​ດ້ານ​ຄວາມ​ໝັ້ນ​ຄົງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ຊຶ່ງທູດ​ພິ​ເສດ​ຂອງ​ປະ​ເທດນັ້ນເອີ້ນ​ມັນວ່າເປັນ​ສິ່ງ​ທີ່ “ຍອມຮັບ​ບໍ່​ໄດ້” ໃຫ້ລັດຖະບານ​ຂອງທ່ານ​.

ທ່ານ ວ​າ​ຊ​ຊີ​ລີ ເນ​ເບນ​ເຊຍ (Vassily Nebenzia) ເອກອັກຄະລັດຖະທູດ ຣັດເຊຍປະຈຳອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່າວກ່ອນໜ້າ​ຍື່ນ​ຄຳ​ຍັບ​ຢັ້ງ​ນັ້ນ​ວ່າ “ພວກເຮົາຄັດຄ້ານຕໍ່ການສ້າງຂົງ​ເຂດໃໝ່ສຳ​ລັບວຽກງານຂອງສະພາທີ່ສ້າງ ການເຊື່ອມຕໍ່ແບບທົ່ວໄປ, ຢ່າງອັດຕະໂນມັດໃສ່​ກັນລະຫວ່າງການປ່ຽນແປງ ຂອງດິນຟ້າອາກາດ ແລະຄວາມໝັ້ນຄົງສາກົນ, ໂດຍຫັນປ່ຽນບັນຫາວິທະຍາ ສາດ ແລະເສດຖະກິດ-ສັງຄົມໃຫ້ເປັນຄຳຖາມທາງດ້ານການເມືອງ.”

ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ 12 ປະ​ເທດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້, ​ໃນ​ຂະນະ​ທີ່​ຈີນ​ງົດບໍ່​ອອກ​ສຽງແລະ​ອິນ​ເດຍ​ໄດ້​ລົງ​ຄະ​ແນນ​ສຽງ​ບໍ່ເຫັນ​ດີ​ນຳ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ອັບ​ດູ ອາ​ແບຣີ (Abdou Abarry) ຂອງໄນ​ເຈີ, ພ້ອມ​ກັບ​ເອກ​ອັກຄະ​ລັດຖະທູດ ​ໄອ​ແລນ ທີ່​ເປັນ​ຜູ້​ຮ່າງ​ມະ​ຕິນັ້ນກ່າວ​ວ່າ “ການ​ບັງຄັບ​ໃຊ້​ສິດ​ຢັບ​ຢັ້ງສາມາດ​ສະກັດ​ກັ້ນ​ການ​ອະນຸມັດ​ຂໍ້​ຄວາມໃນ​ມະ​ຕິ​ໄດ້, ​ແຕ່​ມັນ​ບໍ່​ສາມາດ​ປິດ​ບັງ​ຄວາມ​ເປັນ​ຈິງ​ຂອງ​ພວກ​ເຮົາ​ໄດ້.
ທູດ​ພິ​ເສດ​ຂອງ​ອິນ​ເດຍ ​ໄດ້​ຖາມ​ວ່າ ມະຕິ​ສາມາດ​ບັນລຸ​ໄດ້​ອັນ​ໃດ​ໄດ້​ແດ່ທີ່​ສົນທິສັນຍາ​ກອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (UNFCCC) ຂອງ​ສະຫະ​ປະຊາ​ຊາດບໍ່​ສາມາດ​ບັນ​ລຸໄດ້.

"ເປັນຫຍັງຄົນເຮົາຈຶ່ງຕ້ອງການມະຕິຂອງສະພາຄວາມໝັ້ນຄົງສະ​ຫະປະຊາ​ຊາດ ເພື່ອດຳເນີນການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໃນເມື່ອພວກເຮົາມີ ຂໍ້​ຜູກ​ພັນ​ຢູ່ພາຍໃຕ້ UNFCC ຕໍ່ກັບການດຳເນີນງານດ້ານດິນຟ້າອາກາດຮ່ວມ ກັນແລ້ວ?" ນັ້ນ​ຄື​ຄຳ​ຖາມ​ຂອງທ່ານເອກອັກຄະລັດຖະທູດ ທີ.ເອ​ສ. ທີ​ຣູ​ເມີ​ທີ (T.S. Tirumurti).

ໃນເຫດການທີ່ບໍ່​ຄ່ອຍເກີດ​ຂຶ້ນນັ້ນ, ເນື້ອ​ໃນ​ຂອງ​ມະ​ຕິ​ດັ່ງ​ກ່າວ​ແມ່ນໄດ້ຮັບການສະຫນັບສະຫນູນຈາກ 113 ປະເທດທີ່​ເປັນສະມາຊິກຂອງອົງ​ການສະຫະປະຊາຊາດ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເຊື່ອຂອງປະ​ເທດສ່ວນໃຫຍ່ໃນສະພາວ່າ ຄວນພິຈາລະນາ​ເລື້ອງການເຊື່ອມໂຍງລະຫວ່າງບັນຫາໂລກຮ້ອນເອົ້າ ກັບບັນ​ຫາຄວາມໝັ້ນ​ຄົງ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG